9
ພຣະເຢຊູເຈົ້າຮັກສາຄົນເປ້ຍ
(ມຣກ 2:3-12; ລກ 5:18-26)
1ພຣະເຢຊູເຈົ້າໄດ້ລົງເຮືອ, ຂ້າມຟາກໄປຍັງເມືອງຂອງພຣະອົງເອງ. 2ພວກເຂົາໄດ້ຫາມຄົນເປ້ຍຜູ້ໜຶ່ງທີ່ນອນຢູ່ເທິງບ່ອນນອນມາຫາພຣະອົງ. ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງພວກເຂົາ ພຣະອົງຈຶ່ງກ່າວຕໍ່ຄົນເປ້ຍນັ້ນວ່າ, “ລູກເອີຍ ຈົ່ງຊື່ນໃຈສາ, ບາບຂອງເຈົ້າໄດ້ຮັບອະໄພແລ້ວ”.
3ພວກຄູສອນກົດບັນຍັດບາງຄົນໄດ້ຍິນດັ່ງນັ້ນກໍຄິດໃນໃຈວ່າ, “ຊາຍຄົນນີ້ກຳລັງເວົ້າໝິ່ນປະໝາດພຣະເຈົ້າ!”
4ພຣະເຢຊູເຈົ້າຮູ້ຈັກຄວາມຄິດຂອງພວກເຂົາຈຶ່ງກ່າວວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດຊົ່ວຢູ່ໃນໃຈ? 5ອັນໃດຈະງ່າຍກວ່າກັນ ທີ່ຈະກ່າວວ່າ, ‘ບາບຂອງເຈົ້າໄດ້ຮັບອະໄພແລ້ວ’ ຫລື ຈະກ່າວວ່າ, ‘ຈົ່ງລຸກຂຶ້ນ ແລະ ຍ່າງໄປ’? 6ແຕ່ເຮົາຢາກໃຫ້ພວກເຈົ້າທັງຫລາຍຮູ້ວ່າ, ບຸດມະນຸດມີສິດອຳນາດໃນໂລກທີ່ຈະອະໄພຄວາມບາບ”. ດັ່ງນັ້ນ ພຣະອົງຈຶ່ງກ່າວກັບຄົນເປ້ຍນັ້ນວ່າ, “ຈົ່ງລຸກຂຶ້ນ ຍົກເອົາບ່ອນນອນຂອງເຈົ້າ ແລະ ກັບເມືອເຮືອນສາ”. 7ແລະ ຊາຍຄົນນັ້ນຈຶ່ງລຸກຂຶ້ນ ແລະ ກັບເມືອເຮືອນ. 8ເມື່ອປະຊາຊົນໄດ້ເຫັນດັ່ງນີ້ແລ້ວພວກເຂົາກໍເຕັມໄປດ້ວຍຄວາມຢ້ານ ແລະ ພວກເຂົາໄດ້ສັນລະເສີນພຣະເຈົ້າຜູ້ໃຫ້ສິດອຳນາດຢ່າງນີ້ແກ່ມະນຸດ.
ພຣະເຢຊູເຈົ້າເອີ້ນເອົາມັດທາຍ
(ມຣກ 2:14-17; ລກ 5:27-32)
9ເມື່ອພຣະເຢຊູເຈົ້າອອກຈາກທີ່ນັ້ນໄປແລ້ວ, ພຣະອົງເຫັນຊາຍຄົນໜຶ່ງຊື່ວ່າມັດທາຍ ກຳລັງນັ່ງຢູ່ທີ່ດ່ານເກັບພາສີ, ພຣະອົງຈຶ່ງກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”. ມັດທາຍກໍລຸກຂຶ້ນ ແລະ ຕິດຕາມພຣະອົງໄປ.
10ໃນຂະນະທີ່ພຣະເຢຊູເຈົ້າກຳລັງກິນອາຫານແລງຢູ່ທີ່ເຮືອນຂອງມັດທາຍ, ມີຄົນເກັບພາສີ ແລະ ຄົນບາບຫລາຍຄົນກໍໄດ້ມາຮ່ວມກິນອາຫານກັບພຣະອົງ ແລະ ພວກສາວົກຂອງພຣະອົງ. 11ເມື່ອພວກຟາຣີຊາຍເຫັນດັ່ງນັ້ນ ຈຶ່ງຖາມພວກສາວົກຂອງພຣະອົງວ່າ, “ເປັນຫຍັງອາຈານຂອງພວກເຈົ້າຈຶ່ງກິນອາຫານຮ່ວມກັບຄົນເກັບພາສີ ແລະ ຄົນບາບ?”
12ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນີ້ຈຶ່ງກ່າວວ່າ, “ຄົນສຸຂະພາບດີບໍ່ຕ້ອງການໝໍ ແຕ່ຄົນເຈັບຕ້ອງການໝໍ. 13ແຕ່ຈົ່ງໄປ ແລະ ສຶກສາໃຫ້ເຂົ້າໃຈຄວາມໝາຍຂອງຖ້ອຍຄຳທີ່ວ່າ, ‘ເຮົາປະສົງຄວາມເມດຕາ ບໍ່ແມ່ນເຄື່ອງບູຊາ’.#9:13 ຮສອ 6:6 ເພາະເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ມາເພື່ອເອີ້ນເອົາຄົນບາບທັງຫລາຍ”.
