ມາຣະໂກ 1
1
ການປະກາດຂອງໂຢຮັນບັບຕິສະໂຕ
(ມທ 3:1-11; ລກ 3:2-16)
1ຂ່າວປະເສີດເລື່ອງພຣະເຢຊູເຈົ້າພຣະເມຊີອາ#1:1 ຫລື ພຣະເຢຊູຄຣິດເຈົ້າ ພາສາເຮັບເຣີວ່າ ພຣະເມຊີອາ ພາສາກຣີກວ່າ ພຣະຄຣິດເຈົ້າ ທັງສອງຄຳນີ້ມີຄວາມໝາຍວ່າ ຜູ້ຖືກເຈີມໄວ້ ພຣະບຸດຂອງພຣະເຈົ້າ#1:1 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບບໍ່ມີຄຳວ່າ ພຣະບຸດຂອງພຣະເຈົ້າໄດ້ເລີ່ມຕົ້ນດັ່ງນີ້, 2ໃນພຣະທຳເອຊາຢາຜູ້ທຳນວາຍມີຂຽນໄວ້ວ່າ:
“ເຮົາຈະໃຊ້ທູດຂອງເຮົາໄປກ່ອນໜ້າທ່ານ
ເພື່ອຈັດຕຽມຫົນທາງສຳລັບທ່ານ”#1:2 ມຣກ 3:1
3“ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ,
‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ,
ຈົ່ງເຮັດຫົນທາງສຳລັບພຣະອົງໃຫ້ຊື່ໄປ’”.#1:3 ອຊຢ 40:3
4ແລ້ວໂຢຮັນບັບຕິສະໂຕກໍໄດ້ປາກົດໂຕໃນຖິ່ນແຫ້ງແລ້ງກັນດານ ແລະ ໄດ້ເທດສະໜາເລື່ອງການຮັບບັບຕິສະມາທີ່ສະແດງເຖິງການຖິ້ມໃຈເກົ່າເອົາໃຈໃໝ່ ເພື່ອຮັບການອະໄພບາບ. 5ປະຊາຊົນທົ່ວແຂວງຢູດາຍ ແລະ ຊາວເຢຣູຊາເລັມທັງໝົດໄດ້ພາກັນອອກໄປຫາເພິ່ນ. ເມື່ອພວກເຂົາສາລະພາບບາບທັງຫລາຍຂອງຕົນແລ້ວ ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນ້ຳຈໍແດນ. 6ໂຢຮັນນຸ່ງເຄື່ອງທີ່ເຮັດຈາກຂົນອູດ ເພິ່ນຮັດແອວຂອງເພິ່ນດ້ວຍສາຍແອວໜັງ ແລະ ເພິ່ນກິນຕັກແຕນ ແລະ ນ້ຳເຜິ້ງປ່າ. 7ແລະ ນີ້ແມ່ນຂໍ້ຄວາມຂອງເພິ່ນຄື: “ຜູ້ທີ່ຈະມາພາຍຫລັງເຮົາກໍຍິ່ງໃຫຍ່ກວ່າເຮົາ, ເຊິ່ງເຮົາບໍ່ສົມຄວນແມ່ນແຕ່ຈະກົ້ມລົງແກ້ສາຍຮັດເກີບຂອງເພິ່ນ. 8ເຮົາໃຫ້ພວກເຈົ້າທັງຫລາຍບັບຕິສະມາດ້ວຍນ້ຳ#1:8 ຫລື ໃນນ້ຳ ແຕ່ພຣະອົງຈະໃຫ້ພວກເຈົ້າທັງຫລາຍບັບຕິສະມາດ້ວຍພຣະວິນຍານບໍລິສຸດເຈົ້າ”.
ພຣະເຢຊູເຈົ້າຮັບບັບຕິສະມາ ແລະ ຖືກມານຊາຕານທົດລອງ
(ມທ 3:13-17; 4:1-11; ລກ 3:21,22; 4:1-13)
9ໃນເວລານັ້ນ ພຣະເຢຊູເຈົ້າໄດ້ມາຈາກບ້ານນາຊາເຣັດໃນແຂວງຄາລີເລ ແລະ ຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ. 10ໃນຂະນະທີ່ພຣະເຢຊູເຈົ້າຂຶ້ນຈາກນ້ຳນັ້ນ, ພຣະອົງກໍເຫັນສະຫວັນເປີດອອກ ແລະ ມີພຣະວິນຍານບໍລິສຸດເຈົ້າເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ. 11ແລ້ວມີສຽງໜຶ່ງມາຈາກສະຫວັນວ່າ: “ທ່ານເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ ເຮົາພໍໃຈທ່ານຫລາຍ”.
