1
ມາຣະໂກ 10:45
ພຣະຄຳພີສັກສິ
ເພາະບຸດມະນຸດບໍ່ໄດ້ມາ ເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້ເຂົາ ແລະປະທານຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”
Compare
Explore ມາຣະໂກ 10:45
2
ມາຣະໂກ 10:27
ພຣະເຢຊູເຈົ້າເພັ່ງຕາເບິ່ງພວກເພິ່ນ ແລະກ່າວວ່າ, “ຝ່າຍມະນຸດກໍເຫຼືອກຳລັງທີ່ຈະເຮັດໄດ້ ແຕ່ບໍ່ເຫຼືອກຳລັງຂອງພຣະເຈົ້າ ເພາະຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ.”
Explore ມາຣະໂກ 10:27
3
ມາຣະໂກ 10:52
ພຣະເຢຊູເຈົ້າຕອບວ່າ, “ໄປສາ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.” ໃນທັນໃດນັ້ນ ລາວກໍເຫັນຮຸ່ງໄດ້ ແລະເດີນຕິດຕາມພຣະເຢຊູເຈົ້າໄປ.
Explore ມາຣະໂກ 10:52
4
ມາຣະໂກ 10:9
ດັ່ງນັ້ນ ສິ່ງທີ່ພຣະເຈົ້າໄດ້ໃຫ້ເຂົ້າຮ່ວມກັນຢູ່ແລ້ວ ຢ່າໃຫ້ມະນຸດເຮັດໃຫ້ພັດພາກຈາກກັນ.”
Explore ມາຣະໂກ 10:9
5
ມາຣະໂກ 10:21
ພຣະເຢຊູເຈົ້າເພັ່ງຕາເບິ່ງຊາຍຜູ້ນັ້ນດ້ວຍຄວາມຮັກ ແລະກ່າວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງຄື: ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະບໍລິຈາກເງິນນັ້ນໃຫ້ແກ່ຄົນຍາກຈົນ ແລະເຈົ້າຈະມີຊັບສົມບັດໃນສະຫວັນ, ແລ້ວຈົ່ງຕາມເຮົາມາ.”
Explore ມາຣະໂກ 10:21
6
ມາຣະໂກ 10:51
ພຣະເຢຊູເຈົ້າຖາມລາວວ່າ, “ເຈົ້າຢາກໃຫ້ເຮົາເຮັດຫຍັງແກ່ເຈົ້າ?” ຊາຍຕາບອດຕອບວ່າ, “ພຣະອາຈານເອີຍ ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນຮຸ່ງແດ່ທ້ອນ.”
Explore ມາຣະໂກ 10:51
7
ມາຣະໂກ 10:43
ແຕ່ໃນທ່າມກາງພວກເຈົ້າແລ້ວ ບໍ່ເປັນດັ່ງນັ້ນເລີຍ, ຖ້າຜູ້ໜຶ່ງໃນພວກເຈົ້າ ຢາກເປັນໃຫຍ່ ເຂົາຕ້ອງເປັນຜູ້ຮັບໃຊ້ເຈົ້າທັງຫລາຍ
Explore ມາຣະໂກ 10:43
8
ມາຣະໂກ 10:15
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດບໍ່ຮັບຣາຊອານາຈັກຂອງພຣະເຈົ້າເໝືອນເດັກນ້ອຍ ຈະບໍ່ໄດ້ເຂົ້າໄປໃນຣາຊອານາຈັກນັ້ນຈັກເທື່ອ.”
Explore ມາຣະໂກ 10:15
9
ມາຣະໂກ 10:31
ແຕ່ຫລາຍຄົນທີ່ເປັນຜູ້ຕົ້ນ ຈະກັບເປັນຜູ້ປາຍ ແລະຜູ້ທີ່ເປັນປາຍໃນເວລານີ້ ກໍຈະເປັນຜູ້ຕົ້ນ.”
Explore ມາຣະໂກ 10:31
10
ມາຣະໂກ 10:6-8
ຕັ້ງແຕ່ຕົ້ນເດີມ ‘ພຣະເຈົ້າໄດ້ສ້າງມະນຸດໃຫ້ເປັນຊາຍແລະຍິງ ດ້ວຍເຫດນັ້ນ ຜູ້ຊາຍຈຶ່ງລະຈາກພໍ່ແມ່ຂອງຕົນ ແລະໄປຕິດພັນຢູ່ກັບເມຍຂອງຕົນ, ແລະທັງສອງກໍຈະເປັນກາຍອັນດຽວ.’ ເພາະສະນັ້ນ ເຂົາຈຶ່ງບໍ່ເປັນສອງອີກຕໍ່ໄປ ແຕ່ເປັນໜຶ່ງດຽວກັນ.
Explore ມາຣະໂກ 10:6-8
Home
Bible
Plans
Videos