ໃນຂົງເຂດນີ້ ໄດ້ມີຄົນລ້ຽງແກະທີ່ຢູ່ຕາມທົ່ງ ນອນເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ. ໃນທັນໃດນັ້ນມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ໄດ້ມາປະກົດແກ່ພວກເຂົາ ແລະພຣະຣັດສະໝີຂອງອົງພຣະຜູ້ເປັນເຈົ້າ ກໍຊ່ອງແຈ້ງອ້ອມຮອບພວກເຂົາ. ດັ່ງນັ້ນ ພວກເຂົາຈຶ່ງຕົກໃຈຢ້ານຫລາຍ.