ລູກາ 9
9
ພຣະເຢຊູເຈົ້າໃຊ້ສາວົກສິບສອງຄົນອອກໄປ
(ມທ 10:5-15; ມຣກ 6:7-13)
1ເມື່ອພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນມາແລ້ວ ພຣະອົງກໍໃຫ້ຣິດເດດ ແລະສິດອຳນາດແກ່ພວກເພິ່ນ ເພື່ອຂັບໄລ່ຜີມານຮ້າຍທຸກໂຕ ແລະເພື່ອຮັກສາພະຍາດໂຣຄາຕ່າງໆ. 2ແລ້ວພຣະອົງກໍໃຊ້ພວກເພິ່ນອອກໄປປະກາດເລື່ອງອານາຈັກຂອງພຣະເຈົ້າ ແລະເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍດີພະຍາດ. 3ພຣະອົງສັ່ງແກ່ພວກເພິ່ນວ່າ, “ເມື່ອເດີນທາງໄປນັ້ນ ຢ່າເອົາຫຍັງໄປນຳ ບໍ່ວ່າ ໄມ້ເທົ້າ, ຖົງ, ອາຫານ, ເງິນ, ແມ່ນແຕ່ເຄື່ອງນຸ່ງກໍບໍ່ໃຫ້ຖືໄປເພື່ອປ່ຽນ. 4ເຮືອນໃດທີ່ຕ້ອນຮັບພວກເຈົ້າ ຈົ່ງຢູ່ໃນເຮືອນນັ້ນ ຈົນກວ່າພວກເຈົ້າຈາກໄປ, 5ເມືອງໃດ ທີ່ບໍ່ຕ້ອນຮັບພວກເຈົ້າ ຈົ່ງໜີຈາກເມືອງນັ້ນ ແລະສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກເຈົ້າອອກ ເພື່ອເປັນພະຍານຕໍ່ສູ້ພວກເຂົາ.”
6ແລ້ວພວກສາວົກກໍພາກັນອອກເດີນທາງໄປ ຕາມທຸກບ້ານທຸກເມືອງປະກາດຂ່າວປະເສີດ ແລະເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍດີພະຍາດ.
ເຮໂຣດເກີດມີຄວາມວິຕົກ
(ມທ 14:1-12; ມຣກ 6:14-29)
7ເມື່ອເຮໂຣດ ຜູ້ປົກຄອງໄດ້ຍິນເຫດການທັງໝົດທີ່ເກີດຂຶ້ນ. ດັ່ງນັ້ນ ເພິ່ນຈຶ່ງວິຕົກກັງວົນໃຈ ເພາະບາງຄົນເວົ້າວ່າ, “ໂຢຮັນບັບຕິສະໂຕຄືນມາມີຊີວິດອີກແລ້ວ.” 8ຝ່າຍຄົນອື່ນເວົ້າວ່າ, “ເອລີຢາໄດ້ມາປາກົດ” ແລະຄົນອື່ນໆອີກເວົ້າວ່າ, “ແມ່ນຜູ້ທຳນວາຍຄົນໜຶ່ງ ໃນບັນດາຜູ້ທຳນວາຍໃນສະໄໝບູຮານໄດ້ຄືນມາມີຊີວິດ.” 9ແຕ່ເຮໂຣດເອງເວົ້າວ່າ, “ເຮົາຕັດຫົວໂຢຮັນແລ້ວ, ແຕ່ຄົນທີ່ເຮົາໄດ້ຍິນເຖິງນີ້ ແມ່ນຜູ້ໃດໜໍ?” ແລ້ວເຮໂຣດກໍຫາໂອກາດທີ່ຈະພົບພຣະເຢຊູເຈົ້າ.
