YouVersion Logo
Search Icon

ໂຢຮັນ 19

19
ພຣະເຢຊູເຈົ້າ​ຖືກ​ຕັດສິນ​ໃຫ້​ຄຶງ​ທີ່​ໄມ້ກາງແຂນ
(ມທ 27:27-31; ມຣກ 15:16-20)
1ຫລັງຈາກ​ນັ້ນ ປີລາດ​ຈຶ່ງ​ໃຫ້​ເອົາ​ພຣະເຢຊູເຈົ້າ​ໄປ​ຂ້ຽນຕີ. 2ພວກທະຫານ​ໄດ້​ສານ​ມົງກຸດ​ໜາມ​ແລ້ວ​ສຸບໃສ່​ຫົວ​ຂອງ​ພຣະເຢຊູເຈົ້າ ແລະ ໃຫ້​ພຣະອົງ​ນຸ່ງ​ເສື້ອຄຸມ​ສີມ່ວງ 3ແລ້ວ​ພວກເຂົາ​ໄດ້​ເຂົ້າ​ມາຫາ​ພຣະອົງ​ຫລາຍ​ຄັ້ງ ແລະ ກ່າວ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ​ຊາວ​ຢິວ ຂໍ​ຈົ່ງ​ຈະເລີນ!” ແລະ ພວກເຂົາ​ກໍ​ຕົບ​ໜ້າ​ຂອງ​ພຣະອົງ.
4ປີລາດ​ໄດ້​ອອກ​ໄປ​ອີກ​ເທື່ອ​ໜຶ່ງ ແລະ ກ່າວ​ກັບ​ພວກ​ຢິວ​ວ່າ, “ເບິ່ງ​ແມ ເຮົາ​ກຳລັງ​ນຳ​ໂຕ​ລາວ​ອອກມາ​ໃຫ້​ພວກທ່ານ​ເພື່ອ​ພວກທ່ານ​ຈະ​ໄດ້​ຮູ້​ວ່າ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້”. 5ເມື່ອ​ພຣະເຢຊູເຈົ້າ​ອອກ​ມາ ພຣະອົງ​ສວມ​ມົງກຸດ​ໜາມ ແລະ ເສື້ອຄຸມ​ສີມ່ວງ, ປີລາດ​ກ່າວ​ກັບ​ພວກເຂົາ​ວ່າ, “ລາວ​ຢູ່​ບ່ອນນີ້​ແລ້ວ!”
6ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຈົ້າໜ້າທີ່​ເຫັນ​ພຣະອົງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ! ຄຶງ​ໄວ້​ທີ່​ໄມ້ກາງແຂນ!”
ແຕ່​ປີລາດ​ຕອບ​ວ່າ, “ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ. ຝ່າຍ​ເຮົາ, ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້”.
7ພວກ​ຢິວ​ຢືນຢັນ​ວ່າ, “ພວກເຮົາ​ມີ​ກົດບັນຍັດ ແລະ ຕາມ​ກົດບັນຍັດ​ນັ້ນ​ລາວ​ຕ້ອງ​ຕາຍ ເພາະ​ລາວ​ອ້າງ​ໂຕເອງ​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.
8ເມື່ອ​ປີລາດ​ໄດ້​ຍິນ​ຢ່າງ​ນີ້ ເພິ່ນ​ກໍ​ຕົກໃຈ​ຢ້ານ​ຫລາຍ​ຂຶ້ນ, 9ເພິ່ນ​ຈຶ່ງ​ກັບຄືນ​ເຂົ້າ​ໄປ​ໃນ​ວັງ ແລະ ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ຕອບ​ຫຍັງ. 10ປີລາດ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ບໍ່​ເວົ້າ​ກັບ​ເຮົາ​ບໍ? ເຈົ້າ​ບໍ່​ຮູ້ຈັກ​ບໍ​ວ່າ​ເຮົາ​ມີ​ອຳນາດ​ທີ່​ຈະ​ປ່ອຍ​ໂຕ​ເຈົ້າ ຫລື ຄຶງ​ເຈົ້າ​ທີ່​ໄມ້ກາງແຂນ​ກໍ​ໄດ້?”
11ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຮົາ ຖ້າ​ເບື້ອງເທິງ​ບໍ່​ມອບ​ໃຫ້​ແກ່​ເຈົ້າ. ເຫດສະນັ້ນ ຜູ້​ທີ່​ໄດ້​ມອບ​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ມີ​ຄວາມບາບ​ຮ້າຍແຮງ​ກວ່າ”.
12ຫລັງຈາກນັ້ນ ປີລາດ​ກໍ​ຫາ​ວິທີທາງ​ທີ່​ຈະ​ປ່ອຍ​ພຣະເຢຊູເຈົ້າ ແຕ່​ພວກ​ຢິວ​ຮ້ອງ​ສຽງດັງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ວ່າ, “ຖ້າ​ທ່ານ​ປ່ອຍ​ຊາຍ​ຄົນ​ນີ້​ໄປ ທ່ານ​ກໍ​ບໍ່​ແມ່ນ​ມິດ​ຂອງ​ກາຍຊາ. ຜູ້ໃດ​ທີ່​ອ້າງ​ໂຕເອງ​ວ່າ​ເປັນ​ກະສັດ ກໍ​ເປັນ​ສັດຕູ​ກັນ​ກັບ​ກາຍຊາ”.
13ເມື່ອ​ປີລາດ​ໄດ້​ຍິນ​ຢ່າງ​ນັ້ນ, ເພິ່ນ​ກໍ​ພາ​ພຣະເຢຊູເຈົ້າ​ອອກມາ​ທາງນອກ ແລະ ນັ່ງ​ເທິງ​ບັນລັງ​ພິພາກສາ​ໃນ​ບ່ອນ​ທີ່​ເອີ້ນ​ວ່າ​ລານຫີນ (ພາສາ​ອາຣາມິກ​ເອີ້ນວ່າ​ຄັບບາທາ.) 14ໃນ​ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ​ກ່ອນ​ເທດສະການ​ປັດສະຄາ ເຊິ່ງ​ເປັນ​ເວລາ​ປະມານ​ທ່ຽງວັນ.
ປີລາດ​ເວົ້າ​ກັບ​ພວກ​ຢິວ​ວ່າ, “ນີ້​ຄື​ກະສັດ​ຂອງ​ພວກທ່ານ”.
15ແຕ່​ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ເອົາ​ມັນ​ໄປ! ເອົາ​ມັນ​ໄປ! ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!”
ປີລາດ​ຖາມ​ວ່າ, “ພວກທ່ານ​ຈະ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?”
ພວກຫົວໜ້າ​ປະໂລຫິດ​ຕອບ​ວ່າ, “ນອກຈາກ​ກາຍຊາ​ແລ້ວ​ພວກເຮົາ​ບໍ່​ມີ​ກະສັດ”.
16ໃນທີ່ສຸດ​ປີລາດ​ກໍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ເພື່ອ​ນໍາ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.
ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ
(ມທ 27:33-44; ມຣກ 15:22-32; ລກ 23:33-43)
ດັ່ງນັ້ນ ພວກທະຫານ​ຈຶ່ງ​ຄຸມໂຕ​ພຣະເຢຊູເຈົ້າ​ອອກ​ໄປ. 17ພຣະອົງ​ແບກ​ໄມ້ກາງແຂນ​ຂອງ​ພຣະອົງ​ອອກ​ໄປ​ຍັງ​ບ່ອນ​ທີ່​ເອີ້ນ​ວ່າ​ສະຖານທີ່​ແຫ່ງ​ກະໂຫລກຫົວ (ພາສາ​ອາຣາມິກ​ເອີ້ນ​ວ່າ​ໂຄລະໂຄທາ.) 18ໃນ​ທີ່​ນັ້ນ ພວກເຂົາ​ໄດ້​ຄຶງ​ພຣະອົງ​ໄວ້​ເທິງ​ໄມ້ກາງແຂນ​ກັບ​ຊາຍ​ສອງ​ຄົນ ເຊິ່ງ​ຢູ່​ຄົນ​ລະ​ຂ້າງ ແລະ ພຣະເຢຊູເຈົ້າ​ຢູ່​ທາງກາງ.
19ປີລາດ​ໄດ້​ສັ່ງ​ໃຫ້​ຂຽນ​ປ້າຍ​ຕິດ​ໃສ່​ເທິງ​ໄມ້ກາງແຂນ​ວ່າ,
ເຢຊູ​ຊາວ​ນາຊາເຣັດ ກະສັດ​ຂອງ​ຊາວຢິວ.
