YouVersion Logo
Search Icon

ປະຖົມມະການ 8:21-22

ປະຖົມມະການ 8:21-22 LCV

ພຣະເຈົ້າ​ຢາເວ​ໄດ້​ກິ່ນ​ຫອມ​ອັນ​ເປັນ​ທີ່​ພໍໃຈ ແລະ ໄດ້​ກ່າວ​ໃນ​ໃຈ​ຂອງ​ພຣະອົງ​ວ່າ: “ເຮົາ​ຈະ​ບໍ່​ສາບແຊ່ງ​ແຜ່ນດິນໂລກ​ເພາະ​ມະນຸດ​ອີກ​ຈັກ​ເທື່ອ, ເຖິງ​ແມ່ນ​ວ່າ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ​ມີ​ທ່າ​ອ່ຽງ​ໄປ​ໃນ​ທາງ​ຊົ່ວຮ້າຍ​ຕັ້ງແຕ່​ຍັງ​ເປັນ​ເດັກນ້ອຍ​ຢູ່​ກໍ​ຕາມ. ແລະ ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ມີ​ຊີວິດ​ທັງໝົດ​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ. “ເມື່ອ​ໃດ​ທີ່​ໂລກ​ຍັງ​ຕັ້ງ​ຢູ່, ເມື່ອ​ນັ້ນ​ຈະ​ມີ​ລະດູ​ຫວ່ານ ແລະ ລະດູ​ເກັບກ່ຽວ, ມີ​ຄວາມໜາວ ແລະ ມີ​ຄວາມຮ້ອນ, ມີ​ລະດູ​ຮ້ອນ ແລະ ລະດູ​ໜາວ ມີ​ກາງເວັນ ແລະ ກາງຄືນ ຢູ່​ຕະລອດ​ໄປ”.

Free Reading Plans and Devotionals related to ປະຖົມມະການ 8:21-22