ພຣະເຢຊູເຈົ້າຊົງລ້ຽງຫ້າພັນຄົນ
(ມທ 14:13-21; ມຣກ 6:30-44; ຢຮ 6:1-14)
10ແລ້ວພວກອັກຄະສາວົກກໍໄດ້ກັບຄືນມາ ເມື່ອພວກເພິ່ນລາຍງານແກ່ພຣະເຢຊູເຈົ້າ ເຖິງສິ່ງທີ່ພວກຕົນເຮັດ ແລ້ວພຣະອົງກໍພາພວກເພິ່ນໄປຕ່າງຫາກ ທີ່ເມືອງໜຶ່ງຊື່ວ່າ ເບັດສາອີດາ. 11ເມື່ອປະຊາຊົນໄດ້ຍິນເຖິງເລື່ອງນີ້ ພວກເຂົາກໍຕິດຕາມພຣະອົງໄປ ຝ່າຍພຣະອົງກໍຕ້ອນຮັບພວກເຂົາ ແລະບອກພວກເຂົາເຖິງຣາຊອານາຈັກຂອງພຣະເຈົ້າ ທັງຊົງໂຜດຮັກສາຜູ້ທີ່ຕ້ອງການຢາກຫາຍດີຈາກການເຈັບໄຂ້ໄດ້ປ່ວຍ.
12ເມື່ອຕາເວັນກຳລັງຈະຕົກແລ້ວ ພວກສາວົກກໍມາຫາພຣະອົງ ແລະເວົ້າວ່າ, “ຈົ່ງບອກປະຊາຊົນເລີກເມືອສາ ເພື່ອໃຫ້ພວກເຂົາໄປຫາບ້ານໄຮ່ບ້ານນາແຖບນີ້ ຊອກທີ່ພັກແລະອາຫານ ເພາະທີ່ນີ້ເປັນບ່ອນປ່ຽວ.”
13ແຕ່ພຣະເຢຊູເຈົ້າກ່າວຕໍ່ພວກເພິ່ນວ່າ, “ໃຫ້ພວກເຈົ້າເປັນຜູ້ລ້ຽງພວກເຂົາສາ.”
ພວກສາວົກຕອບວ່າ, “ພວກຂ້ານ້ອຍມີເຂົ້າຈີ່ຫ້າກ້ອນກັບປາສອງໂຕເທົ່ານັ້ນ ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປຊື້ອາຫານໃຫ້ປະຊາຊົນທັງໝົດນີ້ກິນບໍ?” ( 14ໃນທີ່ນັ້ນມີຜູ້ຊາຍປະມານຫ້າພັນຄົນ.)
ພຣະເຢຊູເຈົ້າສັ່ງພວກສາວົກຂອງພຣະອົງວ່າ, “ຈົ່ງຈັດປະຊາຊົນໃຫ້ນັ່ງລົງເປັນໝູ່ ໝູ່ລະຫ້າສິບຄົນ.”
15ພວກສາວົກກໍປະຕິບັດຕາມ ແລະຈັດໃຫ້ປະຊາຊົນທຸກຄົນນັ່ງລົງ. 16ແລ້ວພຣະອົງກໍຮັບເອົາເຂົ້າຈີ່ຫ້າກ້ອນກັບປາສອງໂຕ ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລະໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານ ພຣະອົງໄດ້ແບ່ງອາຫານນັ້ນ ແລະມອບໃຫ້ພວກສາວົກ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ. 17ພວກເຂົາໄດ້ກິນອີ່ມທຸກຄົນ ແລະສ່ວນທີ່ເຫຼືອນັ້ນກໍເກັບໄດ້ເຕັມສິບສອງກະບຸງ.
ເປໂຕປະກາດວ່າພຣະເຢຊູເຈົ້າເປັນພຣະຄຣິດ.
(ມທ 16:13-19; ມຣກ 8:27-29)
18ຢູ່ມາວັນໜຶ່ງ ເມື່ອພຣະເຢຊູເຈົ້າກຳລັງພາວັນນາອະທິຖານຢູ່ຕ່າງຫາກ ມີແຕ່ພວກສາວົກຂອງພຣະອົງຢູ່ທີ່ນັ້ນ ພຣະອົງຖາມພວກສາວົກວ່າ, “ປະຊາຊົນເວົ້າກັນວ່າ ເຮົາແມ່ນຜູ້ໃດ?”
19ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າ ທ່ານແມ່ນໂຢຮັນບັບຕິສະໂຕ ຄົນອື່ນເວົ້າວ່າ ທ່ານແມ່ນເອລີຢາ ສ່ວນຄົນອື່ນໆອີກເວົ້າວ່າ ທ່ານແມ່ນຜູ້ທຳນວາຍຄົນໜຶ່ງ ໃນບັນດາຜູ້ທຳນວາຍແຕ່ສະໄໝບູຮານ ທີ່ເປັນຄືນມາສູ່ຊີວິດ.”
20ແລ້ວພຣະອົງຖາມພວກເພິ່ນວ່າ, “ຝ່າຍພວກເຈົ້າເດ ວ່າເຮົາແມ່ນຜູ້ໃດ?”
ເປໂຕຕອບວ່າ, “ທ່ານແມ່ນພຣະຄຣິດຂອງພຣະເຈົ້າ.”
ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງ
(ມທ 16:20-28; ມຣກ 8:30–9:1)
21ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກເພິ່ນຢ່າງເດັດຂາດ ບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ 22ແລະ ກ່າວຕື່ມວ່າ, “ບຸດມະນຸດຕ້ອງທົນທຸກທໍລະມານຢ່າງໜັກຫລາຍປະການ ບັນດາເຖົ້າແກ່ ບັນດາຫົວໜ້າປະໂຣຫິດ ແລະພວກທຳມະຈານຈະບໍ່ຍອມຮັບທ່ານ, ທ່ານຈະຖືກຂ້າ, ແຕ່ໃນວັນຖ້ວນສາມ ທ່ານຈະຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍ.”
23ແລ້ວພຣະອົງກໍກ່າວແກ່ປະຊາຊົນທັງໝົດວ່າ, “ຖ້າຜູ້ໃດຕ້ອງການຕິດຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເອງ ຮັບແບກໄມ້ກາງແຂນຂອງຕົນທຸກໆວັນ ແລະຕາມເຮົາມາ. 24ເພາະຜູ້ໃດກໍຕາມ ທີ່ຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມທີ່ສະຫລະຊີວິດຂອງຕົນ ເພາະເຫັນແກ່ເຮົາ ຜູ້ນັ້ນຈະຊ່ວຍຊີວິດຂອງຕົນໃຫ້ພົ້ນ. 25ເຫດວ່າ ຖ້າຜູ້ໃດຈະໄດ້ສິ່ງຂອງທັງໂລກ, ແຕ່ຈະໃຫ້ຕົວເອງຈິບຫາຍ ຫລືເສຍໄປ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ? 26ສະນັ້ນ ຖ້າຜູ້ໃດມີຄວາມລະອາຍໃນເລື່ອງເຮົາ ແລະໃນເລື່ອງຖ້ອຍຄຳຂອງເຮົາ ບຸດມະນຸດກໍຈະມີຄວາມລະອາຍໃນເລື່ອງຂອງຜູ້ນັ້ນ ເມື່ອເຮົາມາປາກົດໃນສະຫງ່າຣາສີຂອງເຮົາ ກັບໃນສະຫງ່າຣາສີຂອງພຣະບິດາເຈົ້າ ແລະຂອງພວກເທວະດາບໍຣິສຸດ. 27ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ມີບາງຄົນໃນທີ່ນີ້ຈະບໍ່ຮູ້ຣົດແຫ່ງຄວາມຕາຍ ຈົນກວ່າພວກເຂົາໄດ້ເຫັນອານາຈັກຂອງພຣະເຈົ້າ.”
