ສຳລັບຄົນລຸ້ນທີ່ຈະມາເຖິງນັ້ນ ຜູ້ຊາຍທຸກຄົນໃນທ່າມກາງພວກເຈົ້າທີ່ມີອາຍຸແປດວັນຈະຕ້ອງຮັບພິທີຕັດ, ລວມທັງຄົນທີ່ເກີດໃນຄອບຄົວຂອງເຈົ້າ ຫລື ໄດ້ຊື້ດ້ວຍເງິນຈາກຄົນຕ່າງດ້າວ ຄືຄົນເຫລົ່ານັ້ນທີ່ບໍ່ແມ່ນເຊື້ອສາຍຂອງເຈົ້າ. ບໍ່ວ່າຈະເປັນຄົນທີ່ເກີດໃນຄົວເຮືອນຂອງເຈົ້າ ຫລື ເຈົ້າຊື້ມາດ້ວຍເງິນ, ພວກເຂົາຕ້ອງຮັບພິທີຕັດ. ພັນທະສັນຍາຂອງເຮົາທີ່ຢູ່ໃນເນື້ອກາຍຂອງເຈົ້າຈະເປັນພັນທະສັນຍານິລັນດອນ.