YouVersion Logo
Search Icon

ປະຖົມມະການ 26

26
ອີຊາກ​ໄປ​ອາໄສ​ຢູ່​ເມືອງ​ເກຣາກ
1ຢູ່​ຕໍ່ມາ ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ປະເທດ​ຊຶ່ງ​ການ​ອຶດຢາກ​ເຊັ່ນນີ້ ເຄີຍ​ມີ​ມາ​ແລ້ວ​ໃນ​ສະໄໝ​ຂອງ​ອັບຣາຮາມ. ອີຊາກ​ຈຶ່ງ​ໄປ​ຫາ​ເຈົ້າ​ອາບີເມເຫຼັກ ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເກຣາກ. 2ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອີຊາກ ແລະ​ບອກ​ເພິ່ນ​ວ່າ, “ຢ່າ​ໄປ​ປະເທດ​ເອຢິບ; ຈົ່ງ​ຢູ່​ໃນ​ດິນແດນ​ນີ້​ຊຶ່ງ​ເປັນ​ບ່ອນ​ທີ່​ເຮົາ​ບອກ​ເຈົ້າ​ຢູ່. 3 ໃນ​ທີ່​ນີ້ ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ອວຍພອນ​ເຈົ້າ. ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ຄຳ​ສາບານ ຊຶ່ງ​ເຮົາ​ໄດ້​ປະຕິຍານ​ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້າ​ສຳເລັດ. 4ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ. ຊົນຊາດ​ທັງປວງ​ຈະ​ໄດ້​ຮັບ​ພຣະພອນ​ຜ່ານ​ທາງ​ເຊື້ອສາຍ​ຂອງ​ເຈົ້າ. 5ເຮົາ​ຈະ​ອວຍພອນ​ເຈົ້າ ເພາະ​ອັບຣາຮາມ​ເຊື່ອຟັງ​ເຮົາ ໂດຍ​ໄດ້​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ.”
6ດັ່ງນັ້ນ ອີຊາກ​ຈຶ່ງ​ອາໄສ​ຢູ່​ທີ່​ເມືອງ​ເກຣາກ. 7ເມື່ອ​ຜູ້ຊາຍ​ຊາວ​ເມືອງ​ຖາມ​ກ່ຽວກັບ​ເມຍ​ຂອງ​ເພິ່ນ ເພິ່ນ​ກໍ​ຕອບ​ພວກເຂົາ​ວ່າ ນາງ​ເປັນ​ນ້ອງສາວ. ເພິ່ນ​ບໍ່​ກ້າ​ເວົ້າ​ວ່າ​ນາງ​ເປັນ​ເມຍ​ຂອງຕົນ ເພາະ​ຢ້ານ​ພວກ​ຜູ້ຊາຍ​ຊາວ​ເມືອງ​ນີ້​ຂ້າ​ເພິ່ນ ແລະ​ເອົາ​ນາງ​ເຣເບກາ​ຜູ້​ເປັນ​ຍິງ​ສວຍງາມ​ນີ້​ໄປ. 8ເມື່ອ​ອີຊາກ​ອາໄສ​ຢູ່​ໃນ​ເມືອງ​ນີ້​ຊົ່ວ​ໄລຍະ​ໜຶ່ງ​ແລ້ວ ເຈົ້າ​ອາບີເມເຫຼັກ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ຫລຽວ​ລົງ​ມາ​ຈາກ​ປ່ອງຢ້ຽມ ແລະ​ເຫັນ​ອີຊາກ​ກຳລັງ​ກອດ​ນາງ​ເຣເບກາ​ເມຍ​ຂອງຕົນ​ຢູ່. 9ເຈົ້າ​ອາບີເມເຫຼັກ​ຈຶ່ງ​ເອີ້ນ​ອີຊາກ​ມາ ແລະ​ເວົ້າ​ວ່າ, “ເບິ່ງດູ ນາງ​ເປັນ​ເມຍ​ຂອງ​ເຈົ້າ​ແທ້ ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ​ນາງ​ເປັນ​ນ້ອງສາວ?”
