ປະຖົມມະການ 24
24
ອັບຣາຮາມຫາເມຍໃຫ້ອີຊາກ
1ມາບັດນີ້ ອັບຣາຮາມກໍເຖົ້າແກ່ແລະມີອາຍຸສູງຫລາຍແລ້ວ; ແລະພຣະເຈົ້າຢາເວໄດ້ອວຍພອນວຽກງານທຸກຢ່າງທີ່ເພິ່ນໄດ້ເຮັດ. 2ເພິ່ນເວົ້າກັບຄົນຮັບໃຊ້ຜູ້ອາວຸໂສ ທີ່ຮັບຜິດຊອບຊັບສົມບັດທັງໝົດຂອງຕົນວ່າ, “ຈົ່ງວາງມືໃສ່ວ່າງຂາຂອງຂ້ອຍ ແລະສາບານສາ. 3ຂ້ອຍຢາກໃຫ້ເຈົ້າສາບານໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນແລະແຜ່ນດິນໂລກວ່າ, ເຈົ້າຈະບໍ່ຫາເມຍທີ່ການາອານນີ້ໃຫ້ລູກຊາຍຂອງຂ້ອຍ. 4ແຕ່ຈະໃຫ້ເຈົ້າກັບໄປທີ່ບ້ານເກີດເມືອງນອນຂອງຂ້ອຍ ແລະຊອກຫາເມຍໃຫ້ອີຊາກໃນທ່າມກາງພວກຍາດຕິພີ່ນ້ອງຂອງຂ້ອຍ.”
5ແຕ່ຄົນຮັບໃຊ້ຖາມວ່າ, “ຈະເຮັດແນວໃດ ເມື່ອຜູ້ຍິງບໍ່ຍອມຈາກບ້ານມາຢູ່ນຳເຮົາທີ່ດິນແດນນີ້? ຈະໃຫ້ຂ້ານ້ອຍພາລູກຊາຍຂອງທ່ານໄປຢູ່ພຸ້ນບໍ?”
6ອັບຣາຮາມຕອບວ່າ, “ບໍ່, ຢ່າພາລູກຊາຍຂອງຂ້ອຍກັບໄປທີ່ນັ້ນເດັດຂາດ 7ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນ ໄດ້ນຳພາຂ້ອຍໜີຈາກເຮືອນພໍ່ ແລະບ້ານເກີດເມືອງນອນຕະຫລອດທັງຍາດຕິພີ່ນ້ອງຂອງຂ້ອຍມາຢູ່ໃນດິນຕອນນີ້ ຊຶ່ງພຣະອົງໄດ້ສັນຍາຢ່າງໜັກແໜ້ນວ່າຈະມອບໃຫ້ແກ່ເຊື້ອສາຍຂອງຂ້ອຍ. ພຣະອົງຈະໃຊ້ເທວະດາຂອງພຣະອົງນຳໜ້າໄປ ເພື່ອເຈົ້າຈະຫາເມຍທີ່ນັ້ນ ໃຫ້ລູກຊາຍຂອງຂ້ອຍໄດ້. 8ຖ້າຍິງນັ້ນບໍ່ຍອມມາກັບເຈົ້າ ເຈົ້າກໍຫວິດຈາກຄຳສາບານ. ແຕ່ເຈົ້າຢ່າພາລູກຊາຍຂອງຂ້ອຍກັບໄປທີ່ນັ້ນເດັດຂາດ.” 9ສະນັ້ນ ຄົນຮັບໃຊ້ຈຶ່ງວາງມືໃສ່ຫວ່າງຂາອັບຣາຮາມຜູ້ເປັນນາຍຂອງຕົນ ແລະສາບານວ່າຕົນຈະເຮັດທຸກສິ່ງຕາມທີ່ເພິ່ນໄດ້ຂໍຮ້ອງ.
