ກິດຈະການ 6
6
ຜູ້ດູແລເຈັດຄົນ
1ໃນຄາວນັ້ນ ເມື່ອຈຳນວນພວກສິດກຳລັງເພີ່ມທະວີຫລາຍຂຶ້ນ ຊາວຢິວປາກພາສາກຣີກ ຈົ່ມຕໍ່ຊາວຢິວຄົນພື້ນເມືອງປາກພາສາເຮັບເຣີວ່າ ໃນແຕ່ລະວັນພວກແມ່ໝ້າຍຊາວກຣິກ ບໍ່ໄດ້ຮັບການເອົາໃຈໃສ່ໃນການແຈກຈ່າຍອາຫານ. 2ດັ່ງນັ້ນ ພວກອັກຄະສາວົກສິບສອງຄົນ ຈຶ່ງເອົາບັນດາສິດຜູ້ທີ່ເຊື່ອທັງໝົດມາປະຊຸມກັນ ແລະກ່າວວ່າ, “ເປັນການບໍ່ສົມຄວນເລີຍ ທີ່ຈະໃຫ້ພວກເຮົາປະຖິ້ມການສັ່ງສອນພຣະທຳຂອງພຣະເຈົ້າ ແລະມາຮັບໃຊ້ການກິນການດື່ມ. 3ດ້ວຍເຫດນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງເລືອກເອົາເຈັດຄົນໃນທ່າມກາງພວກເຈົ້າທີ່ມີຊື່ສຽງດີ ທີ່ເຕັມດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະສະຕິປັນຍາ ພວກເຮົາຈະຕັ້ງໃຫ້ພວກເຂົາຮັບຜິດຊອບດູແລໃນການງານນີ້. 4ສ່ວນພວກເຮົາ ກໍຈະອຸທິດເວລາທັງໝົດໃສ່ໃນການພາວັນນາອະທິຖານ ແລະການສັ່ງສອນພຣະທຳ.”
5ຄົນທີ່ເຊື່ອທັງໝົດພໍໃຈ ເຫັນດີນຳການສະເໜີຂອງພວກອັກຄະສາວົກ. ດັ່ງນັ້ນ ພວກເຂົາຈຶ່ງເລືອກເອົາຊະເຕຟາໂນ ຜູ້ທີ່ເຕັມໄປດ້ວຍຄວາມເຊື່ອ ແລະພຣະວິນຍານບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອຊາວເມືອງອັນຕີໂອເຂຍ ທີ່ເຂົ້າສາສະໜາຢິວ. 6ພວກເຂົາໄດ້ນຳຄົນທັງເຈັດນີ້ ມາສະເໜີຕໍ່ພວກອັກຄະສາວົກ ແລະພວກເພິ່ນຈຶ່ງພາວັນນາອະທິຖານວາງມືໃສ່ພວກເຂົາ.
7ດັ່ງນັ້ນ ພຣະທຳຂອງພຣະເຈົ້າຈຶ່ງໄດ້ຈະເລີນຂຶ້ນ ສືບຕໍ່ແຜ່ຂະຫຍາຍອອກໄປ ຈຳນວນພວກສິດໃນນະຄອນເຢຣູຊາເລັມເພີ່ມທະວີຫລາຍຂຶ້ນ ແລະໄດ້ມີປະໂຣຫິດຫລາຍຄົນ ກໍໄດ້ຍອມເຊື່ອຟັງຕໍ່ຄວາມເຊື່ອນັ້ນ.
ການຈັບກຸມຊະເຕຟາໂນ
8ຊະເຕຟາໂນຜູ້ທີ່ບໍຣິບູນດ້ວຍພຣະຄຸນແລະຣິດເດດ ໄດ້ເຮັດການອັດສະຈັນອັນໃຫຍ່ ແລະໝາຍສຳຄັນອັນຍິ່ງໃຫຍ່ໃນທ່າມກາງປະຊາຊົນ. 9ແຕ່ເພິ່ນຖືກຕໍ່ຕ້ານຂັດຂວາງຈາກສະມາຊິກບາງຄົນ ທີ່ມາຈາກທຳມະສາລາ ຊຶ່ງເອີ້ນວ່າ, “ໂຮງທຳຊາວຢິວອົບພະຍົບ” ມີທັງຊາວກີເຣເນ ແລະ ຊາວອາເລັກຊັນເດຍ, ກັບບາງຄົນຈາກແຂວງກີລີເກຍ ແລະ ເອເຊຍ ແລະໄດ້ພາກັນລຸກຂຶ້ນໂຕ້ຖຽງກັບຊະເຕຟາໂນ. 10ຄົນເຫຼົ່ານັ້ນຕໍ່ສູ້ກັບຄຳທີ່ທ່ານກ່າວດ້ວຍສະຕິປັນຍາ ແລະດ້ວຍພຣະວິນຍານບໍ່ໄດ້. 11ດັ່ງນັ້ນ ພວກເຂົາຈຶ່ງຍຸແຫຍ່ຊາຍບາງຄົນມາກ່າວຫາວ່າ, “ພວກເຮົາໄດ້ຍິນລາວເວົ້າຕໍ່ສູ້ໂມເຊ ແລະຕໍ່ສູ້ພຣະເຈົ້າ.” 12ດ້ວຍເຫດນີ້ ພວກເຂົາຈຶ່ງຍຸຍົງປະຊາຊົນ, ພວກເຖົ້າແກ່ແລະພວກທຳມະຈານ ມາຫຸ້ມຈັບຊະເຕຟາໂນ ແລະນຳຕົວຂຶ້ນໄປທີ່ສະພາສູງສຸດ. 13ແລ້ວພວກເຂົາກໍນຳພະຍານບໍ່ຈິງມາກ່າວວ່າ, “ຊາຍຄົນນີ້ເວົ້າຕໍ່ສູ້ພຣະວິຫານອັນສັກສິດ ແລະກົດບັນຍັດຢ່າງບໍ່ຢຸດຢັ້ງ. 14ພວກເຮົາໄດ້ຍິນຄົນນີ້ເວົ້າວ່າ ເຢຊູໄທນາຊາເຣັດຈະທຳລາຍພຣະວິຫານຫລັງນີ້ ແລະຈະປ່ຽນແປງທຳນຽມທີ່ໂມເຊໄດ້ໃຫ້ໄວ້ແກ່ພວກເຮົາ.” 15ແລະບັນດາຄົນທີ່ນັ່ງຢູ່ໃນສະພາສູງສຸດນັ້ນ ໄດ້ແນມໄປເບິ່ງຊະເຕຟາໂນ ແລະເຫັນວ່າໜ້າຂອງເພິ່ນເປັນເໝືອນໜ້າຂອງເທວະດາ.
Currently Selected:
ກິດຈະການ 6: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.