ປີລາດຈຶ່ງຖາມວ່າ, “ຖ້າຢ່າງນັ້ນພວກທ່ານຈະໃຫ້ຂ້າພະເຈົ້າເຮັດຢ່າງໃດແກ່ເຢຊູຜູ້ທີ່ເອີ້ນວ່າພຣະຄຣິດເຈົ້າ?”
ພວກເຂົາທຸກຄົນພາກັນຕອບວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ!”
ປີລາດຈຶ່ງຖາມວ່າ, “ເປັນຫຍັງ? ລາວໄດ້ເຮັດຜິດຫຍັງ?”
ແຕ່ພວກເຂົາຍິ່ງຮ້ອງດັງຂຶ້ນອີກວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ!”