ມັດທາຍ 26
26
ແຜນການປອງຮ້າຍພຣະເຢຊູເຈົ້າ
(ມຣກ 14:1,2; ລກ 22:1,2)
1ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ຈົບແລ້ວ ພຣະອົງກໍກ່າວກັບພວກສາວົກຂອງພຣະອົງວ່າ, 2“ພວກເຈົ້າກໍຮູ້ຢູ່ແລ້ວວ່າຍັງອີກສອງວັນກໍຈະເຖິງເທດສະການປັດສະຄາ ແລະ ບຸດມະນຸດຈະຖືກມອບໃຫ້ພວກເຂົາຄຶງໄວ້ທີ່ໄມ້ກາງແຂນ”.
3ຫລັງຈາກນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ກໍໄດ້ມາປະຊຸມກັນທີ່ເຮືອນຂອງມະຫາປະໂລຫິດ ຜູ້ທີ່ຊື່ວ່າ ກາຢະຟາ 4ແລະ ພວກເຂົາໄດ້ວາງແຜນເພື່ອຊອກຫາກົນອຸບາຍທີ່ຈະຈັບພຣະເຢຊູເຈົ້າ ແລະ ຂ້າພຣະອົງ. 5ພວກເຂົາເວົ້າວ່າ, “ແຕ່ພວກເຮົາບໍ່ຕ້ອງເຮັດໃນລະຫວ່າງເທດສະການ ເພາະອາດຈະເກີດຄວາມວຸ້ນວາຍຂຶ້ນໃນທ່າມກາງປະຊາຊົນ”.
ພຣະເຢຊູເຈົ້າໄດ້ຮັບການຫົດສົງທີ່ເບັດທານີ
(ມຣກ 14:3-9)
6ໃນຂະນະທີ່ພຣະເຢຊູເຈົ້າຢູ່ໃນບ້ານເບັດທານີໃນເຮືອນຂອງຊີໂມນ ຜູ້ທີ່ເປັນພະຍາດຂີ້ທູດ, 7ມີຍິງຄົນໜຶ່ງເຂົ້າມາຫາພຣະອົງພ້ອມດ້ວຍເຕົ້າຫີນຂາວທີ່ບັນຈຸນ້ຳຫອມທີ່ມີລາຄາແພງ ນາງໄດ້ຖອກນໍ້າຫອມນັ້ນຫົດສົງຫົວຂອງພຣະອົງຂະນະທີ່ພຣະອົງກຳລັງນັ່ງເອນໂຕຢູ່ທີ່ໂຕະອາຫານ.
8ເມື່ອພວກສາວົກເຫັນເຫດການນີ້ພວກເຂົາກໍບໍ່ພໍໃຈ. ພວກເຂົາຈຶ່ງຖາມວ່າ, “ເປັນຫຍັງຈຶ່ງເຮັດໃຫ້ນໍ້າຫອມນີ້ເສຍໄປລ້າໆ? 9ນໍ້າຫອມນີ້ສາມາດຂາຍໄດ້ໃນລາຄາສູງ ແລະ ເອົາເງິນນີ້ໄປແຈກຢາຍໃຫ້ຄົນຍາກຈົນກໍໄດ້”.
10ພຣະເຢຊູເຈົ້າຮູ້ຄວາມຄິດຂອງພວກເຂົາ ຈຶ່ງກ່າວກັບພວກເຂົາວ່າ, “ພວກເຈົ້າກວນໃຈຍິງຄົນນີ້ເຮັດຫຍັງ? ນາງໄດ້ເຮັດສິ່ງດີງາມໃຫ້ແກ່ເຮົາແລ້ວ. 11ຄົນຍາກຈົນຈະມີຢູ່ກັບພວກເຈົ້າສະເໝີ ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ. 12ນາງໄດ້ຖອກນ້ຳຫອມນີ້ໃສ່ຮ່າງກາຍຂອງເຮົາກໍເພື່ອຕຽມການຝັງສົບຂອງເຮົາ. 13ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຂ່າວປະເສີດນີ້ຖືກປະກາດໄປທີ່ໃດກໍຕາມໃນທົ່ວໂລກ, ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ກ່າວອອກໄປເໝືອນກັນເພື່ອເປັນການລະນຶກເຖິງນາງ”.