ຖາມພຣະເຢຊູເຈົ້າເລື່ອງການຖືສິນອົດອາຫານ
(ມຣກ 2:18-22; ລກ 5:33-39)
14ຝ່າຍພວກລູກສິດຂອງໂຢຮັນໄດ້ມາຫາພຣະອົງ ແລະ ຖາມວ່າ, “ດ້ວຍເຫດໃດ ພວກຂ້ານ້ອຍ ແລະ ພວກຟາຣີຊາຍຖືສິນອົດອາຫານຢູ່ສະເໝີ, ແຕ່ພວກສາວົກຂອງທ່ານບໍ່ຖືສິນອົດອາຫານ?”
15ພຣະເຢຊູເຈົ້າຕອບວ່າ, “ຈະໃຫ້ແຂກຂອງເຈົ້າບ່າວໂສກເສົ້າໃນຂະນະທີ່ເຈົ້າບ່າວຢູ່ນຳໄດ້ຢ່າງໃດ? ແຕ່ເວລານັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຖືກນຳໂຕໄປຈາກພວກເຂົາ ແລ້ວພວກເຂົາຈະຖືສິນອົດອາຫານ.
16“ບໍ່ມີຜູ້ໃດເອົາຕ່ອນຜ້າໃໝ່ໄປຕາບເສື້ອເກົ່າ ເພາະເມື່ອຕ່ອນຜ້າໃໝ່ຫົດກໍຈະດຶງເສື້ອເກົ່າໃຫ້ຂາດຫລາຍຂຶ້ນອີກ. 17ແລະ ບໍ່ມີຜູ້ໃດຖອກເຫລົ້າອະງຸ່ນໃໝ່ໃສ່ຖົງໜັງເກົ່າ. ຖ້າພວກເຂົາເຮັດຢ່າງນັ້ນຖົງໜັງກໍຈະແຕກ, ເຫລົ້າອະງຸ່ນຈະໄຫລອອກມາໝົດ ແລະ ຖົງໜັງກໍຈະເສຍຫາຍ. ບໍ່ດອກ, ພວກເຂົາຕ້ອງຖອກເຫລົ້າອະງຸ່ນໃໝ່ໃສ່ໃນຖົງໜັງໃໝ່ ແລະ ເກັບຮັກສາໄວ້ໄດ້ທັງສອງຢ່າງ”.
ພຣະເຢຊູເຈົ້າເຮັດໃຫ້ເດັກຍິງທີ່ຕາຍແລ້ວຄືນມາ ແລະ ຮັກສາຍິງເລືອດຕົກ
(ມຣກ 5:22-43; ລກ 8:41-56)
18ໃນຂະນະທີ່ພຣະອົງກ່າວຢູ່ນັ້ນ, ກໍມີຫົວໜ້າທຳມະສາລາຄົນໜຶ່ງມາຄຸເຂົ່າລົງ ແລະ ເວົ້າຕໍ່ພຣະອົງວ່າ, “ລູກສາວຂອງຂ້ານ້ອຍຫາກໍຕາຍໄປ. ແຕ່ຂໍພຣະອົງໄປວາງມືໃສ່ນາງ, ແລ້ວນາງຈະຄືນມາມີຊີວິດອີກ”. 19ພຣະເຢຊູເຈົ້າລຸກຂຶ້ນ ແລະ ໄປກັບລາວ, ແລ້ວພວກສາວົກກໍໄປນຳ.
20ຂະນະນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກຊຳເຮື້ອມາໄດ້ສິບສອງປີແລ້ວ ໄດ້ເຂົ້າມາທາງຫລັງພຣະອົງ ແລະ ບາຍຂອບເສື້ອຄຸມຂອງພຣະອົງ. 21ນາງຄິດໃນໃຈວ່າ, “ຖ້າຂ້ານ້ອຍພຽງແຕ່ໄດ້ບາຍເສື້ອຄຸມຂອງພຣະອົງເທົ່ານັ້ນ, ຂ້ານ້ອຍກໍຈະດີພະຍາດ”.
22ພຣະເຢຊູເຈົ້າຫັນຫລັງມາເຫັນນາງຈຶ່ງກ່າວວ່າ, “ລູກຍິງເອີຍ, ຈົ່ງຊື່ນໃຈສາ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ”. ໃນເວລາດຽວກັນນັ້ນນາງກໍດີພະຍາດ.
