1
ປະຖົມມະການ 22:14
ພຣະຄຳພີລາວສະບັບສະໄໝໃໝ່
LCV
ດັ່ງນັ້ນ ອັບຣາຮາມຈຶ່ງໄດ້ເອີ້ນສະຖານທີ່ນັ້ນວ່າ, “ພຣະເຈົ້າຢາເວຈະຈັດຕຽມໃຫ້”. ແລະ ຍັງເປັນທີ່ເວົ້າກັນຈົນເຖິງທຸກວັນນີ້ວ່າ, “ສິ່ງນັ້ນຈະຖືກຈັດຕຽມໄວ້ເທິງພູເຂົາຂອງພຣະເຈົ້າຢາເວ”.
Compare
Explore ປະຖົມມະການ 22:14
2
ປະຖົມມະການ 22:2
ແລ້ວພຣະເຈົ້າໄດ້ກ່າວວ່າ, “ຈົ່ງພາລູກຊາຍຂອງເຈົ້າ, ລູກຊາຍພຽງຄົນດຽວຂອງເຈົ້າ ຜູ້ທີ່ເຈົ້າຮັກ ຄືອີຊາກ ແລ້ວໄປຍັງເຂດໂມຣິຢາ. ຈົ່ງຖວາຍລາວຢູ່ທີ່ນັ້ນເພື່ອເປັນເຄື່ອງເຜົາບູຊາເທິງພູເຂົາແຫ່ງໜຶ່ງທີ່ເຮົາຈະສະແດງແກ່ເຈົ້າ”.
Explore ປະຖົມມະການ 22:2
3
ປະຖົມມະການ 22:12
ເທວະດາກ່າວວ່າ, “ຢ່າເດ່ມືໃສ່ເດັກນ້ອຍນັ້ນ, ຢ່າເຮັດສິ່ງໃດແກ່ລາວເລີຍ. ບັດນີ້ເຮົາຮູ້ແລ້ວວ່າເຈົ້າຢຳເກງພຣະເຈົ້າ, ເພາະເຈົ້າບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າຈາກເຮົາ, ຄືລູກຊາຍພຽງຄົນດຽວຂອງເຈົ້າ”.
Explore ປະຖົມມະການ 22:12
4
ປະຖົມມະການ 22:8
ອັບຣາຮາມຕອບວ່າ, “ລູກເອີຍ, ພຣະເຈົ້າຈະຈັດຕຽມລູກແກະສຳລັບເຜົາບູຊາໃຫ້ເອງ”. ແລະ ທັງສອງກໍຍ່າງຕໍ່ໄປດ້ວຍກັນ.
Explore ປະຖົມມະການ 22:8
5
ປະຖົມມະການ 22:17-18
ເຮົາຈະອວຍພອນເຈົ້າແນ່ນອນ ແລະ ຈະເຮັດໃຫ້ເຊື້ອສາຍຂອງເຈົ້າມີຈຳນວນຫລວງຫລາຍເໝືອນດັ່ງດວງດາວໃນທ້ອງຟ້າ ແລະ ເໝືອນດັ່ງເມັດຊາຍທີ່ຢູ່ແຄມທະເລ. ເຊື້ອສາຍຂອງເຈົ້າຈະຄອບຄອງເມືອງຕ່າງໆຂອງບັນດາສັດຕູຂອງພວກເຂົາ, ແລະ ທຸກຊົນຊາດເທິງແຜ່ນດິນໂລກຈະໄດ້ຮັບພອນຜ່ານທາງເຊື້ອສາຍຂອງເຈົ້າ, ເພາະເຈົ້າໄດ້ເຊື່ອຟັງເຮົາ”.
Explore ປະຖົມມະການ 22:17-18
6
ປະຖົມມະການ 22:1
ຕໍ່ມາພຣະເຈົ້າໄດ້ທົດສອບອັບຣາຮາມ. ພຣະອົງກ່າວກັບເພິ່ນວ່າ, “ອັບຣາຮາມເອີຍ!” ເພິ່ນຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.
Explore ປະຖົມມະການ 22:1
7
ປະຖົມມະການ 22:11
ແຕ່ເທວະດາຂອງພຣະເຈົ້າຢາເວໄດ້ເອີ້ນໃສ່ເພິ່ນຈາກສະຫວັນວ່າ, “ອັບຣາຮາມ! ອັບຣາຮາມ!” ເພິ່ນຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.
Explore ປະຖົມມະການ 22:11
8
ປະຖົມມະການ 22:15-16
ແລ້ວເທວະດາຂອງພຣະເຈົ້າຢາເວເອີ້ນໃສ່ອັບຣາຮາມຈາກສະຫວັນເປັນຄັ້ງທີສອງ ແລະ ກ່າວວ່າ, “ພຣະເຈົ້າຢາເວປະກາດວ່າ, ເຮົາຂໍປະຕິຍານໂດຍເຮົາເອງວ່າ, ເພາະເຈົ້າໄດ້ເຮັດເຊັ່ນນີ້ ແລະ ບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າ ຄືລູກຊາຍພຽງຄົນດຽວຂອງເຈົ້າ
Explore ປະຖົມມະການ 22:15-16
9
ປະຖົມມະການ 22:9
ເມື່ອພວກເພິ່ນມາເຖິງສະຖານທີ່ ເຊິ່ງພຣະເຈົ້າບອກພວກເພິ່ນໄວ້. ອັບຣາຮາມກໍໄດ້ສ້າງແທ່ນບູຊາຂຶ້ນ ແລະ ຈັດຟືນໃສ່ເທິງແທ່ນນັ້ນ. ເພິ່ນມັດອີຊາກລູກຂອງເພິ່ນ ແລະ ວາງລາວລົງເທິງກອງຟືນທີ່ຢູ່ເທິງແທ່ນບູຊາ.
Explore ປະຖົມມະການ 22:9
Home
Bible
Plans
Videos