ພຣະເຢຊູເຈົ້າຕອບລາວວ່າ, “ກົດບັນຍັດຂໍ້ສຳຄັນທີ່ສຸດ ຄືດັ່ງນີ້ ‘ຊາວອິດສະຣາເອນເອີຍ ຈົ່ງຟັງເທີ້ນ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແມ່ນພຣະເຈົ້າແຕ່ອົງດຽວ. ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງເຈົ້າ.’ ກົດບັນຍັດຂໍ້ທີສອງນັ້ນ ຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.’ ບໍ່ມີກົດບັນຍັດຂໍ້ໃດທີ່ສຳຄັນກວ່າສອງຂໍ້ນີ້.”