ມາຣະໂກ 11
11
ພຣະເຢຊູເຈົ້າເຂົ້າໄປນະຄອນເຢຣູຊາເລັມຢ່າງມີໄຊ
(ມທ 21:1-11; ລກ 19:28-40; ຢຮ 12:12-19)
1ເມື່ອພຣະເຢຊູເຈົ້າກັບພວກສາວົກ ເຂົ້າໄປໃກ້ນະຄອນເຢຣູຊາເລັມ ຄືໃກ້ບ້ານເບັດຟາເຄ ແລະບ້ານເບັດທານີ ກໍມາເຖິງພູເຂົາໝາກກອກເທດ, ພຣະເຢຊູເຈົ້າໄດ້ໃຊ້ສາວົກສອງຄົນລ່ວງໜ້າໄປກ່ອນ ແລະສັ່ງພວກເພິ່ນວ່າ, 2“ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ໜ້າພວກເຈົ້ານັ້ນ ພໍໄປຮອດທີ່ນັ້ນແລ້ວ ພວກເຈົ້າຈະພົບລໍນ້ອຍໂຕໜຶ່ງທີ່ເຂົາຜູກໄວ້ ລໍນ້ອຍໂຕນີ້ຍັງບໍ່ມີຜູ້ໃດເຄີຍຂີ່ຈັກເທື່ອ. ຈົ່ງແກ້ເຊືອກນັ້ນອອກ ແລະຈູງມັນມາທີ່ນີ້. 3ຖ້າມີຜູ້ໃດຖາມວ່າ, ‘ເປັນຫຍັງຈຶ່ງເຮັດແນວນີ້?’ ໃຫ້ບອກວ່າ, ‘ອົງພຣະຜູ້ເປັນເຈົ້າ ຕ້ອງການ ແລະບຶດໜຶ່ງຈະສົ່ງມັນຄືນມາໃຫ້ທີ່ນີ້.”’
4ແລ້ວສາວົກທັງສອງຈຶ່ງຈາກໄປ ແລະກໍພົບລໍນ້ອຍໂຕໜຶ່ງ ທີ່ເຂົາຜູກໄວ້ຢູ່ໃກ້ປະຕູເຮືອນທີ່ແຄມຖະໜົນ ຂະນະທີ່ພວກເພິ່ນກຳລັງແກ້ເຊືອກຢູ່ນັ້ນ, 5ບາງຄົນທີ່ຢືນຢູ່ໃນທີ່ນັ້ນກໍຖາມວ່າ, “ພວກເຈົ້າແກ້ເອົາລໍນ້ອຍໄປເຮັດຫຍັງ?”
6ພວກເພິ່ນຈຶ່ງຕອບຕາມທີ່ພຣະເຢຊູເຈົ້າໄດ້ບອກ ແລ້ວຄົນເຫຼົ່ານັ້ນກໍຍອມໃຫ້ພວກເພິ່ນເອົາໄປ. 7ສາວົກໄດ້ຈູງລໍນ້ອຍນັ້ນມາຫາພຣະເຢຊູເຈົ້າ ແລ້ວພວກເພິ່ນກໍເອົາເຄື່ອງນຸ່ງຂອງຕົນປູຫລັງຂອງມັນ ແລະໃຫ້ພຣະເຢຊູເຈົ້າຂຶ້ນຂີ່. 8ມີຫລາຍຄົນໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງຍ່າງ ແລະບາງຄົນກໍໄດ້ຕັດເອົາຟົດໄມ້ຕາມທົ່ງນາມາປູຕາມຫົນທາງ. 9ຄົນທີ່ຍ່າງໄປກ່ອນກັບຄົນທີ່ຕາມຫລັງພຣະເຢຊູເຈົ້າໄປ ຕ່າງກໍຮ້ອງຂຶ້ນວ່າ, “ໂຮຊັນນາ ຂໍພຣະເຈົ້າອວຍພອນທ່ານ ທີ່ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ 10ຂໍພຣະເຈົ້າອວຍພອນອານາຈັກທີ່ກຳລັງຈະມາ ຄືອານາຈັກຂອງດາວິດບັນພະບຸລຸດຂອງພວກເຮົາ ໂຮຊັນນາໃນສະຫວັນສູງສຸດ.”
11ພຣະເຢຊູເຈົ້າໄດ້ເຂົ້າໄປນະຄອນເຢຣູຊາເລັມ ແລ້ວເຂົ້າໄປໃນພຣະວິຫານ ແລະລຽບເບິ່ງທົ່ວໄປ ເມື່ອຄໍ່າຫລາຍແລ້ວ ພຣະອົງຈຶ່ງກັບຄືນໄປບ້ານເບັດທານີກັບສາວົກສິບສອງຄົນ.
