ລູກາ 4:5-8
ລູກາ 4:5-8 ພຄພ
ແລ້ວມານຮ້າຍກໍໄດ້ນຳພຣະອົງຂຶ້ນໄປ ແລະສະແດງໃຫ້ເຫັນໃນພິບຕາດຽວ ເຖິງອານາຈັກທັງໝົດແຫ່ງໂລກນີ້. ມານຮ້າຍໄດ້ບອກພຣະອົງວ່າ, “ເຮົາຈະໃຫ້ອຳນາດທັງໝົດນີ້ ກັບສະຫງ່າຣາສີແຫ່ງແຜ່ນດິນທັງໝົດແກ່ທ່ານ. ເພາະສິ່ງທັງໝົດເຫຼົ່ານັ້ນຖືກມອບໃຫ້ແກ່ເຮົາແລ້ວ ແລະເຮົາຢາກມອບໃຫ້ແກ່ຜູ້ໃດກໍໄດ້ ຕາມທີ່ເຮົາຕ້ອງການ. ດັ່ງນັ້ນ ສິ່ງທັງໝົດເຫຼົ່ານີ້ ຈະເປັນຂອງທ່ານ ຖ້າທ່ານນະມັດສະການເຮົາ.” ພຣະເຢຊູເຈົ້າຕອບມັນວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະບົວລະບັດຮັບໃຊ້ແຕ່ພຣະອົງເທົ່ານັ້ນ.”’