ຢູດາຍອມທໍລະຍົດຕໍ່ພຣະເຢຊູເຈົ້າ
(ມຣກ 14:10-11; ລກ 22:3-6)
14ຕໍ່ມາ ຜູ້ໜຶ່ງໃນພວກສາວົກສິບສອງຄົນ ມີຊື່ວ່າຢູດາອິດສະກາຣີອົດກໍໄດ້ໄປພົບພວກຫົວໜ້າປະໂລຫິດ 15ແລະ ໄດ້ຖາມວ່າ, “ພວກທ່ານຈະເອົາອັນໃດໃຫ້ແກ່ຂ້ານ້ອຍຖ້າຂ້ານ້ອຍມອບພຣະອົງໃຫ້ແກ່ພວກທ່ານ?” ດັ່ງນັ້ນ ພວກເຂົາຈຶ່ງນັບເງິນສາມສິບຫລຽນໃຫ້ຢູດາ. 16ຕັ້ງແຕ່ນັ້ນມາ ຢູດາກໍເຝົ້າຫາໂອກາດທີ່ຈະມອບພຣະເຢຊູເຈົ້າໃຫ້ແກ່ພວກເຂົາ.
ອາຫານຄາບສຸດທ້າຍ
(ມຣກ 14:12-21; ລກ 22:7-13)
17ໃນມື້ທີໜຶ່ງຂອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາຫາພຣະເຢຊູເຈົ້າ ແລະ ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍຈັດຕຽມອາຫານປັດສະຄາໃຫ້ທ່ານຮັບປະທານຢູ່ທີ່ໃດ?”
18ພຣະອົງຕອບວ່າ, “ຈົ່ງເຂົ້າໄປຫາຄົນໜຶ່ງໃນເມືອງ ແລະ ບອກລາວວ່າ, ‘ອາຈານກ່າວດັ່ງນີ້ວ່າ: ເວລາທີ່ເຮົາກຳນົດໃກ້ເຂົ້າມາແລ້ວ ເຮົາຈະສະຫລອງປັດສະຄາຮ່ວມກັບພວກສາວົກຂອງເຮົາຢູ່ທີ່ເຮືອນຂອງເຈົ້າ’”. 19ດັ່ງນັ້ນ ພວກສາວົກກໍໄດ້ປະຕິບັດຕາມທີ່ພຣະເຢຊູເຈົ້າໄດ້ສັ່ງພວກເພິ່ນ ແລະ ໄດ້ຈັດຕຽມປັດສະຄາໄວ້.
20ເມື່ອເຖິງຕອນຄ່ຳມາ ພຣະເຢຊູເຈົ້ານັ່ງທີ່ໂຕະອາຫານຮ່ວມກັບພວກສາວົກສິບສອງຄົນ. 21ແລະ ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ ພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ”.
22ຝ່າຍພວກສາວົກກໍເປັນທຸກໃຈຫລາຍ ແລະ ທຸກຄົນຕ່າງກໍເລີ່ມຖາມພຣະອົງເທື່ອລະຄົນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງຄົງບໍ່ໝາຍເຖິງຂ້ານ້ອຍແມ່ນບໍ?”
23ພຣະເຢຊູເຈົ້າຕອບວ່າ, “ຜູ້ທີ່ຈໍ້າໃນຖ້ວຍຮ່ວມກັບເຮົາ ຄືຜູ້ນັ້ນ ຈະທໍລະຍົດຕໍ່ເຮົາ. 24ບຸດມະນຸດຈະເປັນໄປຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ. ແຕ່ວິບັດຈະມີແກ່ຜູ້ນັ້ນທີ່ທໍລະຍົດຕໍ່ບຸດມະນຸດ! ຖ້າລາວບໍ່ໄດ້ເກີດມາເລີຍກໍຈະດີຕໍ່ລາວຫລາຍກວ່າ”.