ອີຊາກ​ຈຶ່ງ​ຕອບ​ວ່າ, “ເພາະ​ຂ້ານ້ອຍ​ຢ້ານ​ຖືກ​ຂ້າ ຖ້າ​ເວົ້າ​ວ່າ​ນາງ​ເປັນ​ເມຍ.”
10ເຈົ້າ​ອາບີເມເຫຼັກ​ເວົ້າ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ດັ່ງນີ້? ຄົນ​ຂອງເຮົາ​ບາງຄົນ​ອາດ​ນອນ​ນຳ​ເມຍ​ຂອງ​ເຈົ້າ​ກໍໄດ້ ແລະ​ເຈົ້າ​ຕ້ອງ​ຮັບຜິດຊອບ​ໃນ​ຄວາມຜິດ​ຂອງ​ພວກເຮົາ.” 11ດັ່ງນັ້ນ ເຈົ້າ​ອາບີເມເຫຼັກ​ຈຶ່ງ​ອອກ​ຄຳສັ່ງ​ເຕືອນ​ປະຊາຊົນ​ໃນ​ເມືອງ​ນັ້ນ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຂົ່ມເຫັງ​ຊາຍ​ຜູ້​ນີ້​ແລະ​ເມຍ​ຂອງ​ລາວ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”
12ອີຊາກ​ເຮັດ​ນາ​ໃນ​ປະເທດ​ນີ້ ແລະ​ໃນ​ປີ​ນັ້ນ​ເອງ ເພິ່ນ​ເກັບກ່ຽວ​ເຂົ້າ​ໄດ້​ຮ້ອຍ​ເທົ່າ​ໃນ​ຈຳນວນ​ເຂົ້າ​ທີ່​ເພາະ​ປູກ ເພາະ​ພຣະເຈົ້າຢາເວ​ອວຍພອນ​ເພິ່ນ. 13ອີຊາກ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແລະ​ກາຍເປັນ​ຄົນ​ຮັ່ງມີ. 14ຍ້ອນ​ເພິ່ນ​ມີ​ຝູງແກະ, ຝູງງົວ ແລະ​ມີ​ຄົນ​ຮັບໃຊ້​ຫລາຍ​ຄົນ ຊາວ​ຟີລິດສະຕິນ​ຈຶ່ງ​ອິດສາ​ເພິ່ນ. 15ສະນັ້ນ ພວກເຂົາ​ຈຶ່ງ​ເອົາ​ຂີ້ດິນ​ຖົມ​ນໍ້າສ້າງ​ທຸກ​ໜ່ວຍ ຊຶ່ງ​ຄົນ​ຮັບໃຊ້​ຂອງ​ພໍ່​ເພິ່ນ​ໄດ້​ຂຸດ​ໃນ​ສະໄໝ​ທີ່​ພໍ່​ຂອງ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່.
16ຕໍ່ມາ ເຈົ້າ​ອາບີເມເຫຼັກ​ໄດ້​ບອກ​ອີຊາກ​ວ່າ, “ຈົ່ງ​ໜີໄປ​ຈາກ​ດິນແດນ​ຂອງເຮົາ. ເຈົ້າ​ມີ​ກຳລັງ​ອຳນາດ​ຫລາຍກວ່າ​ເຮົາ​ແລ້ວ.” 17ດັ່ງນັ້ນ ອີຊາກ​ຈຶ່ງ​ໜີໄປ​ຕັ້ງ​ຄ້າຍພັກ​ຢູ່​ຮ່ອມພູ​ຂອງ​ເມືອງ​ເກຣາກ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ​ຊົ່ວ​ໄລຍະ​ໜຶ່ງ. 18ເພິ່ນ​ຂຸດ​ນໍ້າສ້າງ​ເກົ່າ​ທີ່​ອັບຣາຮາມ ພໍ່​ຂອງຕົນ​ໄດ້​ຂຸດ​ໄວ້​ໃນ​ສະໄໝ​ກ່ອນ ແລະ​ພວກ​ຟີລິດສະຕິນ​ໄດ້​ຖົມ​ນໍ້າສ້າງ​ເຫຼົ່ານັ້ນ ຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ. ອີຊາກ​ເອີ້ນ​ຊື່​ນໍ້າສ້າງ​ທີ່​ຂຸດ​ໃໝ່​ນີ້ ເໝືອນ​ຊື່​ເດີມ​ທີ່​ພໍ່​ຂອງຕົນ​ໄດ້​ເອີ້ນ​ມາ​ແລ້ວ.
19ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ຂຸດ​ນໍ້າສ້າງ​ທີ່​ຮ່ອມພູ ແລະ​ພວກເຂົາ​ໄດ້​ພົບ​ນໍ້າ​ອອກ​ບໍ່. 20ຄົນ​ລ້ຽງສັດ​ຂອງ​ຊາວ​ເມືອງ​ເກຣາກ​ຈຶ່ງ​ມາ​ຖົກຖຽງ​ກັນ​ກັບ​ຄົນ​ລ້ຽງສັດ​ຂອງ​ອີຊາກ​ວ່າ, “ບໍ່ນໍ້າ​ນີ້​ເປັນ​ຂອງ​ພວກເຮົາ.” ດັ່ງນັ້ນ ອີຊາກ​ຈຶ່ງ​ໃສ່​ຊື່​ບໍ່ນໍ້າ​ນີ້​ວ່າ, “ທະເລາະ​ວິວາດ.”
21ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ຂຸດ​ນໍ້າສ້າງ​ອີກ​ໜ່ວຍ​ໜຶ່ງ ໃນ​ບ່ອນ​ນີ້​ກໍ​ມີ​ການ​ຖົກຖຽງ​ກັນ​ຕື່ມ​ອີກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ສັດຕູ.” 22ເພິ່ນ​ຈຶ່ງ​ໜີ​ຈາກ​ທີ່​ນັ້ນ​ແລະ​ໄປ​ຂຸດ​ນໍ້າສ້າງ​ທີ່​ອື່ນ​ອີກ. ໃນ​ທີ່​ນີ້​ບໍ່ມີ​ການ​ຖົກຖຽງ​ກັນ​ເກີດຂຶ້ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ອິດສະລະພາບ.” ເພິ່ນ​ເວົ້າ​ວ່າ, “ບັດນີ້ ພຣະເຈົ້າຢາເວ​ໄດ້​ໃຫ້​ອິດສະລະພາບ​ແກ່​ພວກເຮົາ​ໃນ​ດິນແດນ​ນີ້ ພວກເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ທີ່​ນີ້.”
23ແລ້ວ​ອີຊາກ​ກໍ​ຈາກ​ບ່ອນ​ນີ້​ໄປ​ສູ່​ເບເອນເຊບາ. 24ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ,
“ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ;
ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ.
ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ;
ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”
25ໃນ​ທີ່ນັ້ນ ອີຊາກ​ໄດ້​ສ້າງ​ແທ່ນບູຊາ​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນັ້ນ ແລະ​ຄົນ​ຂອງ​ເພິ່ນ​ກໍ​ຂຸດ​ນໍ້າສ້າງ​ຕື່ມ​ອີກ.
ອີຊາກ​ແລະ​ເຈົ້າ​ອາບີເມເຫຼັກ​ຕົກລົງ​ກັນ
26ເຈົ້າ​ອາບີເມເຫຼັກ​ມາ​ແຕ່​ເມືອງ​ເກຣາກ​ພ້ອມ​ກັບ​ອາຮູຊາດ​ທີ່ປຶກສາ ແລະ​ຟີໂກນ​ແມ່ທັບ​ຂອງຕົນ​ເພື່ອ​ຢ້ຽມຢາມ​ອີຊາກ. 27ອີຊາກ​ຖາມ​ວ່າ, “ທ່ານເອີຍ ດ້ວຍເຫດໃດ​ຈຶ່ງ​ມາ​ຫາ​ຂ້ານ້ອຍ? ໃນ​ເມື່ອ​ທ່ານ​ກຽດຊັງ​ຂ້ານ້ອຍ ແລະ​ຂັບໄລ່​ຂ້ານ້ອຍ​ອອກ​ມາ​ຈາກ​ດິນແດນ​ຂອງທ່ານ.”
