ລູກາ 11
11
ພຣະເຢຊູເຈົ້າຊົງສອນເຖິງເລື່ອງການພາວັນນາອະທິຖານ
(ມທ 6:9-13; 7:7-11)
1ວັນໜຶ່ງ ພຣະເຢຊູເຈົ້າກຳລັງພາວັນນາອະທິຖານຢູ່ໃນສະຖານທີ່ແຫ່ງໜຶ່ງ ເມື່ອພຣະເຢຊູເຈົ້າພາວັນນາອະທິຖານຈົບແລ້ວ ສາວົກຄົນໜຶ່ງກໍເວົ້າກັບພຣະອົງວ່າ, “ພຣະອົງເຈົ້າເອີຍ, ຂໍໂຜດສອນພວກຂ້ານ້ອຍໃຫ້ພາວັນນາອະທິຖານ ເໝືອນດັ່ງໂຢຮັນໄດ້ສອນພວກສິດຂອງເພິ່ນແດ່ທ້ອນ.”
2ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ເມື່ອພວກເຈົ້າພາວັນນາອະທິຖານນັ້ນ ຈົ່ງເວົ້າດັ່ງນີ້:
‘ຂ້າແດ່ພຣະບິດາເຈົ້າ
ຂໍໃຫ້ພຣະນາມຂອງພຣະອົງ
ເປັນທີ່ເຄົາຣົບບູຊາ
ຂໍໃຫ້ຣາຊອານາຈັກຂອງພຣະອົງ
ມາຕັ້ງຢູ່ເທິງໂລກນີ້ເຖິດ.
3 ຂໍໂຜດປະທານເຂົ້າຈີ່ປະຈຳວັນ
ທີ່ພວກຂ້ານ້ອຍຕ້ອງການ
4 ຂໍໂຜດຍົກໂທດບາບກຳ
ໃຫ້ພວກຂ້ານ້ອຍດ້ວຍເທີ້ນ
ດ້ວຍວ່າ, ພວກຂ້ານ້ອຍຍົກຄວາມຜິດ
ຄວາມບາບໃຫ້ທຸກຄົນ
ທີ່ເຮັດຜິດຕໍ່ພວກຂ້ານ້ອຍນັ້ນ.
ແລະ ຂໍຢ່ານຳພວກຂ້ານ້ອຍເຂົ້າໄປ
ໃນການທົດລອງ.”’
5ພຣະອົງຊົງກ່າວກັບພວກເພິ່ນວ່າ, “ຜູ້ໃດໃນພວກເຈົ້າມີມິດສະຫາຍຄົນໜຶ່ງ ແລະຈະໄປຫາມິດສະຫາຍນັ້ນໃນເວລາທ່ຽງຄືນ ແລະເວົ້າວ່າ, ‘ສະຫາຍເອີຍ, ຂໍໃຫ້ເຮົາຢືມເຂົ້າຈີ່ຈັກສາມກ້ອນແດ່. 6ເພາະເພື່ອນຄົນໜຶ່ງຂອງເຮົາຫາກໍເດີນທາງມາແວ່ ແລະເຮົາບໍ່ມີຫຍັງຈະສູ່ລາວກິນ.’
7ຝ່າຍມິດສະຫາຍທີ່ຢູ່ຂ້າງໃນ ຈະຕອບອອກມາວ່າ, ‘ຢ່າລົບກວນເຮົາເທາະ ປະຕູກໍອັດແລ້ວ ແລະພວກລູກຂອງເຮົາ ກໍນອນຢູ່ກັບເຮົາໝົດແລ້ວ ເຮົາລຸກຂຶ້ນເອົາໃຫ້ເຈົ້າບໍ່ໄດ້ດອກ.’ 8ເຮົາບອກພວກເຈົ້າວ່າ, ເຖິງແມ່ນຜູ້ນັ້ນ ຈະບໍ່ລຸກຂຶ້ນເອົາເຂົ້າຈີ່ໃຫ້ ເພາະການເປັນເພື່ອນກັນກໍຕາມ, ແຕ່ເພາະການໝັ່ນຂໍຂອງຜູ້ເປັນເພື່ອນນັ້ນ ລາວກໍຈະລຸກຂຶ້ນເອົາໃຫ້ຕາມທີ່ເພື່ອນຕ້ອງການ.