ພຣະເຢຊູເຈົ້າຊົງປ່ຽນພຣະລັກສະນະ
(ມທ 17:1-8; ມຣກ 9:2-8)
28ຫລັງຈາກທີ່ພຣະເຢຊູເຈົ້າກ່າວຖ້ອຍຄຳເຫຼົ່ານີ້ແລ້ວ ປະມານໜຶ່ງອາທິດ ພຣະອົງກໍພາເປໂຕ, ໂຢຮັນ ແລະ ຢາໂກໂບຂຶ້ນໄປເທິງພູກັບພຣະອົງ ເພື່ອພາວັນນາອະທິຖານ. 29ຂະນະທີ່ພຣະອົງກຳລັງພາວັນນາອະທິຖານຢູ່ນັ້ນ ໃບໜ້າຂອງພຣະອົງກໍຊົງປ່ຽນໄປ ແລະເຄື່ອງນຸ່ງຂອງພຣະອົງກໍຂາວເຫຼື້ອມໃສ. 30ໃນທັນໃດນັ້ນ ກໍມີສອງຄົນກຳລັງສົນທະນາຢູ່ກັບພຣະອົງ ສອງຄົນນັ້ນແມ່ນໂມເຊ ແລະ ເອລີຢາ 31ທີ່ມາປາກົດດ້ວຍສະຫງ່າຣາສີຈາກສະຫວັນ ທັງສອງສົນທະນາຢູ່ກັບພຣະເຢຊູເຈົ້າ ກ່າວເຖິງການທີ່ພຣະອົງຈະສະເດັດຈາກໂລກໄປ ຊຶ່ງເລື່ອງນີ້ຈະສຳເລັດໃນນະຄອນເຢຣູຊາເລັມ. 32ຝ່າຍເປໂຕກັບໝູ່ເພື່ອນຂອງຕົນ ຕ່າງກໍເຫງົານອນ, ແຕ່ເມື່ອພວກເພິ່ນໄດ້ຕື່ນຂຶ້ນແລ້ວ ຈຶ່ງເຫັນສະຫງ່າຣາສີຂອງພຣະເຢຊູເຈົ້າ ກັບສອງຄົນທີ່ກຳລັງຢືນຢູ່ນຳພຣະອົງ. 33ເມື່ອສອງຄົນນັ້ນກຳລັງຈາກພຣະເຢຊູເຈົ້າໄປ, ເປໂຕຈຶ່ງກ່າວຕໍ່ພຣະອົງວ່າ, “ພຣະອາຈານເອີຍ, ເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້ ໂຜດໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຄືຫລັງໜຶ່ງສຳລັບທ່ານ ຫລັງໜຶ່ງສຳລັບໂມເຊ ແລະ ຫລັງໜຶ່ງອີກສຳລັບເອລີຢາ.” (ເປໂຕບໍ່ຮູ້ສຶກຕົວວ່າຕົນເອງກຳລັງເວົ້າຫຍັງ.)
34ຂະນະທີ່ເປໂຕກຳລັງເວົ້າຢູ່ນັ້ນ ກໍມີກ້ອນເມກລອຍລົງມາປົກຫຸ້ມພວກເພິ່ນໄວ້ ແລະພວກສາວົກກໍຢ້ານເມື່ອຢູ່ໃນກ້ອນເມກນັ້ນ. 35ແລ້ວກໍມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫຼະ ເປັນບຸດຂອງເຮົາຜູ້ທີ່ເຮົາໄດ້ເລືອກໄວ້ ຈົ່ງເຊື່ອຟັງເພິ່ນ.”
36ເມື່ອສຽງນັ້ນສະຫງົບແລ້ວກໍມີແຕ່ພຣະເຢຊູເຈົ້າອົງດຽວຢູ່ທີ່ນັ້ນ ສ່ວນສາວົກທັງສາມກໍເກັບເລື່ອງທັງໝົດນີ້ໄວ້ໃນໃຈ ແລະບໍ່ໄດ້ບອກຜູ້ໃດໃນເວລານັ້ນ ເຖິງສິ່ງທີ່ພວກເພິ່ນໄດ້ເຫັນ.