10ຄົນຮັບໃຊ້ຜູ້ທີ່ຮັບຜິດຊອບຊັບສົມບັດທັງໝົດຂອງອັບຣາຮາມ ໄດ້ເອົາອູດຂອງນາຍສິບໂຕອອກເດີນທາງ ພ້ອມທັງຂອງຂວັນທີ່ມີຄ່າຫລາຍຢ່າງ; ລາວມຸ່ງໜ້າໄປສູ່ເມືອງທີ່ນາໂຮອາໄສຢູ່ ທາງທິດເໜືອຂອງເມໂຊໂປຕາເມຍ. 11ລາວມາຮອດເມືອງນີ້ພໍດີເປັນເວລາແລງ. ລາວຈຶ່ງໃຫ້ໂຕອູດຄຸເຂົ່າລົງທີ່ບໍລິເວນນໍ້າສ້າງນອກເມືອງ ຊຶ່ງພວກຜູ້ຍິງເຄີຍອອກມາຕັກນໍ້າ. 12ລາວພາວັນນາອະທິຖານພຣະເຈົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມນາຍຂອງຂ້ານ້ອຍ; ຂໍໂຜດໃຫ້ຂ້ານ້ອຍເຮັດສຳເລັດໜ້າທີ່ໃນມື້ນີ້ດ້ວຍ ແລະຂໍໂຜດຮັກສາພັນທະສັນຍາຂອງພຣະອົງ ທີ່ມີຕໍ່ນາຍຂອງຂ້ານ້ອຍດ້ວຍເທີ້ນ. 13ຂ້ານ້ອຍກຳລັງຢູ່ແຄມນໍ້າສ້າງນີ້ ຄືບ່ອນທີ່ບັນດາຍິງສາວຊາວເມືອງກຳລັງອອກມາຕັກນໍ້າ. 14ຂ້ານ້ອຍຈະເວົ້າກັບຍິງຜູ້ໜຶ່ງວ່າ, ‘ກະລຸນາປົງໄຫຂອງເຈົ້າລົງ ແລະໃຫ້ຂ້ອຍດື່ມນໍ້າຈາກໄຫຂອງເຈົ້າແດ່.’ ຖ້ານາງຕອບວ່າ, ‘ເຊີນດື່ມແມ ແລະຫລານຈະເອົາໃຫ້ຝູງອູດຂອງລຸງກິນນຳດ້ວຍ’ ຂໍໃຫ້ຍິງສາວຜູ້ນັ້ນເປັນຜູ້ທີ່ພຣະອົງຊົງເລືອກໄວ້ໃຫ້ເປັນເມຍອີຊາກ ຜູ້ຮັບໃຊ້ຂອງພຣະອົງທ້ອນ. ຖ້າເປັນເຊັ່ນນີ້ ຂ້ານ້ອຍຈະຮູ້ໄດ້ວ່າພຣະອົງຮັກສາພັນທະສັນຍາ ທີ່ພຣະອົງມີຕໍ່ນາຍຂອງຂ້ານ້ອຍ.”
15ກ່ອນຄຳພາວັນນາອະທິຖານຂອງລາວຈົບລົງ ນາງເຣເບກາກໍແບກໄຫນໍ້າຍ່າງມາທີ່ນໍ້າສ້າງ. ນາງເປັນລູກສາວຂອງເບທູເອນ. ເບທູເອນເປັນລູກຊາຍຂອງນາງມີລະກາ ເມຍຂອງນາໂຮຜູ້ທີ່ເປັນນ້ອງຊາຍຂອງອັບຣາຮາມ. 16ນາງເປັນສາວບໍຣິສຸດແລະຮູບຮ່າງໜ້າຕາງາມຫລາຍ. ນາງລົງມາທີ່ນໍ້າສ້າງຕັກນໍ້າຈົນເຕັມໄຫແລະກຳລັງຈະກັບຄືນເມືອ. 17ແຕ່ຄົນຮັບໃຊ້ຂອງອັບຣາຮາມຟ້າວແລ່ນໄປຫານາງ ແລະເວົ້າວ່າ, “ຂ້ອຍຂໍດື່ມນໍ້າຈາກໄຫຂອງເຈົ້າແດ່.”
