ມາຣະໂກ 10
10
ພຣະເຢຊູເຈົ້າຊົງສັ່ງສອນເຖິງເລື່ອງການຢ່າຮ້າງ
(ມທ 19:1-12; ລກ 16:18)
1ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນໄປແຂວງຢູດາຍ ແລ້ວພຣະອົງກໍຂ້າມແມ່ນໍ້າຈໍແດນໄປທາງຟາກເບື້ອງນັ້ນ ປະຊາຊົນໝູ່ໃຫຍ່ໄດ້ມາຫາພຣະອົງອີກ ແລະພຣະອົງກໍໄດ້ສັ່ງສອນພວກເຂົາດັ່ງທີ່ພຣະອົງເຄີຍເຮັດມາ.
2ພວກຟາຣີຊາຍໄດ້ມາຫາພຣະເຢຊູເຈົ້າ ເພື່ອທົດລອງພຣະອົງ ພວກເຂົາຖາມວ່າ, “ຕາມກົດບັນຍັດຜູ້ຊາຍຢ່າຮ້າງເມຍຂອງຕົນໄດ້ບໍ?”
3ພຣະເຢຊູເຈົ້າຕອບພວກເຂົາໂດຍຢ້ອນຖາມຄືນວ່າ, “ໂມເຊໄດ້ໃຫ້ຂໍ້ຄຳສັ່ງໄວ້ຢ່າງໃດ?”
4ພວກເຂົາຕອບວ່າ, “ໂມເຊໄດ້ອະນຸຍາດໃຫ້ເຮັດໜັງສືຢ່າຮ້າງແລ້ວໃຫ້ປະໄດ້.”
5ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໂມເຊໄດ້ຂຽນຂໍ້ຄຳສັ່ງໄວ້ຢ່າງນັ້ນ ເພາະໃຈຂອງພວກເຈົ້າແຂງກະດ້າງ. 6ຕັ້ງແຕ່ຕົ້ນເດີມ ‘ພຣະເຈົ້າໄດ້ສ້າງມະນຸດໃຫ້ເປັນຊາຍແລະຍິງ 7ດ້ວຍເຫດນັ້ນ ຜູ້ຊາຍຈຶ່ງລະຈາກພໍ່ແມ່ຂອງຕົນ ແລະໄປຕິດພັນຢູ່ກັບເມຍຂອງຕົນ, 8ແລະທັງສອງກໍຈະເປັນກາຍອັນດຽວ.’ ເພາະສະນັ້ນ ເຂົາຈຶ່ງບໍ່ເປັນສອງອີກຕໍ່ໄປ ແຕ່ເປັນໜຶ່ງດຽວກັນ. 9ດັ່ງນັ້ນ ສິ່ງທີ່ພຣະເຈົ້າໄດ້ໃຫ້ເຂົ້າຮ່ວມກັນຢູ່ແລ້ວ ຢ່າໃຫ້ມະນຸດເຮັດໃຫ້ພັດພາກຈາກກັນ.”
10ເມື່ອເຂົ້າໄປໃນເຮືອນແລ້ວ ພວກສາວົກໄດ້ຖາມພຣະເຢຊູເຈົ້າເຖິງເລື່ອງການຢ່າຮ້າງນີ້ອີກ. 11ພຣະອົງຕອບພວກເພິ່ນວ່າ, “ຊາຍໃດທີ່ຢ່າຮ້າງເມຍຂອງຕົນ ແລ້ວໄປແຕ່ງງານກັບຍິງອື່ນ ຊາຍຜູ້ນັ້ນກໍເຮັດຜິດໃນຖານຫລິ້ນຊູ້. 12ໃນທຳນອງດຽວກັນ ຍິງໃດທີ່ຢ່າຮ້າງຜົວຂອງຕົນ ແລະໄປແຕ່ງງານກັບຊາຍອື່ນ ຍິງນັ້ນກໍເຮັດຜິດໃນຖານຫລິ້ນຊູ້ເໝືອນກັນ.”
