ເມື່ອພຣະເຢຊູເຈົ້າເຫັນແມ່ຂອງພຣະອົງ ແລະ ສາວົກທີ່ພຣະອົງຮັກຢືນຢູ່ໃກ້ໆ, ພຣະອົງຈຶ່ງກ່າວກັບແມ່ຂອງພຣະອົງວ່າ, “ນາງເອີຍ, ນີ້ແຫລະ ຄືລູກຊາຍຂອງເຈົ້າ” ແລະ ກ່າວກັບສາວົກຄົນນັ້ນວ່າ, “ນີ້ຄືແມ່ຂອງເຈົ້າ”. ຕັ້ງແຕ່ນັ້ນມາສາວົກຄົນນີ້ກໍຮັບແມ່ຂອງພຣະອົງມາຢູ່ທີ່ເຮືອນຂອງຕົນ.