12ໃນທັນໃດນັ້ນ ພຣະວິນຍານບໍລິສຸດເຈົ້າໄດ້ພາພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, 13ພຣະອົງຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບວັນ, ຖືກທົດລອງໂດຍມານຊາຕານ. ພຣະອົງຢູ່ກັບສັດປ່າ ແລະ ບັນດາເທວະດາໄດ້ມາບົວລະບັດພຣະອົງ.
ພຣະເຢຊູເຈົ້າເອີ້ນເອົາສາວົກກຸ່ມທຳອິດ
(ມທ 4:18-22; ລກ 5:2-11; ຢຮ 1:35-42)
14ຫລັງຈາກໂຢຮັນຖືກຂັງຄຸກແລ້ວ ພຣະເຢຊູເຈົ້າໄດ້ໄປປະກາດຂ່າວປະເສີດຂອງພຣະເຈົ້າທີ່ແຂວງຄາລີເລ. 15ພຣະອົງກ່າວວ່າ, “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະ ອານາຈັກຂອງພຣະເຈົ້າໄດ້ມາໃກ້ແລ້ວ. ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ເຊື່ອໃນຂ່າວປະເສີດ!”
16ຂະນະທີ່ພຣະເຢຊູເຈົ້າຍ່າງໄປຕາມແຄມທະເລສາບຄາລີເລຢູ່ນັ້ນ, ພຣະອົງໄດ້ເຫັນຊີໂມນ ແລະ ນ້ອງຊາຍຂອງເພິ່ນຊື່ວ່າອັນເດອາ ກຳລັງຢ່ອນມອງຢູ່ໃນທະເລສາບ, ເພາະພວກເພິ່ນເປັນຄົນຫາປາ. 17ພຣະເຢຊູເຈົ້າກ່າວວ່າ, “ຈົ່ງຕາມເຮົາມາ ແລະ ເຮົາຈະໃຊ້ພວກເຈົ້າໃຫ້ເປັນຜູ້ຫາຄົນ”. 18ໃນທັນໃດນັ້ນ ພວກເພິ່ນກໍປະມອງຂອງຕົນ ແລະ ຕິດຕາມພຣະອົງໄປ.
19ເມື່ອພຣະອົງເດີນທາງໄປອີກໜ້ອຍໜຶ່ງ ພຣະອົງກໍເຫັນຢາໂກໂບລູກຊາຍຂອງເຊເບດາຍ ແລະ ໂຢຮັນຜູ້ເປັນນ້ອງຊາຍຂອງຢາໂກໂບ ກຳລັງແປງມອງຂອງຕົນຢູ່ໃນເຮືອ. 20ພໍພຣະເຢຊູເຈົ້າເຫັນຈຶ່ງເອີ້ນເອົາພວກເພິ່ນທັນທີ ແລະ ພວກເພິ່ນຈຶ່ງປະພໍ່ຂອງຕົນຄືເຊເບດາຍ ແລະ ລູກຈ້າງໄວ້ໃນເຮືອແລ້ວຕິດຕາມພຣະອົງໄປ.
ພຣະເຢຊູເຈົ້າຂັບໄລ່ວິນຍານສົກກະປົກ
(ລກ 4:31-37)
21ພຣະເຢຊູເຈົ້າ ແລະ ບັນດາສາວົກຂອງພຣະອົງໄດ້ໄປຍັງເມືອງກາເປນາອູມ, ແລະ ເມື່ອເຖິງວັນຊະບາໂຕ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາ ແລະ ໄດ້ເລີ່ມຕົ້ນສັ່ງສອນ. 22ປະຊາຊົນໄດ້ຕ່າງກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ, ເພາະວ່າພຣະອົງໄດ້ສັ່ງສອນພວກເຂົາເໝືອນຜູ້ມີສິດອຳນາດ, ບໍ່ເໝືອນກັບພວກຄູສອນກົດບັນຍັດ. 23ໃນຂະນະນັ້ນ ມີຊາຍຄົນໜຶ່ງໃນທຳມະສາລາທີ່ໄດ້ຖືກວິນຍານສົກກະປົກເຂົ້າສິງຢູ່ ແລະ ຮ້ອງຂຶ້ນວ່າ, 24“ເຢຊູຊາວນາຊາເຣັດ, ທ່ານຕ້ອງການສິ່ງໃດຈາກພວກຂ້ານ້ອຍ? ທ່ານມາເພື່ອທຳລາຍພວກຂ້ານ້ອຍບໍ? ຂ້ານ້ອຍຮູ້ວ່າທ່ານເປັນຜູ້ໃດ ທ່ານຄືອົງບໍລິສຸດຂອງພຣະເຈົ້າ!”