25ແລ້ວຢູດາຜູ້ທີ່ຈະທໍລະຍົດຕໍ່ພຣະອົງຕອບວ່າ, “ອາຈານເອີຍ, ພຣະອົງຄົງບໍ່ໝາຍເຖິງຂ້ານ້ອຍແມ່ນບໍ?”
ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ເຈົ້າເວົ້າ”.
ພິທີສິນມະຫາສະໜິດຂອງອົງພຣະຜູ້ເປັນເຈົ້າ
(ມຣກ 14:22-25; ລກ 22:17-20; 1ກຣທ 11:23-25)
26ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຫັກເຂົ້າຈີ່ນັ້ນແລ້ວຍື່ນໃຫ້ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບ ແລະ ກິນສາ, ນີ້ຄືກາຍຂອງເຮົາ”.
27ແລ້ວພຣະອົງໄດ້ຈັບເອົາຈອກຂຶ້ນມາ, ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ພຣະອົງຍື່ນຈອກນັ້ນໃຫ້ພວກເພິ່ນ ໂດຍກ່າວວ່າ, “ພວກເຈົ້າທຸກຄົນຈົ່ງດື່ມຈາກຈອກນີ້. 28ນີ້ຄືເລືອດຂອງເຮົາ ເຊິ່ງເປັນເລືອດແຫ່ງພັນທະສັນຍາ#26:28 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ພັນທະສັນຍາໃໝ່ ທີ່ຖອກອອກມາເພື່ອອະໄພຄວາມບາບໃຫ້ແກ່ຄົນທັງຫລາຍ. 29ເຮົາບອກພວກເຈົ້າວ່າ, ເຮົາຈະບໍ່ດື່ມນ້ຳຈາກໝາກອະງຸ່ນນີ້ອີກຈົນກວ່າຈະເຖິງວັນນັ້ນທີ່ເຮົາຈະດື່ມນໍ້າອະງຸ່ນໃໝ່ຮ່ວມກັບພວກເຈົ້າໃນອານາຈັກຂອງພຣະບິດາຂອງເຮົາ”.
30ເມື່ອພວກເພິ່ນຮ້ອງເພງສັນລະເສີນບົດໜຶ່ງແລ້ວ, ພວກເພິ່ນກໍພາກັນອອກໄປທີ່ພູເຂົາໝາກກອກ.
ພຣະເຢຊູເຈົ້າທຳນວາຍວ່າເປໂຕຈະປະຕິເສດພຣະອົງ
(ມຣກ 14:27-31; ລກ 22:31-34)
31ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກວ່າ, “ໃນຄືນນີ້ ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ:
“‘ເຮົາຈະຟາດຜູ້ລ້ຽງແກະ
ແລະ ຝູງແກະຈະກະຈັດກະຈາຍໄປ’.#26:31 ຊກຢ 13:7
32ແຕ່ຫລັງຈາກທີ່ເຮົາເປັນຄືນມາຈາກຕາຍແລ້ວ ເຮົາຈະໄປທີ່ແຂວງຄາລີເລກ່ອນໜ້າພວກເຈົ້າ”.
33ເປໂຕຈຶ່ງຕອບວ່າ, “ເຖິງແມ່ນວ່າທຸກຄົນຈະໜີໄປຈາກພຣະອົງກໍຕາມ ຂ້ານ້ອຍຈະບໍ່ໜີຈາກພຣະອົງຈັກເທື່ອ”.
34ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຄືນນີ້ ກ່ອນໄກ່ຂັນເຈົ້າຈະປະຕິເສດເຮົາເຖິງສາມເທື່ອ”.
35ແຕ່ເປໂຕປະກາດວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບພຣະອົງ ຂ້ານ້ອຍກໍຈະບໍ່ປະຕິເສດພຣະອົງຈັກເທື່ອ”. ແລ້ວພວກສາວົກທຸກຄົນກໍເວົ້າຢ່າງນັ້ນເໝືອນກັນ.