ພຣະເຢຊູເຈົ້າຊົງອວຍພອນພວກເດັກນ້ອຍ
(ມທ 19:13-15; ລກ 18:15-17)
13ພວກເຂົາໄດ້ພາພວກເດັກນ້ອຍມາຫາພຣະເຢຊູເຈົ້າ ເພື່ອພຣະອົງຈະໄດ້ວາງມືໃສ່ພວກເຂົາ, ແຕ່ພວກສາວົກໄດ້ຫ້າມໄວ້. 14ເມື່ອພຣະເຢຊູເຈົ້າເຫັນດັ່ງນັ້ນ, ພຣະອົງກໍບໍ່ພໍໃຈ ແລະກ່າວແກ່ພວກສາວົກວ່າ, “ຈົ່ງປ່ອຍເດັກນ້ອຍໃຫ້ເຂົ້າມາຫາເຮົາ ແລະຢ່າຫ້າມພວກເຂົາ ເພາະອານາຈັກພຣະເຈົ້າເປັນຂອງຜູ້ທີ່ເປັນເໝືອນເດັກນ້ອຍເຫຼົ່ານີ້ແຫຼະ. 15ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດບໍ່ຮັບຣາຊອານາຈັກຂອງພຣະເຈົ້າເໝືອນເດັກນ້ອຍ ຈະບໍ່ໄດ້ເຂົ້າໄປໃນຣາຊອານາຈັກນັ້ນຈັກເທື່ອ.” 16ແລ້ວພຣະອົງກໍໄດ້ອູ້ມເດັກນ້ອຍນັ້ນ ວາງມືໃສ່ແລະອວຍພອນໃຫ້ພວກເຂົາ.
ເລື່ອງມະຫາເສດຖີ
(ມທ 19:16-30; ລກ 18:18-30)
17ເມື່ອພຣະເຢຊູເຈົ້າອອກເດີນທາງຕໍ່ໄປ ກໍມີຊາຍຄົນໜຶ່ງ ແລ່ນມາຫາພຣະອົງ ຄຸເຂົ່າລົງຕໍ່ໜ້າພຣະອົງ ແລະຖາມວ່າ, “ພຣະອາຈານຜູ້ປະເສີດເອີຍ, ຂ້ານ້ອຍຕ້ອງປະຕິບັດຢ່າງໃດຈຶ່ງຈະໄດ້ຮັບຊີວິດນິຣັນດອນ?”
18ພຣະເຢຊູເຈົ້າຕອບລາວວ່າ, “ດ້ວຍເຫດໃດເຈົ້າຈຶ່ງເອີ້ນເຮົາວ່າ ຜູ້ປະເສີດ? ບໍ່ມີຜູ້ໃດປະເສີດດອກ ນອກຈາກພຣະເຈົ້າອົງດຽວເທົ່ານັ້ນ. 19ເຈົ້າກໍຮູ້ຈັກກົດບັນຍັດທີ່ວ່າ, ‘ຢ່າຂ້າຄົນ, ຢ່າຫລິ້ນຊູ້ສູ່ຜົວເມຍຜູ້ອື່ນ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ, ຢ່າສໍ້ໂກງ, ຈົ່ງນັບຖືພໍ່ແມ່ຂອງຕົນ.”’
20ຊາຍຄົນນັ້ນໄດ້ຕອບວ່າ, “ອາຈານເອີຍ ກົດບັນຍັດທັງໝົດເຫຼົ່ານີ້ຂ້ານ້ອຍໄດ້ຖືຮັກສາ ຕັ້ງແຕ່ເປັນເດັກນ້ອຍພຸ້ນມາ.”
21ພຣະເຢຊູເຈົ້າເພັ່ງຕາເບິ່ງຊາຍຜູ້ນັ້ນດ້ວຍຄວາມຮັກ ແລະກ່າວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງຄື: ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະບໍລິຈາກເງິນນັ້ນໃຫ້ແກ່ຄົນຍາກຈົນ ແລະເຈົ້າຈະມີຊັບສົມບັດໃນສະຫວັນ, ແລ້ວຈົ່ງຕາມເຮົາມາ.” 22ເມື່ອໄດ້ຍິນຄຳເວົ້ານີ້ ລາວກໍໜ້າເສົ້າລົງ ແລະອອກໄປເປັນທຸກໃຈຢ່າງໜັກ ເພາະລາວເປັນຄົນຮັ່ງມີຫລາຍ.
23ພຣະເຢຊູເຈົ້າແນມເບິ່ງອ້ອມຮອບແລ້ວ ກ່າວແກ່ພວກສາວົກວ່າ, “ທີ່ຄົນຮັ່ງມີຈະເຂົ້າໄປໃນຣາຊອານາຈັກຂອງພຣະເຈົ້າ ກໍຍາກແທ້ໜໍ.”
24ພວກສາວົກຕ່າງກໍປະຫລາດໃຈໃນຄຳເວົ້າຂອງພຣະອົງ ແຕ່ພຣະເຢຊູເຈົ້າໄດ້ກ່າວແກ່ພວກເພິ່ນອີກວ່າ, “ລູກທັງຫລາຍເອີຍ, ທີ່ຈະເຂົ້າໄປໃນຣາຊອານາຈັກຂອງພຣະເຈົ້າກໍຍາກແທ້ 25ອູດໂຕໜຶ່ງຈະລອດຮູເຂັມ ກໍງ່າຍກວ່າຄົນຮັ່ງມີຜູ້ໜຶ່ງຈະເຂົ້າໄປໃນຣາຊອານາຈັກຂອງພຣະເຈົ້າ.”
26ພວກສາວົກປະຫລາດໃຈຫລາຍ ຈຶ່ງຖາມກັນວ່າ, “ຖ້າຢ່າງນັ້ນ ຜູ້ໃດຈະລອດພົ້ນໄດ້?”
27ພຣະເຢຊູເຈົ້າເພັ່ງຕາເບິ່ງພວກເພິ່ນ ແລະກ່າວວ່າ, “ຝ່າຍມະນຸດກໍເຫຼືອກຳລັງທີ່ຈະເຮັດໄດ້ ແຕ່ບໍ່ເຫຼືອກຳລັງຂອງພຣະເຈົ້າ ເພາະຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ.”
28ແລ້ວເປໂຕກໍກ່າວຂຶ້ນວ່າ, “ເບິ່ງດູ ພວກຂ້ານ້ອຍໄດ້ສະຫລະທຸກສິ່ງ ແລະໄດ້ຕິດຕາມພຣະອົງມາ.”
29ພຣະເຢຊູເຈົ້າຊົງຕອບພວກເພິ່ນວ່າ, “ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ຜູ້ໃດໄດ້ສະຫລະບ້ານເຮືອນ ຫລືອ້າຍເອື້ອຍນ້ອງ ຫລືພໍ່ແມ່ ຫລືລູກ ຫລືໄຮ່ນາຂອງຕົນ ເພາະເຫັນແກ່ເຮົາແລະເຫັນແກ່ຂ່າວປະເສີດ. 30ໃນໂລກນີ້ ຜູ້ນັ້ນຈະໄດ້ຮັບຕອບແທນຮ້ອຍເທົ່າຄື: ບ້ານເຮືອນ, ອ້າຍເອື້ອຍນ້ອງ, ພໍ່ແມ່, ລູກ ແລະໄຮ່ນາ ແລະທັງຈະໄດ້ຮັບການຂົ່ມເຫັງດ້ວຍ ແລະໃນໂລກໜ້າເຂົາຈະໄດ້ຊີວິດນິຣັນດອນ. 31ແຕ່ຫລາຍຄົນທີ່ເປັນຜູ້ຕົ້ນ ຈະກັບເປັນຜູ້ປາຍ ແລະຜູ້ທີ່ເປັນປາຍໃນເວລານີ້ ກໍຈະເປັນຜູ້ຕົ້ນ.”
ພຣະເຢຊູເຈົ້າຊົງກ່າວເປັນຄັ້ງທີສາມເຖິງຄວາມຕາຍຂອງພຣະອົງ
(ມທ 20:17-19; ລກ 18:31-34)
32ເມື່ອກຳລັງເດີນທາງຂຶ້ນເມືອນະຄອນເຢຣູຊາເລັມ, ພຣະເຢຊູເຈົ້າໄດ້ຍ່າງນຳໜ້າພວກເຂົາໄປ ພວກສາວົກໄດ້ວຸ້ນວາຍໃຈ ແລະພວກອື່ນທີ່ຍ່າງມາຕາມຫລັງຕ່າງກໍມີຄວາມຢ້ານ ແລ້ວພຣະເຢຊູເຈົ້າກໍພາສາວົກສິບສອງຄົນ ຍ່າງຫລີກອອກໄປທາງຂ້າງອີກເທື່ອໜຶ່ງ ແລະກ່າວເຖິງເຫດການທີ່ຈຳຕ້ອງເກີດຂຶ້ນກັບພຣະອົງ. 33ພຣະອົງບອກພວກເພິ່ນວ່າ, “ເບິ່ງແມ! ພວກເຮົາກຳລັງຂຶ້ນໄປນະຄອນເຢຣູຊາເລັມ ບ່ອນທີ່ບຸດມະນຸດຈະຖືກມອບໄວ້ ໃນກຳມືຂອງພວກຫົວໜ້າປະໂຣຫິດແລະພວກທຳມະຈານ ພວກເຫຼົ່ານີ້ຈະຕັດສິນລົງໂທດເພິ່ນໃຫ້ເຖິງຕາຍ ແລະຈະມອບເພິ່ນໄວ້ກັບຄົນຕ່າງຊາດ. 34ຄົນພວກນີ້ ຈະເຢາະເຢີ້ຍເພິ່ນ, ຈະຖົ່ມນໍ້າລາຍໃສ່ເພິ່ນ, ຈະຂ້ຽນຕີເພິ່ນ ແລະຈະຂ້າເພິ່ນເສຍ, ແຕ່ໃນວັນຖ້ວນສາມ ເພິ່ນຈະເປັນຄືນມາຈາກຄວາມຕາຍ.”
