YouVersion Logo
Search Icon

ມັດທາຍ 4

4
ພຣະເຢຊູເຈົ້າ​ຖືກ​ທົດລອງ​ໃນ​ຖິ່ນແຫ້ງແລ້ງກັນດານ
(ມຣກ 1:12,13; ລກ 4:1-13)
1ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ໃຫ້​ມານຮ້າຍ​ທົດລອງ. 2ຫລັງຈາກ​ອົດອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ, ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ. 3ຜູ້ລໍ້ລວງ​ກໍ​ໄດ້​ມາ​ຫາ​ພຣະອົງ ແລະ ກ່າວ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.
4ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ມະນຸດ​ຈະ​ດຳລົງ​ຊີວິດ​ຢູ່​ດ້ວຍ​ອາຫານ​ພຽງ​ຢ່າງ​ດຽວ​ກໍ​ບໍ່​ໄດ້, ແຕ່​ດ້ວຍ​ທຸກ​ຖ້ອຍຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະເຈົ້າ’#4:4 ພບຍ 8:3”.
5ແລ້ວ​ມານຮ້າຍ​ຈຶ່ງ​ໄດ້​ນຳ​ພຣະອົງ​ໄປ​ຍັງ​ນະຄອນ​ສັກສິດ ແລະ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຈຸດ​ທີ່​ສູງ​ສຸດ​ຂອງ​ວິຫານ. 6ມານ​ຮ້າຍ​ໄດ້​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ໂດດ​ລົງ​ໄປ. ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:
“‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ພວກ​ເທວະດາ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ທ່ານ,
ແລະ ຝູງ​ເທວະດາ​ເຫລົ່ານັ້ນ​ຈະ​ໃຊ້​ມື​ຂອງ​ຕົນ​ອູ້ມ​ທ່ານ
ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ທ່ານ​ຕຳ​ກ້ອນຫີນ’#4:6 ພສສ 91:11,12”.
7ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ: ‘ຢ່າ​ທົດລອງ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ’#4:7 ພບຍ 6:16”.
8ອີກ​ເທື່ອ​ໜຶ່ງ, ມານຮ້າຍ​ໄດ້​ພາ​ພຣະອົງ​ໄປ​ເທິງ​ພູ​ທີ່​ສູງ​ຫລາຍ ແລະ ໄດ້​ສະແດງ​ອານາຈັກ​ທັງໝົດ​ຂອງ​ໂລກ ແລະ ຄວາມງົດງາມ​ຂອງ​ອານາຈັກ​ເຫລົ່ານັ້ນ​ໃຫ້​ພຣະອົງ​ເບິ່ງ. 9ແລ້ວ​ກໍ​ເວົ້າ​ວ່າ, “ສິ່ງ​ທັງໝົດ​ເຫລົ່ານີ້​ເຮົາ​ຈະ​ຍົກ​ໃຫ້​ທ່ານ ຖ້າ​ທ່ານ​ກົ້ມ​ຂາບ ແລະ ນະມັດສະການ​ເຮົາ”.
10ພຣະເຢຊູເຈົ້າ​ກ່າວ​ວ່າ, “ມານຊາຕານ, ຈົ່ງ​ໜີ​ໄປ​ຈາກ​ເຮົາ! ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ​ເທົ່ານັ້ນ’#4:10 ພບຍ 6:13”.
11ແລ້ວ​ມານຮ້າຍ​ກໍ​ຈາກ​ພຣະອົງ​ໄປ ແລະ ບັນດາ​ເທວະດາ​ກໍ​ໄດ້​ມາ​ຮັບໃຊ້​ພຣະອົງ.
ພຣະເຢຊູເຈົ້າ​ເລີ່ມຕົ້ນ​ເທດສະໜາ
12ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ຂ່າວ​ວ່າ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ, ພຣະອົງ​ຈຶ່ງ​ກັບຄືນ​ໄປ​ຍັງ​ແຂວງ​ຄາລີເລ. 13ພຣະອົງ​ໄດ້​ຍ້າຍ​ຈາກ​ເມືອງ​ນາຊາເຣັດ​ມາ​ອາໄສ​ຢູ່​ທີ່​ເມືອງ​ກາເປນາອູມ, ເຊິ່ງ​ຕັ້ງ​ຢູ່​ແຄມ​ທະເລສາບ​ໃນ​ຂົງເຂດ​ເຊບູໂລນ ແລະ ເນັບທາລີ, 14ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ຜູ້ທຳນວາຍ​ເອຊາຢາ​ວ່າ:
15“ດິນແດນ​ເຊບູໂລນ ແລະ ດິນແດນ​ເນັບທາລີ,
ເສັ້ນທາງ​ສູ່​ທະເລ​ລຽບ​ຕາມ​ແມ່ນ້ຳຈໍແດນ,
ແຂວງ​ຄາລີເລ​ແຫ່ງ​ບັນດາ​ຄົນຕ່າງຊາດ
16ປະຊາຊົນ​ຜູ້​ທີ່​ໃຊ້​ຊີວິດ​ຢູ່​ໃນ​ຄວາມມືດ
ໄດ້​ເຫັນ​ແສງສະຫວ່າງ​ອັນ​ຍິ່ງໃຫຍ່;
ບັນດາ​ຜູ້​ອາໄສ​ໃນ​ດິນແດນ​ຂອງ​ເງົາ​ແຫ່ງ​ຄວາມຕາຍ​ນັ້ນ
ແສງສະຫວ່າງ​ເລີ່ມ​ສ່ອງສະຫວ່າງ​ຂຶ້ນ​ແລ້ວ”.#4:16 ອຊຢ 9:1,2
17ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ເທດສະໜາ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.
ພຣະເຢຊູເຈົ້າ​ໄດ້​ເອີ້ນ​ເອົາ​ສາວົກ​ກຸ່ມ​ທຳອິດ
(ມຣກ 1:16-20; ລກ 5:2-11; ຢຮ 1:35-42)
18ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຊີໂມນ ທີ່​ມີ​ຊື່​ອີກ​ວ່າ​ເປໂຕ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ. ພວກເພິ່ນ​ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ. 19ພຣະເຢຊູເຈົ້າ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ເຮົາ​ຈະ​ໃຊ້​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ”. 20ໃນທັນໃດ​ນັ້ນ ພວກເພິ່ນ​ກໍ​ປະ​ມອງ​ຂອງ​ຕົນ ແລະ ຕິດຕາມ​ພຣະອົງ​ໄປ.
21ຈາກ​ທີ່​ນັ້ນ​ໄປ ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ. ພວກເພິ່ນ​ກຳລັງ​ແປງ​ມອງ​ຂອງ​ຕົນ​ຮ່ວມ​ກັບ​ເຊເບດາຍ​ພໍ່​ຂອງ​ພວກເພິ່ນ​ຢູ່​ໃນ​ເຮືອ. ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ເອີ້ນ​ເອົາ​ພວກເພິ່ນ, 22ແລະ ໃນທັນໃດ​ນັ້ນ ພວກເພິ່ນ​ທັງສອງ​ກໍ​ປະ​ເຮືອ ແລະ ພໍ່​ຂອງ​ພວກເພິ່ນ​ແລ້ວ​ຕິດຕາມ​ພຣະອົງ​ໄປ.
ພຣະເຢຊູເຈົ້າ​ຮັກສາ​ຄົນເຈັບປ່ວຍ
23ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ. 24ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ. 25ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ແຂວງ​ຄາລີເລ, ແຂວງ​ເດກາໂປລີ,#4:25 ຄື ສິບ​ເມືອງ ເຢຣູຊາເລັມ, ແຂວງ​ຢູດາຍ ແລະ ຈາກ​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ຈໍແດນ​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ.

Currently Selected:

ມັດທາຍ 4: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in