YouVersion Logo
Search Icon

ມາຣະໂກ 12:29-31

ມາຣະໂກ 12:29-31 ພຄພ

ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ກົດບັນຍັດ​ຂໍ້​ສຳຄັນ​ທີ່ສຸດ ຄື​ດັ່ງນີ້ ‘ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເທີ້ນ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ. ຈົ່ງ​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດໃຈ, ດ້ວຍ​ສຸດຈິດ, ດ້ວຍ​ສຸດ​ຄວາມຄິດ ແລະ​ດ້ວຍ​ສຸດ​ກຳລັງ​ຂອງ​ເຈົ້າ.’ ກົດບັນຍັດ​ຂໍ້​ທີ​ສອງ​ນັ້ນ ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.’ ບໍ່ມີ​ກົດບັນຍັດ​ຂໍ້​ໃດ​ທີ່​ສຳຄັນ​ກວ່າ​ສອງ​ຂໍ້​ນີ້.”