28ເຈົ້າ​ອາບີເມເຫຼັກ​ຕອບ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ພວກເຮົາ​ຄິດ​ວ່າ​ເຈົ້າ​ແລະ​ເຮົາ​ຄວນ​ມີ​ການ​ຕົກລົງ​ກັນ​ຢ່າງ​ຈິງໃຈ. 29ພວກເຮົາ​ປະສົງ​ຢາກ​ໃຫ້​ເຈົ້າ​ສັນຍາ​ວ່າ​ຈະ​ບໍ່​ທຳຮ້າຍ​ພວກເຮົາ ດັ່ງ​ທີ່​ພວກເຮົາ​ບໍ່ໄດ້​ທຳຮ້າຍ​ເຈົ້າ. ພວກເຮົາ​ເມດຕາ​ເຈົ້າ​ໂດຍ​ໃຫ້​ເດີນທາງ​ອອກ​ໜີ​ມາ​ຢ່າງ​ສະຫງົບສຸກ. ມາບັດນີ້ ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ອວຍພອນ​ເຈົ້າ.” 30ອີຊາກ​ໄດ້​ຈັດ​ງານກິນລ້ຽງ​ຂຶ້ນ​ເພື່ອ​ຕ້ອນຮັບ​ພວກເພິ່ນ ພວກເພິ່ນ​ພາກັນ​ກິນ​ແລະ​ດື່ມ​ຢ່າງ​ມ່ວນຊື່ນ. 31ໃນ​ຕອນເຊົ້າ​ມືດ​ທັງສອງ​ຝ່າຍ​ຕ່າງ​ກໍ​ສາບານ​ຕໍ່​ກັນແລະກັນ. ອີຊາກ​ໄດ້​ສັ່ງ​ລາ​ພວກເພິ່ນ ແລະ​ພວກເພິ່ນ​ໄດ້​ອຳລາ​ກັບ​ເມືອ​ຢ່າງ​ສັນມິດ​ທີ່​ດີ.
32ໃນ​ມື້​ນັ້ນ​ເອງ ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ມາ​ບອກ​ເຖິງ​ການ​ຂຸດ​ນໍ້າສ້າງ​ວ່າ, “ເຮົາ​ໄດ້​ພົບ​ນໍ້າ.” 33ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ສາບານ” ຊຶ່ງ​ຕໍ່ມາ​ໄດ້​ກາຍເປັນ​ຊື່​ຂອງ​ເມືອງ​ເບເອນເຊບາ.
ເມຍ​ຊາວ​ຕ່າງດ້າວ​ຂອງ​ເອຊາວ
34ເມື່ອ​ເອຊາວ​ອາຍຸ​ໄດ້ 40 ປີ; ເພິ່ນ​ແຕ່ງງານ​ກັບ​ລູກສາວ​ຂອງ​ຊາວ​ຮິດຕີ​ສອງ​ຄົນ​ຄື: ນາງ​ຢູດິດ​ລູກສາວ​ຂອງ​ເບເອຣີ ແລະ​ນາງ​ບາເສມາດ​ລູກສາວ​ຂອງ​ເອໂລນ. 35ລູກໃພ້​ສອງ​ຄົນ​ນີ້​ເຮັດ​ໃຫ້​ອີຊາກ​ແລະ​ນາງ​ເຣເບກາ ບໍ່ມີ​ຄວາມ​ສຸກໃຈ​ເລີຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ປະຖົມມະການ 26