20ພວກ​ຢິວ​ຫລາຍ​ຄົນ​ໄດ້​ອ່ານ​ປ້າຍ​ນີ້, ເພາະ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ​ຢູ່​ໃກ້​ກັບ​ຕົວເມືອງ ແລະ ປ້າຍ​ນັ້ນ​ຂຽນ​ໄວ້​ເປັນ​ພາສາ​ອາຣາມິກ, ພາສາ​ລາຕິນ ແລະ ພາສາ​ກຣີກ. 21ພວກຫົວໜ້າ​ປະໂລຫິດ​ຂອງ​ຊາວຢິວ​ຈຶ່ງ​ຄັດຄ້ານ​ປີລາດ​ວ່າ, “ຢ່າ​ຂຽນ​ວ່າ ‘ກະສັດ​ຂອງ​ຊາວຢິວ’ ແຕ່​ໃຫ້​ຂຽນ​ວ່າ​ຊາຍ​ຄົນນີ້​ອ້າງ​ຕົນ​ວ່າ​ເປັນ​ກະສັດ​ຂອງ​ຊາວຢິວ”.
22ປີລາດ​ຕອບ​ວ່າ, “ສິ່ງ​ທີ່​ເຮົາ​ໄດ້​ຂຽນ​ແລ້ວ​ກໍ​ແລ້ວ​ໄປ”.
23ເມື່ອ​ພວກທະຫານ​ຄຶງ​ພຣະເຢຊູເຈົ້າ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ ພວກເຂົາ​ກໍ​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ແບ່ງ​ເປັນ​ສີ່​ສ່ວນ​ປັນ​ກັນ​ຄົນ​ລະ​ສ່ວນ ຍັງ​ເຫລືອ​ແຕ່​ເສື້ອຊັ້ນໃນ ເຊິ່ງ​ເປັນ​ເສື້ອ​ບໍ່​ມີ​ຮອຍ​ຕໍ່ ທີ່​ຕໍ່າ​ເປັນ​ຜືນ​ດຽວ​ກັນ​ຕັ້ງແຕ່​ເທິງ​ລົງ​ລຸ່ມ.
24ພວກເຂົາ​ເວົ້າ​ກັນ​ວ່າ, “ຢ່າ​ຈີກ​ເສື້ອ​ຜືນ​ນີ້​ເລີຍ ໃຫ້​ພວກເຮົາ​ຈັບສະຫລາກ​ກັນ​ວ່າ​ແມ່ນ​ຜູ້ໃດ​ຈະ​ໄດ້​ເສື້ອ​ຜືນ​ນີ້”.
ສິ່ງ​ນີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ພຣະຄຳພີ​ທີ່​ວ່າ,
“ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ຂ້ານ້ອຍ​ມາ​ແບ່ງ​ປັນ​ກັນ
ແລະ ເອົາ​ເສື້ອຜ້າ​ຂອງ​ຂ້ານ້ອຍ​ມາ​ຈັບສະຫລາກ”.#19:24 ພສສ 22:18
ພວກທະຫານ​ໄດ້​ເຮັດ​ຢ່າງ​ນີ້​ແຫລະ.
25ຜູ້​ທີ່​ຢືນ​ຢູ່​ໃກ້​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ​ນັ້ນ​ມີ​ແມ່​ຂອງ​ພຣະອົງ, ນ້າສາວ​ຂອງ​ພຣະອົງ, ມາຣີ​ເມຍ​ຂອງ​ກະໂລປາ ແລະ ມາຣີ​ຊາວ​ມັກດາລາ. 26ເມື່ອ​ພຣະເຢຊູເຈົ້າ​ເຫັນ​ແມ່​ຂອງ​ພຣະອົງ ແລະ ສາວົກ​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ໃກ້ໆ, ພຣະອົງ​ຈຶ່ງ​ກ່າວ​ກັບ​ແມ່​ຂອງ​ພຣະອົງ​ວ່າ, “ນາງ​ເອີຍ, ນີ້​ແຫລະ ຄື​ລູກຊາຍ​ຂອງ​ເຈົ້າ” 27ແລະ ກ່າວ​ກັບ​ສາວົກ​ຄົນ​ນັ້ນ​ວ່າ, “ນີ້​ຄື​ແມ່​ຂອງ​ເຈົ້າ”. ຕັ້ງແຕ່​ນັ້ນ​ມາ​ສາວົກ​ຄົນ​ນີ້​ກໍ​ຮັບ​ແມ່​ຂອງ​ພຣະອົງ​ມາ​ຢູ່​ທີ່​ເຮືອນ​ຂອງ​ຕົນ.
