YouVersion Logo
Search Icon

ລູກາ 20

20
ເລື່ອງ​ສິດ​ອຳນາດ​ຂອງ​ພຣະເຢຊູເຈົ້າ
(ມທ 21:23-27; ມຣກ 11:27-33)
1ວັນ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ເທດສະໜາ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ພຣະວິຫານ ແລະ​ປະກາດ​ຂ່າວປະເສີດ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ ພ້ອມ​ທັງ​ພວກ​ເຖົ້າແກ່​ໄດ້​ມາ​ຫາ​ພຣະອົງ. 2ພວກເຂົາ​ຖາມ​ພຣະອົງ​ວ່າ, “ບອກ​ພວກເຮົາ​ມາ​ເບິ່ງດູ ເຈົ້າ​ມີ​ສິດ​ຫຍັງ​ຈຶ່ງ​ເຮັດ​ການ​ນີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”
3ພຣະອົງ​ໄດ້​ຕອບ​ພວກເຂົາ​ວ່າ, “ຝ່າຍ​ເຮົາ​ຈະ​ຖາມ​ພວກເຈົ້າ​ຂໍ້​ດຽວ ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ​ວ່າ 4ບັບຕິສະມາ​ຂອງ​ໂຢຮັນ​ນັ້ນ ມາ​ຈາກ​ສະຫວັນ ຫລື​ມາ​ຈາກ​ມະນຸດ.”
5ພວກເຂົາ​ຈຶ່ງ​ເລີ່ມ​ຖົກຖຽງ​ກັນ​ວ່າ, “ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພວກເຮົາ​ຕອບ​ວ່າ, ‘ມາ​ຈາກ​ສະຫວັນ’ ມັນ​ກໍ​ຈະ​ຖາມ​ວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ໂຢຮັນ?’ 6ແຕ່​ຖ້າ​ພວກເຮົາ​ຕອບ​ວ່າ, ‘ມາ​ຈາກ​ມະນຸດ’ ປະຊາຊົນ​ທັງໝົດ​ໃນ​ທີ່​ນີ້​ກໍ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ພວກເຮົາ, ເພາະ​ພວກເຂົາ​ເຊື່ອ​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.” 7ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ບໍ່​ຮູ້.”
8ແລ້ວ​ພຣະອົງ​ກໍ​ໄດ້​ຕອບ​ພວກເຂົາ​ວ່າ, “ຝ່າຍ​ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ ເຮົາ​ເຮັດ​ການ​ເຫຼົ່ານີ້​ດ້ວຍ​ສິດ​ອັນ​ໃດ.”
ຄຳອຸປະມາ​ເລື່ອງ​ຄົນ​ເຊົ່າ​ສວນ​ອະງຸ່ນ
(ມທ 21:33-46; ມຣກ 12:1-12)
9ແລ້ວ​ພຣະອົງ​ກໍ​ຊົງ​ກ່າວ​ຄຳອຸປະມາ​ນີ້​ສູ່​ປະຊາຊົນ​ຟັງ​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ແລະ​ເອົາ​ສວນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ເປັນ​ເວລາ​ດົນນານ. 10ພໍ​ເຖິງ​ເວລາ​ເກັບ​ໝາກ​ອະງຸ່ນ​ມາ​ຮອດ ເຈົ້າຂອງ​ສວນ​ນັ້ນ​ກໍ​ໃຫ້​ຄົນ​ຮັບໃຊ້​ຜູ້ໜຶ່ງ​ໄປ​ຫາ​ພວກ​ເຊົ່າສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຜົນລະປູກ​ຂອງຕົນ​ຈາກ​ພວກເຂົາ, ແຕ່​ພວກ​ຄົນ​ເຊົ່າ​ສວນ​ໄດ້​ທຸບຕີ​ຄົນ​ຮັບໃຊ້​ຜູ້​ນັ້ນ ແລະ​ຂັບໄລ່​ລາວ​ກັບຄືນ​ເມືອ​ມື​ເປົ່າ. 11ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ຮັບໃຊ້​ຜູ້​ອື່ນ​ໄປ​ອີກ, ແຕ່​ພວກ​ຄົນ​ເຊົ່າສວນ​ໄດ້​ທຸບຕີ​ລາວ​ຄື​ກັນ​ທັງ​ໄດ້​ປ້ອຍດ່າ​ລາວ ແລະ​ທັງ​ຂັບໄລ່​ກັບຄືນ​ເມືອ​ມື​ເປົ່າ. 12ແລ້ວ​ເພິ່ນ​ກໍ​ໃຊ້​ຄົນ​ຮັບໃຊ້​ຜູ້​ທີ​ສາມ​ໄປ​ອີກ ພວກ​ຄົນ​ເຊົ່າ​ສວນ​ໄດ້​ທຸບຕີ​ລາວ​ຈົນ​ບາດເຈັບ ແລະ​ໂຍນ​ລາວ​ຖິ້ມ​ອອກ​ນອກ​ສວນ. 13ຝ່າຍ​ເຈົ້າຂອງ​ສວນ​ກໍ​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ຈະ​ໃຊ້​ລູກຊາຍ​ຜູ້​ເປັນ​ສຸດທີ່ຮັກ​ຂອງເຮົາ​ໄປ ບາງທີ​ພວກເຂົາ​ຈະ​ໃຫ້​ຄວາມນັບຖື​ແກ່​ລູກຊາຍ​ຂອງເຮົາ’ 14ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫັນ​ລູກ​ເພິ່ນ​ແລ້ວ ພວກເຂົາ​ກໍ​ປຶກສາ​ກັນ ແລະ​ເວົ້າ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ຜູ້​ສືບ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ມໍຣະດົກ​ກໍ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ’ 15ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຍນ​ລາວ​ຖິ້ມ​ອອກ​ນອກ​ສວນ ແລະ​ຂ້າ​ລາວ​ເສຍ.
ເມື່ອ​ເປັນ​ເຊັ່ນນັ້ນ ເຈົ້າ​ຂອງ​ສວນ​ອະງຸ່ນ​ຈະ​ເຮັດ​ຢ່າງ​ໃດ ກັບ​ຄົນ​ເຊົ່າສວນ​ພວກ​ນັ້ນ? 16ເພິ່ນ​ຈະ​ມາ ແລະ​ຂ້າ​ຄົນ​ເຊົ່າສວນ​ເຫຼົ່ານັ້ນ​ເສຍ ແລະ​ຈະ​ຍົກ​ສວນ​ອະງຸ່ນ​ໃຫ້​ຄົນອື່ນ​ເຊົ່າ.”
ເມື່ອ​ຄົນ​ເຫຼົ່ານັ້ນ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເກີດ​ເປັນ​ຢ່າງ​ນັ້ນ​ເທາະ.”
17ພຣະເຢຊູເຈົ້າ​ໄດ້​ເພັ່ງ​ເບິ່ງ​ພວກເຂົາ ແລ້ວ​ກໍ​ຖາມ​ວ່າ, “ເຫດສະນັ້ນ ພຣະຄຳພີ​ຂໍ້​ນີ້​ໝາຍຄວາມວ່າ​ຢ່າງ​ໃດ ຊຶ່ງ​ວ່າ
‘ຫີນ​ທີ່​ນາຍຊ່າງ​ກໍ່ສ້າງ​ໄດ້​ໂຍນ​ຖິ້ມ​ແລ້ວ
ກໍ​ໄດ້​ກາຍເປັນ​ຫີນ​ເສົາ​ເອກ​ແລ້ວ.’
18ຜູ້ໃດ​ທີ່​ລົ້ມ​ທັບ​ຫີນ​ນັ້ນ ຜູ້ນັ້ນ​ຈະ​ແຕກ​ຫັກ​ເປັນ​ປ່ຽງ​ໄປ ແລະ​ຖ້າ​ຫີນ​ນັ້ນ​ຕົກ​ທັບ​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ແຫລກ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ​ໄປ.”