18ນາງຕອບວ່າ “ເຊີນໂລດລຸງ” ນາງປົງໄຫນໍ້າລົງຈາກບ່າແລະເອົານໍ້າໃຫ້ລາວດື່ມ. 19ຫລັງຈາກລາວອີ່ມແລ້ວ ນາງຈຶ່ງເວົ້າວ່າ “ຫລານຈະຕັກນໍ້າໃຫ້ໂຕອູດຂອງລຸງກິນຄືກັນ ແລະໃຫ້ກິນອີ່ມໝົດທຸກໂຕ.” 20ນາງຖອກນໍ້າໃນໄຫໃສ່ຮາງ ແລະຟ້າວແລ່ນໄປຕັກມາຖອກໃສ່ອີກ ຈົນອູດທຸກໂຕກິນອີ່ມ. 21ຊາຍຄົນນັ້ນຢືນເບິ່ງນາງຢ່າງງຽບໆເພື່ອຢາກຈະຮູ້ວ່າ ພຣະເຈົ້າຢາເວໄດ້ໃຫ້ຄວາມສຳເລັດແກ່ຕົນຫລືບໍ່.
22ເມື່ອນາງເອົານໍ້າໃຫ້ອູດກິນອີ່ມໝົດທຸກໂຕແລ້ວ ຄົນຮັບໃຊ້ຂອງອັບຣາຮາມກໍເອົາແຫວນຄຳລາຄາແພງປະດັບທີ່ດັງຂອງນາງ ແລະເອົາປອກແຂນຄຳຄູ່ໜຶ່ງໃສ່ໃຫ້ນາງ. 23ລາວເວົ້າວ່າ, “ບອກຂ້ອຍແດ່ໄດ້ບໍວ່າ ພໍ່ຂອງເຈົ້າແມ່ນໃຜ? ໃນເຮືອນຂອງພໍ່ເຈົ້າມີບ່ອນນອນພັກ ສຳລັບຄົນຂອງຂ້ອຍແລະຂ້ອຍເອງແດ່ບໍ?”
24ນາງຕອບວ່າ, “ຫລານເປັນລູກສາວຂອງເບທູເອນ. ພໍ່ຂອງຫລານເປັນລູກຊາຍຂອງນາໂຮແລະມີລະກາ. 25ຢູ່ບ້ານຂອງພວກເຮົາມີເຟືອງແລະຫຍ້າຢ່າງຫລວງຫລາຍສຳລັບສັດ ແລະມີບ່ອນນອນພັກສຳລັບລຸງດ້ວຍ.”
26ເມື່ອໄດ້ຍິນນາງເວົ້າຢ່າງນັ້ນ ຄົນຮັບໃຊ້ຂອງອັບຣາຮາມຈຶ່ງຂາບລົງນະມັດສະການພຣະເຈົ້າຢາເວ. 27ລາວເວົ້າວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມນາຍຂອງຂ້ານ້ອຍ; ພຣະອົງຮັກສາຄຳສັນຍາທີ່ມີຕໍ່ນາຍຂອງຂ້ານ້ອຍຢ່າງສັດຊື່. ພຣະເຈົ້າຢາເວໄດ້ນຳພາຂ້ານ້ອຍມາເຖິງບ້ານຍາດຕິພີ່ນ້ອງຂອງເພິ່ນ.”
28ຍິງສາວຈຶ່ງຟ້າວແລ່ນເມືອຫາແມ່ຢູ່ເຮືອນ ແລະເລົ່າເລື່ອງທັງໝົດສູ່ຟັງ. 29ເມື່ອລາບານອ້າຍຂອງເຣເບກາເຫັນແຫວນຄຳປະດັບດັງ; ແລະສາຍແຂນຄຳທີ່ແຂນຂອງນ້ອງສາວຂອງຕົນ ທັງໄດ້ຍິນເລື່ອງທີ່ນ້ອງສາວເວົ້າເຖິງຊາຍຄົນນັ້ນສູ່ແມ່ຟັງ; 30ລາວຈຶ່ງຟ້າວແລ່ນອອກໄປພົບຄົນຮັບໃຊ້ຂອງອັບຣາຮາມ ທີ່ຢືນລໍຖ້າຢູ່ກັບຝູງອູດໃກ້ນໍ້າສ້າງ 31ແລະເວົ້າວ່າ “ທ່ານຜູ້ມີພຣະພອນເອີຍ ເຊີນໄປທີ່ເຮືອນຂອງຂ້ານ້ອຍເທີ້ນ. ເປັນຫຍັງຈຶ່ງຢືນຢູ່ທີ່ນີ້? ຢູ່ທີ່ເຮືອນຂອງຂ້ານ້ອຍມີບ່ອນສຳລັບທ່ານແລະມີທີ່ພັກສຳລັບໂຕອູດຂອງທ່ານດ້ວຍ.”
