YouVersion Logo
Search Icon

ປະຖົມມະການ 17

17
ພິທີຕັດ​ເປັນ​ໝາຍສຳຄັນ​ແຫ່ງ​ພັນທະສັນຍາ
1ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ. 2ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ເຈົ້າ ແລະ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ.” 3ອັບຣາມ​ກົ້ມ​ຂາບລົງ​ທີ່​ພື້ນດິນ ແລະ​ພຣະເຈົ້າ​ກ່າວ​ວ່າ, 4“ນີ້​ແມ່ນ​ພັນທະສັນຍາ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ​ຄື: ເຮົາ​ສັນຍາ​ວ່າ ເຈົ້າ​ຈະ​ເປັນ​ບັນພະບຸລຸດ​ຂອງ​ຊົນຊາດ​ທັງຫລາຍ. 5ຊື່​ເຈົ້າ​ຈະ​ບໍ່ແມ່ນ​ອັບຣາມ​ອີກ​ຕໍ່ໄປ, ແຕ່​ເຈົ້າ​ຈະ​ມີ​ຊື່​ໃໝ່​ວ່າ ອັບຣາຮາມ ເພາະ​ເຮົາ​ກຳລັງ​ໃຫ້​ເຈົ້າ​ເປັນ​ບັນພະບຸລຸດ​ຂອງ​ຫລາຍໆ​ຊົນຊາດ. 6ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ແລະ​ບາງຄົນ​ໃນ​ເຊື້ອສາຍ​ນັ້ນ​ຈະ​ເປັນ​ເຖິງ​ກະສັດ. ເຈົ້າ​ຈະ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ຈົນ​ກາຍເປັນ​ປະຊາຊາດ​ຕ່າງໆ.
7ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ. 8ເຮົາ​ຈະ​ມອບ​ດິນແດນ ທີ່​ເຈົ້າ​ອາໄສ​ຢູ່​ປັດຈຸບັນ​ໃນ​ຖານະ​ເປັນ​ຄົນ​ຕ່າງດ້າວ​ນີ້ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ. ດິນແດນ​ການາອານ​ທັງໝົດ ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”
9ພຣະເຈົ້າ​ໄດ້​ກ່າວ​ແກ່​ອັບຣາຮາມ​ວ່າ, “ເຈົ້າ​ເອງ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ເຊັ່ນ​ຕໍ່ໄປ​ກໍດີ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ເຈົ້າ​ມີ​ໄວ້​ກັບ​ເຮົາ. 10ນີ້​ຄື​ພັນທະສັນຍາ​ຂອງເຮົາ​ທີ່​ມີ​ຕໍ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ​ຕ້ອງ​ຮັກສາ ຄື​ໃຫ້​ຜູ້ຊາຍ​ທຸກຄົນ​ຈະ​ຕ້ອງ ເຮັດ​ພິທີຕັດ. 11ຕັ້ງແຕ່​ນີ້​ຕໍ່ໄປ ເຈົ້າ​ຈົ່ງ​ເຮັດ​ພິທີຕັດ ມັນ​ຈະ​ເປັນ​ໝາຍສຳຄັນ ລະຫວ່າງ​ເຮົາ​ກັບ​ເຈົ້າ 12ຜູ້ຊາຍ​ທຸກຄົນ​ເມື່ອ​ເຂົາ​ອາຍຸ​ໄດ້​ແປດ​ວັນ. ໃຫ້​ເຮັດ​ພິທີຕັດ ລວມ​ທັງ​ຄົນ​ຮັບໃຊ້​ຜູ້​ທີ່​ເກີດ​ໃນ​ຄອບຄົວ​ຂອງ​ເຈົ້າ ແລະ​ຜູ້​ທີ່​ຖືກ​ຊື້​ມາ​ຈາກ​ຊາວ​ຕ່າງດ້າວ. ການ​ກະທຳ​ເຊັ່ນນີ້ ຈະ​ສະແດງ​ເຖິງ​ພັນທະສັນຍາ​ລະຫວ່າງ​ເຈົ້າ​ກັບ​ເຮົາ. 13ແຕ່ລະຄົນ​ຕ້ອງ​ເຮັດ​ພິທີຕັດ ແລະ​ຈະ​ຕ້ອງ​ໝາຍ​ໄວ້​ໃນ​ຮ່າງກາຍ ເພື່ອ​ສະແດງ​ວ່າ​ພັນທະສັນຍາ​ຂອງເຮົາ​ນັ້ນ​ດຳລົງ​ຢູ່​ສືບໄປ. 14ຊາຍ​ຄົນ​ໃດ​ທີ່​ບໍ່​ຍອມ​ເຮັດ​ພິທີຕັດ ຊາຍ​ຄົນ​ນັ້ນ​ກໍ​ຈະ​ຖືກ​ຕັດ​ອອກ​ຈາກ​ພີ່ນ້ອງ​ຂອງຕົນ ເພາະ​ລາວ​ບໍ່​ຮັກສາ​ພັນທະສັນຍາ​ທີ່​ໄດ້​ມີ​ໄວ້​ກັບ​ເຮົາ.”
15ພຣະເຈົ້າ​ຍັງ​ບອກ​ອັບຣາຮາມ​ຕື່ມ​ວ່າ, “ສ່ວນ​ນາງ​ຊາຣາຍ​ເມຍ​ຂອງ​ເຈົ້າ​ນັ້ນ ເຈົ້າ​ຢ່າ​ເອີ້ນ​ນາງ​ຊາຣາຍ​ອີກ​ຕໍ່ໄປ ເພາະ ຊື່​ຂອງ​ນາງ​ແມ່ນ​ຊາຣາ. 16ເຮົາ​ຈະ​ອວຍພອນ​ນາງ​ໃຫ້​ມີ​ລູກຊາຍ​ຜູ້ໜຶ່ງ ແລະ​ຈະ​ອວຍພອນ​ນາງ​ໃຫ້​ເປັນ​ແມ່​ຂອງ​ຊົນຊາດ​ທັງຫລາຍ ຈົນ​ກະສັດ​ຫລາຍ​ຄົນ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ນາງ.”
17ອັບຣາຮາມ​ກົ້ມຂາບ​ລົງ​ຍິ້ມ​ຢູ່​ໃນ​ໃຈ ແລະ​ເວົ້າ​ວ່າ, “ຄົນ​ອາຍຸ​ໜຶ່ງຮ້ອຍ​ປີ​ແລ້ວ ຈະ​ມີ​ລູກ​ໄດ້​ຈັ່ງ​ໃດ? ແລະ​ຊາຣາ​ກໍ​ອາຍຸ​ເກົ້າສິບ​ປີ​ແລ້ວ ນາງ​ຍັງ​ຈະ​ມີ​ລູກ​ໄດ້​ຢູ່​ບໍ?” 18ອັບຣາຮາມ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂໍໃຫ້​ອິດຊະມາເອນ​ມີ​ຊີວິດ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະອົງ!”
19ແຕ່​ພຣະເຈົ້າ​ໄດ້ກ່າວ​ວ່າ, “ບໍ່, ແມ່ນ​ຊາຣາ​ເມຍ​ຂອງ​ເຈົ້າ​ເອງ ທີ່​ຈະ​ເກີດ​ລູກຊາຍ​ໃຫ້​ເຈົ້າ ແລະ​ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຊາກ. ເຮົາ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ກັບ​ລາວ ແລະ​ກັບ​ເຊື້ອສາຍ​ຂອງ​ລາວ​ຕະຫລອດໄປ. ມັນ​ເປັນ​ພັນທະສັນຍາ​ອັນ​ຕະຫລອດໄປ. 20ເຮົາ​ໄດ້ຍິນ​ເຈົ້າ​ຂໍຮ້ອງ​ກ່ຽວກັບ​ອິດຊະມາເອນ; ເຮົາ​ຈະ​ອວຍພອນ​ລາວ​ແລະ​ໃຫ້​ລາວ​ມີ​ລູກ​ຫລາຍ​ຄົນ ແລະ​ທັງ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ. ລາວ​ຈະ​ເປັນ​ພໍ່​ຂອງ​ເຈົ້າຊາຍ​ສິບສອງ​ຄົນ ແລະ​ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ກາຍເປັນ​ປະເທດ​ທີ່​ຍິ່ງໃຫຍ່. 21ແຕ່​ເຮົາ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ກັບ​ອີຊາກ ລູກຊາຍ​ຂອງ​ເຈົ້າ ຜູ້​ທີ່​ຈະ​ເກີດ​ຈາກ​ຊາຣາ​ໃນ​ທ້າຍ​ປີ​ໜ້າ​ລະຫວ່າງ​ລະດູ​ນີ້.” 22ເມື່ອ​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ​ແລ້ວໆ ພຣະອົງ​ກໍ​ຈາກ​ເພິ່ນ​ໄປ.
23ເພື່ອ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໄວ້​ໃນ​ມື້​ດຽວກັນ​ນັ້ນ; ອັບຣາຮາມ​ກໍ​ເຮັດ​ພິທີຕັດ​ໃຫ້​ແກ່​ອິດຊະມາເອນ ພ້ອມ​ທັງ​ຄົນ​ຮັບໃຊ້​ທຸກໆ​ຄົນ​ກັບ​ຜູ້​ທີ່​ເກີດ​ໃນ​ເຮືອນ ແລະ​ຜູ້​ທີ່​ໄດ້​ຖືກ​ຊື້​ມາ. 24ອັບຣາຮາມ​ເຮັດ​ພິທີຕັດ ເມື່ອ​ເພິ່ນ​ມີ​ອາຍຸ​ເກົ້າສິບເກົ້າ​ປີ 25ແລະ​ອິດຊະມາເອນ​ກໍ​ເຮັດ​ພິທີຕັດ ເມື່ອ​ລາວ​ອາຍຸ​ສິບສາມ​ປີ. 26ພວກເຂົາ​ທັງສອງ​ເຮັດ​ພິທີຕັດ​ໃນ​ມື້​ດຽວກັນ 27ຮ່ວມ​ກັບ​ພວກ​ຄົນ​ຮັບໃຊ້​ທຸກຄົນ​ຂອງ​ອັບຣາຮາມ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in