ເຄັດເຊມາເນ
(ມຣກ 14:32-42; ລກ 22:40-46)
36ແລ້ວພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ໄປບ່ອນໜຶ່ງທີ່ຊື່ວ່າເຄັດເຊມາເນ, ພຣະອົງກ່າວແກ່ພວກເພິ່ນວ່າ, “ຈົ່ງນັ່ງຢູ່ທີ່ນີ້ຂະນະທີ່ເຮົາໄປອະທິຖານຢູ່ທີ່ນັ້ນ”. 37ພຣະອົງໄດ້ເອົາເປໂຕ ແລະ ລູກຊາຍສອງຄົນຂອງເຊເບດາຍໄປນໍາ. ພຣະອົງເລີ່ມໂສກເສົ້າ ແລະ ເປັນທຸກໃຈຫລາຍ 38ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ, “ຈິດໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າໃກ້ຈະຕາຍຢູ່ແລ້ວ ຈົ່ງເຝົ້າລະວັງຢູ່ທີ່ນີ້ກັບເຮົາ”.
39ພຣະອົງຍ່າງໄປອີກໜ້ອຍໜຶ່ງໝູບໜ້າລົງພື້ນດິນ ແລະ ອະທິຖານວ່າ, “ພຣະບິດາຂອງລູກເອີຍ, ຖ້າເປັນໄປໄດ້ຂໍໃຫ້ຈອກນີ້ຜ່ານພົ້ນໄປຈາກລູກດ້ວຍ. ແຕ່ເຖິງຢ່າງໃດກໍຕາມຂໍຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ”.
40ແລ້ວພຣະອົງກໍກັບຄືນມາຫາພວກສາວົກຂອງພຣະອົງ ແລະ ພົບວ່າພວກເພິ່ນກຳລັງນອນຫລັບຢູ່. ພຣະອົງຈຶ່ງຖາມເປໂຕວ່າ, “ພວກເຈົ້າຈະຄອຍເຝົ້າຢູ່ກັບເຮົາພຽງຊົ່ວໂມງດຽວກໍບໍ່ໄດ້ບໍ? 41ຈົ່ງເຝົ້າລະວັງ ແລະ ອະທິຖານຢູ່ ເພື່ອພວກເຈົ້າຈະບໍ່ຕົກເຂົ້າໄປໃນການທົດລອງ. ຈິດວິນຍານພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍກໍອ່ອນກຳລັງ”.
42ພຣະອົງໄດ້ໄປອີກເປັນເທື່ອທີສອງ ແລະ ອະທິຖານວ່າ, “ພຣະບິດາຂອງລູກເອີຍ, ຖ້າຈອກນີ້ບໍ່ອາດຜ່ານພົ້ນໄປ ແລະ ຂ້ານ້ອຍຈໍາເປັນຕ້ອງດື່ມຈອກນີ້ ກໍຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ”.
43ເມື່ອພຣະອົງກັບຄືນມາກໍພົບວ່າພວກເພິ່ນຍັງນອນຫລັບຢູ່ຄືເກົ່າ ເພາະວ່າພວກເພິ່ນເຫງົານອນຫລາຍຈົນມືນຕາບໍ່ຂຶ້ນ. 44ພຣະອົງຈຶ່ງປະພວກເພິ່ນໄວ້ແລ້ວໄປອີກ ແລະ ອະທິຖານເປັນເທື່ອທີສາມ ໂດຍກ່າວສິ່ງດຽວກັນ.
45ແລ້ວພຣະອົງກໍໄດ້ກັບຄືນມາຫາພວກສາວົກ ແລະ ກ່າວກັບພວກເພິ່ນວ່າ, “ພວກເຈົ້າຍັງນອນຫລັບ ແລະ ພັກຜ່ອນຢູ່ບໍ? ເບິ່ງແມ, ເວລານັ້ນໄດ້ມາຮອດແລ້ວ ແລະ ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຂອງຄົນບາບທັງຫລາຍ. 46ຈົ່ງລຸກຂຶ້ນ! ພາກັນໄປເທາະ! ຜູ້ທີ່ທໍລະຍົດເຮົາກໍມາທີ່ນີ້ແລ້ວ!”
