YouVersion Logo
Search Icon

Popular Bible Verses from ລູກາ 4

ແລ້ວ​ມານຮ້າຍ​ກໍໄດ້​ນຳ​ພຣະອົງ​ຂຶ້ນ​ໄປ ແລະ​ສະແດງ​ໃຫ້​ເຫັນ​ໃນ​ພິບ​ຕາ​ດຽວ ເຖິງ​ອານາຈັກ​ທັງໝົດ​ແຫ່ງ​ໂລກນີ້. ມານຮ້າຍ​ໄດ້​ບອກ​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ອຳນາດ​ທັງໝົດ​ນີ້ ກັບ​ສະຫງ່າຣາສີ​ແຫ່ງ​ແຜ່ນດິນ​ທັງໝົດ​ແກ່​ທ່ານ. ເພາະ​ສິ່ງ​ທັງໝົດ​ເຫຼົ່ານັ້ນ​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ​ເຮົາ​ຢາກ​ມອບ​ໃຫ້​ແກ່​ຜູ້ໃດ​ກໍໄດ້ ຕາມ​ທີ່​ເຮົາ​ຕ້ອງການ. ດັ່ງນັ້ນ ສິ່ງ​ທັງໝົດ​ເຫຼົ່ານີ້ ຈະ​ເປັນ​ຂອງທ່ານ ຖ້າ​ທ່ານ​ນະມັດສະການ​ເຮົາ.” ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ​ບົວລະບັດ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ.”’

ແລ້ວ​ມານຮ້າຍ​ກໍໄດ້​ນຳ​ພຣະອົງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຍອດ​ຂອງ​ພຣະວິຫານ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂຕນ​ລົງ​ຈາກ​ທີ່​ນີ້​ເບິ່ງດູ. ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ຝູງ​ເທວະດາ​ຂອງ​ພຣະອົງ ມາ​ພິທັກ​ຮັກສາ​ທ່ານ​ໄວ້.’ ແລະ ຍັງ​ມີ​ຄຳ​ຂຽນ​ໄວ້​ອີກ​ວ່າ, ‘ຝູງ​ເທວະດາ​ຈະ​ໃຊ້​ມື​ຂອງຕົນ​ຫອບ​ອູ້ມ​ທ່ານ​ໄວ້ ເພື່ອ​ບໍ່​ໃຫ້​ຕີນ​ຂອງທ່ານ​ຕຳ​ກ້ອນຫີນ.”’ ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.”’

Free Reading Plans and Devotionals related to ລູກາ 4