ບັນຫາ​ເລື່ອງ​ການ​ເສຍ​ພາສີ
(ມທ 22:15-22; ມຣກ 12:13-17)
19ຝ່າຍ​ພວກ​ທຳມະຈານ ແລະ ພວກ​ຫົວໜ້າ​ປະໂຣຫິດ​ຮູ້​ຢູ່​ວ່າ, ພຣະອົງ​ຊົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ ພວກເຂົາ​ຈຶ່ງ​ວາງແຜນ​ຈັບ​ພຣະອົງ ແຕ່​ພວກເຂົາ​ຢ້ານ​ປະຊາຊົນ. 20ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ ແລະ​ໃຊ້​ຄົນ​ສອດແນມ​ໃຫ້​ປອມຕົວ​ເໝືອນ​ເປັນ​ຄົນ​ສັດຊື່ ເພື່ອ​ຫວັງ​ຈະ​ຈັບ​ຜິດ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ອຳນາດ ແລະ ອາດຍາສິດ​ຂອງ​ຜູ້ປົກຄອງ. 21ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ ພວກເຮົາ​ຮູ້​ວ່າ​ຖ້ອຍຄຳ​ທີ່​ທ່ານ​ກ່າວ ແລະ​ສັ່ງສອນ​ນັ້ນ​ຖືກຕ້ອງ ແລະ​ໂດຍ​ບໍ່​ເຫັນແກ່ໜ້າ​ຜູ້ໃດ, ແຕ່​ສັ່ງສອນ​ຫົນທາງ​ຂອງ​ພຣະເຈົ້າ​ຢ່າງ​ສັດຊື່. 22ຈົ່ງ​ບອກ​ພວກເຮົາ​ແດ່​ວ່າ, ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ບໍ ທີ່​ເສຍ​ພາສີ​ໃຫ້​ກາຍຊາ ຜິດ ຫລື​ວ່າ​ບໍ່​ຜິດ?”
23ແຕ່​ພຣະອົງ​ຊົງ​ຢັ່ງ​ຮູ້​ເຖິງ​ກົນອຸບາຍ​ຂອງ​ພວກເຂົາ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, 24“ຈົ່ງ​ເອົາ​ເງິນ​ຫລຽນ​ມາ​ໃຫ້​ເບິ່ງດູ ຮູບ​ແລະ​ຊື່​ທີ່​ຈາລຶກ​ໄວ້​ໃນ​ຫລຽນ​ນີ້ ເປັນ​ຂອງ​ຜູ້ໃດ?”
ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.”
25ແລ້ວ​ພຣະອົງ​ຊົງ​ກ່າວ​ກັບ​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ຖວາຍ​ແກ່​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຄືນ​ຖວາຍ​ແດ່​ພຣະເຈົ້າ.”
26ຕໍ່ໜ້າ​ປະຊາຊົນ​ຢູ່​ທີ່​ນັ້ນ ພວກເຂົາ​ຈັບ​ຜິດ​ພຣະອົງ​ເລື່ອງ​ໃດໆ​ບໍ່ໄດ້​ເລີຍ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ງຶດ​ປະຫລາດ​ໃຈ​ໃນ​ຄຳຕອບ​ຂອງ​ພຣະອົງ ຈຶ່ງ​ມິດງຽບ​ຢູ່.