ພຣະເຢຊູເຈົ້າຊົງໂຜດເດັກຊາຍຜູ້ໜຶ່ງທີ່ຜີຊົ່ວຮ້າຍສິງ
(ມທ 17:14-18; ມຣກ 9:14-27)
37ວັນໜ້າມາ ຂະນະທີ່ພຣະເຢຊູເຈົ້າກັບສາວົກທັງສາມ ໄດ້ລົງມາແຕ່ເທິງພູນັ້ນ ກໍມີປະຊາຊົນຢ່າງຫລວງຫລາຍມາພົບພຣະອົງ. 38ຂະນະນັ້ນ ມີຊາຍຄົນໜຶ່ງໃນປະຊາຊົນນັ້ນຮ້ອງຂຶ້ນວ່າ, “ອາຈານເອີຍ ຂ້ານ້ອຍຂໍຄວາມເມດຕາໃຫ້ເບິ່ງລູກຊາຍຂອງຂ້ານ້ອຍແດ່ທ້ອນ. ດ້ວຍວ່າ, ລາວແມ່ນລູກຊາຍຄົນດຽວຂອງຂ້ານ້ອຍ. 39ຜີຮ້າຍທີ່ສິງຕົວເດັກເທື່ອໃດ ເດັກກໍຮ້ອງຂຶ້ນເທື່ອນັ້ນໃນທັນທີໂລດ ເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງຈົນນໍ້າລາຍຟູມປາກ ມັນເຮັດໃຫ້ຕົວເດັກຟົກຊໍ້າ ແລະບໍ່ຍອມອອກໄປໂດຍງ່າຍ. 40ຂ້ານ້ອຍໄດ້ຂໍຮ້ອງໃຫ້ພວກສາວົກຂອງທ່ານ ຂັບໄລ່ມັນອອກເສຍ ແຕ່ພວກເພິ່ນເຮັດບໍ່ໄດ້.”
41ພຣະເຢຊູເຈົ້າຕອບວ່າ, “ໂອ ຄົນໃນຍຸກສະໄໝທີ່ຂາດຄວາມເຊື່ອ ແລະຊົ່ວຊ້າເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ເຮົາຈະຕ້ອງອົດທົນກັບພວກເຈົ້າອີກດົນນານປານໃດ?” ແລ້ວພຣະເຢຊູເຈົ້າກໍກ່າວແກ່ຊາຍຄົນນັ້ນວ່າ, “ຈົ່ງພາລູກຊາຍຂອງເຈົ້າມາພີ້ເບິ່ງດູ.”
42ຂະນະທີ່ເດັກກຳລັງມານັ້ນ ຜີມານຮ້າຍກໍໄດ້ເຮັດໃຫ້ເດັກລົ້ມລົງກັບພື້ນດິນ ຊັກດີ້ນກິ້ງເກືອກໄປມາ, ແຕ່ພຣະເຢຊູເຈົ້າໄດ້ໃຫ້ຄຳສັ່ງຊຳລະຜີຊົ່ວຮ້າຍນັ້ນ ແລະຊົງໂຜດເດັກນ້ອຍໃຫ້ຫາຍດີ ແລ້ວມອບຄືນໃຫ້ແກ່ພໍ່ຂອງເດັກນັ້ນ. 43ປະຊາຊົນທັງໝົດຕ່າງກໍງຶດປະຫລາດໃຈຫລາຍ ໃນຣິດເດດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ.
ພຣະເຢຊູເຈົ້າທຳນວາຍເຖິງຄວາມຕາຍຂອງພຣະອົງ
(ມທ 17:22-23; ມຣກ 9:30-32)
ຂະນະທີ່ປະຊາຊົນຍັງປະຫລາດໃຈນຳທຸກສິ່ງ ທີ່ພຣະເຢຊູເຈົ້າໄດ້ກະທຳນັ້ນ ພຣະອົງກໍກ່າວແກ່ພວກສາວົກຂອງພຣະອົງວ່າ, 44“ຈົ່ງຈົດຈຳຖ້ອຍຄຳທີ່ເຮົາກ່າວແກ່ພວກເຈົ້ານີ້ໃຫ້ດີ ບຸດມະນຸດຈະຖືກມອບໄວ້ໃນມືຂອງຄົນທັງຫລາຍ.” 45ແຕ່ພວກສາວົກບໍ່ເຂົ້າໃຈຖ້ອຍຄຳເຫຼົ່ານີ້ ເພາະຖ້ອຍຄຳນັ້ນໄດ້ຖືກປິດບັງໄວ້ຈາກພວກເພິ່ນ ເພື່ອວ່າພວກເພິ່ນຈະບໍ່ສັງເກດໄດ້ ແລະພວກເພິ່ນກໍຢ້ານທີ່ຈະຖາມພຣະອົງເຖິງເລື່ອງນີ້.
