1
ມາຣະໂກ 6:31
ພຣະຄຳພີສັກສິ
ພຄພ
ມີປະຊາຊົນຫລວງຫລາຍທຽວໄປມາ ຈົນພຣະເຢຊູເຈົ້າ ແລະພວກສາວົກບໍ່ມີເວລາກິນເຂົ້າ. ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກສາວົກວ່າ, “ຈົ່ງອອກໄປບ່ອນມິດງຽບ ເພື່ອໃຫ້ພວກເຈົ້າພັກຜ່ອນຈັກຄາວໜຶ່ງ.”
Compare
Explore ມາຣະໂກ 6:31
2
ມາຣະໂກ 6:4
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຜູ້ປະກາດພຣະທຳໄດ້ຮັບຄວາມເຄົາຣົບນັບຖືທົ່ວທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງຂອງຕົນ, ຍາດຕິພີ່ນ້ອງຂອງຕົນ ແລະຄອບຄົວຂອງຕົນ.”
Explore ມາຣະໂກ 6:4
3
ມາຣະໂກ 6:34
ພໍພຣະເຢຊູເຈົ້າອອກຈາກເຮືອ ພຣະອົງກໍເຫັນປະຊາຊົນໝູ່ໃຫຍ່ ຈຶ່ງສົງສານຄົນເຫຼົ່ານັ້ນ ເພາະພວກເຂົາເປັນເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ. ສະນັ້ນ ພຣະອົງຈຶ່ງຕັ້ງຕົ້ນສັ່ງສອນພວກເຂົາຫລາຍປະການ.
Explore ມາຣະໂກ 6:34
4
ມາຣະໂກ 6:5-6
ພຣະເຢຊູເຈົ້າບໍ່ໄດ້ເຮັດການອັດສະຈັນໃດໆຢູ່ໃນເມືອງນີ້ ນອກຈາກພຣະອົງໄດ້ວາງມືໃສ່ຄົນເຈັບໄຂ້ໄດ້ປ່ວຍບາງຄົນ ແລະຊົງໂຜດຮັກສາພວກເຂົາໃຫ້ຫາຍດີ. ພຣະອົງປະຫລາດໃຈຫລາຍທີ່ເຫັນຊາວເມືອງບໍ່ມີຄວາມເຊື່ອ ແລ້ວພຣະເຢຊູເຈົ້າກໍໄດ້ສັ່ງສອນທົ່ວທຸກບ້ານທີ່ຢູ່ອ້ອມຮອບເຂດນັ້ນ.
Explore ມາຣະໂກ 6:5-6
5
ມາຣະໂກ 6:41-43
ແລ້ວພຣະເຢຊູເຈົ້າກໍຈັບເອົາເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນ ໂດຍເງີຍໜ້າຂຶ້ນສູ່ສະຫວັນ ແລະໂມທະນາຂອບພຣະຄຸນພຣະເຈົ້າ ແລ້ວຫັກເຂົ້າຈີ່ ແລະຍື່ນໃຫ້ພວກສາວົກນຳໄປແຈກຢາຍແກ່ປະຊາຊົນ ພຣະອົງຍັງໄດ້ແບ່ງປັນປາສອງໂຕໃຫ້ພວກເຂົາທົ່ວເຖິງກັນອີກດ້ວຍ. ພວກເຂົາກິນອີ່ມທຸກຄົນ. ແລ້ວພວກສາວົກກໍເກັບເຂົ້າຈີ່ແລະປາທີ່ເຫຼືອນັ້ນ ໄດ້ເຕັມສິບສອງກະບຸງ.
Explore ມາຣະໂກ 6:41-43
Home
Bible
Plans
Videos