ການ​ຕາຍ​ຂອງ​ພຣະເຢຊູເຈົ້າ
(ມທ 27:48,50; ມຣກ 15:36,37; ລກ 23:36)
28ຫລັງຈາກນັ້ນ ເມື່ອ​ພຣະອົງຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ຄົບຖ້ວນ​ແລ້ວ ແລະ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຫິວນ້ຳ”. 29ໃນ​ທີ່​ນັ້ນ​ມີ​ອ່າງ​ໜ່ວຍ​ໜຶ່ງ​ທີ່​ມີ​ເຫລົ້າອະງຸ່ນສົ້ມ​ຕັ້ງ​ຢູ່, ພວກເຂົາ​ຈຶ່ງ​ເອົາ​ຟອງນ້ຳ​ຈຸ່ມ​ໃສ່​ເຫລົ້າອະງຸ່ນ​ສົ້ມ​ແລ້ວ​ເອົາ​ສຽບ​ໃສ່​ປາຍ​ໄມ້​ຫູສົບ​ຍົກ​ຂຶ້ນ​ໃສ່​ປາກ​ຂອງ​ພຣະເຢຊູເຈົ້າ. 30ເມື່ອ​ພຣະອົງ​ຮັບ​ເຫລົ້າອະງຸ່ນສົ້ມ​ນັ້ນ​ແລ້ວ ກໍກ່າວ​ວ່າ, “ສຳເລັດ​ແລ້ວ”. ຈາກ​ນັ້ນ ພຣະອົງ​ກໍ​ກົ້ມຫົວ​ລົງ ແລະ ມອບ​ຈິດວິນຍານ​ໄວ້.
31ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ ແລະ ຮຸ່ງເຊົ້າ​ມາ​ກໍ​ຈະ​ເປັນ​ວັນ​ຊະບາໂຕ​ພິເສດ. ເນື່ອງ​ຈາກ​ພວກ​ຢິວ​ບໍ່​ຕ້ອງການ​ໃຫ້​ສົບ​ຄ້າງ​ຢູ່​ເທິງ​ໄມ້ກາງແຂນ​ໃນ​ຊ່ວງ​ວັນ​ຊະບາໂຕ, ພວກເຂົາ​ຈຶ່ງ​ຂໍ​ອະນຸຍາດ​ຈາກ​ປີລາດ​ເພື່ອ​ທຸບ​ຂາ​ຜູ້​ທີ່​ຖືກ​ຄຶງ​ໃຫ້​ຫັກ ແລະ ເອົາ​ສົບ​ລົງ​ມາ. 32ດັ່ງນັ້ນ ພວກທະຫານ​ຈຶ່ງ​ມາ​ທຸບ​ຂາ​ຂອງ​ຊາຍ​ຄົນ​ທຳອິດ​ທີ່​ຖືກ​ຄຶງ​ໄວ້​ເທິງ​ໄມ້ກາງແຂນ​ພ້ອມ​ກັນ​ກັບ​ພຣະເຢຊູເຈົ້າ, ແລ້ວ​ກໍ​ມາ​ທຸບ​ຂາ​ຂອງ​ຄົນ​ໜຶ່ງ​ອີກ. 33ແຕ່​ເມື່ອ​ພວກເຂົາ​ມາ​ເຖິງ​ພຣະເຢຊູເຈົ້າ​ກໍ​ເຫັນ​ວ່າ​ພຣະອົງ​ຕາຍ​ແລ້ວ, ພວກເຂົາ​ຈຶ່ງ​ບໍ່​ໄດ້​ທຸບ​ຂາ​ຂອງ​ພຣະອົງ. 34ແຕ່​ທະຫານ​ຄົນ​ໜຶ່ງ​ເອົາ​ຫອກ​ແທງ​ໃສ່​ຂ້າງ​ຂອງ​ພຣະເຢຊູເຈົ້າ ເລືອດ ແລະ ນ້ຳ​ກໍ​ໄຫລ​ອອກ​ມາ​ທັນທີ. 35ຜູ້​ທີ່​ເຫັນ​ເຫດການ​ນັ້ນ​ໄດ້​ເປັນ​ພະຍານ ແລະ ຄຳພະຍານ​ຂອງ​ລາວ​ກໍ​ເປັນ​ຄວາມ​ຈິງ. ລາວ​ຮູ້​ວ່າ​ຕົນ​ເວົ້າ​ຄວາມຈິງ ແລະ ລາວ​ໄດ້​ເປັນ​ພະຍານ​ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ເຊື່ອ​ເໝືອນກັນ. 36ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ຂໍ້​ພຣະຄຳພີ​ທີ່​ວ່າ, “ກະດູກ​ຂອງ​ເພິ່ນ​ຈະ​ບໍ່​ຖືກ​ຫັກ​ຈັກ​ເຫລັ້ມ”.