ມາຣະໂກ 4
4
ຄຳອຸປະມາເລື່ອງຜູ້ຫວ່ານ
(ມທ 13:1-15,18-23; ລກ 8:4-15)
1ແລ້ວພຣະເຢຊູເຈົ້າໄດ້ສັ່ງສອນທີ່ແຄມທະເລສາບອີກ. ປະຊາຊົນໄດ້ມາເຕົ້າໂຮມກັນອ້ອມພຣະອົງຢ່າງແໜ້ນໜາຫລາຍ ຈົນພຣະອົງຕ້ອງລົງໄປນັ່ງໃນເຮືອຢູ່ແຄມຝັ່ງທະເລສາບ, ສ່ວນປະຊາຊົນນັ້ນຢູ່ເທິງບົກຕາມແຄມຝັ່ງ. 2ພຣະອົງໄດ້ໃຊ້ຄຳອຸປະມາຫລາຍເລື່ອງເພື່ອສອນພວກເຂົາ ແລະ ພຣະອົງໄດ້ສອນວ່າ: 3“ຈົ່ງຟັງໃຫ້ດີ! ມີຊາວນາຄົນໜຶ່ງອອກໄປຫວ່ານເມັດພືດ. 4ໃນຂະນະທີ່ລາວກຳລັງຫວ່ານເມັດພືດຢູ່ນັ້ນ ບາງເມັດກໍຕົກຕາມທາງ ແລ້ວຝູງນົກກໍສັບກິນເມັດພືດນັ້ນຈົນໝົດ. 5ບາງເມັດຕົກໃສ່ບ່ອນທີ່ມີຫີນ ເຊິ່ງເປັນບ່ອນທີ່ມີດິນໜ້ອຍ ເມັດເຫລົ່ານີ້ຈຶ່ງງອກຂຶ້ນໄດ້ໄວເພາະພື້ນດິນບໍ່ເລິກ. 6ແຕ່ເມື່ອຕາເວັນຂຶ້ນມາພືດນັ້ນກໍຖືກແດດເຜົາ ແລະ ຫ່ຽວແຫ້ງໄປເພາະບໍ່ມີຮາກ. 7ບາງເມັດກໍຕົກໃສ່ທ່າມກາງຟຸ່ມໜາມ, ເຊິ່ງຕົ້ນໜາມເຫລົ່ານີ້ກໍໃຫຍ່ຂຶ້ນ ແລະ ຫຸ້ມຮັດພືດເຫລົ່ານັ້ນ ຈຶ່ງເກີດຜົນບໍ່ໄດ້. 8ຍັງມີບາງເມັດອີກທີ່ຕົກໃສ່ດິນດີ ພືດກໍງອກຂຶ້ນມາ, ເຕີບໃຫຍ່ຂຶ້ນ ແລະ ເກີດຜົນສາມສິບເທົ່າ, ຫົກສິບເທົ່າ, ແລະ ຮ້ອຍເທົ່າ”.
9ແລ້ວພຣະເຢຊູເຈົ້າກ່າວວ່າ, “ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.
