YouVersion Logo
Search Icon

ໂຢຮັນ 18

18
ພຣະເຢຊູເຈົ້າ​ຖືກ​ຈັບ
(ມທ 26:47-56; ມຣກ 14:43-50; ລກ 22:47-53)
1ເມື່ອ​ພຣະອົງ​ອະທິຖານ​ຈົບ​ແລ້ວ, ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ ແລະ ຂ້າມ​ຮ່ອມພູ​ກິດໂຣນ​ໄປ. ອີກ​ຟາກ​ໜຶ່ງ​ຢູ່​ບ່ອນ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ, ພຣະອົງ​ໄດ້​ເຂົ້າໄປ​ໃນ​ສວນ​ນັ້ນ​ພ້ອມ​ກັບ​ພວກສາວົກ​ຂອງ​ພຣະອົງ.
2ຝ່າຍ​ຢູດາ​ຜູ້​ທີ່​ທໍລະຍົດ​ພຣະອົງ​ກໍ​ຮູ້ຈັກ​ບ່ອນ​ນັ້ນ ເພາະ​ພຣະເຢຊູເຈົ້າ​ໄດ້​ພົບ​ກັບ​ພວກສາວົກ​ຂອງ​ພຣະອົງ​ໃນ​ບ່ອນ​ນັ້ນ​ຢູ່​ເລື້ອຍໆ. 3ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກທະຫານ ແລະ ພວກ​ເຈົ້າໜ້າທີ່​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ ມາ​ທີ່​ສວນ​ນັ້ນ. ພວກເຂົາ​ຖື​ກະບອງ, ໂຄມໄຟ ແລະ ອາວຸດ​ມາ​ພ້ອມ.
4ພຣະເຢຊູເຈົ້າ​ຮູ້ຈັກ​ທຸກສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ພຣະອົງ, ພຣະອົງ​ຈຶ່ງ​ອອກ​ໄປ ແລະ ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຕ້ອງການ​ຜູ້ໃດ?”
5ພວກເຂົາ​ຕອບ​ວ່າ, “ເຢຊູ​ຊາວ​ນາຊາເຣັດ”.
ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ນັ້ນ” (ແລະ​ຢູດາ​ຜູ້​ທີ່​ທໍລະຍົດ​ກໍ​ຢືນ​ຢູ່​ກັບ​ພວກເຂົາ​ຢູ່​ທີ່​ນັ້ນ.) 6ເມື່ອ​ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ນັ້ນ” ພວກເຂົາ​ກໍ​ຖອຍຫລັງ ແລະ ລົ້ມລົງ​ກັບ​ພື້ນດິນ.
7ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ອີກ​ວ່າ, “ພວກເຈົ້າ​ຕ້ອງການ​ຜູ້ໃດ?”
ແລະ ພວກເຂົາ​ເວົ້າ​ວ່າ, “ເຢຊູ​ຊາວ​ນາຊາເຣັດ”.
8ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ​ເຮົາ​ຄື​ຜູ້​ນັ້ນ. ຖ້າ​ພວກເຈົ້າ​ກຳລັງ​ຊອກຫາ​ເຮົາ ຈົ່ງ​ປ່ອຍ​ຄົນ​ເຫລົ່ານີ້​ໄປ​ສາ”. 9ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ວ່າ, “ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ຂ້ານ້ອຍ​ບໍ່​ໄດ້​ສູນເສຍ​ໄປ​ແມ່ນ​ແຕ່​ຄົນ​ດຽວ”.#18:9 ຢຮ 6:39
10ແລ້ວ​ຊີໂມນ​ເປໂຕ ຜູ້​ທີ່​ມີ​ດາບ ກໍ​ຖອດ​ດາບ​ຂອງ​ຕົນ​ອອກມາ​ຟັນ​ຫູ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງຂວາ. (ຄົນຮັບໃຊ້​ຄົນ​ນັ້ນ​ຊື່​ມາລະໂຂ.)
11ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ເຈົ້າ​ເກັບ​ໃສ່​ຝັກ​ໄວ້​ສາ! ເຮົາ​ຈະ​ບໍ່​ດື່ມ​ຈອກ​ທີ່​ພຣະບິດາເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ບໍ?”
ພຣະເຢຊູເຈົ້າ​ຖືກ​ນຳ​ໄປ​ພົບ​ອັນນາ
(ມທ 26:57)
12ແລ້ວ​ກອງທະຫານ​ພ້ອມ​ດ້ວຍ​ນາຍພັນ ແລະ ເຈົ້າໜ້າທີ່​ຂອງ​ພວກ​ຢິວ​ຈຶ່ງ​ຈັບ​ພຣະເຢຊູເຈົ້າ​ມັດ​ໄວ້ 13ແລະ ພາ​ພຣະອົງ​ໄປ​ຫາ​ອັນນາ​ກ່ອນ, ອັນນາ​ເປັນ​ພໍ່​ເມຍ​ຂອງ​ກາຢະຟາ​ຜູ້​ທີ່​ເປັນ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ. 14ກາຢະຟາ​ຄື​ຜູ້​ທີ່​ເຄີຍ​ແນະນຳ​ພວກ​ຢິວ​ວ່າ, ໃຫ້​ຊາຍ​ຄົນ​ດຽວ​ຕາຍ​ເພື່ອ​ປະຊາຊົນ​ທັງໝົດ​ກໍ​ດີ​ກວ່າ.
ເປໂຕ​ປະຕິເສດ​ພຣະເຢຊູເຈົ້າ​ເທື່ອ​ທຳອິດ
(ມທ 26:69,70; ມຣກ 14:66-68; ລກ 22:55-57)
15ຊີໂມນ​ເປໂຕ ແລະ ສາວົກ​ອີກ​ຄົນ​ໜຶ່ງ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ, ສາວົກ​ຜູ້ນີ້​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ​ຈົນ​ເຖິງ​ເດີ່ນ​ເຮືອນ​ຂອງ​ມະຫາ​ປະໂລຫິດ ເພາະ​ລາວ​ຮູ້ຈັກ​ກັບ​ມະຫາ​ປະໂລຫິດ, 16ແຕ່​ເປໂຕ​ຕ້ອງ​ລໍຖ້າ​ຢູ່​ທາງນອກ​ປະຕູ. ສາວົກ​ຄົນ​ອື່ນ​ຜູ້​ທີ່​ຮູ້ຈັກ​ກັບ​ມະຫາ​ປະໂລຫິດ​ໄດ້​ກັບ​ອອກມາ​ເວົ້າ​ກັບ​ຍິງ​ທີ່​ເຮັດ​ໜ້າທີ່​ຢູ່​ທີ່​ນັ້ນ ແລະ ພາ​ເປໂຕ​ເຂົ້າໄປ​ທາງ​ໃນ.
17ຍິງ​ຄົນ​ນັ້ນ​ຖາມ​ເປໂຕ​ວ່າ, “ເຈົ້າ​ແມ່ນ​ສາວົກ​ຂອງ​ຊາຍ​ຄົນ​ນັ້ນ​ເໝືອນກັນ​ບໍ?”
ເປໂຕ​ຕອບ​ວ່າ, “ບໍ່​ແມ່ນ”.
18ຂະນະ​ນັ້ນ​ອາກາດ​ໜາວເຢັນ, ພວກ​ຄົນຮັບໃຊ້ ແລະ ພວກ​ເຈົ້າໜ້າທີ່​ຢືນ​ຢູ່​ອ້ອມ​ກອງໄຟ​ທີ່​ພວກເຂົາ​ດັງ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ອຸ່ນ. ເປໂຕ​ກໍ​ຢືນ​ຝີງໄຟ​ກັບ​ພວກເຂົາ​ເໝືອນກັນ.
ມະຫາ​ປະໂລຫິດ​ສືບສວນ​ພຣະເຢຊູເຈົ້າ
(ມທ 26:59-68; ມຣກ 14:55-65; ລກ 22:63-71)
19ໃນຂະນະ​ດຽວ​ກັນ​ນັ້ນ ມະຫາ​ປະໂລຫິດ​ໄດ້​ຖາມ​ພຣະເຢຊູເຈົ້າ​ກ່ຽວກັບ​ພວກສາວົກ ແລະ ຄຳສອນ​ຂອງ​ພຣະອົງ.
20ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ກ່າວ​ກັບ​ໂລກ​ຢ່າງ​ເປີດເຜີຍ. ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ຫລື ໃນ​ວິຫານ​ຢູ່​ສະເໝີ, ສະຖານ​ທີ່​ເຫລົ່ານີ້​ເປັນ​ບ່ອນ​ທີ່​ຊາວຢິວ​ທັງໝົດ​ມາ​ເຕົ້າໂຮມ​ກັນ. ເຮົາ​ບໍ່​ໄດ້​ເວົ້າ​ສິ່ງ​ໃດ​ທີ່​ເປັນ​ຄວາມລັບ. 21ຖາມ​ເຮົາ​ເຮັດຫຍັງ? ຈົ່ງ​ຖາມ​ຄົນ​ທັງຫລາຍ​ທີ່​ໄດ້​ຟັງ​ເຮົາ​ກ່າວ. ພວກເຂົາ​ຮູ້ຈັກ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ແນ່ນອນ”.
22ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຢ່າງ​ນັ້ນ​ແລ້ວ, ເຈົ້າໜ້າທີ່​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ໃກ້​ນັ້ນ​ກໍ​ຕົບ​ໜ້າ​ພຣະອົງ ແລະ ຖາມ​ວ່າ, “ເຈົ້າ​ຕອບ​ມະຫາ​ປະໂລຫິດ​ຢ່າງ​ນີ້​ບໍ?”
23ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ໄດ້​ເວົ້າ​ສິ່ງ​ໃດ​ຜິດ​ກໍ​ຈົ່ງ​ເປັນ​ພະຍານ​ເບິ່ງ​ວ່າ​ຜິດ​ບ່ອນໃດ. ແຕ່​ຖ້າ​ເຮົາ​ໄດ້​ເວົ້າ​ຄວາມຈິງ​ເປັນຫຍັງ​ເຈົ້າ​ຈຶ່ງ​ຕົບ​ໜ້າ​ເຮົາ?” 24ແລ້ວ​ອັນນາ​ຈຶ່ງ​ສົ່ງ​ພຣະເຢຊູເຈົ້າ​ທີ່​ຍັງ​ຖືກ​ມັດ​ຢູ່​ນັ້ນ ໄປ​ພົບ​ມະຫາ​ປະໂລຫິດ​ກາຢະຟາ.#18:24 ຫລື (ຕອນ​ນີ້​ອັນນາ​ຈຶ່ງ​ພາ​ພຣະເຢຊູເຈົ້າ ທີ່​ຍັງ​ຖືກ​ມັດ​ຢູ່​ນັ້ນ​ໄປ​ພົບ​ມະຫາ​ປະໂລຫິດ​ກາຢະຟາ)
ເປໂຕ​ປະຕິເສດ​ພຣະເຢຊູເຈົ້າ​ເທື່ອ​ທີ​ສອງ ແລະ ເທື່ອ​ທີ​ສາມ
(ມທ 26:71-75; ມຣກ 14:69-72; ລກ 22:58-62)
25ໃນຂະນະ​ນັ້ນ, ຊີໂມນ​ເປໂຕ​ຍັງ​ຢືນ​ຢູ່​ທີ່​ນັ້ນ​ເພື່ອ​ໃຫ້​ຕົນເອງ​ອົບອຸ່ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ເຈົ້າ​ເປັນ​ສາວົກ​ຄົນ​ໜຶ່ງ​ຂອງ​ລາວ​ບໍ່​ແມ່ນ​ບໍ?”
ເປໂຕ​ປະຕິເສດ​ວ່າ, “ຂ້ອຍ​ບໍ່​ໄດ້​ເປັນ”.
26ຄົນຮັບໃຊ້​ຄົນ​ໜຶ່ງ​ຂອງ​ມະຫາ​ປະໂລຫິດ​ທີ່​ເປັນ​ພີ່ນ້ອງ​ກັບ​ຄົນ​ທີ່​ຖືກ​ເປໂຕ​ຟັນ​ຫູ​ຂາດ​ນັ້ນ​ກໍ​ຢືນຢັນ​ວ່າ, “ຂ້ອຍ​ເຫັນ​ເຈົ້າ​ຢູ່​ກັບ​ລາວ​ໃນ​ສວນ​ໝາກກອກ​ບໍ່​ແມ່ນ​ບໍ?” 27ເປໂຕ​ປະຕິເສດ​ອີກ ແລະ ໃນທັນໃດ​ນັ້ນ​ໄກ່​ກໍ​ເລີ່ມ​ຂັນ.
ພຣະເຢຊູເຈົ້າ​ຕໍ່ໜ້າ​ປີລາດ
(ມທ 27:11-18,20-23; ມຣກ 15:2-15; ລກ 23:2,3,18-25)
28ຫລັງຈາກນັ້ນ ພວກ​ຢິວ​ໄດ້​ນໍາ​ພຣະເຢຊູເຈົ້າ​ອອກຈາກ​ເຮືອນ​ຂອງ​ກາຢະຟາ​ໄປ​ຍັງ​ວັງ​ຂອງ​ຜູ້ປົກຄອງ​ຊາວໂຣມ. ຕອນ​ນີ້​ຍັງ​ເປັນ​ເວລາ​ເຊົ້າ​ມືດ​ຢູ່, ພວກ​ຢິວ​ຈຶ່ງ​ບໍ່​ເຂົ້າໄປ​ໃນ​ວັງ​ເພື່ອ​ຫລີກເວັ້ນ​ການ​ເປັນມົນທິນ​ຕາມ​ທຳນຽມ, ເພາະວ່າ​ພວກເຂົາ​ຕ້ອງການ​ໃຫ້​ຕົນເອງ​ສາມາດ​ກິນ​ອາຫານ​ປັດສະຄາ​ໄດ້. 29ດັ່ງນັ້ນ ປີລາດ​ຈຶ່ງ​ອອກ​ມາ​ພົບ​ພວກເຂົາ ແລະ ຖາມ​ວ່າ, “ພວກທ່ານ​ໄດ້​ຟ້ອງ​ຊາຍ​ຄົນ​ນີ້​ໃນ​ເລື່ອງໃດ?”
30ພວກເຂົາ​ຕອບ​ວ່າ, “ຖ້າ​ລາວ​ບໍ່​ແມ່ນ​ຜູ້ຮ້າຍ​ພວກເຮົາ​ກໍ​ຄົງ​ບໍ່​ພາ​ລາວ​ມາ​ມອບ​ໃຫ້​ແກ່​ທ່ານ​ດອກ”.
31ປີລາດ​ກ່າວ​ວ່າ, “ໃຫ້​ພວກທ່ານ​ນຳ​ໂຕ​ລາວ​ໄປ​ຕັດສິນ​ຕາມ​ກົດໝາຍ​ຂອງ​ທ່ານ​ເອງ​ເທາະ”.
ພວກ​ຢິວ​ຄັດຄ້ານ​ວ່າ, “ແຕ່​ພວກເຮົາ​ບໍ່​ມີ​ສິດ​ຂ້າ​ຜູ້ໃດ”. 32ສິ່ງ​ນີ້​ເກີດຂຶ້ນ​ກໍ​ເພື່ອ​ຈະ​ເປັນ​ຈິງ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ​ພຣະອົງ​ຈະ​ຕາຍ​ຢ່າງໃດ.
33ປີລາດ​ຈຶ່ງ​ກັບ​ເຂົ້າ​ໄປ​ໃນ​ວັງ ແລ້ວ​ເອີ້ນ​ພຣະເຢຊູເຈົ້າ​ມາ ແລະ ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?”
34ພຣະເຢຊູເຈົ້າ​ຖາມ​ວ່າ, “ຄຳຖາມ​ນີ້​ເປັນ​ຄວາມຄິດ​ຂອງ​ທ່ານ​ເອງ ຫລື ມີ​ຄົນ​ອື່ນ​ບອກ​ທ່ານ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ?”
35ປີລາດ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ຢິວ​ບໍ? ຄົນ​ຮ່ວມ​ຊາດ​ຂອງ​ເຈົ້າ ແລະ ພວກຫົວໜ້າ​ປະໂລຫິດ​ຂອງ​ເຈົ້າ​ໄດ້​ນຳ​ໂຕ​ເຈົ້າ​ມາ​ມອບ​ໃຫ້​ຂ້ອຍ. ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ແດ່?”
36ພຣະເຢຊູເຈົ້າ​ຕອບ​ວ່າ, “ອານາຈັກ​ຂອງ​ເຮົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ນີ້. ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກ​ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຄົງ​ຈະ​ຕໍ່ສູ້​ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກ​ຢິວ​ຈັບ​ໂຕ​ເຮົາ. ແຕ່​ບັດນີ້​ອານາຈັກ​ຂອງ​ເຮົາ​ແມ່ນ​ມາ​ຈາກ​ບ່ອນ​ອື່ນ”.
37ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ກະສັດ​ບໍ!”
ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ​ເຮົາ​ເປັນ​ກະສັດ. ແທ້​ຈິງ​ແລ້ວ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ເກີດ​ມາ ແລະ ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ເປັນ​ພະຍານ​ເຖິງ​ຄວາມຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ​ກໍ​ຍ່ອມ​ຟັງ​ເຮົາ”.
38ປີລາດ​ຖາມວ່າ, “ຄວາມຈິງ​ນັ້ນ​ແມ່ນຫຍັງ?” ເມື່ອ​ປີລາດ​ຖາມ​ດັ່ງນັ້ນ​ແລ້ວ​ເພິ່ນ​ກໍ​ອອກມາ​ຫາ​ພວກ​ຢິວ​ອີກ ແລະ ບອກ​ພວກເຂົາ​ວ່າ, “ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້. 39ແຕ່​ເປັນ​ທຳນຽມ​ຂອງ​ພວກທ່ານ​ທີ່​ໃຫ້​ເຮົາ​ປ່ອຍ​ນັກໂທດ​ໜຶ່ງ​ຄົນ​ໃຫ້​ແກ່​ພວກທ່ານ​ໃນ​ເທດສະການ​ປັດສະຄາ, ພວກທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ ‘ກະສັດ​ຂອງ​ຊາວ​ຢິວ’ ບໍ?”
40ພວກເຂົາ​ທັງຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່, ບໍ່​ແມ່ນ​ຊາຍ​ຄົນ​ນີ້! ປ່ອຍ​ບາຣາບາ​ໃຫ້​ພວກເຮົາ!” ບາຣາບາ​ນັ້ນ​ໄດ້​ມີ​ສ່ວນຮ່ວມ​ໃນ​ການກະບົດ.

Currently Selected:

ໂຢຮັນ 18: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in