“ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດໃຫຍ່,
ແລະ ເຮົາຈະອວຍພອນເຈົ້າ;
ເຮົາຈະເຮັດໃຫ້ຊື່ສຽງຂອງເຈົ້າຍິ່ງໃຫຍ່,
ແລະ ເຈົ້າຈະເປັນພອນ.
ເຮົາຈະອວຍພອນບັນດາຜູ້ທີ່ອວຍພອນເຈົ້າ,
ແລະ ເຮົາຈະສາບແຊ່ງບັນດາຜູ້ທີ່ສາບແຊ່ງເຈົ້າ,
ແລະ ທຸກຄົນໃນໂລກ
ຈະໄດ້ຮັບພອນຜ່ານທາງເຈົ້າ”.