1
ມາຣະໂກ 4:39-40
ພຣະຄຳພີລາວສະບັບສະໄໝໃໝ່
ພຣະອົງຈຶ່ງຕື່ນຂຶ້ນມາ, ສັ່ງຫ້າມລົມພະຍຸ ແລະ ຄື້ນທະເລວ່າ, “ຈົ່ງມິດ! ງຽບສະຫງົບແມ!” ແລ້ວລົມພະຍຸກໍຢຸດພັດ ແລະ ຄື້ນທະເລກໍສະຫງົບລົງ. ພຣະອົງກ່າວກັບພວກສາວົກວ່າ, “ດ້ວຍເຫດໃດພວກເຈົ້າຈຶ່ງຢ້ານຫລາຍແທ້? ພວກເຈົ້າຍັງບໍ່ມີຄວາມເຊື່ອຢູ່ບໍ?”
Compare
Explore ມາຣະໂກ 4:39-40
2
ມາຣະໂກ 4:41
ພວກສາວົກໄດ້ພາກັນຕົກໃຈຢ້ານຫລາຍ ແລະ ຕ່າງກໍຖາມກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດນໍ? ແມ່ນແຕ່ລົມພະຍຸ ແລະ ຄື້ນທະເລກໍຍັງເຊື່ອຟັງເພິ່ນ!”
Explore ມາຣະໂກ 4:41
3
ມາຣະໂກ 4:38
ພຣະເຢຊູເຈົ້ານອນໝູນໝອນຫລັບຢູ່ທ້າຍເຮືອ. ພວກສາວົກຈຶ່ງໄປປຸກພຣະອົງ ແລະ ເວົ້າວ່າ, “ອາຈານເອີຍ, ພວກຂ້ານ້ອຍກຳລັງຈະຈົມນໍ້າແລ້ວ ພຣະອົງບໍ່ເປັນຫ່ວງພວກຂ້ານ້ອຍບໍ?”
Explore ມາຣະໂກ 4:38
4
ມາຣະໂກ 4:24
ພຣະອົງກ່າວຕໍ່ໄປອີກວ່າ, “ຈົ່ງພິຈາລະນາສິ່ງທີ່ພວກເຈົ້າໄດ້ຍິນໃຫ້ດີ. ພວກເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງຢ່າງໃດ, ພວກເຈົ້າກໍຈະໄດ້ຮັບດ້ວຍເຄື່ອງຜອງຢ່າງນັ້ນ ແລະ ຈະໄດ້ຮັບຫລາຍກວ່ານັ້ນອີກ.
Explore ມາຣະໂກ 4:24
5
ມາຣະໂກ 4:26-27
ພຣະອົງກ່າວອີກວ່າ, “ອານາຈັກຂອງພຣະເຈົ້າກໍເປັນເໝືອນ ຄົນໜຶ່ງຫວ່ານເມັດພືດລົງໃນດິນ. ໃນເວລາກາງເວັນ ແລະ ເວລາກາງຄືນ ບໍ່ວ່າລາວຈະນອນຫລັບ ຫລື ຕື່ນຂຶ້ນ, ເມັດພືດນັ້ນກໍງອກ ແລະ ເຕີບໃຫຍ່ຂຶ້ນ ເຖິງວ່າລາວບໍ່ຮູ້ວ່າມັນງອກຂຶ້ນໄດ້ຢ່າງໃດ.
Explore ມາຣະໂກ 4:26-27
6
ມາຣະໂກ 4:23
ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.
Explore ມາຣະໂກ 4:23
Home
Bible
Plans
Videos