ຜູ້ໃດຈະເປັນໃຫຍ່ກວ່າໝູ່
(ມທ 18:1-5; ມຣກ 9:33-37)
46ແລ້ວໄດ້ເກີດການໂຕ້ຖຽງກັນໃນລະຫວ່າງພວກສາວົກວ່າ ໃນທ່າມກາງພວກເພິ່ນນັ້ນ ຜູ້ໃດເປັນໃຫຍ່ກວ່າໝູ່. 47ຝ່າຍພຣະເຢຊູເຈົ້າຮູ້ຄວາມຄິດໃນໃຈຂອງພວກເພິ່ນ. ດັ່ງນັ້ນ ພຣະອົງຈຶ່ງໃຫ້ເດັກນ້ອຍຄົນໜຶ່ງມາຢືນຢູ່ໃກ້ພຣະອົງ. 48ແລ້ວພຣະອົງກໍກ່າວກັບພວກເພິ່ນວ່າ, “ຜູ້ໃດທີ່ຕ້ອນຮັບເດັກນ້ອຍຄົນນີ້ ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ ແລະຜູ້ທີ່ຕ້ອນຮັບເຮົາ ກໍຕ້ອນຮັບຜູ້ທີ່ໄດ້ໃຊ້ເຮົາມາເໝືອນກັນ ເພາະວ່າ ຜູ້ໃດທີ່ເປັນນ້ອຍກວ່າໝູ່ໃນພວກເຈົ້າ ຜູ້ນັ້ນແຫຼະ ເປັນຜູ້ໃຫຍ່.”
ຜູ້ໃດບໍ່ຕໍ່ສູ້ທ່ານກໍເປັນຝ່າຍທ່ານ
(ມຣກ 9:38-40)
49ແລ້ວໂຢຮັນກໍເວົ້າຂຶ້ນວ່າ, “ພຣະອາຈານເອີຍ, ພວກຂ້ານ້ອຍໄດ້ເຫັນຊາຍຄົນໜຶ່ງ ຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະພວກຂ້ານ້ອຍໄດ້ຫ້າມໃຫ້ລາວເຊົາ ເພາະລາວບໍ່ໄດ້ຕິດຕາມພຣະອົງກັບພວກຂ້ານ້ອຍ.”
50ແຕ່ພຣະເຢຊູເຈົ້າຕອບໂຢຮັນ ແລະສາວົກຄົນອື່ນໆວ່າ, “ຢ່າຫ້າມລາວເລີຍ ເພາະຜູ້ໃດທີ່ບໍ່ຕໍ່ສູ້ທ່ານ ກໍເປັນຝ່າຍພວກທ່ານແລ້ວ.”
ຊາວຊາມາເຣຍບ້ານໜຶ່ງບໍ່ຍອມຕ້ອນຮັບພຣະເຢຊູເຈົ້າ
51ເມື່ອໃກ້ເວລາທີ່ພຣະເຢຊູເຈົ້າຈະຖືກຮັບຂຶ້ນສູ່ສະຫວັນແລ້ວ ພຣະອົງກໍຕັ້ງໃຈຢ່າງຄັກແນ່ທີ່ຈະໄປນະຄອນເຢຣູຊາເລັມ. 52ພຣະອົງໄດ້ໃຊ້ຜູ້ຮັບໃຊ້ໄປກ່ອນໜ້າພຣະອົງ ພວກເພິ່ນໄດ້ເຂົ້າໄປໃນບ້ານໜຶ່ງຂອງຊາວຊາມາເຣຍ ເພື່ອຈັດຕຽມທຸກສິ່ງໄວ້ສຳລັບພຣະອົງ. 53ແຕ່ປະຊາຊົນໃນບ້ານນັ້ນບໍ່ຕ້ອນຮັບພຣະອົງ ເພາະພຣະອົງຕັ້ງໜ້າຈະໄປນະຄອນເຢຣູຊາເລັມ. 54ເມື່ອສາວົກຂອງພຣະອົງຄືຢາໂກໂບ ແລະ ໂຢຮັນເຫັນດັ່ງນັ້ນແລ້ວ ກໍເວົ້າວ່າ, “ພຣະອົງເຈົ້າເອີຍ, ພຣະອົງຢາກໃຫ້ພວກຂ້ານ້ອຍສັ່ງໄຟລົງມາຈາກສະຫວັນ ເພື່ອເຜົາຜານພວກເຂົາບໍ?”