ການຈັບກຸມພຣະເຢຊູເຈົ້າ
(ມຣກ 14:43-50; ລກ 22:47-53)
47ພຣະອົງກ່າວຍັງບໍ່ທັນສຸດຄຳ, ຜູ້ໜຶ່ງໃນຈໍານວນສາວົກສິບສອງຄົນນັ້ນຄື ຢູດາກໍໄດ້ມາຮອດພ້ອມກັບປະຊາຊົນຈຳນວນຫລວງຫລາຍທີ່ຖືດາບ ແລະ ໄມ້ຄ້ອນ ເຊິ່ງເປັນຄົນທີ່ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ຂອງປະຊາຊົນໃຊ້ມາ. 48ແລ້ວຜູ້ທໍລະຍົດໄດ້ກຳນົດສັນຍານກັບພວກເຂົາວ່າ, “ຜູ້ໃດທີ່ເຮົາຈູບຄຳນັບແມ່ນຜູ້ນັ້ນ ຈົ່ງໄປຈັບກຸມລາວ”. 49ຢູດາກໍເຂົ້າໄປຫາພຣະເຢຊູເຈົ້າທັນທີ ແລະ ເວົ້າວ່າ, “ຂໍຄຳນັບຣັບບີ!” ແລ້ວລາວກໍຈູບພຣະອົງ.
50ພຣະເຢຊູເຈົ້າຕອບວ່າ, “ສະຫາຍເອີຍ, ຈົ່ງເຮັດຕາມສິ່ງທີ່ເຈົ້າມາເພື່ອເຮັດສາ”.#26:50 ຫລື “ສະຫາຍເອີຍ ເຈົ້າມາທີ່ນີ້ເຮັດຫຍັງ?”
ແລ້ວພວກເຂົາກໍເຂົ້າໄປຈັບພຣະເຢຊູເຈົ້າໄວ້. 51ໃນຂະນະນັ້ນ ມີຄົນໜຶ່ງທີ່ໄປກັບພຣະເຢຊູເຈົ້າໄດ້ເອື້ອມມືຈັບດາບຂອງລາວແລ້ວຊັກດາບອອກມາຟັນຫູຂອງຄົນຮັບໃຊ້ຂອງມະຫາປະໂລຫິດຂາດເບື້ອງໜຶ່ງ.
52ພຣະເຢຊູເຈົ້າຈຶ່ງບອກລາວວ່າ, “ຈົ່ງເອົາດາບຂອງເຈົ້າເກັບໃສ່ຝັກໄວ້ສາ ເພາະວ່າທຸກຄົນທີ່ໃຊ້ດາບກໍຈະຕາຍດ້ວຍດາບ. 53ເຈົ້າຄິດວ່າເຮົາບໍ່ສາມາດຮ້ອງຂໍພຣະບິດາຂອງເຮົາ ແລະ ພຣະອົງຈະໃຫ້ເທວະດາຫລາຍກວ່າສິບສອງກອງມາຊ່ວຍເຮົາທັນທີບໍ? 54ແຕ່ຖ້າຢ່າງນັ້ນ ຈະເປັນໄປຕາມທີ່ພຣະຄຳພີກ່າວໄວ້ໄດ້ແນວໃດວ່າຈະຕ້ອງເປັນໄປຕາມນີ້?”
55ໃນຊົ່ວໂມງນັ້ນພຣະເຢຊູເຈົ້າໄດ້ກ່າວຕໍ່ປະຊາຊົນທັງຫລາຍວ່າ, “ເຮົາກຳລັງກໍ່ການກະບົດບໍ, ພວກເຈົ້າຈຶ່ງຖືດາບຖືໄມ້ຄ້ອນມາຈັບເຮົາ? ເຮົານັ່ງສັ່ງສອນຢູ່ໃນເດີ່ນວິຫານທຸກວັນ ແລະ ພວກເຈົ້າກໍບໍ່ໄດ້ຈັບເຮົາ. 56ແຕ່ເຫດການທັງໝົດນີ້ໄດ້ເປັນໄປຕາມທີ່ພວກຜູ້ທຳນວາຍໄດ້ຂຽນໄວ້ໃນພຣະຄຳພີ”. ແລ້ວພວກສາວົກທຸກຄົນໄດ້ປະຖິ້ມພຣະອົງ ແລະ ໜີໄປ.
ພຣະເຢຊູເຈົ້າຢູ່ຕໍ່ໜ້າສະພາແຊນເຮດຣິນ
(ມຣກ 14:53-65; ຢຮ 18:12,13,19-24)
57ບັນດາຜູ້ທີ່ຈັບພຣະເຢຊູເຈົ້ານັ້ນໄດ້ພາພຣະອົງໄປທີ່ເຮືອນຂອງມະຫາປະໂລຫິດກາຢະຟາ ບ່ອນທີ່ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ປະຊຸມກັນ. 58ສ່ວນເປໂຕກໍໄດ້ຕິດຕາມພຣະອົງໄປໃນໄລຍະຫ່າງໆ ຈົນມາເຖິງເດີ່ນບ້ານຂອງມະຫາປະໂລຫິດ. ເພິ່ນໄດ້ເຂົ້າໄປ ແລະ ນັ່ງຢູ່ກັບພວກທະຫານຍາມເພື່ອຊອມເບິ່ງຜົນທີ່ຈະເກີດຂຶ້ນ.
59ພວກຫົວໜ້າປະໂລຫິດ ແລະ ທັງສະພາແຊນເຮດຣິນໄດ້ຊອກຫາຫລັກຖານບໍ່ຈິງມາຕໍ່ສູ້ພຣະເຢຊູເຈົ້າ ເພື່ອວ່າພວກເຂົາຈະໄດ້ຂ້າພຣະອົງ. 60ແຕ່ພວກເຂົາກໍຊອກຫາຫລັກຖານບໍ່ໄດ້ ເຖິງແມ່ນຈະມີພະຍານບໍ່ຈິງຫລາຍຄົນມາກ່າວຫາພຣະອົງ.
ໃນທີ່ສຸດກໍມີສອງຄົນອອກມາ 61ແລະ ໄດ້ປະກາດວ່າ, “ຄົນນີ້ໄດ້ເວົ້າວ່າ, ‘ເຮົາສາມາດມ້າງວິຫານຂອງພຣະເຈົ້າລົງ ແລະ ສ້າງວິຫານຂຶ້ນໃໝ່ໄດ້ພາຍໃນສາມວັນ’”.
62ແລ້ວມະຫາປະໂລຫິດຈຶ່ງລຸກຂຶ້ນຢືນ ແລະ ເວົ້າຕໍ່ພຣະເຢຊູເຈົ້າວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ຄຳພະຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ?” 63ແຕ່ພຣະເຢຊູເຈົ້າຍັງມິດງຽບຢູ່.
ມະຫາປະໂລຫິດຈຶ່ງເວົ້າຕໍ່ພຣະອົງວ່າ, “ພາຍໃຕ້ຄຳສາບານໂດຍອ້າງພຣະເຈົ້າຜູ້ມີຊີວິດຢູ່ ເຮົາສັ່ງເຈົ້າວ່າ: ຖ້າເຈົ້າແມ່ນພຣະຄຣິດເຈົ້າ#26:63 ຫລື ພຣະເມຊີອາ ເຊັ່ນດຽວກັບຂໍ້ 68ພຣະບຸດຂອງພຣະເຈົ້າກໍຈົ່ງບອກພວກເຮົາມາ”.
64ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ເຈົ້າເວົ້າ. ແຕ່ເຮົາບອກພວກເຈົ້າທຸກຄົນວ່າ: ຕັ້ງແຕ່ນີ້ໄປພວກເຈົ້າຈະໄດ້ເຫັນບຸດມະນຸດນັ່ງຢູ່ເບື້ອງຂວາມືຂອງຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ກຳລັງມາເທິງເມກແຫ່ງສະຫວັນ”.