32ສະນັ້ນ ຄົນຮັບໃຊ້ຂອງອັບຣາຮາມຈຶ່ງໄປທີ່ເຮືອນ ແລະລາບານໄດ້ຂົນເຄື່ອງລົງຈາກຫລັງອູດ, ເອົາເຟືອງກັບຫຍ້າໃຫ້ອູດກິນ, ແລ້ວລາວກໍເອົານໍ້າໃຫ້ຄົນຮັບໃຊ້ຂອງອັບຣາຮາມແລະຄົນທີ່ມານຳລາວລ້າງຕີນ. 33ແລ້ວຈຶ່ງຈັດອາຫານມາຕ້ອນຮັບລາວ. ແຕ່ລາວໄດ້ເວົ້າວ່າ, “ຂ້ອຍຈະບໍ່ກິນຈົນກວ່າຂ້ອຍຈະໄດ້ເວົ້າເຖິງສິ່ງທີ່ຂ້ອຍໄດ້ຮັບມອບໝາຍມານັ້ນໃຫ້ທ່ານຟັງສາກ່ອນ.”
ລາບານເວົ້າວ່າ “ເຊີນເວົ້າມາເທາະ.”
34ລາວຈຶ່ງເລີ່ມເວົ້າວ່າ “ຂ້ອຍເປັນຄົນຮັບໃຊ້ຂອງອັບຣາຮາມ. 35ພຣະເຈົ້າຢາເວໄດ້ອວຍພອນນາຍຂອງຂ້ອຍຢ່າງຫລວງຫລາຍ. ສະນັ້ນ ເພິ່ນຈຶ່ງກາຍເປັນຄົນຮັ່ງມີ. ພຣະອົງໂຜດໃຫ້ເພິ່ນມີຝູງແກະ, ຝູງແບ້, ຝູງງົວ, ຝູງລໍ ແລະຝູງອູດ ທັງມີເງິນຄຳແລະຄົນຮັບໃຊ້ຊາຍຍິງຢ່າງຫຼວງຫລາຍ. 36ນາງຊາຣາເມຍຂອງນາຍຂ້ອຍມີລູກຊາຍຜູ້ໜຶ່ງ ເມື່ອເວລາເພິ່ນເຖົ້າແກ່ແລ້ວ ແລະນາຍຂອງຂ້ອຍໄດ້ມອບຊັບສົມບັດທັງໝົດໃຫ້ລາວ. 37ເພິ່ນໃຫ້ຂ້ອຍເຮັດຕາມຄຳສັ່ງຂອງເພິ່ນ ໂດຍເພິ່ນເວົ້າວ່າ, ‘ເຈົ້າຢ່າເອົາຍິງສາວຊາວການາອານ ມາເປັນເມຍລູກຊາຍຂອງຂ້ອຍ. 38ແຕ່ໃຫ້ໄປຫາຄົນຈາກຄອບຄົວຂອງພໍ່ຂ້ອຍ ແລະຍາດຕິພີ່ນ້ອງຂອງຂ້ອຍ ໃຫ້ມາເປັນເມຍລູກຊາຍຂອງຂ້ອຍ.’ 39ຂ້ອຍເວົ້າກັບເພິ່ນວ່າ, ‘ຈະເຮັດແນວໃດຖ້າຍິງສາວຄົນນັ້ນບໍ່ມານຳ.’ 40ເພິ່ນຕອບຂ້ອຍວ່າ, ‘ພຣະເຈົ້າຢາເວ ອົງທີ່ຂ້ອຍເຊື່ອຟັງຕະຫລອດມານັ້ນ ຈະສົ່ງເທວະດາຂອງພຣະອົງໄປກັບເຈົ້າ ແລະພຣະອົງຈະໃຫ້ເຈົ້າເຮັດສຳເລັດໜ້າທີ່. ເຈົ້າຈະໄດ້ຍິງສາວຜູ້ໜຶ່ງຈາກຄອບຄົວຍາດຕິພີ່ນ້ອງຂອງພໍ່ຂ້ອຍ ມາໃຫ້ອີຊາກ. 41ມີວິທີດຽວເທົ່ານັ້ນທີ່ເຈົ້າຈະຫວິດຈາກຄຳສາບານຄື: ຖ້າເຈົ້າໄປຫາຍາດຕິພີ່ນ້ອງໃນຄອບຄົວຂອງຂ້ອຍແລ້ວແລະພວກເຂົາປະຕິເສດ ເຈົ້າກໍຫວິດຈາກຄຳສາບານນີ້.’
