ປະຖົມມະການ 19
19
ຊາວເມືອງໂຊໂດມປະພຶດຊົ່ວຊ້າຫລາຍ
1ເມື່ອເທວະດາສອງຕົນ ໄດ້ເຂົ້າໄປຮອດເມືອງໂຊໂດມໃນຕອນຄໍ່າຂອງມື້ນັ້ນ ແລະໂລດກໍກຳລັງນັ່ງຢູ່ທີ່ປະຕູເມືອງ. ໃນທັນໃດທີ່ເຫັນເທວະດານັ້ນ ເພິ່ນກໍຟ້າວລຸກຂຶ້ນອອກໄປຕ້ອນຮັບທັນທີ 2ແລະເວົ້າວ່າ, “ທ່ານເອີຍ ຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ. ຂໍກະລຸນາແວ່ເຂົ້າໄປໃນເຮືອນຂອງຂ້ານ້ອຍກ່ອນແດ່ທ້ອນ. ທ່ານຈະລ້າງຕີນ ແລະພັກແຮມຄືນກໍໄດ້. ພໍຮຸ່ງເຊົ້າຂຶ້ນມາ ທ່ານຈຶ່ງຄ່ອຍເດີນທາງໄປຕໍ່.”
ແຕ່ພວກເພິ່ນຕອບວ່າ, “ບໍ່, ເຮົາຈະຄ້າງຄືນທີ່ສີ່ແຍກຂອງເມືອງນີ້.”
3ແຕ່ໂລດສືບຕໍ່ຂໍຮ້ອງ ແລະໃນທີ່ສຸດ ຊາຍທັງສອງກໍຕົກລົງໄປທີ່ເຮືອນຂອງໂລດ. ເພິ່ນສັ່ງຄົນຮັບໃຊ້ຂອງຕົນໃຫ້ຈັດແຈ່ງເຂົ້າປາອາຫານຢ່າງດີ ມາຕ້ອນຮັບແຂກ. ເມື່ອຕຽມມາຮຽບຮ້ອຍແລ້ວ ເທວະດາທັງສອງຈຶ່ງພາກັນຮັບກິນ.
4ກ່ອນແຂກທັງສອງຈະເຂົ້າໄປນອນ ຜູ້ຊາຍຊາວເມືອງໂຊໂດມກໍມາອ້ອມເຮືອນຂອງໂລດ. ຜູ້ຊາຍຊາວເມືອງທຸກຄົນທັງໜຸ່ມແລະແກ່ໄດ້ມາທີ່ນັ້ນ. 5ພວກເຂົາຮ້ອງໂລດອອກມາແລະຖາມວ່າ, “ຜູ້ຊາຍທີ່ມາພັກບ້ານໂຕຄືນນີ້ຢູ່ໃສ? ເອົາພວກເຂົາອອກມາໃຫ້ພວກເຮົາສາ.” ພວກຜູ້ຊາຍຊາວເມືອງໂຊໂດມ ຕ້ອງການສົມສູ່ທາງເພດກັບແຂກສອງຄົນນີ້.
6ໂລດຈຶ່ງອອກມາຂ້າງນອກແລະອັດປະຕູໄວ້. 7ໂລດເວົ້າຕໍ່ພວກເຂົາວ່າ, “ເພື່ອນເອີຍ ເຮົາຂໍນຳ ຢ່າເຮັດເລື່ອງຊົ່ວຊ້າຢ່າງນີ້ເລີຍ 8ເອົາຢ່າງນີ້ສາ ເຮົາມີລູກສາວສອງຄົນທີ່ຍັງບໍ່ເຄີຍຜ່ານຜູ້ຊາຍຈັກເທື່ອ. ເຮົາຈະນຳເຂົາອອກມາໃຫ້ພວກທ່ານ ເພື່ອໃຫ້ເຮັດຕາມໃຈຊອບ. ແຕ່ຢ່າເຮັດສິ່ງໃດກັບຊາຍສອງຄົນນີ້; ພວກເພິ່ນເປັນແຂກຂອງເຮົາ ແລະເຮົາຈຳເປັນຕ້ອງຄຸ້ມຄອງພວກເພິ່ນ.”
9ແຕ່ພວກເຂົາຕອບໂລດວ່າ, “ຖອຍອອກໄປບັກຕ່າງຊາດ ໂຕແມ່ນໃຜທີ່ບັງອາດມາສອນພວກເຮົາ? ຫລີກອອກໄປ ຫລືຈະໃຫ້ພວກເຮົາເຮັດກັບໂຕ ໜັກກວ່າເຮັດກັບພວກເຂົາ.” ຊາວເມືອງຊຸກໂລດໃຫ້ຖອຍໄປ ແລະພາກັນກ້າວເຂົ້າມາ ເພື່ອຈະທຸບປະຕູບຸກເຂົ້າໄປ. 10ແຕ່ຊາຍທັງສອງທີ່ຢູ່ໃນເຮືອນ ໄຂປະຕູອອກມາດຶງເອົາໂລດເຂົ້າໄປໃນເຮືອນແລະອັດປະຕູໄວ້. 11ແລ້ວຊາຍທັງສອງກໍບັນດານໃຫ້ພວກອັນທະພານ ທີ່ຢູ່ຂ້າງນອກນັ້ນຕາບອດມືດມົວໄປ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ເຫັນປະຕູເຮືອນ.
ໂລດໜີອອກຈາກໂຊໂດມ
12ຊາຍທັງສອງໄດ້ບອກໂລດວ່າ, “ຖ້າເຈົ້າມີພີ່ນ້ອງຄົນອື່ນອີກຢູ່ໃນເມືອງນີ້ເຊັ່ນ: ລູກຊາຍ, ລູກສາວ, ລູກເຂີຍ ແລະພີ່ນ້ອງຄົນອື່ນໆ; ຈົ່ງພາກັນອອກໜີໄປຈາກເມືອງນີ້ໄວໆ 13ເພາະພວກເຮົາກຳລັງຈະທຳລາຍເມືອງນີ້. ພຣະເຈົ້າຢາເວໄດ້ຍິນສຽງຟ້ອງຮ້ອງຢ່າງໜັກໜ່ວງ ຕໍ່ສູ້ປະຊາຊົນເຫຼົ່ານີ້. ສະນັ້ນ ພຣະເຈົ້າຢາເວຈຶ່ງໃຊ້ພວກເຮົາມາເພື່ອທຳລາຍເມືອງໂຊໂດມນີ້.”
14ແລ້ວໂລດກໍໄປເວົ້າກັບຄູ່ໝັ້ນຂອງລູກສາວຕົນວ່າ, “ຈົ່ງໜີອອກຈາກເມືອງນີ້ໄວໆ ເພາະພຣະເຈົ້າຢາເວຈະທຳລາຍເມືອງນີ້.” ແຕ່ພວກເຂົາຄິດວ່າໂລດເວົ້າຫລິ້ນ.
15ເມື່ອເວລາຮຸ່ງເຊົ້າມາ ເທວະດາສອງຕົນນັ້ນກໍພະຍາຍາມເລັ່ງໂລດວ່າ, “ໄວໆ! ຈົ່ງເອົາເມຍກັບລູກສາວສອງຄົນຂອງເຈົ້າອອກໜີໄປ ເພື່ອວ່າພວກເຈົ້າຈະບໍ່ຕາຍເມື່ອເມືອງນີ້ຖືກທຳລາຍ.” 16ແຕ່ໂລດຍັງສົງໄສຢູ່ ເຖິງຢ່າງໃດກໍດີ ພຣະເຈົ້າຢາເວຍັງເມດຕາໂລດ. ດັ່ງນັ້ນ ເທວະດາທັງສອງຈຶ່ງດຶງມືລາວພ້ອມທັງເມຍ ແລະລູກສາວ ອອກໄປຈາກເມືອງໂດຍໄວ. 17ເມື່ອພວກເຂົາຖືກນຳອອກມາຈາກເມືອງແລ້ວ ເທວະດາຕົນໜຶ່ງກໍເວົ້າວ່າ, “ຈົ່ງຟ້າວໜີເອົາຕົວລອດ! ຢ່າຫລຽວຄືນຫລັງ ແລະຢ່າຢຸດຢູ່ທີ່ຮ່ອມພູ. ຈົ່ງພາກັນແລ່ນຂຶ້ນໄປເທິງເນີນພູເພື່ອເອົາຊີວິດລອດ.”
18ແຕ່ໂລດຕອບວ່າ, “ທ່ານເອີຍ ຂ້ານ້ອຍຂໍນຳ ຢ່າໃຫ້ພວກຂ້ານ້ອຍໄປທີ່ນັ້ນເທາະ. 19ການທີ່ທ່ານຊ່ວຍຊີວິດພວກຂ້ານ້ອຍໄວ້ ກໍເປັນຄວາມເມດຕາອັນໃຫຍ່ຫລວງຢູ່ແລ້ວ. ແຕ່ເນີນພູນັ້ນຢູ່ໄກຫລາຍ. ໄພພິບັດອາດຕາມມາທັນຂ້ານ້ອຍກໍໄດ້ ແລະຂ້ານ້ອຍຈະຕາຍກ່ອນຈະໄປເຖິງທີ່ນັ້ນ. 20ທ່ານເຫັນເມືອງນ້ອຍໆນັ້ນບໍ? ເມືອງນັ້ນຢູ່ໃກ້ພໍທີ່ຈະໄປເຖິງໄດ້. ໂຜດໃຫ້ຂ້ານ້ອຍໄປທີ່ນັ້ນສາ. ທ່ານເບິ່ງເຫັນວ່າມັນເປັນບ່ອນນ້ອຍໆ ແລະພວກຂ້ານ້ອຍຈະປອດໄພ.”
21ເທວະດານັ້ນຕອບວ່າ, “ຕົກລົງ ເຮົາຈະບໍ່ທຳລາຍເມືອງນັ້ນ. 22ຮີບແລ່ນໄປໄວໆ! ເຮົາຈະບໍ່ເຮັດສິ່ງໃດສິ່ງໜຶ່ງ ຈົນກວ່າເຈົ້າຈະໄປເຖິງທີ່ນັ້ນ.”
ສະນັ້ນ ເມືອງນີ້ຈຶ່ງມີຊື່ວ່າ ໂຊອາ.
ໂຊໂດມແລະໂກໂມຣາຖືກທຳລາຍ
23ເມື່ອໂລດໄປເຖິງເມືອງໂຊອາ ຕາເວັນກໍກຳລັງຂຶ້ນ. 24ຈາກນັ້ນ ພຣະເຈົ້າຢາເວກໍບັນດານໃຫ້ໄຟແລະມາດມາຈາກພຣະເຈົ້າຢາເວ, ຈາກສະຫວັນ ດັ່ງຫ່າຝົນຕົກມາໃສ່ເມືອງໂຊໂດມແລະໂກໂມຣາ; 25ແລະທຳລາຍສອງຕົວເມືອງ, ຮ່ອມພູທັງໝົດ, ຊາວເມືອງທຸກຄົນພ້ອມກັບພືດພັນຕ່າງໆ ທີ່ເກີດຂຶ້ນຈາກພື້ນດິນນັ້ນຈົນກ້ຽງ. 26ແຕ່ເມຍຂອງໂລດຫລຽວຄືນຫລັງ. ສະນັ້ນ ນາງຈຶ່ງກາຍເປັນເສົາເກືອ.
27ມື້ຕໍ່ມາ ຕັ້ງແຕ່ເຊົ້າໆ ອັບຣາຮາມຟ້າວໄປບ່ອນທີ່ເພິ່ນໄດ້ພົບພຣະເຈົ້າຢາເວນັ້ນ. 28ເພິ່ນຫລຽວລົງເບິ່ງເມືອງໂຊໂດມກັບເມືອງໂກໂມຣາແລະຮ່ອມພູທັງໝົດ ຈຶ່ງເຫັນຄວັນໄຟພຸ່ງຂຶ້ນມາຈາກພື້ນດິນ ດັ່ງຄວັນໄຟທີ່ພຸ່ງຂຶ້ນມາຈາກເຕົາຫລອມໃຫຍ່. 29ແຕ່ເມື່ອພຣະເຈົ້າທຳລາຍເມືອງຕ່າງໆໃນຮ່ອມພູ ບ່ອນທີ່ໂລດອາໄສຢູ່ນັ້ນ; ພຣະອົງຍັງຈື່ຈຳຄຳຂໍຮ້ອງຂອງອັບຣາຮາມ ແລະຊ່ວຍໂລດໃຫ້ພົ້ນຈາກອັນຕະລາຍ.
