ແລະ ພຣະເຈົ້າໄດ້ກ່າວວ່າ, “ນີ້ຄືສັນຍາລັກແຫ່ງພັນທະສັນຍາທີ່ເຮົາກຳລັງເຮັດລະຫວ່າງເຮົາກັບເຈົ້າ ແລະ ກັບສິ່ງມີຊີວິດທຸກສິ່ງທີ່ຢູ່ກັບເຈົ້າ, ເປັນພັນທະສັນຍາສຳລັບທຸກຍຸກທີ່ຈະມາເຖິງຄື: ເຮົາໄດ້ຕັ້ງຮຸ້ງກິນນໍ້າຂອງເຮົາໄວ້ໃນເມກ ແລະ ຮຸ້ງກິນນໍ້ານີ້ຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ໂລກ.