23ເມື່ອພຣະເຢຊູເຈົ້າເຂົ້າໄປໃນເຮືອນຂອງຫົວໜ້າທຳມະສາລາແລ້ວໄດ້ເຫັນຄົນເປົ່າປີ່ ແລະ ຄົນສົ່ງສຽງອຶກກະທຶກຢູ່. 24ພຣະອົງກ່າວວ່າ, “ຈົ່ງອອກໄປສາ, ເດັກຍິງຜູ້ນີ້ຍັງບໍ່ຕາຍ ນາງພຽງແຕ່ນອນຫລັບຢູ່”. ແຕ່ພວກເຂົາພາກັນຫົວຂວັນພຣະອົງ. 25ເມື່ອປະຊາຊົນອອກໄປໝົດແລ້ວ, ພຣະອົງເຂົ້າໄປຈັບມືຂອງນາງ, ນາງນັ້ນກໍລຸກຂຶ້ນ. 26ຂ່າວນີ້ຈຶ່ງແຜ່ກະຈາຍໄປທົ່ວຂົງເຂດນັ້ນ.
ພຣະເຢຊູເຈົ້າຮັກສາຄົນຕາບອດ ແລະ ຄົນປາກກືກ
27ຂະນະທີ່ພຣະເຢຊູເຈົ້າອອກໄປຈາກທີ່ນັ້ນ, ກໍມີຊາຍຕາບອດສອງຄົນຍ່າງຕາມພຣະອົງໄປ ແລະ ຮ້ອງຂຶ້ນວ່າ, “ບຸດດາວິດເອີຍ ຂໍເມດຕາພວກຂ້ານ້ອຍດ້ວຍ!”
28ເມື່ອພຣະອົງໄດ້ເຂົ້າໄປໃນເຮືອນແລ້ວ, ຊາຍຕາບອດທັງສອງຄົນນັ້ນກໍເຂົ້າມາຫາພຣະອົງ. ພຣະອົງຖາມພວກເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາສາມາດຮັກສາພວກເຈົ້າໃຫ້ຫາຍດີໄດ້ບໍ?”
ພວກເຂົາຕອບວ່າ, “ເຊື່ອ ອົງພຣະຜູ້ເປັນເຈົ້າເອີຍ”.
29ພຣະອົງຈຶ່ງບາຍຕາຂອງພວກເຂົາ ແລະ ກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງພວກເຈົ້າສາ”. 30ແລ້ວຕາຂອງພວກເຂົາກໍກັບເຫັນຮຸ່ງອີກ. ພຣະເຢຊູເຈົ້າເຕືອນພວກເຂົາຢ່າງໜັກແໜ້ນວ່າ, “ຢ່າບອກເລື່ອງນີ້ໃຫ້ຜູ້ໃດຮູ້”. 31ແຕ່ເມື່ອພວກເຂົາຈາກໄປແລ້ວ ກໍປະກາດຂ່າວກ່ຽວກັບພຣະອົງທົ່ວຂົງເຂດນັ້ນ.
32ໃນຂະນະທີ່ພວກເຂົາກຳລັງອອກໄປນັ້ນ, ກໍມີຄົນນຳຊາຍຜູ້ໜຶ່ງທີ່ຖືກຜີມານຮ້າຍເຂົ້າສິງ ແລະ ເວົ້າບໍ່ໄດ້ມາຫາພຣະເຢຊູເຈົ້າ. 33ແລະ ເມື່ອພຣະອົງຂັບໄລ່ຜີມານຮ້າຍນັ້ນອອກແລ້ວ, ຊາຍທີ່ເຄີຍປາກກືກນັ້ນກໍເວົ້າໄດ້. ປະຊາຊົນພາກັນປະຫລາດໃຈ ແລະ ເວົ້າກັນວ່າ, “ບໍ່ເຄີຍເຫັນເຫດການຢ່າງນີ້ຈັກເທື່ອໃນອິດສະຣາເອນ”.
34ແຕ່ພວກຟາຣີຊາຍເວົ້າວ່າ, “ໂດຍອຳນາດຂອງນາຍຜີມານຮ້າຍ ລາວຈຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້”.
ຄົນງານຍັງໜ້ອຍຢູ່
35ພຣະເຢຊູເຈົ້າໄດ້ເດີນທາງຜ່ານໄປຕາມທຸກເມືອງ ແລະ ບ້ານ, ສັ່ງສອນຕາມທຳມະສາລາຕ່າງໆຂອງພວກເຂົາ, ໄດ້ປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ແລະ ຮັກສາຄົນທີ່ມີພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍທຸກຊະນິດ. 36ເມື່ອພຣະອົງແນມເຫັນປະຊາຊົນຈໍານວນຫລວງຫລາຍ ພຣະອົງກໍມີໃຈສົງສານພວກເຂົາ ເພາະພວກເຂົາຖືກລົບກວນ ແລະ ຂາດທີ່ເພິ່ງພາເໝືອນແກະທີ່ບໍ່ມີຜູ້ລ້ຽງ. 37ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກສາວົກຂອງພຣະອົງວ່າ, “ການເກັບກ່ຽວກໍມີຫລາຍ ແຕ່ຄົນງານກໍຍັງມີໜ້ອຍຢູ່ 38ເຫດສະນັ້ນ ຈົ່ງຂໍອົງພຣະຜູ້ເປັນເຈົ້າຜູ້ເປັນເຈົ້າຂອງການເກັບກ່ຽວ ເພື່ອໃຫ້ສົ່ງຄົນງານມາໃນທົ່ງນາແຫ່ງການເກັບກ່ຽວຂອງພຣະອົງ”.