25ພຣະເຢຊູເຈົ້າສັ່ງວິນຍານສົກກະປົກຢ່າງເດັດຂາດວ່າ, “ມິດງຽບ! ຈົ່ງອອກມາຈາກລາວດຽວນີ້!” 26ວິນຍານສົກກະປົກໄດ້ເຮັດໃຫ້ຊາຍຄົນນັ້ນຊັກດິ້ນຢ່າງຮຸນແຮງ ແລ້ວຮ້ອງສຽງດັງ ແລະ ກໍອອກໄປຈາກລາວ.
27ປະຊາຊົນທຸກຄົນຕ່າງກໍພາກັນປະຫລາດໃຈ ແລະ ຖາມກັນວ່າ, “ນີ້ແມ່ນຫຍັງ? ເປັນຄຳສັ່ງສອນໃໝ່ ແລະ ທັງຍັງມີສິດອຳນາດ! ທ່ານຜູ້ນີ້ສັ່ງວິນຍານສົກກະປົກ ແລະ ພວກມັນກໍຍອມເຊື່ອຟັງເພິ່ນ”. 28ຊື່ສຽງຂອງພຣະອົງຈຶ່ງແຜ່ໄປທົ່ວແຂວງຄາລີເລຢ່າງວ່ອງໄວ.
ພຣະເຢຊູເຈົ້າຮັກສາຫລາຍຄົນໃຫ້ດີພະຍາດ
(ມທ 8:14-17; ລກ 4:38-41)
29ໃນທັນທີທີ່ພວກເພິ່ນອອກຈາກທຳມະສາລາ ພວກເພິ່ນກໍໄປກັບຢາໂກໂບ ແລະ ໂຢຮັນ ໄປທີ່ເຮືອນຂອງຊີໂມນ ແລະ ອັນເດອາ. 30ແມ່ເມຍຂອງຊີໂມນນອນເປັນໄຂ້ຢູ່ເທິງຕຽງ, ພວກເຂົາຈຶ່ງບອກເລື່ອງຂອງນາງໃຫ້ພຣະອົງຮູ້ທັນທີ. 31ດັ່ງນັ້ນ ພຣະອົງຈຶ່ງເຂົ້າໄປໃກ້ ແລະ ຈັບມືຂອງນາງ ແລະ ຊ່ວຍນາງໃຫ້ລຸກຂຶ້ນ. ໃນທັນໃດນັ້ນ ໄຂ້ກໍຫາຍ ແລະ ນາງຈຶ່ງເຝົ້າຮັບໃຊ້ພວກເພິ່ນ.
32ຕອນແລງວັນນັ້ນຫລັງຈາກຕາເວັນຕົກດິນ ປະຊາຊົນກໍໄດ້ພາບັນດາຄົນທີ່ເຈັບປ່ວຍ ແລະ ຄົນທີ່ຖືກຜີມານຮ້າຍເຂົ້າສິງມາຫາພຣະເຢຊູເຈົ້າ. 33ຄົນເມືອງທັງໝົດໄດ້ມາເຕົ້າໂຮມກັນຢູ່ທີ່ປະຕູ, 34ແລະ ພຣະເຢຊູເຈົ້າໄດ້ຮັກສາຫລາຍຄົນທີ່ເຈັບໄຂ້ໄດ້ປ່ວຍດ້ວຍພະຍາດຕ່າງໆໃຫ້ຫາຍດີ. ພຣະອົງຍັງໄດ້ຂັບໄລ່ຜີມານຮ້າຍຫລາຍໂຕອອກໄປ, ແຕ່ພຣະອົງບໍ່ອະນຸຍາດໃຫ້ຜີມານຮ້າຍທັງຫລາຍເວົ້າຫຍັງຈັກຄຳ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ.