ພຣະເຢຊູເຈົ້າຊົງສາບແຊ່ງຕົ້ນເດື່ອເທດ
(ມທ 21:18-19)
12ໃນຕອນເຊົ້າວັນຕໍ່ມາ ເມື່ອພຣະເຢຊູເຈົ້າກັບພວກສາວົກອອກຈາກບ້ານເບັດທານີໄປ ພຣະອົງກໍຫິວເຂົ້າ. 13ເມື່ອເຫັນຕົ້ນໝາກເດື່ອເທດຕົ້ນໜຶ່ງແຕ່ໄກ ຊຶ່ງມີໃບດົກໜາດີ ແລະພຣະອົງກໍໄປເບິ່ງວ່າມັນມີໝາກຫລືບໍ່, ແຕ່ເມື່ອພຣະອົງໄປເຖິງຕົ້ນໄມ້ແລ້ວ ກໍບໍ່ເຫັນໝາກມີແຕ່ໃບເທົ່ານັ້ນ ເພາະບໍ່ແມ່ນລະດູເກີດໝາກ. 14ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວຕໍ່ຕົ້ນໝາກເດື່ອເທດວ່າ, “ຢ່າໃຫ້ຜູ້ໃດໄດ້ກິນໝາກຂອງມຶງອີກຈັກເທື່ອ.”
ຝ່າຍສາວົກກໍໄດ້ຍິນຄຳທີ່ພຣະອົງໄດ້ກ່າວນັ້ນ.
ພຣະເຢຊູເຈົ້າຊົງຊຳລະພຣະວິຫານ
(ມທ 21:12-17; ລກ 19:45-48; ຢຮ 2:13-22)
15ເມື່ອພຣະເຢຊູເຈົ້າແລະພວກສາວົກຂອງພຣະອົງ ມາເຖິງນະຄອນເຢຣູຊາເລັມ, ແລ້ວພຣະເຢຊູເຈົ້າໄດ້ເຂົ້າໄປໃນບໍລິເວນພຣະວິຫານ ພຣະອົງໄດ້ຕັ້ງຕົ້ນຂັບໄລ່ບັນດາພວກຄົນຊື້ຂາຍໃນບໍລິເວນພຣະວິຫານອອກໄປ, ພຣະອົງຂວໍ້າໂຕະຂອງພວກຮັບແລກປ່ຽນເງິນ ແລະຂວໍ້າບ່ອນນັ່ງຂອງຄົນຂາຍນົກເຂົາ. 16ແລະ ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດ ຂົນສິ່ງຂອງຜ່ານພຣະວິຫານໄປ. 17ແລ້ວພຣະອົງກໍໄດ້ສັ່ງສອນພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະວິຫານຂອງເຮົາຈະເອີ້ນວ່າ ເປັນສະຖານທີ່ພາວັນນາອະທິຖານສຳລັບຄົນທຸກຊາດ’, ແຕ່ພວກເຈົ້າເຮັດໃຫ້ເປັນຖໍ້າຂອງໂຈນ.”
18ເມື່ອພວກຫົວໜ້າປະໂຣຫິດແລະພວກທຳມະຈານ ໄດ້ຍິນເຊັ່ນນີ້ ພວກເຂົາຈຶ່ງຊອກຫາວິທີທາງຈະຂ້າພຣະເຢຊູເຈົ້າ. ພວກເຂົາຢ້ານພຣະອົງ ເພາະປະຊາຊົນທັງໝົດໄດ້ປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ.
19ພໍຕອນຄໍ່າມາ ພຣະເຢຊູເຈົ້າແລະພວກສາວົກກໍພາກັນອອກໄປຈາກເມືອງ.
ຄຳສອນຈາກຕົ້ນເດື່ອເທດທີ່ຫ່ຽວແຫ້ງໄປ
(ມທ 21:20-22)
20ວັນໃໝ່ຕໍ່ມາ ໃນເວລາເຊົ້າໆ ພຣະເຢຊູເຈົ້າກັບພວກສາວົກຍ່າງຜ່ານຕົ້ນເດື່ອເທດອີກ ພວກເພິ່ນໄດ້ສັງເກດເຫັນຕົ້ນເດື່ອເທດນັ້ນ ມັນຫ່ຽວແຫ້ງ ແລະຕາຍໄປຈົນເຖິງຮາກ. 21ເປໂຕຈື່ເຫດການທີ່ພຣະເຢຊູເຈົ້າໄດ້ເວົ້າແກ່ຕົ້ນໄມ້ນັ້ນ ຈຶ່ງເວົ້າກັບພຣະອົງວ່າ, “ພຣະອາຈານເອີຍ ເບິ່ງແມ! ຕົ້ນເດື່ອເທດທີ່ທ່ານໄດ້ສາບແຊ່ງນັ້ນຕາຍເສຍແລ້ວ.”
22ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ. 23ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’ ແລະບໍ່ມີຄວາມສົງໄສໃນໃຈ ແຕ່ເຊື່ອວ່າຈະເປັນໄປຕາມຄຳສັ່ງນັ້ນ ແລ້ວກໍເປັນໄປຕາມນັ້ນ. 24ດ້ວຍເຫດນັ້ນ ເຮົາບອກເຈົ້າທັງຫລາຍວ່າ, ສິ່ງໃດທີ່ພວກເຈົ້າພາວັນນາອະທິຖານຂໍນັ້ນ ຈົ່ງເຊື່ອວ່າໄດ້ຮັບແລ້ວ ແລະຄົງຈະເປັນແກ່ເຈົ້າທັງຫລາຍ. 25ແລະເມື່ອເຈົ້າຢືນພາວັນນາອະທິຖານຢູ່ ຖ້າເຈົ້າມີເລື່ອງກັບຜູ້ໃດຜູ້ໜຶ່ງຈົ່ງຍົກໂທດໃຫ້ເຂົາ ເພື່ອພຣະບິດາເຈົ້າຂອງພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນ ຈະຍົກຄວາມຜິດບາບຂອງພວກເຈົ້າດ້ວຍ, [26ແຕ່ຖ້າເຈົ້າບໍ່ຍົກໂທດນັ້ນ ພຣະບິດາຂອງເຈົ້າຜູ້ຊົງສະຖິດໃນສະຫວັນ ກໍຈະບໍ່ຍົກຄວາມຜິດຂອງເຈົ້າເໝືອນກັນ.”]
ເລື່ອງສິດອຳນາດຂອງພຣະເຢຊູເຈົ້າ
(ມທ 21:23-27; ລກ 20:1-8)
27ອີກເທື່ອໜຶ່ງ ພຣະເຢຊູເຈົ້າແລະສາວົກຂອງພຣະອົງ ໄດ້ກັບຄືນເຂົ້າໄປໃນນະຄອນເຢຣູຊາເລັມ, ເມື່ອພຣະອົງຍ່າງເຂົ້າໄປໃນພຣະວິຫານ ພວກຫົວໜ້າປະໂຣຫິດ, ພວກທຳມະຈານແລະພວກເຖົ້າແກ່ ກໍມາຫາພຣະອົງ. 28ພວກເຂົາໄດ້ຖາມວ່າ, “ເຈົ້າມີສິດອຳນາດຫຍັງ ຈຶ່ງເຮັດການເຫຼົ່ານີ້? ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?”
29ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເຮົາມີຄຳຖາມຂໍ້ໜຶ່ງຈະຖາມພວກເຈົ້າ ແລະຈົ່ງໃຫ້ຄຳຕອບແກ່ເຮົາ ແລະເຮົາຈະບອກພວກເຈົ້າວ່າ, ‘ເຮົາເຮັດການເຫຼົ່ານີ້ດ້ວຍສິດອັນໃດ.’ 30ຄືບອກເຮົາມາເບິ່ງດູວ່າ, ‘ຜູ້ໃດໃຫ້ສິດແກ່ໂຢຮັນເພື່ອໃຫ້ຮັບບັບຕິສະມາ ພຣະເຈົ້າໃຫ້ ຫລືວ່າມະນຸດໃຫ້?”’
31ພວກເຂົາໄດ້ປຶກສາກັນວ່າ, “ພວກເຮົາຈະວ່າຢ່າງໃດ? ຖ້າພວກເຮົາຕອບວ່າ, ‘ພຣະເຈົ້າໃຫ້’ ມັນກໍຈະຖາມວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງພວກເຈົ້າ ຈຶ່ງບໍ່ເຊື່ອໂຢຮັນ?’ 32ຫລືວ່າ ພວກເຮົາຈະຕອບວ່າ, ‘ມະນຸດໃຫ້...”’ (ພວກເຂົາກໍຢ້ານປະຊາຊົນ ເພາະທຸກຄົນຖືວ່າ ໂຢຮັນເປັນຜູ້ທຳນວາຍ.) 33ສະນັ້ນ ພວກເຂົາຈຶ່ງຕອບພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້.”
ແລ້ວພຣະເຢຊູເຈົ້າກໍຕອບພວກເຂົາວ່າ, “ດັ່ງນັ້ນ ຂ້ອຍກໍຈະບໍ່ບອກພວກເຈົ້າຄືກັນວ່າ ຂ້ອຍເຮັດການເຫຼົ່ານີ້ດ້ວຍສິດອັນໃດ.”
Currently Selected:
ມາຣະໂກ 11: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.