42ເມື່ອເດີນທາງມາຮອດນໍ້າສ້າງໃນມື້ນີ້ ຂ້ອຍຈຶ່ງພາວັນນາອະທິຖານວ່າ, ‘ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມນາຍຂອງຂ້ານ້ອຍ ໂຜດໃຫ້ຂ້ານ້ອຍເຮັດສຳເລັດໜ້າທີ່ດ້ວຍ. 43ເວລານີ້ຂ້ານ້ອຍກຳລັງຢືນຢູ່ໃກ້ນໍ້າສ້າງ. ເມື່ອຍິງສາວຄົນໜຶ່ງມາຕັກນໍ້າ ຂ້ານ້ອຍຈະເວົ້າກັບນາງວ່າ ຂ້ານ້ອຍຂໍດື່ມນໍ້າຈາກໄຫຂອງນາງ. 44ຖ້ານາງຕອບວ່າເຊີນດື່ມແມ ແລະນາງເອົານໍ້າໃຫ້ຝູງອູດຂອງຂ້ານ້ອຍກິນດ້ວຍ ກໍຂໍໃຫ້ຍິງສາວຄົນນັ້ນ ເປັນຜູ້ທີ່ພຣະເຈົ້າຢາເວໄດ້ຊົງເລືອກໄວ້ໃຫ້ເປັນເມຍລູກຊາຍຂອງນາຍຂ້ານ້ອຍ.’ 45ກ່ອນຂ້ອຍພາວັນນາອະທິຖານຢ່າງງຽບໆຈົບລົງ ຂ້ອຍກໍເຫັນນາງເຣເບກາແບກໄຫລົງມາຕັກນໍ້າ. ຂ້ອຍເວົ້າກັບນາງວ່າ, ‘ຂ້ອຍຂໍດື່ມນໍ້າແດ່.’ 46ນາງຈຶ່ງຟ້າວປົງໄຫລົງຈາກບ່າ ແລະເວົ້າວ່າ, ‘ເຊີນດື່ມແມ ແລະຫລານຈະເອົາໃຫ້ຝູງອູດຂອງລຸງກິນນຳດ້ວຍ.’ ດັ່ງນັ້ນ ຂ້ອຍຈຶ່ງດື່ມນໍ້າ ແລະນາງໄດ້ຕັກນໍ້າໃຫ້ຝູງອູດກິນດ້ວຍ. 47ຂ້ອຍຖາມນາງວ່າ, ‘ພໍ່ຂອງຫລານແມ່ນໃຜ?’ ແລະນາງຕອບວ່າ, ‘ພໍ່ຂອງຫລານແມ່ນເບທູເອນ ລູກຊາຍຂອງນາໂຮແລະມີລະກາ.’ ດັ່ງນັ້ນ ຂ້ອຍຈຶ່ງເອົາແຫວນຄຳປະດັບທີ່ດັງຂອງນາງ ແລະເອົາສາຍແຂນໃສ່ໃຫ້ນາງ. 48ແລ້ວຂ້ອຍກໍຂາບລົງນະມັດສະການພຣະເຈົ້າຢາເວ ແລະສັນລະເສີນພຣະເຈົ້າຢາເວພຣະເຈົ້າຂອງອັບຣາຮາມນາຍຂອງຂ້ອຍ ທີ່ພຣະອົງໄດ້ນຳຂ້ອຍມາສູ່ຍາດຕິພີ່ນ້ອງຂອງນາຍຂ້ອຍ ຄືບ່ອນທີ່ຂ້ອຍໄດ້ພົບລູກສາວຂອງເພິ່ນສຳລັບລູກຊາຍຂອງຜູ້ເປັນນາຍຂ້ອຍ. 49ມາບັດນີ້ ຖ້າພວກເຈົ້າຈະສະແດງຄວາມເມດຕາ ແລະຄວາມສັດຊື່ຕໍ່ນາຍຂອງຂ້ອຍແລະຈິງໃຈຕໍ່ເພິ່ນ ຈົ່ງບອກໃຫ້ຂ້ອຍຮູ້ ຫລືຖ້າເປັນໄປບໍ່ໄດ້ກໍໃຫ້ບອກມາ ແລະຂ້ອຍຈະຕັດສິນໃຈໄດ້ວ່າ ຄວນຈະເຮັດແນວໃດໃນຂັ້ນຕໍ່ໄປ.”
50ເບທູເອນແລະລາບານຈຶ່ງຕອບວ່າ “ເມື່ອເລື່ອງນີ້ເປັນຄວາມປະສົງຂອງພຣະເຈົ້າຢາເວແລ້ວ ບໍ່ແມ່ນພວກເຮົາທີ່ຈະຕັດສິນໃຈແນວໃດແນວໜຶ່ງໄດ້. 51ນາງເຣເບກາກໍຢູ່ໃນທີ່ນີ້ ຈົ່ງເອົານາງໄປເປັນເມຍລູກຊາຍຂອງນາຍເຈົ້າ ຕາມທີ່ພຣະເຈົ້າຢາເວກ່າວໄວ້ສາ.” 52ເມື່ອຄົນຮັບໃຊ້ຂອງອັບຣາຮາມໄດ້ຍິນເຊັ່ນນັ້ນ ລາວຈຶ່ງຂາບລົງນະມັດສະການພຣະເຈົ້າຢາເວ. 53ແລ້ວລາວກໍເອົາເສື້ອຜ້າກັບເຄື່ອງເອ້ເປັນເງິນເປັນຄຳອອກມາ ແລະມອບໃຫ້ນາງເຣເບກາ. ລາວຍັງເອົາຂອງຂວັນລາຄາແພງໃຫ້ແມ່ແລະອ້າຍຂອງນາງເຣເບກາດ້ວຍ.
54ແລ້ວຄົນຮັບໃຊ້ຂອງອັບຣາຮາມແລະຄົນທີ່ມາກັບລາວ ກໍພາກັນຮັບປະທານອາຫານແລະພັກນອນຢູ່ທີ່ນັ້ນ. ເມື່ອພວກເຂົາຕື່ນຂຶ້ນມາໃນຕອນເຊົ້າ ຄົນຮັບໃຊ້ຂອງອັບຣາຮາມຈຶ່ງເວົ້າວ່າ, “ຈົ່ງໃຫ້ຂ້ອຍກັບເມືອຫານາຍຂອງຂ້ອຍສາ.”
55ແຕ່ແມ່ແລະອ້າຍຂອງເຣເບກາໄດ້ເວົ້າວ່າ, “ຂໍໃຫ້ນາງຢູ່ກັບພວກເຮົາຈັກອາທິດໜຶ່ງຫລືສິບມື້ກ່ອນ ຈຶ່ງຄ່ອຍໄປບໍ່ໄດ້ບໍ?”
56ແຕ່ລາວຕອບວ່າ, “ຢ່າໜ່ວງໜ່ຽວຂ້ອຍໄວ້ເທາະ ພຣະເຈົ້າຢາເວໄດ້ໃຫ້ຂ້ອຍເຮັດສຳເລັດໜ້າທີ່ແລ້ວ ຈົ່ງໃຫ້ຂ້ອຍກັບເມືອຫານາຍສາ.”
57ພວກເຂົາຕອບວ່າ “ຖ້າດັ່ງນັ້ນ ໃຫ້ເອີ້ນນາງເຣເບກາມາຖາມເບິ່ງ ແລະນາງຈະວ່າຢ່າງໃດ?”
58ດັ່ງນັ້ນ ພວກເຂົາຈຶ່ງເອີ້ນນາງເຣເບກາມາ ແລະຖາມວ່າ “ເຈົ້າຈະໄປກັບເພິ່ນບໍ?”
ນາງຕອບວ່າ, “ໂດຍ ລູກຈະໄປ.”
59ດ້ວຍເຫດນີ້ ພວກເຂົາຈຶ່ງມອບນາງເຣເບກາພ້ອມດ້ວຍເອື້ອຍລ້ຽງ ໃຫ້ໄປກັບຄົນຮັບໃຊ້ຂອງອັບຣາຮາມແລະຄົນຂອງລາວ. 60ກ່ອນຈະຈາກໄປ ພວກເຂົາໄດ້ອວຍພອນນາງເຣເບກາດ້ວຍຖ້ອຍຄຳດັ່ງນີ້:
“ນ້ອງເອີຍ ຂໍໃຫ້ເຈົ້າເປັນແມ່
ຂອງຄົນຫລາຍແສນ;
ຂໍໃຫ້ແມ່ນເຊື້ອສາຍຂອງເຈົ້າ
ທີ່ຊະນະສັດຕູຕາມເມືອງຕ່າງໆ.”
61ແລ້ວເຣເບກາ ແລະເອື້ອຍລ້ຽງຈຶ່ງຂີ່ອູດ ອອກເດີນທາງໄປກັບຄົນຮັບໃຊ້ຂອງອັບຣາຮາມ.
62ອີຊາກໄດ້ມາຈາກນໍ້າສ້າງລາໄຮຣອຍ ເພາະເພິ່ນເປັນຄົນທີ່ອາໄສຢູ່ທາງພາກໃຕ້. 63ໃນຕອນແລງຂອງມື້ນັ້ນ ເພິ່ນອອກໄປຍ່າງຫລິ້ນໃນທົ່ງນາ ແລະເຫັນຂະບວນອູດກຳລັງມາ. 64ເມື່ອເຣເບກາເຫັນອີຊາກ ນາງກໍລົງຈາກຫລັງອູດ 65ແລະຖາມຄົນຮັບໃຊ້ຂອງອັບຣາຮາມວ່າ, “ຜູ້ທີ່ກຳລັງຍ່າງຜ່ານທົ່ງນາ ມາຫາພວກເຮົານັ້ນແມ່ນໃຜ?”
ລາວຈຶ່ງຕອບນາງວ່າ, “ແມ່ນນາຍຂອງຂ້ອຍ.” ດັ່ງນັ້ນ ນາງຈຶ່ງເອົາຜ້າອັດໜ້າໄວ້.
66ຄົນຮັບໃຊ້ຈຶ່ງເລົ່າສູ່ອີຊາກຟັງທຸກໆສິ່ງທີ່ຕົນໄດ້ເຮັດມາ. 67ແລ້ວອີຊາກກໍພານາງເຣເບກາເຂົ້າໄປໃນເຕັນ ບ່ອນທີ່ຊາຣາແມ່ຂອງຕົນເຄີຍຢູ່ແລະເອົານາງເປັນເມຍ ອີຊາກຮັກນາງເຣເບກາ ດັ່ງນັ້ນ ນາງຈຶ່ງເປັນຜູ້ເລົ້າໂລມໃຈຂອງອີຊາກ ຫລັງຈາກລາວໄດ້ສູນເສຍແມ່ຜູ້ເປັນທີ່ຮັກຂອງຕົນ.
Currently Selected:
ປະຖົມມະການ 24: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: