ປະຖົມມະການ 30
30
1ສ່ວນນາງຣາເຊັນບໍ່ມີລູກໃຫ້ຢາໂຄບຈັກຄົນ. ດັ່ງນັ້ນ ນາງຈຶ່ງອິດສາເອື້ອຍຂອງຕົນ ແລະເວົ້າຕໍ່ຢາໂຄບວ່າ, “ເຈົ້າຈະໃຫ້ຂ້ອຍມີລູກ ຫລືຈະໃຫ້ຂ້ອຍຕາຍ.”
2ຢາໂຄບຮ້າຍນາງຣາເຊັນວ່າ, “ຂ້ອຍບໍ່ແມ່ນພຣະເຈົ້າ. ແມ່ນພຣະອົງທີ່ເປັນຜູ້ບໍ່ໃຫ້ເຈົ້າມີລູກ.”
3ນາງຣາເຊັນເວົ້າວ່າ, “ນາງບິນຮາເອື້ອຍລ້ຽງຂອງຂ້ອຍກໍຢູ່ທີ່ນີ້; ໃຫ້ເຈົ້າໄປນອນກັບນາງສາ ເພື່ອວ່າຂ້ອຍຈະໄດ້ເປັນແມ່ຂອງເດັກນ້ອຍທີ່ເກີດຈາກນາງ.” 4ດັ່ງນັ້ນ ຣາເຊັນຈຶ່ງເອົານາງບິນຮາເອື້ອຍລ້ຽງຂອງຕົນໃຫ້ຜົວ ແລະຜົວກໍນອນນຳນາງ. 5ນາງບິນຮາໄດ້ຖືພາແລະເກີດລູກຊາຍຜູ້ໜຶ່ງໃຫ້ຢາໂຄບ. 6ເມື່ອເປັນເຊັ່ນນີ້ຣາເຊັນຈຶ່ງເວົ້າວ່າ, “ພຣະເຈົ້າໄດ້ຕັດສິນເຂົ້າຂ້າງຂ້ອຍສາແລ້ວ. ພຣະອົງໄດ້ຍິນຄຳພາວັນນາອະທິຖານຂອງຂ້ອຍ ຈຶ່ງໃຫ້ຂ້ອຍມີລູກຊາຍ.” ນາງໃສ່ຊື່ໃຫ້ເດັກນ້ອຍນີ້ວ່າ ດານ. 7ນາງບິນຮາຖືພາອີກ ແລະເກີດລູກຊາຍຜູ້ທີສອງໃຫ້ແກ່ຢາໂຄບ. 8ນາງຣາເຊັນເວົ້າວ່າ, “ຂ້ອຍພະຍາຍາມເອົາຊະນະເອື້ອຍຂອງຂ້ອຍ ດ້ວຍການຕໍ່ສູ້ອັນແສນລຳບາກ ແຕ່ຂ້ອຍໄດ້ຊະນະແລ້ວ.” ດັ່ງນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນ້ອຍນີ້ວ່າ ເນັບທາລີ.
9ເມື່ອນາງເລອາເຫັນວ່າ ຕົນບໍ່ມີລູກອີກຈຶ່ງເອົານາງຊີລະປາ ສາວໃຊ້ຂອງຕົນໃຫ້ເປັນເມຍຂອງຢາໂຄບ. 10ແລ້ວນາງຊີລະປາກໍເກີດລູກຊາຍຜູ້ໜຶ່ງໃຫ້ຢາໂຄບ. 11ເລອາຈຶ່ງເວົ້າວ່າ, “ຂ້ອຍຊ່າງໂຊກດີແທ້ໆ.” ສະນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນ້ອຍນີ້ວ່າ ກາດ. 12ນາງຊີລະປາໄດ້ລູກຊາຍຜູ້ໜຶ່ງອີກໃຫ້ຢາໂຄບ 13ນາງເອລາຈຶ່ງເວົ້າວ່າ, “ຂ້ອຍຊ່າງຍິນດີແທ້ໆ ບັດນີ້ພວກຜູ້ຍິງຈະເອີ້ນຂ້ອຍວ່າ, ຜູ້ມີຄວາມຍິນດີ.” ສະນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນ້ອຍນີ້ວ່າ ອາເຊ.
14ພໍເຖິງລະດູກ່ຽວເຂົ້າ ຣູເບັນໄດ້ໄປທ່ຽວຫລິ້ນຕາມທົ່ງນາ. ລາວໄດ້ພົບໝາກເຂືອຊະນິດໜຶ່ງ ຣູເບັນໄດ້ເອົາໝາກເຂືອນັ້ນມາໃຫ້ເລອາແມ່ຂອງຕົນ. ນາງຣາເຊັນເວົ້າກັບເລອາວ່າ, “ຂ້ອຍຂໍໝາກເຂືອຂອງລູກຊາຍເຈົ້າຈັກໜ່ວຍແດ່.”
15ນາງເລອາຈຶ່ງຕອບວ່າ, “ເຈົ້າເອົາຜົວຂອງຂ້ອຍໄປແລ້ວຍັງບໍ່ພຽງພໍບໍ? ບັດນີ້ ເຈົ້າຍັງຈະພະຍາຍາມເອົາໝາກເຂືອລູກຊາຍຂອງຂ້ອຍໄປອີກ.”
ຣາເຊັນເວົ້າວ່າ, “ຖ້າເຈົ້າເອົາໝາກເຂືອໃຫ້ຂ້ອຍ ຄືນນີ້ ຂ້ອຍຈະໃຫ້ຢາໂຄບໄປນອນນຳເຈົ້າ.”
16ຕອນແລງ ເມື່ອຢາໂຄບກັບມາແຕ່ທົ່ງນາ ນາງເລອາກໍຟ້າວແລ່ນອອກໄປຫາ ແລະເວົ້າວ່າ, “ຄືນນີ້ເຈົ້າຕ້ອງມານອນນຳຂ້ອຍ ເພາະຂ້ອຍຊື້ເຈົ້າມາດ້ວຍໝາກເຂືອລູກຊາຍຂອງຂ້ອຍ.” ດັ່ງນັ້ນ ລາວຈຶ່ງສົມສູ່ກັບນາງໃນຄືນມື້ນັ້ນ.
17ພຣະເຈົ້າຕອບຄຳພາວັນນາອະທິຖານຂອງເລອາ ນາງຈຶ່ງຖືພາແລະເກີດລູກຊາຍຜູ້ທີຫ້າ. 18ນາງເວົ້າວ່າ, “ພຣະເຈົ້າໃຫ້ບຳເໜັດແກ່ຂ້ອຍ ຍ້ອນຂ້ອຍໄດ້ເອົາສາວໃຊ້ໃຫ້ຜົວເອົາເປັນເມຍ.” ສະນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນີ້ວ່າ ອິດຊາຄາ. 19ຕໍ່ມານາງເລອາກໍຖືພາອີກແລະເກີດລູກຊາຍຜູ້ທີຫົກໃຫ້ຢາໂຄບ. 20ນາງເວົ້າວ່າ, “ພຣະເຈົ້າໄດ້ໃຫ້ຂອງຂວັນຢ່າງດີແກ່ຂ້ອຍ. ບັດນີ້ຜົວຄົງຈະຮັກຂ້ອຍເພາະຂ້ອຍໄດ້ລູກໃຫ້ລາວຫົກຄົນແລ້ວ.” ສະນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນີ້ວ່າ ເຊບູໂລນ. 21ຕໍ່ມາ ນາງໄດ້ລູກສາວຜູ້ໜຶ່ງຊື່ວ່າ ດີນາ.
22ແລ້ວພຣະເຈົ້າກໍຄິດເຖິງນາງຣາເຊັນ; ພຣະອົງຕອບຄຳພາວັນນາອະທິຖານຂອງນາງແລະໃຫ້ນາງມີລູກ. 23ນາງຈຶ່ງຖືພາແລະເກີດລູກຊາຍຜູ້ໜຶ່ງ. ນາງເວົ້າວ່າ, “ພຣະເຈົ້າອະໄພໂທດໃຫ້ຂ້ອຍແລ້ວ ໂດຍໂຜດໃຫ້ຂ້ອຍມີລູກ. 24ຂໍພຣະເຈົ້າຢາເວໂຜດໃຫ້ຂ້ອຍ ມີລູກຊາຍຜູ້ໃໝ່ອີກແດ່ທ້ອນ.” ສະນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນັ້ນວ່າ ໂຢເຊັບ.
ຢາໂຄບຕໍ່ລອງກັບລາບານ
25ຫລັງຈາກໂຢເຊັບເກີດແລ້ວ ຢາໂຄບໄດ້ເວົ້າຕໍ່ລາບານວ່າ, “ຈົ່ງອະນຸຍາດໃຫ້ຫລານກັບເມືອບ້ານສາ. 26ຂໍມອບເມຍກັບລູກທີ່ຫລານໄດ້ມາ ດ້ວຍການເຮັດວຽກສຳລັບລູງນັ້ນໃຫ້ຫລານ ແລະຫລານກໍຈະອຳລາລູງກັບເມືອ. ລູງກໍຮູ້ດີແລ້ວວ່າຫລານໄດ້ເຮັດວຽກໃຫ້ລູງດີພຽງໃດ.”
27ແຕ່ລາບານຕອບວ່າ, “ລູງຂໍເວົ້າຢ່າງນີ້ ຄື: ລູງໄດ້ຮຽນຮູ້ຈາກການເດົາວ່າ ພຣະເຈົ້າຢາເວໄດ້ອວຍພອນລຸງກໍຍ້ອນຫລານ. 28ຈົ່ງບອກຄ່າຈ້າງທີ່ຫລານຕ້ອງການມາ ແລະລູງຈະຈ່າຍໃຫ້.”
29ຢາໂຄບຕອບລາບານວ່າ, “ລູງກໍຮູ້ດີວ່າຫລານໄດ້ເຮັດວຽກໃຫ້ລູງຢ່າງໃດ ແລະຝູງສັດຂອງລູງໄດ້ອອກແມ່ແຜ່ລູກຫລາຍສໍ່າໃດ. 30ກ່ອນຫລານມາ ລູງມີສັດແຕ່ໜ້ອຍດຽວ. ແຕ່ມາບັດນີ້ ລູງມີຝູງສັດຈຳນວນຫລວງຫລາຍ ແລະພຣະເຈົ້າຢາເວໄດ້ອວຍພອນລູງກໍເພາະຫລານ. ບັດນີ້ ເຖິງເວລາແລ້ວທີ່ຫລານຈະມີຝູງສັດເປັນຂອງຕົນເອງ.”
31ລາບານຖາມວ່າ, “ຖ້າດັ່ງນັ້ນ ຈະໃຫ້ລູງຈ່າຍຄ່າຈ້າງຫລານເທົ່າໃດ?”
ຢາໂຄບຕອບວ່າ, “ຫລານບໍ່ຕ້ອງການຄ່າຈ້າງຫຍັງໝົດ. ຫລານຈະສືບຕໍ່ລ້ຽງສັດໃຫ້ລູງອີກ ຖ້າລູງຕົກລົງຕາມຄຳສະເໜີຂອງຫລານຄື: 32ມື້ນີ້ຫລານຈະໄປກວດເບິ່ງຝູງສັດທັງໝົດ ແລະແຍກລູກແກະສີດຳ ແບ້ສີກ່ານແລະມີຈຸດດ່າງດາວທຸກໆໂຕອອກຈາກຝູງ. ສັດເຫຼົ່ານີ້ແຫຼະ ຈະເປັນຄ່າຈ້າງຂອງຫລານ. 33ໃນພາຍຄັ້ງໜ້າ ເມື່ອລູງມາຢ້ຽມຢາມແລະກວດເບິ່ງສັດທີ່ເປັນຄ່າຈ້າງຂອງຫລານ ລູງກໍຈະເຫັນຢ່າງງ່າຍດາຍວ່າຫລານສັດຊື່ຫລືບໍ່. ຖ້າຫລານມີແບ້ທີ່ບໍ່ມີສີກ່ານຫລືຈຸດດ່າງດາວຫລືສີດຳ ລູງກໍຈະຮູ້ໄດ້ວ່າສັດເຫຼົ່ານັ້ນຖືກລັກມາ.”
34ລາບານຕອບວ່າ, “ຕົກລົງ. ພວກເຮົາຈະເຮັດດັ່ງທີ່ຫລານເວົ້າມາ.” 35ແຕ່ໃນມື້ນັ້ນ ລາບານໄດ້ຄັດເລືອກເອົາແບ້ເຖິກທຸກໂຕທີ່ມີສີລາຍແລະມີຈຸດດ່າງ, ແບ້ແມ່ທຸກໂຕທີ່ມີສີກ່ານກັບສີດ່າງດາວ; ເພິ່ນຍັງເລືອກເອົາແກະທຸກໂຕທີ່ມີສີດຳອອກໄວ້. ແລ້ວເພິ່ນໄດ້ມອບສັດເຫຼົ່ານີ້ໃຫ້ພວກລູກຊາຍຂອງຕົນລ້ຽງ 36ແລະພວກເຂົາໄດ້ນຳຝູງສັດໜີໄປໄກຈາກຢາໂຄບ ເປັນໄລຍະທາງເດີນເຖິງສາມວັນ. ຝ່າຍຢາໂຄບລ້ຽງດູຝູງສັດຂອງລາບານສ່ວນທີ່ເຫຼືອ.
37ຢາໂຄບໄດ້ເອົາງ່າໄມ້ຈາກຕົ້ນຈັນປ່າ, ຕົ້ນໝາກບົກ ແລະຕົ້ນຫູກວາງມາປອກເປືອກບາງບ່ອນເຮັດໃຫ້ເປັນລາຍ. 38ລາວເອົາງ່າໄມ້ນັ້ນວາງໄວ້ຕໍ່ໜ້າອ່າງບ່ອນທີ່ສັດໄປກິນນໍ້າ ເພາະສັດມັກປະສົມພັນກັນເມື່ອຕອນມັນມາກິນນໍ້າ. 39ສະນັ້ນ ເມື່ອແບ້ມາປະສົມພັນກັນຕໍ່ໜ້າງ່າໄມ້ນີ້ ກໍຈະອອກລູກເປັນສີກ່ານ, ດ່າງດາວ ແລະເປັນຈຸດໆ.
40ຢາໂຄບແຍກໂຕແກະໄວ້ອອກຕ່າງຫາກຈາກໂຕແບ້ ແລະເຮັດໃຫ້ມັນແນມໄປທາງຝູງສັດຂອງລາບານທີ່ມີສີດ່າງດາວແລະສີດຳ. ໂດຍວິທີນີ້ ລາວຈຶ່ງຜະລິດແກະເປັນຂອງຕົນເອງໄດ້ ແລະເອົາໄປໄວ້ຕ່າງຫາກຈາກຝູງສັດຂອງລາບານ.
41ເມື່ອສັດໂຕທີ່ມີແຮງປະສົມພັນກັນ ຢາໂຄບກໍເອົາງ່າໄມ້ທີ່ເປັນລາຍມາວາງໄວ້ຕໍ່ໜ້າອ່າງ ບ່ອນທີ່ສັດກິນນໍ້າ ເພື່ອວ່າສັດຈະຖືເຊີງກັນຢູ່ຕໍ່ໜ້າງ່າໄມ້. 42ສ່ວນສັດທີ່ຈ່ອຍຜອມນັ້ນ ຢາໂຄບບໍ່ໄດ້ເອົາງ່າໄມ້ໃສ່ໄວ້. ໃນບໍ່ນານ ລາບານກໍໄດ້ສັດໂຕທີ່ບໍ່ແຂງແຮງແລະຢາໂຄບໄດ້ສັດໂຕທີ່ແຂງແຮງ. 43ຢາໂຄບກາຍເປັນຄົນຮັ່ງມີໄດ້ໂດຍວິທີນີ້. ລາວມີແກະຫລາຍຝູງ, ມີອູດ, ມີລໍ, ຕະຫລອດທັງຄົນຮັບໃຊ້ຊາຍຍິງຫລາຍຄົນ.
Currently Selected:
ປະຖົມມະການ 30: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.