#19:36 ອພຍ 12:46; ຈບຊ 9:12; ພສສ 34:20 37ແລະ ຍັງ​ມີ​ພຣະຄຳພີ​ອີກ​ຕອນ​ໜຶ່ງ​ທີ່​ກ່າວ​ວ່າ, “ພວກເຂົາ​ທັງຫລາຍ​ຈະ​ຫລຽວ​ເບິ່ງ​ຜູ້​ທີ່​ພວກເຂົາ​ໄດ້​ແທງ​ນັ້ນ”.#19:37 ຊກຢ 12:10
ການ​ຝັງ​ສົບ​ຂອງ​ພຣະເຢຊູເຈົ້າ
(ມທ 27:57-61; ມຣກ 15:42-47; ລກ 23:50-56)
38ຫລັງຈາກນັ້ນ ໂຢເຊັບ​ຊາວ​ອາຣີມາທາຍ​ໄດ້​ໄປ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ຈາກ​ປີລາດ. ໂຢເຊັບ​ເປັນ​ສາວົກ​ຂອງ​ພຣະເຢຊູເຈົ້າ​ແຕ່​ບໍ່​ກ້າ​ສະແດງ​ໂຕ​ເພາະ​ຢ້ານ​ພວກ​ຢິວ. ເມື່ອ​ປີລາດ​ອະນຸຍາດ​ແລ້ວ ລາວ​ກໍ​ມາ​ເອົາ​ສົບ​ຂອງ​ພຣະອົງ​ໄປ. 39ນີໂກເດມ ຜູ້​ທີ່​ກ່ອນໜ້ານີ້​ເຄີຍ​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ​ກໍ​ມາ​ຮ່ວມ​ເໝືອນກັນ. ນີໂກເດມ​ໄດ້​ນຳ​ເຄື່ອງຫອມ ຄື​ຢາງໄມ້ຫອມ​ປະສົມ​ກັບ​ອາໂລເອ ມີ​ນ້ຳໜັກ​ປະມານ​ສາມສິບສີ່​ກິໂລກຣາມ​ມາ. 40ທັງ​ສອງ​ຄົນ​ໄດ້​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ລົງ​ມາ ແລ້ວ​ເອົາ​ຕ່ອນ​ຜ້າຝ້າຍລິນິນ​ພັນ​ສົບ​ຂອງ​ພຣະອົງ​ພ້ອມ​ກັບ​ເຄື່ອງຫອມ​ຕາມ​ທຳນຽມ​ການຝັງສົບ​ຂອງ​ຊາວຢິວ. 41ໃນ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ມີ​ສວນ​ແຫ່ງ​ໜຶ່ງ, ແລະ ໃນ​ສວນ​ນັ້ນ​ມີ​ອຸບມຸງ​ຝັງສົບ​ໃໝ່​ທີ່​ຍັງ​ບໍ່​ເຄີຍ​ຝັງ​ສົບ​ຜູ້ໃດ​ມາ​ກ່ອນ. 42ເນື່ອງ​ຈາກ​ວ່າ ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ​ຂອງ​ພວກ​ຢິວ ແລະ ອຸບມຸງ​ນັ້ນ​ກໍ​ຢູ່​ໃກ້, ພວກເພິ່ນ​ຈຶ່ງ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ວາງ​ໄວ້​ຢູ່​ທີ່​ນັ້ນ.

Currently Selected:

ໂຢຮັນ 19: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in