9ຝ່າຍເຮົາຈຶ່ງບອກແກ່ພວກເຈົ້າວ່າ, ຈົ່ງໝັ່ນຂໍ ແລະ ພວກເຈົ້າຈະໄດ້ຮັບ ຈົ່ງໝັ່ນຊອກຫາ ແລະພວກເຈົ້າຈະໄດ້ພົບ ຈົ່ງໝັ່ນເຄາະ ແລະຈະມີຜູ້ໄຂປະຕູໃຫ້. 10ດ້ວຍວ່າ, ທຸກຄົນທີ່ໝັ່ນຂໍ ກໍໄດ້ຮັບ ຜູ້ໃດທີ່ໝັ່ນຊອກຫາ ກໍໄດ້ພົບ ແລະຜູ້ໃດທີ່ໝັ່ນເຄາະ ກໍຈະມີຜູ້ໄຂປະຕູໃຫ້.
11ມີຜູ້ໃດ ໃນພວກເຈົ້າທີ່ເປັນພໍ່ຈະເອົາງູໃຫ້ ເມື່ອລູກຂອງຕົນເອງຂໍປາ? 12ຫລືຈະເອົາແມງງອດໃຫ້ ເມື່ອລູກຂໍໄຂ່? 13ດ້ວຍເຫດນັ້ນ ພວກເຈົ້າຜູ້ເປັນຄົນຊົ່ວ ກໍຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາເຈົ້າຂອງພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນ ກໍຈະປະທານພຣະວິນຍານບໍຣິສຸດເຈົ້າ ແກ່ຜູ້ທີ່ຂໍຈາກພຣະອົງ.”
ພຣະເຢຊູເຈົ້າ ແລະ ເບເອນເຊບູນ
(ມທ 12:22-30; ມຣກ 3:20-27)
14ພຣະເຢຊູເຈົ້າກຳລັງຂັບໄລ່ຜີປາກກືກໂຕໜຶ່ງອອກ ເມື່ອຜີປາກກືກອອກໄປແລ້ວ ຊາຍຄົນນັ້ນກໍເລີ່ມຕົ້ນເວົ້າໄດ້ ຝ່າຍປະຊາຊົນຕ່າງກໍງຶດປະຫລາດໃຈ, 15ແຕ່ປະຊາຊົນບາງຄົນເວົ້າວ່າ, “ແມ່ນເບເອນເຊບູນ ນາຍຂອງຜີມານຮ້າຍທີ່ໃຫ້ອຳນາດແກ່ຄົນນີ້ ຂັບໄລ່ຜີມານຮ້າຍອອກ.”
16ສ່ວນຄົນອື່ນນັ້ນ ຫວັງຢາກຈັບຜິດພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາຈຶ່ງຂໍໃຫ້ພຣະອົງເຮັດໝາຍສຳຄັນຈາກສະຫວັນ. 17ແຕ່ພຣະເຢຊູເຈົ້າຮູ້ວ່າ ພວກເຂົາກຳລັງຄິດຢ່າງໃດ. ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ, “ອານາຈັກໃດ ທີ່ປະຊາຊົນແບ່ງອອກເປັນກຸ່ມຕໍ່ສູ້ກັນເອງ ກໍຈະຕັ້ງຢູ່ຕໍ່ໄປບໍ່ໄດ້ ຄົວເຮືອນໜຶ່ງ ທີ່ສະມາຊິກໃນຄອບຄົວຕໍ່ສູ້ກັນເອງ ກໍຈະລົ້ມລະລາຍ. 18ຖ້າອານາຈັກຂອງມານຊາຕານແບ່ງກຸ່ມຕໍ່ສູ້ກັນແລະກັນ ອານາຈັກນັ້ນຈະຕັ້ງຢູ່ໄດ້ຢ່າງໃດ? ພວກເຈົ້າກ່າວຫາວ່າ ເຮົາຂັບໄລ່ພວກຜີມານຮ້າຍອອກໄດ້ ເພາະເບເອນເຊບູນໃຫ້ຣິດອຳນາດແກ່ເຮົາ. 19ຖ້າເຮົາຂັບໄລ່ພວກມັນໂດຍເບເອນເຊບູນນັ້ນ. ແມ່ນຜູ້ໃດໃຫ້ຣິດອຳນາດແກ່ລູກຫລານຂອງພວກເຈົ້າຂັບໄລ່ຜີມານຮ້າຍ? ບັນດາລູກຫລານຂອງພວກເຈົ້າເອງ ຈະເປັນຜູ້ຕັດສິນພວກເຈົ້າ 20ແຕ່ຖ້າເຮົາຂັບໄລ່ພວກຜີມານຮ້າຍອອກ ໂດຍຣິດອຳນາດຂອງພຣະເຈົ້າ. ດັ່ງນັ້ນ ອານາຈັກຂອງພຣະເຈົ້າກໍມາເຖິງພວກເຈົ້າແລ້ວ.
21ເມື່ອຄົນແຂງແຮງຜູ້ໜຶ່ງ ຖືອາວຸດຄົບຊຸດຕຽມພ້ອມເຝົ້າເຮືອນຂອງຕົນຢູ່ ສິ່ງຂອງຂອງລາວທີ່ມີຢູ່ທັງໝົດກໍປອດໄພ. 22ແຕ່ເມື່ອມີຄົນແຂງແຮງກວ່າມາໂຈມຕີ ແລະຊະນະລາວໄປ ຄົນນັ້ນກໍຈະຍາດເອົາອາວຸດທັງໝົດ ທີ່ເຈົ້າຂອງເຮືອນເພິ່ງພານັ້ນໜີໄປ ແລະແບ່ງປັນສິ່ງຂອງທັງໝົດທີ່ເຂົາຍາດເອົາໄປນັ້ນ.
23ຜູ້ໃດທີ່ບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ເຮົາ ຜູ້ໃດທີ່ບໍ່ໂຮມເຂົ້າກັບເຮົາ ກໍເປັນຜູ້ເຮັດໃຫ້ແຕກຊະຊາຍໄປ.”
ຜີຊົ່ວຮ້າຍກັບຄືນເຮືອນເກົ່າ
(ມທ 12:43-45)
24“ເມື່ອຜີຊົ່ວຮ້າຍອອກມາຈາກຄົນໃດແລ້ວ ມັນກໍທຽວໄປມາໃນຖິ່ນແຫ້ງແລ້ງກັນດານ ເພື່ອຊອກຫາບ່ອນພັກເຊົາເມື່ອຍ ເມື່ອມັນຫາບໍ່ໄດ້. 25ມັນກໍເວົ້າວ່າ, ‘ເຮົາຈະກັບຄືນເມືອເຮືອນຂອງເຮົາ ທີ່ເຮົາໄດ້ໜີມາ.’ ດັ່ງນັ້ນ ມັນຈຶ່ງກັບຄືນໄປ ແລະພົບເຮືອນນັ້ນເປົ່າຫວ່າງຢູ່ທັງສະອາດ ແລະຕົບແຕ່ງໄວ້ຢ່າງດີແລ້ວດ້ວຍ. 26ແລ້ວມັນກໍອອກໄປນຳເອົາຜີຊົ່ວຮ້າຍເຈັດໂຕ ທີ່ຊົ່ວຮ້າຍຍິ່ງກວ່າມັນອີກ ແລ້ວກັບມາເຂົ້າອາໄສຢູ່ທີ່ເຮືອນນັ້ນ ໃນທີ່ສຸດຄົນນີ້ ກໍຈະຢູ່ໃນສະພາບທີ່ຊົ່ວຮ້າຍຫລາຍກວ່າຕອນຕົ້ນອີກ.”
ຄວາມສຸກແທ້
27ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫຼົ່ານັ້ນແລ້ວ ກໍມີຍິງຄົນໜຶ່ງໃນໝູ່ປະຊາຊົນເວົ້າກັບພຣະອົງວ່າ, “ຍິງທີ່ໃຫ້ກຳເນີດທ່ານແລະລ້ຽງດູທ່ານ ຄວນມີຄວາມສຸກຫລາຍທີ່ສຸດ!”
28ແຕ່ພຣະເຢຊູເຈົ້າຕອບວ່າ, “ຄົນທັງຫລາຍທີ່ໄດ້ຟັງຖ້ອຍຄຳຂອງພຣະເຈົ້າ ແລະປະຕິບັດຕາມ ກໍມີຄວາມສຸກຫລາຍກວ່ານັ້ນອີກ.”
ປະຊາຊົນຂໍໃຫ້ເຮັດໝາຍສຳຄັນ
(ມທ 12:38-42; ມຣກ 8:12)
29ເມື່ອປະຊາຊົນເຕົ້າໂຮມກັນໜາແໜ້ນຂຶ້ນ ພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຄົນໃນຍຸກນີ້ຕ່າງກໍຊົ່ວຮ້າຍ ພວກເຂົາຂໍໃຫ້ເຮັດໝາຍສຳຄັນການອັດສະຈັນ ແຕ່ຈະບໍ່ມີໝາຍສຳຄັນໃຫ້ພວກເຂົາ ນອກຈາກໝາຍສຳຄັນຂອງໂຢນາ. 30ດ້ວຍວ່າ, ໂຢນາເປັນໝາຍສຳຄັນແກ່ຊາວເມືອງນີເນເວຢ່າງໃດ ບຸດມະນຸດກໍຈະເປັນໝາຍສຳຄັນແກ່ຄົນໃນຍຸກນີ້ຢ່າງນັ້ນ. 31ໃນວັນພິພາກສາໂລກ ນາງກະສັດຈາກທິດໃຕ້ຈະຢືນຂຶ້ນກ່າວໂທດພວກເຈົ້າ ເພາະນາງໄດ້ເດີນທາງມາໄກແສນໄກຈາກປະເທດຂອງຕົນ ເພື່ອຟັງຄຳສັ່ງສອນອັນເຕັມໄປດ້ວຍສະຕິປັນຍາຂອງກະສັດໂຊໂລໂມນ ແລະເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ທີ່ຍິ່ງໃຫຍ່ກວ່າໂຊໂລໂມນກໍຢູ່ທີ່ນີ້. 32ໃນວັນແຫ່ງການພິພາກສາ ຊາວເມືອງນີເນເວຈະຢືນຂຶ້ນກ່າວໂທດພວກເຈົ້າ ເພາະພວກເຂົາຖິ້ມໃຈເກົ່າເອົາໃຈໃໝ່ ເມື່ອໄດ້ຍິນຄຳປະກາດຂອງໂຢນາ ແລະຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້.”
ຄວາມສະຫວ່າງຂອງຮ່າງກາຍ
(ມທ 5:15; 6:22-23)
33“ບໍ່ຫ່ອນມີຜູ້ໃດ ເມື່ອໄຕ້ໂຄມໄຟແລ້ວ ຕັ້ງໄວ້ໃນບ່ອນລັບບັງ ຫລືເອົາເຂົ້າໄວ້ໃນກະບຸງ, ແຕ່ເຄີຍຕັ້ງໄວ້ເທິງທີ່ສູງ ເພື່ອວ່າຄົນທີ່ເຂົ້າມາ ຈະເຫັນແສງສະຫວ່າງນັ້ນ. 34ຕາເປັນດວງສະຫວ່າງສຳລັບຮ່າງກາຍ ເມື່ອຕາຂອງເຈົ້າແຈ້ງເປັນປົກກະຕິ ຮ່າງກາຍທຸກພາກສ່ວນກໍແຈ້ງເໝືອນກັນ, ແຕ່ເມື່ອຕາຂອງເຈົ້າບໍ່ແຈ້ງເປັນປົກກະຕິ ຮ່າງກາຍທຸກພາກສ່ວນກໍຢູ່ໃນຄວາມມືດ. 35ດ້ວຍເຫດນັ້ນ ຈົ່ງລະວັງໃຫ້ດີ ຢ້ານວ່າຄວາມສະຫວ່າງທີ່ມີຢູ່ໃນເຈົ້ານັ້ນມືດໄປ. 36ຖ້າຮ່າງກາຍຂອງເຈົ້າທຸກພາກສ່ວນເຕັມດ້ວຍຄວາມສະຫວ່າງ ຄືບໍ່ມີສ່ວນໃດມືດເລີຍ ແສງແຈ້ງສະຫວ່າງນັ້ນ ກໍຈະສະຫວ່າງທົ່ວໄປ ເໝືອນດັ່ງແສງໂຄມໄຟສ່ອງມາໃສ່ເຈົ້າ ດ້ວຍແສງແຈ້ງອັນແຈ່ມໃສ.”
