ມາຣະໂກ 3
3
ພຣະເຢຊູເຈົ້າຮັກສາໃນວັນສະບາໂຕ
1ອີກຄັ້ງໜຶ່ງ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາ ແລະ ຢູ່ທີ່ນັ້ນມີຊາຍມືລີບຄົນໜຶ່ງ. 2ມີບາງຄົນໃນພວກເຂົາກຳລັງຊອກຫາສາເຫດທີ່ຈະກ່າວໂທດພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງຕິດຕາມເບິ່ງພຣະອົງຢ່າງໃກ້ຊິດວ່າພຣະອົງຈະຮັກສາຊາຍຄົນນີ້ໃນວັນຊະບາໂຕ ຫລື ບໍ່. 3ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ຈົ່ງຢືນຂຶ້ນຕໍ່ໜ້າທຸກຄົນ”.
4ແລ້ວພຣະເຢຊູເຈົ້າຖາມພວກເຂົາວ່າ, “ອັນໃດທີ່ຖືກຕ້ອງຕາມກົດບັນຍັດໃນວັນຊະບາໂຕ ຈະເຮັດດີ ຫລື ເຮັດຊົ່ວ, ຈະຊ່ວຍຊີວິດ ຫລື ທຳລາຍຊີວິດ?” ແຕ່ພວກເຂົາໄດ້ມິດຢູ່.
5ພຣະອົງແນມໄປເບິ່ງພວກເຂົາດ້ວຍຄວາມເຄືອງໃຈ ແລະ ເປັນທຸກໃຈທີ່ສຸດທີ່ພວກເຂົາໃຈແຂງກະດ້າງ. ພຣະອົງຈຶ່ງກ່າວແກ່ຊາຍຄົນນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກ”. ລາວກໍເຮັດຕາມ ແລະ ມືຂອງລາວກໍດີເປັນປົກກະຕິທຸກຢ່າງ. 6ພວກຟາຣີຊາຍຈຶ່ງໄດ້ອອກໄປ ແລະ ເລີ່ມວາງແຜນກັບກຸ່ມສະໜັບສະໜູນເຮໂຣດວ່າຈະຂ້າພຣະເຢຊູເຈົ້າ.
ປະຊາຊົນຕິດຕາມພຣະເຢຊູເຈົ້າ
(ມທ 12:15,16; ລກ 6:17-19)
7ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ແຍກໂຕຈາກທີ່ນັ້ນໄປຍັງທະເລສາບ, ມີປະຊາຊົນເປັນຈຳນວນຫລວງຫລາຍມາຈາກແຂວງຄາລີເລໄດ້ຕິດຕາມພຣະອົງໄປ. 8ເມື່ອພວກເຂົາໄດ້ຍິນເຖິງສິ່ງຕ່າງໆທີ່ພຣະອົງໄດ້ກະທຳແລ້ວ, ມີຄົນເປັນຈຳນວນຫລວງຫລາຍທີ່ມາຈາກແຂວງຢູດາຍ, ຈາກເຢຣູຊາເລັມ, ຈາກເຂດແດນອີດູມາຍ ແລະ ອີກຟາກໜຶ່ງຂອງແມ່ນ້ຳຈໍແດນ ແລະ ຂົງເຂດອ້ອມແອ້ມເມືອງຕີເຣ ແລະ ເມືອງຊີໂດນໄດ້ພາກັນມາຫາພຣະອົງ. 9ເພາະຍ້ອນປະຊາຊົນເຫລົ່ານີ້ ພຣະອົງຈຶ່ງສັ່ງພວກສາວົກຂອງພຣະອົງໃຫ້ຕຽມເຮືອນ້ອຍໄວ້ໃຫ້ພຣະອົງລຳໜຶ່ງ, ເພື່ອບໍ່ໃຫ້ປະຊາຊົນມາບຽດພຣະອົງ. 10ເນື່ອງຈາກວ່າ ພຣະເຢຊູເຈົ້າໄດ້ຮັກສາຫລາຍຄົນໃຫ້ຫາຍດີ, ດັ່ງນັ້ນ ບັນດາຜູ້ທີ່ເຈັບເປັນດ້ວຍພະຍາດຕ່າງໆຈຶ່ງບຽດກັນເຂົ້າມາເພື່ອທີ່ຈະໄດ້ຈັບບາຍພຣະອົງ. 11ເມື່ອໃດທີ່ພວກວິນຍານສົກກະປົກໄດ້ເຫັນພຣະອົງ ພວກມັນກໍຂາບລົງຕໍ່ໜ້າພຣະອົງ ແລະ ຮ້ອງວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ”. 12ແຕ່ພຣະອົງຫ້າມພວກມັນຢ່າງເດັດຂາດບໍ່ໃຫ້ບອກຄົນອື່ນກ່ຽວກັບເລື່ອງຂອງພຣະອົງ.
ພຣະເຢຊູເຈົ້າແຕ່ງຕັ້ງອັກຄະສາວົກສິບສອງຄົນ
(ມທ 10:2-4; ລກ 6:14-16; ກຈກ 1:13)
13ພຣະເຢຊູເຈົ້າໄດ້ຂຶ້ນໄປເທິງພູເຂົາແຫ່ງໜຶ່ງ ແລະ ເອີ້ນເອົາບັນດາຜູ້ທີ່ພຣະອົງຕ້ອງການມາຫາພຣະອົງ, ແລະ ພວກເພິ່ນໄດ້ມາຫາພຣະອົງ. 14ພຣະອົງໄດ້ແຕ່ງຕັ້ງສິບສອງຄົນໃຫ້ເປັນອັກຄະສາວົກ#3:14 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບບໍ່ມີຂໍ້ຄວາມວ່າ ເປັນອັກຄະສາວົກໃຫ້ຢູ່ກັບພຣະອົງ ແລະ ພຣະອົງຈະໃຊ້ພວກເພິ່ນອອກໄປປະກາດ, 15ແລະ ໃຫ້ພວກເພິ່ນມີສິດອຳນາດທີ່ຈະຂັບໄລ່ຜີມານຮ້າຍອອກໄດ້.
16ບັນດາສິບສອງຄົນທີ່ພຣະອົງໄດ້ແຕ່ງຕັ້ງມີດັ່ງນີ້:
ຊີໂມນ (ພຣະອົງໄດ້ຕັ້ງຊື່ໃຫ້ວ່າເປໂຕ),
17ຢາໂກໂບລູກຊາຍຂອງເຊເບດາຍ ແລະ ໂຢຮັນຜູ້ເປັນນ້ອງຊາຍຂອງຢາໂກໂບ (ພຣະອົງໄດ້ຕັ້ງຊື່ໃຫ້ທັງສອງຄົນວ່າໂບອະເນເຄ ເຊິ່ງມີຄວາມໝາຍວ່າລູກຟ້າຮ້ອງ),
18ອັນເດອາ,
ຟີລິບ,
ບາຣະໂທໂລມາຍ,
ມັດທາຍ,
ໂທມາ,
ຢາໂກໂບລູກຊາຍຂອງອາລະຟາຍ,
ທາດາຍ,
ຊີໂມນຜູ້ຮັກຊາດ
19ແລະ ຢູດາອິດສະກາຣີອົດ, ຜູ້ທີ່ທໍລະຍົດຕໍ່ພຣະອົງ.
ພຣະເຢຊູເຈົ້າຖືກກ່າວຫາໂດຍຄອບຄົວຂອງພຣະອົງ ແລະ ໂດຍຄູສອນກົດບັນຍັດ
(ມທ 12:25-29; ລກ 11:17-22)
20ແລ້ວພຣະເຢຊູເຈົ້າໄດ້ເຂົ້າໄປໃນເຮືອນ ແລະ ປະຊາຊົນກໍໄດ້ມາເຕົ້າໂຮມກັນອີກຈົນພຣະອົງ ແລະ ພວກສາວົກຂອງພຣະອົງບໍ່ມີເວລາແມ່ນແຕ່ຈະຮັບປະທານອາຫານ. 21ເມື່ອຄົນໃນຄອບຄົວຂອງພຣະອົງໄດ້ຍິນເລື່ອງນີ້ ພວກເຂົາກໍມາເພື່ອຈະຫ້າມພຣະອົງໄວ້, ເພາະພວກເຂົາເວົ້າວ່າ, “ພຣະອົງເສຍສະຕິໄປແລ້ວ”.
22ແລະ ພວກຄູສອນກົດບັນຍັດທີ່ລົງມາຈາກນະຄອນເຢຣູຊາເລັມໄດ້ເວົ້າວ່າ, “ຜູ້ນີ້ຖືກເບເອນເຊບູນ#3:22 ພາສາກຣີກວ່າ ເບເຊບູນ ຫລື ເບເອນເຊບູນເຂົ້າສິງຢູ່! ໂດຍອຳນາດຂອງນາຍຜີມານຮ້າຍ ລາວຈຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້”.
23ສະນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນພວກເຂົາມາ ແລະ ກ່າວກັບພວກເຂົາເປັນຄຳອຸປະມາວ່າ, “ມານຊາຕານຈະຂັບໄລ່ມານຊາຕານອອກໄດ້ຢ່າງໃດ? 24ຖ້າອານາຈັກໃດເກີດແຕກແຍກກັນແລ້ວ ອານາຈັກນັ້ນກໍຕັ້ງຢູ່ຕໍ່ໄປບໍ່ໄດ້. 25ຖ້າເຮືອນຫລັງໃດເກີດແຕກແຍກກັນ ເຮືອນຫລັງນັ້ນກໍຈະຕັ້ງຢູ່ບໍ່ໄດ້. 26ແລະ ຖ້າມານຊາຕານຕໍ່ຕ້ານກັນເອງ ແລະ ແຕກແຍກກັນ, ມັນກໍຕັ້ງຢູ່ບໍ່ໄດ້ ຈຸດຈົບຂອງມັນກໍມາເຖິງແລ້ວ. 27ຕາມຄວາມຈິງແລ້ວ ບໍ່ມີຜູ້ໃດສາມາດເຂົ້າໄປໃນເຮືອນຂອງຄົນແຂງແຮງໄດ້ ເວັ້ນໄວ້ແຕ່ໄດ້ມັດຄົນແຂງແຮງນັ້ນໄວ້ກ່ອນ ແລ້ວຈຶ່ງປຸ້ນເຮືອນຂອງລາວໄດ້. 28ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ການບາບ ແລະ ຄຳໝິ່ນປະໝາດທຸກຢ່າງທີ່ມະນຸດກ່າວສາມາດໃຫ້ອະໄພໄດ້. 29ແຕ່ຜູ້ໃດກໍຕາມທີ່ໝິ່ນປະໝາດຕໍ່ສູ້ພຣະວິນຍານບໍລິສຸດເຈົ້າຈະບໍ່ໄດ້ຮັບການອະໄພຈັກເທື່ອ, ພວກເຂົາໄດ້ເຮັດຄວາມຜິດອັນເປັນບາບຕິດໂຕຕະຫລອດໄປ”.
30ພຣະອົງກ່າວຢ່າງນີ້ກໍເພາະພວກເຂົາໄດ້ເວົ້າວ່າ, “ເພິ່ນມີວິນຍານສົກກະປົກເຂົ້າສິງຢູ່”.
ມານດາ ແລະ ພວກນ້ອງຊາຍຂອງພຣະເຢຊູເຈົ້າ
(ມທ 12:46-50; ລກ 8:19-21)
31ແລ້ວມານດາ ແລະ ພວກນ້ອງຊາຍຂອງພຣະເຢຊູເຈົ້າກໍມາເຖິງ. ພວກເຂົາໄດ້ຢືນຢູ່ຂ້າງນອກ ແລະ ໃຊ້ຄົນເຂົ້າໄປເອີ້ນພຣະອົງ. 32ປະຊາຊົນນັ່ງອ້ອມພຣະອົງຢູ່ ແລະ ພວກເຂົາໄດ້ບອກພຣະອົງວ່າ, “ມານດາ ແລະ ບັນດານ້ອງຊາຍຂອງທ່ານກຳລັງຊອກຫາທ່ານຢູ່ທາງນອກ”. 33ພຣະອົງຖາມວ່າ, “ຜູ້ໃດເປັນມານດາ ແລະ ຜູ້ໃດເປັນພວກນ້ອງຊາຍຂອງເຮົາ?” 34ແລ້ວພຣະອົງກໍຫລຽວເບິ່ງບັນດາປະຊາຊົນທີ່ນັ່ງອ້ອມພຣະອົງຢູ່ນັ້ນ ແລະ ໄດ້ກ່າວວ່າ, “ນີ້ຄືແມ່ ແລະ ນ້ອງຊາຍຂອງເຮົາ! 35ຜູ້ໃດທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າ ຜູ້ນັ້ນກໍເປັນນ້ອງຊາຍ ແລະ ເປັນນ້ອງສາວ ແລະ ເປັນແມ່ຂອງເຮົາ”.
Currently Selected:
ມາຣະໂກ 3: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.

: