ຫລັງຈາກທີ່ພຣະເຢຊູເຈົ້າເຂົ້າໄປໃນເຮືອນແລ້ວ ພວກສາວົກຂອງພຣະອົງກໍຖາມພຣະອົງເປັນທາງສ່ວນຕົວວ່າ, “ເຫດສັນໃດພວກຂ້ານ້ອຍຈຶ່ງຂັບໄລ່ມັນອອກບໍ່ໄດ້?”
ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ຜີຮ້າຍແນວນີ້ຈະຂັບໄລ່ອອກດ້ວຍວິທີອື່ນບໍ່ໄດ້ ເວັ້ນໄວ້ແຕ່ດ້ວຍການພາວັນນາອະທິຖານເທົ່ານັ້ນ.”