ເຊື້ອສາຍຂອງຊາວໂມອາບແລະອຳໂມນ
30ເພາະໂລດຢ້ານກົວ ຈຶ່ງບໍ່ຢາກຢູ່ໃນເມືອງໂຊອາອີກຕໍ່ໄປ. ສະນັ້ນ ເພິ່ນຈຶ່ງພາລູກສາວທັງສອງຍ້າຍຂຶ້ນໄປທີ່ເນີນພູ ແລະອາໄສຢູ່ໃນຖໍ້າ. 31ຕໍ່ມາ ຜູ້ເອື້ອຍໄດ້ເວົ້າກັບຜູ້ນ້ອງວ່າ, “ພໍ່ຂອງພວກເຮົາກໍເຖົ້າແກ່ແລ້ວ ແລະບໍ່ມີຊາຍຄົນໃດໃນດິນແດນ ເຫຼືອຢູ່ ພໍທີ່ຈະແຕ່ງງານກັບພວກເຮົາ ເພື່ອຈະໄດ້ມີລູກສືບແທນຂອງພວກເຮົາ. 32ມາເທາະ ຈົ່ງເອົາເຫຼົ້າໃຫ້ພໍ່ດື່ມຈົນເມົາ ເພື່ອພວກເຮົາຈະໄດ້ນອນນຳເພິ່ນ ແລະໂດຍວິທີນີ້ພວກເຮົາຈະໄດ້ມີລູກ.” 33ໃນຄືນນັ້ນ ພວກເຂົາໄດ້ເອົາເຫຼົ້າອະງຸ່ນໃຫ້ພໍ່ຂອງຕົນດື່ມຈົນເມົາ ແລະຜູ້ເອື້ອຍກໍໄປນອນນຳພໍ່ຂອງຕົນ, ແຕ່ຍ້ອນຄວາມມຶນເມົາເພິ່ນຈຶ່ງບໍ່ຮູ້ເລື່ອງນີ້.
34ມື້ຕໍ່ມາ ຜູ້ເອື້ອຍຈຶ່ງເວົ້າກັບຜູ້ນ້ອງວ່າ, “ຂ້ອຍນອນນຳພໍ່ແລ້ວຄືນວານນີ້; ຄືນມື້ນີ້ ເຮົາເຮັດໃຫ້ເພິ່ນເມົາອີກ ແລະແມ່ນທີຂອງເຈົ້າທີ່ຈະນອນນຳເພິ່ນ. ແລ້ວພວກເຮົາກໍຈະໄດ້ລູກນຳພໍ່.” 35ດັ່ງນັ້ນ ພວກເຂົາຈຶ່ງເອົາເຫຼົ້າໃຫ້ພໍ່ດື່ມໃນຄືນນັ້ນ ແລ້ວຜູ້ນ້ອງກໍນອນນຳພໍ່ຂອງຕົນ, ແຕ່ຍ້ອນຄວາມມຶນເມົາ ເພິ່ນຈຶ່ງບໍ່ຮູ້ເລື່ອງນີ້. 36ດ້ວຍວິທີນີ້ ລູກສາວທັງສອງຂອງໂລດຈຶ່ງພາກັນຕັ້ງທ້ອງກັບພໍ່ຂອງຕົນເອງ. 37ຜູ້ເອື້ອຍໄດ້ລູກຊາຍຜູ້ໜຶ່ງຊື່ວ່າ ໂມອາບ. ລາວເປັນບັນພະບຸລຸດຂອງຊາວໂມອາບມາຈົນເຖິງປັດຈຸບັນນີ້. 38ສ່ວນຜູ້ນ້ອງໄດ້ລູກຊາຍຜູ້ໜຶ່ງຄືກັນຊື່ວ່າ ເບນນຳມີ. ລາວເປັນບັນພະບຸລຸດຂອງຊາວອຳໂມນມາຈົນເຖິງປັດຈຸບັນນີ້.
Currently Selected:
ປະຖົມມະການ 19: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.