10ເມື່ອພຣະອົງຢູ່ຕາມລຳພັງແລ້ວ, ພວກສາວົກທັງສິບສອງຄົນກັບຄົນອື່ນໆທີ່ຕິດຕາມພຣະອົງບາງຄົນຈຶ່ງຖາມພຣະອົງກ່ຽວກັບຄຳອຸປະມາດັ່ງກ່າວ. 11ພຣະອົງບອກພວກເຂົາວ່າ, “ຄວາມເລິກລັບແຫ່ງອານາຈັກຂອງພຣະເຈົ້າໃຫ້ພວກເຈົ້າຮູ້ໄດ້. ແຕ່ສ່ວນຄົນນອກນັ້ນ ທຸກຢ່າງຈະໃຊ້ຄຳອຸປະມາ 12ເພື່ອວ່າ,
“‘ພວກເຂົາເບິ່ງແລ້ວເບິ່ງອີກແຕ່ກໍຈະບໍ່ເຫັນ
ແລະ ຈະຟັງແລ້ວຟັງອີກແຕ່ຈະບໍ່ເຂົ້າໃຈ
ບໍ່ດັ່ງນັ້ນແລ້ວ ພວກເຂົາຈະຫັນກັບຄືນມາ ແລະ ໄດ້ຮັບການອະໄພ!’#4:12 ອຊຢ 6:9,10”
13ແລ້ວພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ພວກເຈົ້າບໍ່ເຂົ້າໃຈຄຳອຸປະມານີ້ບໍ? ຖ້າເປັນຢ່າງນັ້ນ ພວກເຈົ້າຈະເຂົ້າໃຈຄຳອຸປະມາເລື່ອງອື່ນໄດ້ຢ່າງໃດ? 14ຊາວນານັ້ນໄດ້ຫວ່ານພຣະທຳ. 15ບາງຄົນກໍເປັນເໝືອນເມັດພືດທີ່ຕົກຕາມທາງ. ຄືຄົນທີ່ໄດ້ຍິນພຣະຄຳ, ທັນໃດນັ້ນ ມານຊາຕານກໍມາຍາດຊີງເອົາພຣະຄຳທີ່ໄດ້ຫວ່ານລົງໃນພວກເຂົາໄປ. 16ບາງຄົນກໍເປັນເໝືອນເມັດພືດທີ່ຫວ່ານລົງເທິງບ່ອນມີຫີນຫລາຍ, ເມື່ອໄດ້ຍິນພຣະຄຳແລ້ວກໍຮັບເອົາໄວ້ທັນທີດ້ວຍຄວາມຍິນດີ. 17ແຕ່ຍ້ອນພວກເຂົາບໍ່ມີຮາກຈຶ່ງທົນຢູ່ບໍ່ໄດ້ດົນ. ເມື່ອມີຄວາມຍາກລຳບາກ ຫລື ຖືກຂົ່ມເຫັງເພາະພຣະຄຳ ພວກເຂົາກໍລົ້ມເລີກໄປທັນທີ. 18ຍັງມີບາງຄົນເປັນເໝືອນເມັດພືດທີ່ຫວ່ານລົງກາງຟຸ່ມໜາມ, ຄືຜູ້ທີ່ໄດ້ຍິນພຣະຄຳ, 19ແຕ່ມີຄວາມກັງວົນໃນຊີວິດນີ້, ຄວາມຫລອກລວງຂອງຄວາມຮັ່ງມີ ແລະ ຕະຫລອດທັງຄວາມປາຖະໜາໃນສິ່ງຕ່າງໆໄດ້ເຂົ້າມາຫຸ້ມຮັດພຣະຄຳໄວ້ ຈຶ່ງເຮັດໃຫ້ພຣະຄຳບໍ່ເກີດຜົນ. 20ບາງຄົນເປັນເໝືອນເມັດພືດທີ່ຫວ່ານລົງດິນດີ, ຄືຜູ້ທີ່ໄດ້ຍິນພຣະຄຳ, ຕ້ອນຮັບເອົາພຣະຄຳໄວ້ ແລະ ເກີດຜົນສາມສິບເທົ່າ, ຫົກສິບເທົ່າ ແລະ ຮ້ອຍເທົ່າຂອງທີ່ໄດ້ຫວ່ານລົງໄປ”.
ຕະກຽງຢູ່ເທິງຫລັກຕະກຽງ
21ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ພວກເຈົ້າເອົາຕະກຽງວາງໄວ້ໃນກະບຸງ ຫລື ເອົາວາງໄວ້ຢູ່ກ້ອງຕຽງນອນແທນທີ່ພວກເຈົ້າຈະຕັ້ງໄວ້ເທິງຫລັກຕະກຽງບໍ? 22ເພາະສິ່ງໃດທີ່ຖືກເຊື່ອງຊ້ອນໄວ້ຈະຖືກນຳອອກມາປາກົດໃຫ້ເຫັນ ແລະ ສິ່ງໃດທີ່ຖືກປິດບັງໄວ້ກໍຈະຖືກນຳມາເປີດເຜີຍໃຫ້ຮູ້. 23ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.