ຢາໂກໂບແລະໂຢຮັນຂໍຮ້ອງນຳພຣະເຢຊູເຈົ້າ
(ມທ 20:20-28)
35ແລ້ວຢາໂກໂບ ແລະ ໂຢຮັນລູກຊາຍຂອງເຊເບດາຍ ໄດ້ເຂົ້າມາຫາພຣະເຢຊູເຈົ້າ ແລະເວົ້າວ່າ, “ອາຈານເອີຍ, ພວກຂ້ານ້ອຍທັງສອງ ປາຖະໜາຈະໃຫ້ທ່ານເຮັດຕາມຄຳຂໍຮ້ອງຂອງພວກຂ້ານ້ອຍ.”
36ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ເຈົ້າທັງສອງຕ້ອງການຫຍັງ?”
37ພວກເພິ່ນຕອບວ່າ, “ເມື່ອທ່ານຢູ່ໃນສະຫງ່າຣາສີແລ້ວ ຂໍໃຫ້ພວກຂ້ານ້ອຍທັງສອງນັ່ງທີ່ເບື້ອງຂວາຂອງທ່ານຄົນໜຶ່ງ ແລະທີ່ເບື້ອງຊ້າຍຄົນໜຶ່ງ.”
38ພຣະເຢຊູເຈົ້າຊົງກ່າວແກ່ພວກເພິ່ນວ່າ, “ທີ່ພວກເຈົ້າຂໍຮ້ອງນັ້ນພວກເຈົ້າບໍ່ຮູ້ຈັກ, ຈອກທີ່ເຮົາຈະດື່ມນັ້ນ ພວກເຈົ້າຈະດື່ມໄດ້ບໍ? ແລະບັບຕິສະມາທີ່ເຮົາຮັບນັ້ນ ພວກເຈົ້າຈະຮັບໄດ້ບໍ?” 39ພວກເພິ່ນຕອບວ່າ, “ໄດ້ຢູ່ຂ້ານ້ອຍ.”
ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຈະດື່ມຈາກຈອກທີ່ເຮົາຕ້ອງດື່ມແທ້ ແລະບັບຕິສະມາທີ່ເຮົາຮັບ ພວກເຈົ້າກໍຕ້ອງຮັບແທ້. 40ແຕ່ຈະເລືອກວ່າ ຜູ້ໃດຈະນັ່ງທີ່ເບື້ອງຂວາ ຫລືທີ່ເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນໜ້າທີ່ເຮົາຈະຈັດໃຫ້, ແຕ່ພຣະເຈົ້າໄດ້ຈັດໄວ້ສຳລັບຜູ້ໃດ ກໍເປັນຂອງຜູ້ນັ້ນ.”
41ເມື່ອສາວົກຄົນອື່ນໆອີກສິບຄົນໄດ້ຍິນເຖິງເລື່ອງນີ້ແລ້ວ, ພວກເພິ່ນກໍເຄືອງໃຈໃຫ້ຢາໂກໂບ ແລະ ໂຢຮັນ. 42ແຕ່ເມື່ອພຣະເຢຊູເຈົ້າເອີ້ນພວກເພິ່ນມາເຕົ້າໂຮມກັນ ແລ້ວກ່າວວ່າ, “ພວກເຈົ້າຕ່າງກໍຮູ້ວ່າ ຜູ້ທີ່ມະນຸດຖືວ່າ ເປັນຜູ້ປົກຄອງປະຊາຊົນ ກໍມີອຳນາດເໜືອປະຊາຊົນທີ່ເຂົາປົກຄອງ ແລະຜູ້ໃຫຍ່ກໍໃຊ້ສິດອຳນາດເໜືອພວກເຂົາ. 43ແຕ່ໃນທ່າມກາງພວກເຈົ້າແລ້ວ ບໍ່ເປັນດັ່ງນັ້ນເລີຍ, ຖ້າຜູ້ໜຶ່ງໃນພວກເຈົ້າ ຢາກເປັນໃຫຍ່ ເຂົາຕ້ອງເປັນຜູ້ຮັບໃຊ້ເຈົ້າທັງຫລາຍ; 44ແລະ ຖ້າຜູ້ໜຶ່ງໃນພວກເຈົ້າຢາກເປັນເອກ ເຂົາກໍຕ້ອງເປັນຂ້ອຍໃຊ້ຂອງທຸກຄົນ. 45ເພາະບຸດມະນຸດບໍ່ໄດ້ມາ ເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້ເຂົາ ແລະປະທານຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”
ພຣະເຢຊູເຈົ້າຊົງໂຜດບາຣະຕີມາຍທີ່ຕາບອດ
(ມທ 20:29-34; ລກ 18:35-43)
46ພຣະເຢຊູເຈົ້າແລະພວກສາວົກຂອງພຣະອົງ ເດີນທາງມາເຖິງເມືອງເຢຣີໂກ, ເມື່ອພຣະອົງກຳລັງອອກຈາກເມືອງໄປກັບພວກສາວົກ ແລະປະຊາຊົນໝູ່ໃຫຍ່ທີ່ຕິດຕາມຈຳນວນຫລວງຫລາຍ ກໍມີຊາຍຕາບອດຜູ້ໜຶ່ງຊື່ວ່າ ບາຣະຕີມາຍເປັນລູກຊາຍຂອງຕີມາຍ ນັ່ງຂໍທານທີ່ແຄມທາງ. 47ເມື່ອລາວໄດ້ຍິນວ່າ ພຣະເຢຊູເຈົ້າໄທນາຊາເຣັດກຳລັງມາໃກ້ ລາວກໍຮ້ອງຂຶ້ນວ່າ, “ເຢຊູ ບຸດດາວິດເອີຍ, ຂໍຊົງເມດຕາສົງສານຂ້ານ້ອຍແດ່ທ້ອນ.”
48ມີຫລາຍຄົນໄດ້ຫ້າມລາວໃຫ້ມິດຢູ່ ແຕ່ລາວແຮ່ງຮ້ອງດັງຂຶ້ນຕື່ມວ່າ, “ເຢຊູ ບຸດດາວິດເອີຍ ຂໍໂຜດເມດຕາສົງສານຂ້ານ້ອຍແດ່ທ້ອນ.”
49ພຣະເຢຊູເຈົ້າຈຶ່ງຢຸດ ແລະສັ່ງວ່າ, “ຈົ່ງໄປເອີ້ນເອົາລາວມາ.”
ສະນັ້ນ ພວກເຂົາຈຶ່ງໄປເອີ້ນເອົາຊາຍຕາບອດນັ້ນມາ ແລ້ວເວົ້າວ່າ, “ຈົ່ງຊື່ນໃຈແລະລຸກຂຶ້ນ ເພິ່ນກຳລັງເອີ້ນເອົາເຈົ້າ.”
50ຊາຍຕາບອດຖິ້ມຜ້າຕູ້ມຂອງຕົນ ແລະຮີບລຸກຂຶ້ນມາຫາພຣະເຢຊູເຈົ້າ.
51ພຣະເຢຊູເຈົ້າຖາມລາວວ່າ, “ເຈົ້າຢາກໃຫ້ເຮົາເຮັດຫຍັງແກ່ເຈົ້າ?”
ຊາຍຕາບອດຕອບວ່າ, “ພຣະອາຈານເອີຍ ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນຮຸ່ງແດ່ທ້ອນ.” 52ພຣະເຢຊູເຈົ້າຕອບວ່າ, “ໄປສາ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.”
ໃນທັນໃດນັ້ນ ລາວກໍເຫັນຮຸ່ງໄດ້ ແລະເດີນຕິດຕາມພຣະເຢຊູເຈົ້າໄປ.
Currently Selected:
ມາຣະໂກ 10: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.