ພຣະເຢຊູເຈົ້າອະທິຖານໃນບ່ອນທີ່ງຽບສະຫງົບ
(ລກ 4:42,43)
35ໃນເວລາເຊົ້າມືດ ພຣະເຢຊູເຈົ້າໄດ້ລຸກຂຶ້ນ, ແລ້ວອອກຈາກເຮືອນໄປຍັງບ່ອນທີ່ງຽບສະຫງົບ ບ່ອນທີ່ພຣະອົງໄດ້ອະທິຖານນັ້ນ. 36ຊີໂມນ ແລະ ເພື່ອນທີ່ຢູ່ນຳກັນກໍໄດ້ອອກໄປຊອກຫາພຣະອົງ, 37ເມື່ອພົບແລ້ວ ພວກເພິ່ນກໍຮ້ອງອອກມາວ່າ: “ທຸກຄົນກຳລັງຊອກຫາທ່ານຢູ່!”
38ພຣະເຢຊູເຈົ້າຈຶ່ງຕອບພວກເພິ່ນວ່າ, “ໃຫ້ພວກເຮົາໄປຍັງບ່ອນອື່ນໆໃນຂົງເຂດໃກ້ຄຽງນີ້ ເພື່ອເຮົາຈະໄດ້ປະກາດຂ່າວປະເສີດຢູ່ທີ່ນັ້ນດ້ວຍ. ເຮົາໄດ້ມາກໍເພື່ອພາລະກິດນີ້ແຫລະ”. 39ດັ່ງນັ້ນ ພຣະອົງຈຶ່ງໄດ້ເດີນທາງໄປທົ່ວແຂວງຄາລີເລ ໄດ້ເທດສະໜາໃນທຳມະສາລາ ແລະ ຂັບໄລ່ຜີມານຮ້າຍທັງຫລາຍໃຫ້ອອກໄປ.
ພຣະເຢຊູເຈົ້າຮັກສາຄົນຂີ້ທູດ
(ມທ 8:2-4; ລກ 5:12-14)
40ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ#1:40 ພາສາກຣີກໝາຍເຖິງພະຍາດຜິວໜັງຕ່າງໆ ບໍ່ຈຳເປັນຕ້ອງໝາຍເຖິງພະຍາດຂີ້ທູດເທົ່ານັ້ນໄດ້ມາຫາພຣະເຢຊູເຈົ້າ ແລະ ຄຸເຂົ່າລົງອ້ອນວອນຂໍພຣະອົງວ່າ, “ຖ້າພຣະອົງເຕັມໃຈ ພຣະອົງກໍສາມາດເຮັດໃຫ້ຂ້ານ້ອຍດີສະອາດໄດ້”.
41ພຣະເຢຊູເຈົ້າໃຈຮ້າຍ.#1:41 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າພຣະເຢຊູເຈົ້າເຕັມລົ້ນດ້ວຍຄວາມເມດຕາ ພຣະອົງເດ່ມືອອກໄປແຕະຕ້ອງລາວ ແລະ ກ່າວວ່າ, “ເຮົາພໍໃຈຈະຮັກສາ ຈົ່ງດີສະອາດສາ!” 42ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ແລະ ລາວຈຶ່ງດີສະອາດ.
43ແລ້ວພຣະເຢຊູເຈົ້າໄດ້ສົ່ງລາວໜີໄປທັນທີ ພ້ອມກັບເຕືອນຢ່າງເຂັ້ມງວດວ່າ: 44“ຈົ່ງລະວັງຢ່າບອກເລື່ອງນີ້ແກ່ຜູ້ໃດ ແຕ່ຈົ່ງໄປສະແດງໂຕຕໍ່ປະໂລຫິດ ແລະ ຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້, ເພື່ອເປັນພະຍານໃຫ້ແກ່ຄົນທັງຫລາຍວ່າເຈົ້າດີສະອາດແລ້ວ”. 45ແຕ່ພໍຊາຍຄົນນີ້ຈາກໄປແລ້ວ ລາວພັດໄປປະກາດເລື່ອງນີ້ໃຫ້ແຜ່ກະຈາຍໄປທົ່ວທຸກບ່ອນ ຍ້ອນຂ່າວນີ້ ພຣະເຢຊູເຈົ້າຈຶ່ງບໍ່ສາມາດເຂົ້າໄປໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ ແຕ່ພຣະອົງໄດ້ອາໄສຢູ່ນອກເມືອງໃນບ່ອນປ່ຽວ. ເຖິງປານນັ້ນ ກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ.
Currently Selected:
ມາຣະໂກ 1: LCV
Highlight
Share
Copy
![None](/_next/image?url=https%3A%2F%2Fimageproxy.youversionapistaging.com%2F58%2Fhttps%3A%2F%2Fweb-assets.youversion.com%2Fapp-icons%2Fen.png&w=128&q=75)
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.

: