ພຣະອົງພາວັນນາອະທິຖານວ່າ, “ພຣະບິດາເຈົ້າເອີຍ ພຣະບິດາຂອງລູກ ພຣະອົງເຮັດໄດ້ທຸກສິ່ງ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ, ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງລູກ, ແຕ່ໃຫ້ເປັນໄປຕາມພຣະປະສົງຂອງພຣະອົງເທີ້ນ.”