YouVersion Logo
Search Icon

ລູກາ 3:4-6

ລູກາ 3:4-6 ພຄພ

ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ວ່າ, “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ​ປະກາດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ ອົງພຣະ​ຜູ້​ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ ຈົ່ງ​ຖົມ​ຮ່ອມພູ​ທຸກ​ບ່ອນ​ໃຫ້​ເຕັມ ພູເຂົາ ແລະ​ເນີນພູ​ທຸກ​ໜ່ວຍ​ ຈົ່ງ​ເຮັດ​ໃຫ້​ຕໍ່າລົງ. ສ່ວນ​ຫົນທາງ​ທີ່​ຄົດລ້ຽວ​ນັ້ນ ຈົ່ງ​ເຮັດ​ໃຫ້​ຊື່ ທາງ​ທີ່​ມີ​ຕໍ​ແຂງ​ຈົ່ງ​ເຮັດ​ໃຫ້​ກ້ຽງ​ດີ. ມະນຸດ​ທັງປວງ​ຈະ​ໄດ້​ເຫັນ​ການ ທີ່​ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພົ້ນ.”’