ມັດທາຍ 28:12-15
ມັດທາຍ 28:12-15 LCV
ເມື່ອພວກຫົວໜ້າປະໂລຫິດໄດ້ປະຊຸມກັນກັບພວກເຖົ້າແກ່ ແລະ ວາງແຜນການແລ້ວ, ພວກເຂົາກໍເອົາເງິນຈໍານວນຫລາຍໃຫ້ພວກທະຫານ ພ້ອມທັງສັ່ງວ່າ, “ພວກເຈົ້າຈົ່ງເວົ້າວ່າ, ‘ພວກສາວົກໄດ້ມາລັກເອົາສົບໄປໃນຕອນກາງຄືນໃນຂະນະທີ່ພວກເຮົານອນຫລັບຢູ່’. ຖ້າເລື່ອງນີ້ຮູ້ໄປເຖິງຜູ້ປົກຄອງ ພວກເຮົາຈະເວົ້າແກ້ໂຕກັບເພິ່ນ ແລະ ປ້ອງກັນພວກເຈົ້າບໍ່ໃຫ້ມີບັນຫາ”. ດັ່ງນັ້ນ ພວກທະຫານຈຶ່ງຮັບເງິນ ແລະ ພາກັນເຮັດຕາມຄຳແນະນໍານັ້ນ. ແລ້ວເລື່ອງນີ້ໄດ້ຖືກເຜີຍແຜ່ໄປຢ່າງກວ້າງຂວາງໃນທ່າມກາງຊາວຢິວຈົນເຖິງທຸກວັນນີ້.