65ມະຫາປະໂລຫິດຈຶ່ງຈີກເສື້ອຂອງຕົນ ແລະ ເວົ້າວ່າ, “ລາວໄດ້ເວົ້າໝິ່ນປະໝາດພຣະເຈົ້າ! ພວກເຮົາຈະຕ້ອງການພະຍານຕື່ມອີກເຮັດຫຍັງ? ເບິ່ງແມ, ບັດນີ້ພວກເຈົ້າທັງຫລາຍໄດ້ຍິນຄຳເວົ້າໝິ່ນປະໝາດແລ້ວ. 66ພວກເຈົ້າຄິດຢ່າງໃດ?”
ພວກເຂົາຕອບວ່າ, “ລາວສົມຄວນຕາຍ”.
67ແລ້ວພວກເຂົາກໍຖົ່ມນ້ຳລາຍໃສ່ໜ້າຂອງພຣະອົງ ແລະ ທຸບຕີພຣະອົງດ້ວຍກຳປັ້ນຂອງພວກເຂົາ. ຄົນອື່ນໆກໍຕົບພຣະອົງ 68ແລະ ເວົ້າວ່າ, “ພຣະຄຣິດເຈົ້າ, ຈົ່ງທຳນວາຍໃຫ້ພວກເຮົາເບິ່ງດູແມ່ນຜູ້ໃດຕີເຈົ້າ?”
ເປໂຕປະຕິເສດພຣະເຢຊູເຈົ້າ
(ມຣກ 14:66-72; ລກ 22:55-62; ຢຮ 18:16-18,25-27)
69ຝ່າຍເປໂຕນັ່ງຢູ່ເດີ່ນບ້ານ, ມີຄົນຮັບໃຊ້ຍິງຄົນໜຶ່ງໄດ້ມາຫາເພິ່ນ ແລະ ເວົ້າວ່າ, “ເຈົ້າກໍຢູ່ກັບເຢຊູແຫ່ງຄາລີເລເໝືອນກັນ”.
70ແຕ່ເພິ່ນໄດ້ຕອບປະຕິເສດຕໍ່ໜ້າທຸກຄົນ. ເພິ່ນກ່າວວ່າ, “ຂ້ອຍບໍ່ຮູ້ເລື່ອງທີ່ເຈົ້າເວົ້າມານັ້ນ”.
71ແລ້ວເພິ່ນກໍຍ່າງອອກໄປປະຕູໜ້າບ້ານ, ມີຄົນຮັບໃຊ້ຍິງຄົນໜຶ່ງອີກເຫັນເພິ່ນຈຶ່ງເວົ້າກັບຄົນທີ່ຢືນຢູ່ໃນບ່ອນນັ້ນວ່າ, “ຄົນນີ້ເຄີຍຢູ່ກັບເຢຊູຊາວນາຊາເຣັດ”.
72ເພິ່ນໄດ້ປະຕິເສດອີກພ້ອມທັງສາບານວ່າ: “ຂ້ອຍບໍ່ຮູ້ຈັກຄົນນັ້ນ!”
73ຫລັງຈາກນັ້ນໜ້ອຍໜຶ່ງ ບັນດາຄົນທີ່ຢືນຢູ່ບ່ອນນັ້ນກໍມາຫາເປໂຕ ແລະ ເວົ້າວ່າ, “ແມ່ນແທ້ ເຈົ້າເປັນຄົນໜຶ່ງໃນພວກເຂົາ ຟັງຈາກສຳນຽງຂອງເຈົ້າກໍຮູ້”.
74ແລ້ວເປໂຕຈຶ່ງເລີ່ມສາບແຊ່ງ ແລະ ສາບານຕໍ່ພວກເຂົາວ່າ, “ຂ້ອຍບໍ່ຮູ້ຈັກຊາຍຄົນນັ້ນ!”
ໃນທັນໃດນັ້ນໄກ່ກໍຂັນ. 75ເປໂຕຈຶ່ງຈື່ໄດ້ເຖິງຄຳທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ, “ກ່ອນໄກ່ຂັນເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”. ແລ້ວເພິ່ນຈຶ່ງອອກໄປທາງນອກ ແລະ ຮ້ອງໄຫ້ຢ່າງຂົມຂື່ນ.
Currently Selected:
ມັດທາຍ 26: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.

: