1
ມາຣະໂກ 2:17
ພຣະຄຳພີລາວສະບັບສະໄໝໃໝ່
ເມື່ອໄດ້ຍິນດັ່ງນີ້, ພຣະເຢຊູເຈົ້າຈຶ່ງກ່າວກັບພວກເຂົາວ່າ, “ຄົນສຸຂະພາບດີບໍ່ຕ້ອງການໝໍ, ແຕ່ຄົນເຈັບຕ້ອງການໝໍ. ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ມາເພື່ອເອີ້ນເອົາຄົນບາບທັງຫລາຍ”.
Compare
Explore ມາຣະໂກ 2:17
2
ມາຣະໂກ 2:5
ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງພວກເຂົາ ພຣະອົງຈຶ່ງກ່າວຕໍ່ຄົນເປ້ຍນັ້ນວ່າ, “ລູກເອີຍ, ບາບຂອງເຈົ້າໄດ້ຮັບອະໄພແລ້ວ”.
Explore ມາຣະໂກ 2:5
3
ມາຣະໂກ 2:27
ແລ້ວພຣະອົງກໍກ່າວກັບພວກເຂົາວ່າ, “ວັນຊະບາໂຕຖືກຕັ້ງໄວ້ເພື່ອມະນຸດ, ບໍ່ແມ່ນມະນຸດຖືກຕັ້ງໄວ້ເພື່ອວັນຊະບາໂຕ.
Explore ມາຣະໂກ 2:27
4
ມາຣະໂກ 2:4
ແຕ່ພວກເຂົາບໍ່ສາມາດເຂົ້າໄປຫາພຣະເຢຊູເຈົ້າໄດ້ເພາະມີປະຊາຊົນຈຳນວນຫລວງຫລາຍ, ພວກເຂົາຈຶ່ງຮື້ຫລັງຄາຊື່ບ່ອນທີ່ພຣະອົງກຳລັງສັ່ງສອນຢູ່ນັ້ນ ແລ້ວຢ່ອນບ່ອນນອນທີ່ຄົນເປ້ຍນັ້ນນອນຢູ່ລົງມາ.
Explore ມາຣະໂກ 2:4
5
ມາຣະໂກ 2:10-11
ແຕ່ເຮົາຢາກໃຫ້ພວກເຈົ້າທັງຫລາຍຮູ້ວ່າບຸດມະນຸດມີສິດອຳນາດໃນໂລກທີ່ຈະອະໄພຄວາມບາບ” ດັ່ງນັ້ນ ພຣະອົງຈຶ່ງກ່າວກັບຄົນເປ້ຍນັ້ນວ່າ, “ເຮົາສັ່ງເຈົ້າວ່າ, ຈົ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງເຈົ້າ ແລະ ເມືອເຮືອນສາ”.
Explore ມາຣະໂກ 2:10-11
6
ມາຣະໂກ 2:9
ອັນໃດຈະງ່າຍກວ່າກັນທີ່ຈະກ່າວແກ່ຄົນເປ້ຍນັ້ນວ່າ, ‘ບາບຂອງເຈົ້າໄດ້ຮັບອະໄພແລ້ວ’ ຫລື ກ່າວວ່າ ‘ຈົ່ງລຸກຂຶ້ນ, ເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ?’
Explore ມາຣະໂກ 2:9
7
ມາຣະໂກ 2:12
ລາວຈຶ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງຕົນ ແລະ ກໍຍ່າງອອກໄປຕໍ່ໜ້າຄົນທັງຫລາຍ. ທຸກຄົນຕ່າງກໍປະຫລາດໃຈ ແລະ ສັນລະເສີນພຣະເຈົ້າ ແລະ ເວົ້າວ່າ, “ພວກເຮົາບໍ່ເຄີຍພົບເຫັນເຫດການຢ່າງນີ້ຈັກເທື່ອ!”
Explore ມາຣະໂກ 2:12
Home
Bible
Plans
Videos