1
ໂຢຮັນ 10:10
ພຣະຄຳພີລາວສະບັບສະໄໝໃໝ່
ຂະໂມຍມາກໍພຽງແຕ່ຈະລັກ, ຈະຂ້າ ແລະ ທຳລາຍເທົ່ານັ້ນ. ເຮົາໄດ້ມາເພື່ອພວກເຂົາຈະໄດ້ຊີວິດ ແລະ ຈະໄດ້ຊີວິດຢ່າງຄົບບໍລິບູນ.
Compare
Explore ໂຢຮັນ 10:10
2
ໂຢຮັນ 10:11
“ເຮົາເປັນຜູ້ລ້ຽງແກະທີ່ດີ. ຜູ້ລ້ຽງແກະທີ່ດີນັ້ນຍ່ອມສະຫລະຊີວິດຂອງຕົນເພື່ອແກະ.
Explore ໂຢຮັນ 10:11
3
ໂຢຮັນ 10:27
ແກະຂອງເຮົາກໍຟັງສຽງຂອງເຮົາ, ເຮົາຮູ້ຈັກແກະນັ້ນ ແລະ ແກະນັ້ນກໍຕິດຕາມເຮົາ.
Explore ໂຢຮັນ 10:27
4
ໂຢຮັນ 10:28
ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແລະ ແກະນັ້ນຈະບໍ່ຈິບຫາຍຈັກເທື່ອ, ບໍ່ມີຜູ້ໃດຍາດເອົາແກະນັ້ນອອກໄປຈາກມືຂອງເຮົາໄດ້.
Explore ໂຢຮັນ 10:28
5
ໂຢຮັນ 10:9
ເຮົານີ້ແຫລະເປັນປະຕູນັ້ນ ຜູ້ໃດກໍຕາມທີ່ເຂົ້າມາທາງເຮົາຈະໄດ້ພົ້ນ. ພວກເຂົາຈະເຂົ້າມາ ແລະ ອອກໄປ, ແລ້ວກໍພົບທົ່ງຫຍ້າ.
Explore ໂຢຮັນ 10:9
6
ໂຢຮັນ 10:14
“ເຮົານີ້ແຫລະເປັນຜູ້ລ້ຽງທີ່ດີ ເຮົາຮູ້ຈັກແກະຂອງເຮົາ ແລະ ແກະຂອງເຮົາກໍຮູ້ຈັກເຮົາ
Explore ໂຢຮັນ 10:14
7
ໂຢຮັນ 10:29-30
ພຣະບິດາເຈົ້າຂອງເຮົາຜູ້ໄດ້ມອບແກະນັ້ນໃຫ້ແກ່ເຮົາຍິ່ງໃຫຍ່ກວ່າທຸກສິ່ງ ບໍ່ມີຜູ້ໃດຈະຍາດເອົາແກະນັ້ນຈາກມືຂອງພຣະບິດາເຈົ້າຂອງເຮົາໄດ້. ເຮົາກັບພຣະບິດາເຈົ້າເປັນອັນໜຶ່ງອັນດຽວກັນ”.
Explore ໂຢຮັນ 10:29-30
8
ໂຢຮັນ 10:15
ເໝືອນດັ່ງທີ່ພຣະບິດາເຈົ້າຮູ້ຈັກເຮົາ ແລະ ເຮົາກໍຮູ້ຈັກພຣະບິດາເຈົ້າ ແລະ ເຮົາສະຫລະຊີວິດຂອງເຮົາເພື່ອແກະນັ້ນ.
Explore ໂຢຮັນ 10:15
9
ໂຢຮັນ 10:18
ບໍ່ມີຜູ້ໃດຈະຍາດເອົາຊີວິດໄປຈາກເຮົາ, ແຕ່ເຮົາໄດ້ສະຫລະຊີວິດດ້ວຍຄວາມສະໝັກໃຈຂອງເຮົາເອງ. ເຮົາມີສິດທີ່ຈະສະຫລະຊີວິດນັ້ນ ແລະ ມີສິດທີ່ຈະຮັບຊີວິດຄືນມາອີກ. ເຮົາໄດ້ຮັບຄຳສັ່ງນີ້ຈາກພຣະບິດາເຈົ້າຂອງເຮົາ”.
Explore ໂຢຮັນ 10:18
10
ໂຢຮັນ 10:7
ເຫດສະນັ້ນ ພຣະເຢຊູເຈົ້າຈຶ່ງກ່າວອີກວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເຮົານີ້ແຫລະເປັນປະຕູສຳລັບແກະ.
Explore ໂຢຮັນ 10:7
11
ໂຢຮັນ 10:12
ຄົນຮັບຈ້າງບໍ່ແມ່ນຜູ້ລ້ຽງແກະ ແລະ ບໍ່ໄດ້ເປັນເຈົ້າຂອງແກະ. ດັ່ງນັ້ນ ເມື່ອລາວເຫັນໝາໄນມາລາວກໍປະຖິ້ມແກະ ແລະ ແລ່ນໜີໄປ. ແລ້ວໝາໄນກໍເຂົ້າມາທຳຮ້າຍແກະ ແລະ ເຮັດໃຫ້ແຕກຊະກັນໄປ.
Explore ໂຢຮັນ 10:12
12
ໂຢຮັນ 10:1
“ພວກເຈົ້າທີ່ເປັນພວກຟາຣີຊາຍເອີຍ ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນທີ່ບໍ່ໄດ້ເຂົ້າຄອກແກະທາງປະຕູແຕ່ປີນເຂົ້າທາງອື່ນນັ້ນກໍເປັນຂະໂມຍ ແລະ ໂຈນ.
Explore ໂຢຮັນ 10:1
Home
Bible
Plans
Videos