24ພຣະອົງກ່າວຕໍ່ໄປອີກວ່າ, “ຈົ່ງພິຈາລະນາສິ່ງທີ່ພວກເຈົ້າໄດ້ຍິນໃຫ້ດີ. ພວກເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງຢ່າງໃດ, ພວກເຈົ້າກໍຈະໄດ້ຮັບດ້ວຍເຄື່ອງຜອງຢ່າງນັ້ນ ແລະ ຈະໄດ້ຮັບຫລາຍກວ່ານັ້ນອີກ. 25ຜູ້ໃດກໍຕາມທີ່ມີຢູ່ແລ້ວກໍຈະໄດ້ຮັບເພີ່ມເຕີມຂຶ້ນອີກ, ສ່ວນຜູ້ທີ່ບໍ່ມີ ແມ່ນແຕ່ສິ່ງທີ່ພວກເຂົາມີຢູ່ນັ້ນ ກໍຈະຖືກຍົກເອົາໄປຈາກພວກເຂົາ”.
ຄຳອຸປະມາເລື່ອງເມັດພືດທີ່ງອກຂຶ້ນ
26ພຣະອົງກ່າວອີກວ່າ, “ອານາຈັກຂອງພຣະເຈົ້າກໍເປັນເໝືອນ ຄົນໜຶ່ງຫວ່ານເມັດພືດລົງໃນດິນ. 27ໃນເວລາກາງເວັນ ແລະ ເວລາກາງຄືນ ບໍ່ວ່າລາວຈະນອນຫລັບ ຫລື ຕື່ນຂຶ້ນ, ເມັດພືດນັ້ນກໍງອກ ແລະ ເຕີບໃຫຍ່ຂຶ້ນ ເຖິງວ່າລາວບໍ່ຮູ້ວ່າມັນງອກຂຶ້ນໄດ້ຢ່າງໃດ. 28ແມ່ນດິນເອງທີ່ເຮັດໃຫ້ເມັດພືດງອກຂຶ້ນ, ທຳອິດເປັນຕົ້ນອ່ອນ ຕໍ່ມາກໍມີເມັດເຂົ້າເຕັມຮວງ. 29ທັນທີທີ່ເຂົ້າສຸກແລ້ວ ລາວກໍໃຊ້ກ່ຽວເພື່ອກ່ຽວເຂົ້ານັ້ນ ເພາະເວລາເກັບກ່ຽວໄດ້ມາເຖິງແລ້ວ”.
ຄຳອຸປະມາເລື່ອງເມັດພືດ
(ມທ 13:31,32; ລກ 13:18,19)
30ພຣະອົງກ່າວອີກວ່າ, “ພວກເຮົາຈະປຽບອານາຈັກຂອງພຣະເຈົ້າກັບສິ່ງໃດດີ, ຫລື ຈະໃຊ້ຄຳອຸປະມາຢ່າງໃດເພື່ອມາອະທິບາຍເຖິງອານາຈັກນີ້? 31ອານາຈັກຂອງພຣະເຈົ້ານັ້ນກໍປຽບເໝືອນແກ່ນຜັກກາດເມັດໜຶ່ງ, ເຊິ່ງເປັນເມັດທີ່ນ້ອຍທີ່ສຸດກວ່າເມັດໃດໆທັງໝົດໃນໂລກ. 32ແຕ່ເມື່ອຫວ່ານລົງໄປແລ້ວ ມັນກໍງອກຂຶ້ນ ແລະ ກາຍເປັນຕົ້ນທີ່ໃຫຍ່ທີ່ສຸດກວ່າຜັກຊະນິດອື່ນໆໃນສວນ ແລະ ແຕກກິ່ງໃຫຍ່ອອກຈົນຝູງນົກສາມາດມາເຮັດຮັງຢູ່ໄດ້”.
33ພຣະເຢຊູເຈົ້າໄດ້ກ່າວຖ້ອຍຄຳເປັນຄຳອຸປະມາຫລາຍເລື່ອງຢ່າງດຽວກັນນີ້ໃຫ້ພວກເຂົາຟັງ, ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້. 34ພຣະອົງກ່າວກັບພວກເຂົາທຸກຄົນເປັນຄຳອຸປະມາ. ແຕ່ເມື່ອພຣະອົງຢູ່ຕາມລຳພັງກັບພວກສາວົກຂອງພຣະອົງແລ້ວ ພຣະອົງກໍອະທິບາຍທຸກໆສິ່ງ.
ພຣະເຢຊູເຈົ້າສັ່ງຫ້າມລົມພະຍຸ
(ມທ 8:18,23-27; ລກ 8:22-25)
35ໃນຕອນຄ່ຳຂອງວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ກ່າວກັບພວກສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາຂ້າມໄປອີກຟາກໜຶ່ງເທາະ”. 36ດັ່ງນັ້ນ ພວກເພິ່ນຈຶ່ງພາພຣະອົງລົງໄປໃນເຮືອທີ່ພຣະອົງເຄີຍຢູ່ໂດຍປະປະຊາຊົນໄວ້ ແລະ ມີເຮືອລຳອື່ນໆໄປນຳດ້ວຍ. 37ແລ້ວເກີດມີລົມພະຍຸຮຸນແຮງ ແລະ ຄື້ນນ້ຳໄດ້ຊັດຖ້ວມເຮືອຈົນເຮືອເກືອບຈະຈົມ. 38ພຣະເຢຊູເຈົ້ານອນໝູນໝອນຫລັບຢູ່ທ້າຍເຮືອ. ພວກສາວົກຈຶ່ງໄປປຸກພຣະອົງ ແລະ ເວົ້າວ່າ, “ອາຈານເອີຍ, ພວກຂ້ານ້ອຍກຳລັງຈະຈົມນໍ້າແລ້ວ ພຣະອົງບໍ່ເປັນຫ່ວງພວກຂ້ານ້ອຍບໍ?”
39ພຣະອົງຈຶ່ງຕື່ນຂຶ້ນມາ, ສັ່ງຫ້າມລົມພະຍຸ ແລະ ຄື້ນທະເລວ່າ, “ຈົ່ງມິດ! ງຽບສະຫງົບແມ!” ແລ້ວລົມພະຍຸກໍຢຸດພັດ ແລະ ຄື້ນທະເລກໍສະຫງົບລົງ.
40ພຣະອົງກ່າວກັບພວກສາວົກວ່າ, “ດ້ວຍເຫດໃດພວກເຈົ້າຈຶ່ງຢ້ານຫລາຍແທ້? ພວກເຈົ້າຍັງບໍ່ມີຄວາມເຊື່ອຢູ່ບໍ?”
41ພວກສາວົກໄດ້ພາກັນຕົກໃຈຢ້ານຫລາຍ ແລະ ຕ່າງກໍຖາມກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດນໍ? ແມ່ນແຕ່ລົມພະຍຸ ແລະ ຄື້ນທະເລກໍຍັງເຊື່ອຟັງເພິ່ນ!”
Currently Selected:
ມາຣະໂກ 4: LCV
Highlight
Share
Copy
![None](/_next/image?url=https%3A%2F%2Fimageproxy.youversionapistaging.com%2F58%2Fhttps%3A%2F%2Fweb-assets.youversion.com%2Fapp-icons%2Fen.png&w=128&q=75)
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.