1
ລູກາ 23:34
ພຣະຄຳພີລາວສະບັບສະໄໝໃໝ່
ພຣະເຢຊູເຈົ້າກ່າວວ່າ, “ພຣະບິດາເຈົ້າເອີຍ, ຂໍຍົກໂທດໃຫ້ພວກເຂົາ ເພາະພວກເຂົາບໍ່ຮູ້ຈັກວ່າພວກເຂົາກຳລັງເຮັດຫຍັງ”. ແລ້ວພວກເຂົາໄດ້ເອົາເຄື່ອງນຸ່ງຂອງພຣະອົງມາຈັບສະຫລາກແບ່ງປັນກັນ.
比較
ລູກາ 23:34で検索
2
ລູກາ 23:43
ພຣະເຢຊູເຈົ້າຕອບລາວວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸກຂະເສີມ”.
ລູກາ 23:43で検索
3
ລູກາ 23:42
ແລ້ວລາວກໍເວົ້າວ່າ, “ພຣະເຢຊູເຈົ້າເອີຍ, ຂໍລະນຶກເຖິງຂ້ານ້ອຍດ້ວຍເມື່ອພຣະອົງເຂົ້າສູ່ອານາຈັກຂອງພຣະອົງ”.
ລູກາ 23:42で検索
4
ລູກາ 23:46
ພຣະເຢຊູເຈົ້າຮ້ອງສຽງດັງວ່າ, “ພຣະບິດາເຈົ້າເອີຍ, ຂ້ານ້ອຍຂໍມອບຈິດວິນຍານຂອງຂ້ານ້ອຍໄວ້ໃນມືຂອງພຣະອົງ”. ເມື່ອກ່າວດັ່ງນີ້ແລ້ວພຣະອົງກໍສິ້ນລົມຫາຍໃຈ.
ລູກາ 23:46で検索
5
ລູກາ 23:33
ເມື່ອມາເຖິງບ່ອນທີ່ເອີ້ນວ່າກະໂຫລກຫົວ, ພວກເຂົາກໍຄຶງພຣະອົງໄວ້ທີ່ໄມ້ກາງແຂນພ້ອມກັບໂຈນສອງຄົນຄື, ຄົນໜຶ່ງຢູ່ເບື້ອງຂວາ, ຄົນໜຶ່ງອີກຢູ່ເບື້ອງຊ້າຍຂອງພຣະອົງ.
ລູກາ 23:33で検索
6
ລູກາ 23:44-45
ເວລານັ້ນປະມານຕອນທ່ຽງ ແລະ ເກີດຄວາມມືດມົວໄປທົ່ວແຜ່ນດິນຈົນເຖິງເວລາບ່າຍສາມໂມງ, ເພາະດວງອາທິດຢຸດສ່ອງແສງ ແລະ ຜ້າກັ້ງໃນວິຫານກໍຈີກຂາດເປັນສອງຕ່ອນ.
ລູກາ 23:44-45で検索
7
ລູກາ 23:47
ເມື່ອນາຍຮ້ອຍໄດ້ເຫັນເຫດການທີ່ເກີດຂຶ້ນນີ້ ຈຶ່ງສັນລະເສີນພຣະເຈົ້າ ແລະ ກ່າວວ່າ, “ທ່ານຜູ້ນີ້ເປັນຄົນຊອບທຳຢ່າງແນ່ນອນ”.
ລູກາ 23:47で検索
ホーム
聖書
読書プラン
ビデオ