ບັນຫາ​ເລື່ອງ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ
(ມທ 22:23-33; ມຣກ 12:18-27)
27ຍັງ​ມີ​ພວກ​ຊາດູກາຍ​ບາງຄົນ​ມາ​ຫາ​ພຣະອົງ ແມ່ນ​ພວກ​ນີ້​ທີ່​ຖື​ວ່າ ຄົນ​ຈະ​ບໍ່​ເປັນ​ຄືນ​ມາ​ຈາກ​ຕາຍ ພວກເຂົາ​ຖາມ​ພຣະອົງ​ວ່າ, 28“ອາຈານ​ເອີຍ, ໂມເຊ​ໄດ້​ຂຽນ​ກົດບັນຍັດ​ນີ້​ສຳລັບ​ພວກເຮົາ​ວ່າ, ‘ຖ້າ​ອ້າຍ​ຂອງ​ຊາຍ​ຄົນ​ໜຶ່ງ​ຕາຍ​ປະ​ເມຍ​ຂອງຕົນ​ໂດຍ​ບໍ່ມີ​ລູກ ຕ້ອງ​ໃຫ້​ນ້ອງຊາຍ​ຂອງ​ຜູ້​ຕາຍ​ນັ້ນ ເອົາ​ເອື້ອຍໃພ້​ຂອງຕົນ​ເປັນ​ເມຍ ເພື່ອ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ​ທີ່​ຕາຍໄປ​ແລ້ວ​ນັ້ນ.’ 29ຄັ້ງ​ໜຶ່ງ ຍັງ​ມີ​ອ້າຍ​ນ້ອງ​ເຈັດ​ຄົນ​ນຳ​ກັນ ອ້າຍ​ກົກ​ແຕ່ງງານ​ແລ້ວ ແລະ​ຕາຍໄປ​ໂດຍ​ບໍ່ມີ​ລູກ. 30ແລະ​ຜູ້​ທີ​ສອງ ກໍ​ເອົາ​ນາງ​ມາ​ເປັນ​ເມຍ, 31ແລະ​ຕໍ່ມາ​ຜູ້​ທີ​ສາມ ກໍ​ເຮັດ​ເຊັ່ນດຽວ​ກັນ ເຫດການ​ເຊັ່ນດຽວ​ກັນ​ນີ້ ໄດ້​ເກີດຂຶ້ນ​ກັບ​ທັງ​ເຈັດ​ຄົນ ຄື​ພວກເຂົາ​ຕາຍໄປ​ໂດຍ​ບໍ່ມີ​ລູກ. 32ໃນທີ່ສຸດ ຍິງ​ນັ້ນ​ກໍໄດ້​ຕາຍໄປ​ເໝືອນກັນ. 33ບັດນີ້ ໃນ​ວັນ​ທີ່​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ ຍິງ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ? ດ້ວຍວ່າ, ຊາຍ​ທັງ​ເຈັດ​ຄົນ​ຕ່າງ​ກໍໄດ້​ເປັນ​ຜົວ​ຂອງ​ນາງ.”
34ພຣະເຢຊູເຈົ້າ​ຊົງ​ກ່າວ​ກັບ​ພວກເຂົາ​ວ່າ, “ຊາຍ​ແລະ​ຍິງ​ໃນ​ໂລກນີ້​ມີ​ການ​ແຕ່ງງານ​ກັນ, 35ແຕ່​ຊາຍ​ແລະ​ຍິງ​ຜູ້​ທີ່​ສົມຄວນ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ດຳລົງ​ຊີວິດ​ຢູ່​ໃນ​ໂລກໜ້າ​ຈະ​ບໍ່ມີ​ການ​ແຕ່ງງານ​ກັນ ຫລື​ຍົກ​ໃຫ້​ເປັນ​ຜົວ​ເມຍ​ກັນ. 36ພວກເຂົາ​ຈະ​ເປັນ​ດັ່ງ​ຝູງ​ເທວະດາ​ທີ່​ຕາຍ​ບໍ່​ເປັນ ເພາະ​ພວກເຂົາ​ເປັນ​ລູກ​ຂອງ​ພຣະເຈົ້າ ເພາະວ່າ​ພວກເຂົາ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ. 37ແຕ່​ວ່າ ຄົນ​ຕາຍ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ ໂມເຊ​ໄດ້​ສະແດງ​ໃນ​ເລື່ອງ​ພຸ່ມໄມ້ ເພິ່ນ​ໄດ້​ເອີ້ນ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ‘ຊົງ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’ 38ພຣະອົງ​ແມ່ນ​ພຣະເຈົ້າ​ຂອງ​ຄົນ​ເປັນ, ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນ​ຕາຍ. ດ້ວຍວ່າ, ສຳລັບ​ພຣະອົງ​ແລ້ວ ທຸກຄົນ​ມີ​ຊີວິດ​ຢູ່.”
39ແລ້ວ​ທຳມະຈານ​ບາງຄົນ​ກໍ​ເວົ້າ​ຂຶ້ນ​ວ່າ, “ອາຈານ​ເອີຍ ທ່ານ​ເວົ້າ​ໄດ້​ດີ​ຫລາຍ.” 40ເພາະວ່າ ພວກເຂົາ​ບໍ່​ກ້າ​ຖາມ​ອັນ​ໃດ​ກັບ​ພຣະອົງ​ອີກ​ຕໍ່ໄປ.
ບັນຫາ​ເລື່ອງ​ບຸດ​ດາວິດ
(ມທ 22:41-46; ມຣກ 12:35-37)
41ແລ້ວ​ພຣະເຢຊູເຈົ້າ​ຊົງ​ຖາມ​ພວກເຂົາ​ວ່າ, “ເປັນ​ໄປ​ໄດ້​ຢ່າງ​ໃດ ທີ່​ຄົນ​ເວົ້າ​ວ່າ ພຣະຄຣິດ​ເປັນ​ບຸດ​ຂອງ​ດາວິດ? 42ດ້ວຍວ່າ, ກະສັດ​ດາວິດ​ໄດ້​ຊົງ​ກ່າວ​ໄວ້ ໃນ​ພຣະທຳ​ເພງ​ສັນລະເສີນ​ວ່າ,
‘ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ກັບ​
ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ,
ຈົ່ງ​ນັ່ງ​ເບື້ອງ​ຂວາ​ມື​ຂອງເຮົາ
43 ຈົນກວ່າ​ເຮົາ​ຈະ​ປາບ​ສັດຕູ​
ຂອງ​ເຈົ້າ​ທັງຫລາຍ
ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.’
44ເມື່ອ​ດາວິດ​ເອີ້ນ​ເພິ່ນ​ວ່າ, ‘ພຣະອົງເຈົ້າ’ ສະນັ້ນ ພຣະຄຣິດ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງ​ໃດ?”
ພຣະເຢຊູເຈົ້າ​ຊົງ​ປະນາມ​ພວກ​ທຳມະຈານ
(ມທ 23:1-36; ມຣກ 12:38-40; ລກ 11:37-54)
45ຂະນະທີ່​ປະຊາຊົນ​ທັງຫລາຍ​ຟັງ​ພຣະເຢຊູເຈົ້າ​ຢູ່​ນັ້ນ ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, 46“ຈົ່ງ​ລະວັງ​ພວກ​ທຳມະຈານ​ໃຫ້​ດີ ພວກເຂົາ​ມັກ​ນຸ່ງ​ເສື້ອລ່າມ​ຍ່າງ​ໄປມາ ແລະ​ມັກ​ໃຫ້​ຄົນ​ຄຳນັບ​ດ້ວຍ​ຄວາມນັບຖື​ຕາມ​ຕະຫລາດ ພວກເຂົາ​ເລືອກ​ນັ່ງ​ບ່ອນ​ທີ່​ຄົນ​ເຫັນ​ໃນ​ທຳມະສາລາ ແລະ ໃນ​ງານກິນລ້ຽງ, 47ນອກຈາກນີ້ ພວກເຂົາ​ຍັງ​ສໍ້ໂກງ​ເອົາ​ສິ່ງຂອງ ຂອງ​ພວກ​ແມ່ໝ້າຍ ແລະ​ເຮັດ​ທຳທ່າ​ພາວັນນາ​ອະທິຖານ​ຢ່າງ​ຍືດຍາວ ໂທດ​ຂອງ​ຄົນ​ເຫຼົ່ານີ້​ແມ່ນ​ໜັກ​ທີ່ສຸດ.”

Currently Selected:

ລູກາ 20: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in