55ແຕ່ພຣະເຢຊູເຈົ້າຫັນໜ້າມາກ່າວຕິຕຽນພວກເພິ່ນ [ແລະກ່າວວ່າ, “ພວກເຈົ້າບໍ່ຮູ້ວ່າພວກເຈົ້າມີຈິດໃຈແນວໃດ ດ້ວຍວ່າ, ບຸດມະນຸດໄດ້ມາ ບໍ່ແມ່ນເພື່ອທຳລາຍຊີວິດມະນຸດ, ແຕ່ມາເພື່ອໂຜດມະນຸດໃຫ້ພົ້ນ.”] 56ແລ້ວພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງກໍໄປຍັງບ້ານອື່ນ.
ຜູ້ສະໝັກຈະຕິດຕາມພຣະເຢຊູເຈົ້າ
(ມທ 8:19-22)
57ຂະນະທີ່ພຣະເຢຊູເຈົ້າກັບພວກສາວົກໄປຕາມທາງນັ້ນ ກໍໄດ້ມີຊາຍຄົນໜຶ່ງເວົ້າກັບພຣະອົງວ່າ, “ພຣະອົງຈະໄປທີ່ໃດ ຂ້ານ້ອຍກໍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ.”
58ພຣະເຢຊູເຈົ້າຕອບລາວວ່າ, “ໝາຈອກຍັງມີໝົ້ງນອນ ແລະນົກກໍຍັງມີຮັງຢູ່ ສ່ວນບຸດມະນຸດບໍ່ມີບ່ອນຈະວາງຫົວລົງ.” 59ພຣະອົງກ່າວແກ່ຊາຍຄົນໜຶ່ງອີກວ່າ, “ຈົ່ງຕາມເຮົາມາ.”
ແຕ່ຊາຍຄົນນັ້ນຕອບວ່າ, “ພຣະອົງເຈົ້າເອີຍ ຂໍອະນຸຍາດໃຫ້ຂ້ານ້ອຍກັບເມືອຝັງສົບພໍ່ຂອງຂ້ານ້ອຍກ່ອນ.”
60ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຈົ່ງປະໃຫ້ຄົນຕາຍຝັງກັນເອງເທາະ, ແຕ່ສ່ວນເຈົ້າ ຈົ່ງໄປປະກາດອານາຈັກຂອງພຣະເຈົ້າ.”
61ມີຄົນໜຶ່ງອີກໄດ້ເວົ້າວ່າ, “ພຣະອົງເຈົ້າເອີຍ ຂ້ານ້ອຍຈະຕາມທ່ານໄປ, ແຕ່ຂໍອະນຸຍາດໃຫ້ຂ້ານ້ອຍກັບເມືອສັ່ງລາຄອບຄົວຂອງຂ້ານ້ອຍກ່ອນ.”
62ພຣະເຢຊູເຈົ້າກ່າວແກ່ລາວວ່າ, “ຜູ້ໃດທີ່ເອົາມືຈັບງ້ອນໄຖແລ້ວຍັງຫລຽວຄືນຫລັງ ຜູ້ນັ້ນກໍບໍ່ສົມກັບອານາຈັກຂອງພຣະເຈົ້າ.”
Currently Selected:
ລູກາ 9: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.