ພຣະເຢຊູເຈົ້າປະນາມພວກຟາຣີຊາຍ ແລະ ພວກທຳມະຈານ
(ມທ 23:1-36; ມຣກ 12:38-40)
37ຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີຄົນຟາຣີຊາຍຜູ້ໜຶ່ງ ເຊີນພຣະອົງໄປຮັບປະທານອາຫານທີ່ເຮືອນຂອງຕົນ ພຣະເຢຊູເຈົ້າຈຶ່ງໄປ ແລະນັ່ງລົງຮັບປະທານອາຫານ. 38ຄົນຟາຣີຊາຍຜູ້ນີ້ ກໍປະຫລາດໃຈເມື່ອເຫັນວ່າກ່ອນຈະກິນ ພຣະອົງບໍ່ໄດ້ຊຳລະລ້າງຕາມທຳນຽມ. 39ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວແກ່ລາວວ່າ, “ເຈົ້າຄົນຟາຣີຊາຍເອີຍ ເຈົ້າເຄີຍລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນແລ້ວ ພວກເຈົ້າເຕັມແຕ່ການໂລບເອົາ ແລະການຊົ່ວຮ້າຍ. 40ໂອ ຄົນໂງ່ເອີຍ ພຣະເຈົ້າຜູ້ໄດ້ສ້າງພາຍນອກ ກໍໄດ້ສ້າງພາຍໃນເໝືອນກັນບໍ່ແມ່ນບໍ? 41ແຕ່ຈົ່ງບໍລິຈາກໃຫ້ແກ່ຄົນຍາກຈົນ ຕາມທີ່ພວກເຈົ້າມີຢູ່ຂ້າງໃນ ແລະທຸກສິ່ງກໍຈະສະອາດເສາະໃສສຳລັບພວກເຈົ້າ.”
42“ແຕ່ວິບັດແກ່ເຈົ້າ ພວກຟາຣີຊາຍເອີຍ ພວກເຈົ້າຖວາຍໜຶ່ງສ່ວນສິບ ໃນເຄື່ອງປູກຂອງຝັງຕາມລະດູການແກ່ພຣະເຈົ້າ ຄືຜັກກ້ານກໍ່າ ຜັກແພວ ແລະຜັກອື່ນໆທຸກຊະນິດ, ແຕ່ພວກເຈົ້າລະເລີຍຄວາມຍຸດຕິທຳ ແລະຄວາມຮັກຂອງພຣະເຈົ້າ ແມ່ນສິ່ງນີ້ແຫຼະ ທີ່ພວກເຈົ້າຄວນປະຕິບັດ ໂດຍບໍ່ລະເລີຍສິ່ງອື່ນດ້ວຍ.”
43“ວິບັດແກ່ເຈົ້າ ພວກຟາຣີຊາຍເອີຍ ພວກເຈົ້າມັກນັ່ງບ່ອນມີກຽດໃນທຳມະສາລາ ແລະມັກໃຫ້ຄົນຄຳນັບດ້ວຍຄວາມນັບຖືກາງຕະຫລາດ. 44ວິບັດແກ່ພວກເຈົ້າ ພວກເຈົ້າເປັນດັ່ງບ່ອນຝັງສົບ ທີ່ຄົນບໍ່ສັງເກດຮູ້ເຫັນ ເປັນບ່ອນທີ່ຄົນທັງຫລາຍຢຽບໄປມາ ໂດຍບໍ່ຮູ້ວ່າມີຫຍັງ.”
45ແລ້ວກໍມີທຳບັນດິດຄົນໜຶ່ງ ເວົ້າຕໍ່ພຣະອົງວ່າ, “ອາຈານເອີຍ ເມື່ອທ່ານເວົ້າເຊັ່ນນີ້ ທ່ານກໍເວົ້າໝິ່ນປະໝາດພວກເຮົາເໝືອນກັນ.”
46ພຣະເຢຊູເຈົ້າຕອບວ່າ, “ວິບັດຈະມີແກ່ພວກເຈົ້າເໝືອນກັນ ພວກທຳບັນດິດເອີຍ ພວກເຈົ້າວາງພາລະໜັກເທິງຫລັງປະຊາຊົນ ສ່ວນພວກເຈົ້າເອງນັ້ນ ບໍ່ຍອມແມ່ນແຕ່ຈະເດ່ມືນີ້ວດຽວໄປຈັບ. 47ວິບັດແກ່ພວກເຈົ້າ ເພາະພວກເຈົ້າສ້າງອຸບມຸງຝັງສົບອັນງົດງາມໃຫ້ຜູ້ທຳນວາຍທັງຫລາຍ ຄືພວກຜູ້ທຳນວາຍເຫຼົ່ານັ້ນແຫຼະ ທີ່ບັນພະບຸລຸດຂອງພວກເຈົ້າເອງໄດ້ຂ້າ. 48ດັ່ງນັ້ນ ພວກເຈົ້າຈຶ່ງເປັນພະຍານວ່າ ພວກເຈົ້າເຫັນພ້ອມກັບສິ່ງທີ່ບັນພະບຸລຸດຂອງພວກເຈົ້າໄດ້ເຮັດ ພວກເຂົາໄດ້ຂ້າບັນດາຜູ້ທຳນວາຍ ແລະພວກເຈົ້າກໍເປັນຜູ້ສ້າງອຸບມຸງໃຫ້ແກ່ສົບເຫຼົ່ານັ້ນ. 49ດ້ວຍເຫດນີ້ ພຣະປັນຍາຂອງພຣະເຈົ້າຈຶ່ງກ່າວວ່າ, ‘ເຮົາຈະໃຊ້ພວກຜູ້ທຳນວາຍ ແລະ ພວກອັກຄະສາວົກມາຫາພວກເຂົາ, ພວກເຂົາຈະຂ້າບາງຄົນ ແລະຈະຂົ່ມເຫັງບາງຄົນ.’ 50ສະນັ້ນ ຄົນໃນຍຸກນີ້ຈະຕ້ອງຖືກລົງໂທດຍ້ອນເລືອດຂອງບັນດາຜູ້ທຳນວາຍທຸກຄົນທີ່ໄຫລອອກ ຕັ້ງແຕ່ຄາວວາງຮາກສ້າງໂລກ, 51ຄືຕັ້ງແຕ່ເລືອດຂອງອາເບັນ ຈົນເຖິງເລືອດຂອງເຊກາຣີຢາ ຜູ້ທີ່ຖືກຂ້າລະຫວ່າງແທ່ນບູຊາກັບພຣະວິຫານນັ້ນ ແມ່ນແລ້ວເຮົາບອກພວກເຈົ້າວ່າ ຄົນໃນຍຸກນີ້ຈະຖືກລົງໂທດຍ້ອນເລືອດພວກນັ້ນທັງໝົດທີ່ຖືກຂ້າ.”
52“ວິບັດແກ່ເຈົ້າ ພວກທຳບັນດິດເອີຍ ພວກເຈົ້າໄດ້ເອົາກະແຈ ທີ່ໄຂໄປສູ່ຄວາມຮູ້ໄວ້ ພວກເຈົ້າເອງກໍບໍ່ເຂົ້າໄປ ແລະຄົນທີ່ພະຍາຍາມຈະເຂົ້າໄປນັ້ນ ພວກເຈົ້າຊໍ້າພັດຂັດຂວາງໄວ້.”
53ເມື່ອພຣະເຢຊູເຈົ້າຈາກທີ່ນັ້ນໄປແລ້ວ ພວກທຳມະຈານກັບພວກຟາຣີຊາຍ ກໍເລີ່ມຕົ້ນໂຈມຕີຕໍ່ຕ້ານພຣະອົງຢ່າງໜັກ ແລະຖາມພຣະອົງເຖິງຫລາຍສິ່ງຫລາຍຢ່າງ, 54ໂດຍຫວັງຊອກຈັບຜິດພຣະອົງໃນຖ້ອຍຄຳໃດໜຶ່ງ ທີ່ພຣະອົງກ່າວອອກມາ.
Currently Selected:
ລູກາ 11: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: