YouVersion Logo
Search Icon

ປະຖົມມະການ 19

19
ຊາວ​ເມືອງ​ໂຊໂດມ​ປະພຶດ​ຊົ່ວຊ້າ​ຫລາຍ
1ເມື່ອ​ເທວະດາ​ສອງ​ຕົນ ໄດ້​ເຂົ້າ​ໄປ​ຮອດ​ເມືອງ​ໂຊໂດມ​ໃນ​ຕອນ​ຄໍ່າ​ຂອງ​ມື້​ນັ້ນ ແລະ​ໂລດ​ກໍ​ກຳລັງ​ນັ່ງ​ຢູ່​ທີ່​ປະຕູ​ເມືອງ. ໃນທັນໃດ​ທີ່​ເຫັນ​ເທວະດາ​ນັ້ນ ເພິ່ນ​ກໍ​ຟ້າວ​ລຸກ​ຂຶ້ນ​ອອກ​ໄປ​ຕ້ອນຮັບ​ທັນທີ 2ແລະ​ເວົ້າ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຜູ້ຮັບໃຊ້​ຂອງທ່ານ. ຂໍ​ກະລຸນາ​ແວ່​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ​ກ່ອນ​ແດ່ທ້ອນ. ທ່ານ​ຈະ​ລ້າງ​ຕີນ ແລະ​ພັກ​ແຮມຄືນ​ກໍໄດ້. ພໍ​ຮຸ່ງ​ເຊົ້າ​ຂຶ້ນ​ມາ ທ່ານ​ຈຶ່ງ​ຄ່ອຍ​ເດີນທາງ​ໄປ​ຕໍ່.”
ແຕ່​ພວກເພິ່ນ​ຕອບ​ວ່າ, “ບໍ່, ເຮົາ​ຈະ​ຄ້າງຄືນ​ທີ່​ສີ່​ແຍກ​ຂອງ​ເມືອງ​ນີ້.”
3ແຕ່​ໂລດ​ສືບຕໍ່​ຂໍຮ້ອງ ແລະ​ໃນທີ່ສຸດ ຊາຍ​ທັງສອງ​ກໍ​ຕົກລົງ​ໄປ​ທີ່​ເຮືອນ​ຂອງ​ໂລດ. ເພິ່ນ​ສັ່ງ​ຄົນ​ຮັບໃຊ້​ຂອງຕົນ​ໃຫ້​ຈັດແຈ່ງ​ເຂົ້າປາອາຫານ​ຢ່າງດີ ມາ​ຕ້ອນຮັບ​ແຂກ. ເມື່ອ​ຕຽມ​ມາ​ຮຽບຮ້ອຍ​ແລ້ວ ເທວະດາ​ທັງສອງ​ຈຶ່ງ​ພາກັນ​ຮັບ​ກິນ.
4ກ່ອນ​ແຂກ​ທັງສອງ​ຈະ​ເຂົ້າ​ໄປ​ນອນ ຜູ້ຊາຍ​ຊາວ​ເມືອງ​ໂຊໂດມ​ກໍ​ມາ​ອ້ອມ​ເຮືອນ​ຂອງ​ໂລດ. ຜູ້ຊາຍ​ຊາວ​ເມືອງ​ທຸກຄົນ​ທັງ​ໜຸ່ມ​ແລະ​ແກ່​ໄດ້​ມາ​ທີ່​ນັ້ນ. 5ພວກເຂົາ​ຮ້ອງ​ໂລດ​ອອກ​ມາ​ແລະ​ຖາມ​ວ່າ, “ຜູ້ຊາຍ​ທີ່​ມາ​ພັກ​ບ້ານ​ໂຕ​ຄືນ​ນີ້​ຢູ່​ໃສ? ເອົາ​ພວກເຂົາ​ອອກ​ມາ​ໃຫ້​ພວກເຮົາ​ສາ.” ພວກ​ຜູ້ຊາຍ​ຊາວ​ເມືອງ​ໂຊໂດມ ຕ້ອງການ​ສົມສູ່​ທາງເພດ​ກັບ​ແຂກ​ສອງ​ຄົນ​ນີ້.
6ໂລດ​ຈຶ່ງ​ອອກ​ມາ​ຂ້າງ​ນອກ​ແລະ​ອັດ​ປະຕູ​ໄວ້. 7ໂລດ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ເພື່ອນ​ເອີຍ ເຮົາ​ຂໍ​ນຳ ຢ່າ​ເຮັດ​ເລື່ອງ​ຊົ່ວຊ້າ​ຢ່າງ​ນີ້​ເລີຍ 8ເອົາ​ຢ່າງ​ນີ້​ສາ ເຮົາ​ມີ​ລູກສາວ​ສອງ​ຄົນ​ທີ່​ຍັງ​ບໍ່ເຄີຍ​ຜ່ານ​ຜູ້ຊາຍ​ຈັກເທື່ອ. ເຮົາ​ຈະ​ນຳ​ເຂົາ​ອອກ​ມາ​ໃຫ້​ພວກທ່ານ ເພື່ອ​ໃຫ້​ເຮັດ​ຕາມໃຈຊອບ. ແຕ່​ຢ່າ​ເຮັດ​ສິ່ງໃດ​ກັບ​ຊາຍ​ສອງ​ຄົນ​ນີ້; ພວກເພິ່ນ​ເປັນ​ແຂກ​ຂອງເຮົາ ແລະ​ເຮົາ​ຈຳເປັນ​ຕ້ອງ​ຄຸ້ມຄອງ​ພວກເພິ່ນ.”
9ແຕ່​ພວກເຂົາ​ຕອບ​ໂລດ​ວ່າ, “ຖອຍ​ອອກ​ໄປ​ບັກ​ຕ່າງຊາດ ໂຕ​ແມ່ນ​ໃຜ​ທີ່​ບັງອາດ​ມາ​ສອນ​ພວກເຮົາ? ຫລີກ​ອອກ​ໄປ ຫລື​ຈະ​ໃຫ້​ພວກເຮົາ​ເຮັດ​ກັບ​ໂຕ ໜັກ​ກວ່າ​ເຮັດ​ກັບ​ພວກເຂົາ.” ຊາວ​ເມືອງ​ຊຸກ​ໂລດ​ໃຫ້​ຖອຍໄປ ແລະ​ພາກັນ​ກ້າວ​ເຂົ້າ​ມາ ເພື່ອ​ຈະ​ທຸບ​ປະຕູ​ບຸກ​ເຂົ້າ​ໄປ. 10ແຕ່​ຊາຍ​ທັງສອງ​ທີ່​ຢູ່​ໃນ​ເຮືອນ ໄຂ​ປະຕູ​ອອກ​ມາ​ດຶງ​ເອົາ​ໂລດ​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ອັດ​ປະຕູ​ໄວ້. 11ແລ້ວ​ຊາຍ​ທັງສອງ​ກໍ​ບັນດານ​ໃຫ້​ພວກ​ອັນທະພານ ທີ່​ຢູ່​ຂ້າງ​ນອກ​ນັ້ນ​ຕາບອດ​ມືດມົວ​ໄປ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ເຫັນ​ປະຕູ​ເຮືອນ.
ໂລດ​ໜີ​ອອກ​ຈາກ​ໂຊໂດມ
12ຊາຍ​ທັງສອງ​ໄດ້​ບອກ​ໂລດ​ວ່າ, “ຖ້າ​ເຈົ້າ​ມີ​ພີ່ນ້ອງ​ຄົນອື່ນ​ອີກ​ຢູ່​ໃນ​ເມືອງ​ນີ້​ເຊັ່ນ: ລູກຊາຍ, ລູກສາວ, ລູກເຂີຍ ແລະ​ພີ່ນ້ອງ​ຄົນອື່ນໆ; ຈົ່ງ​ພາກັນ​ອອກ​ໜີໄປ​ຈາກ​ເມືອງ​ນີ້​ໄວໆ 13ເພາະ​ພວກເຮົາ​ກຳລັງ​ຈະ​ທຳລາຍ​ເມືອງ​ນີ້. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຟ້ອງ​ຮ້ອງ​ຢ່າງ​ໜັກໜ່ວງ ຕໍ່ສູ້​ປະຊາຊົນ​ເຫຼົ່ານີ້. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ພວກເຮົາ​ມາ​ເພື່ອ​ທຳລາຍ​ເມືອງ​ໂຊໂດມ​ນີ້.”
14ແລ້ວ​ໂລດ​ກໍ​ໄປ​ເວົ້າ​ກັບ​ຄູ່ໝັ້ນ​ຂອງ​ລູກສາວ​ຕົນ​ວ່າ, “ຈົ່ງ​ໜີ​ອອກ​ຈາກ​ເມືອງ​ນີ້​ໄວໆ ເພາະ​ພຣະເຈົ້າຢາເວ​ຈະ​ທຳລາຍ​ເມືອງ​ນີ້.” ແຕ່​ພວກເຂົາ​ຄິດ​ວ່າ​ໂລດ​ເວົ້າຫລິ້ນ.
15ເມື່ອ​ເວລາ​ຮຸ່ງ​ເຊົ້າ​ມາ ເທວະດາ​ສອງ​ຕົນ​ນັ້ນ​ກໍ​ພະຍາຍາມ​ເລັ່ງ​ໂລດ​ວ່າ, “ໄວໆ! ຈົ່ງ​ເອົາ​ເມຍ​ກັບ​ລູກສາວ​ສອງ​ຄົນ​ຂອງ​ເຈົ້າ​ອອກ​ໜີໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕາຍ​ເມື່ອ​ເມືອງ​ນີ້​ຖືກ​ທຳລາຍ.” 16ແຕ່​ໂລດ​ຍັງ​ສົງໄສ​ຢູ່ ເຖິງ​ຢ່າງ​ໃດ​ກໍດີ ພຣະເຈົ້າຢາເວ​ຍັງ​ເມດຕາ​ໂລດ. ດັ່ງນັ້ນ ເທວະດາ​ທັງສອງ​ຈຶ່ງ​ດຶງ​ມື​ລາວ​ພ້ອມ​ທັງ​ເມຍ ແລະ​ລູກສາວ ອອກ​ໄປ​ຈາກ​ເມືອງ​ໂດຍ​ໄວ. 17ເມື່ອ​ພວກເຂົາ​ຖືກ​ນຳ​ອອກ​ມາ​ຈາກ​ເມືອງ​ແລ້ວ ເທວະດາ​ຕົນ​ໜຶ່ງ​ກໍ​ເວົ້າ​ວ່າ, “ຈົ່ງ​ຟ້າວ​ໜີ​ເອົາ​ຕົວ​ລອດ! ຢ່າ​ຫລຽວ​ຄືນ​ຫລັງ ແລະ​ຢ່າ​ຢຸດ​ຢູ່​ທີ່​ຮ່ອມພູ. ຈົ່ງ​ພາກັນ​ແລ່ນ​ຂຶ້ນ​ໄປ​ເທິງ​ເນີນພູ​ເພື່ອ​ເອົາ​ຊີວິດ​ລອດ.”
18ແຕ່​ໂລດ​ຕອບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຂໍ​ນຳ ຢ່າ​ໃຫ້​ພວກ​ຂ້ານ້ອຍ​ໄປ​ທີ່​ນັ້ນ​ເທາະ. 19ການ​ທີ່​ທ່ານ​ຊ່ວຍ​ຊີວິດ​ພວກ​ຂ້ານ້ອຍ​ໄວ້ ກໍ​ເປັນ​ຄວາມ​ເມດຕາ​ອັນ​ໃຫຍ່ຫລວງ​ຢູ່​ແລ້ວ. ແຕ່​ເນີນພູ​ນັ້ນ​ຢູ່​ໄກ​ຫລາຍ. ໄພພິບັດ​ອາດ​ຕາມ​ມາ​ທັນ​ຂ້ານ້ອຍ​ກໍໄດ້ ແລະ​ຂ້ານ້ອຍ​ຈະ​ຕາຍ​ກ່ອນ​ຈະ​ໄປ​ເຖິງ​ທີ່​ນັ້ນ. 20ທ່ານ​ເຫັນ​ເມືອງ​ນ້ອຍໆ​ນັ້ນ​ບໍ? ເມືອງ​ນັ້ນ​ຢູ່​ໃກ້​ພໍ​ທີ່​ຈະ​ໄປ​ເຖິງ​ໄດ້. ໂຜດ​ໃຫ້​ຂ້ານ້ອຍ​ໄປ​ທີ່​ນັ້ນ​ສາ. ທ່ານ​ເບິ່ງ​ເຫັນ​ວ່າ​ມັນ​ເປັນ​ບ່ອນ​ນ້ອຍໆ ແລະ​ພວກ​ຂ້ານ້ອຍ​ຈະ​ປອດໄພ.”
21ເທວະດາ​ນັ້ນ​ຕອບ​ວ່າ, “ຕົກລົງ ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ. 22ຮີບ​ແລ່ນ​ໄປ​ໄວໆ! ເຮົາ​ຈະ​ບໍ່​ເຮັດ​ສິ່ງໃດ​ສິ່ງໜຶ່ງ ຈົນກວ່າ​ເຈົ້າ​ຈະ​ໄປ​ເຖິງ​ທີ່​ນັ້ນ.”
ສະນັ້ນ ເມືອງ​ນີ້​ຈຶ່ງ​ມີ​ຊື່​ວ່າ ໂຊອາ.
ໂຊໂດມ​ແລະ​ໂກໂມຣາ​ຖືກ​ທຳລາຍ
23ເມື່ອ​ໂລດ​ໄປ​ເຖິງ​ເມືອງ​ໂຊອາ ຕາເວັນ​ກໍ​ກຳລັງ​ຂຶ້ນ. 24ຈາກນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ໄຟ​ແລະ​ມາດ​ມາ​ຈາກ​ພຣະເຈົ້າຢາເວ, ຈາກ​ສະຫວັນ ດັ່ງ​ຫ່າຝົນ​ຕົກ​ມາ​ໃສ່​ເມືອງ​ໂຊໂດມ​ແລະ​ໂກໂມຣາ; 25ແລະ​ທຳລາຍ​ສອງ​ຕົວເມືອງ, ຮ່ອມພູ​ທັງໝົດ, ຊາວ​ເມືອງ​ທຸກຄົນ​ພ້ອມ​ກັບ​ພືດພັນ​ຕ່າງໆ ທີ່​ເກີດຂຶ້ນ​ຈາກ​ພື້ນດິນ​ນັ້ນ​ຈົນ​ກ້ຽງ. 26ແຕ່​ເມຍ​ຂອງ​ໂລດ​ຫລຽວ​ຄືນ​ຫລັງ. ສະນັ້ນ ນາງ​ຈຶ່ງ​ກາຍເປັນ​ເສົາ​ເກືອ.
27ມື້​ຕໍ່ມາ ຕັ້ງແຕ່​ເຊົ້າໆ ອັບຣາຮາມ​ຟ້າວ​ໄປ​ບ່ອນ​ທີ່​ເພິ່ນ​ໄດ້​ພົບ​ພຣະເຈົ້າຢາເວ​ນັ້ນ. 28ເພິ່ນ​ຫລຽວ​ລົງ​ເບິ່ງ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ແລະ​ຮ່ອມພູ​ທັງໝົດ ຈຶ່ງ​ເຫັນ​ຄວັນໄຟ​ພຸ່ງ​ຂຶ້ນ​ມາ​ຈາກ​ພື້ນດິນ ດັ່ງ​ຄວັນໄຟ​ທີ່​ພຸ່ງ​ຂຶ້ນ​ມາ​ຈາກ​ເຕົາ​ຫລອມ​ໃຫຍ່. 29ແຕ່​ເມື່ອ​ພຣະເຈົ້າ​ທຳລາຍ​ເມືອງ​ຕ່າງໆ​ໃນ​ຮ່ອມພູ ບ່ອນ​ທີ່​ໂລດ​ອາໄສ​ຢູ່​ນັ້ນ; ພຣະອົງ​ຍັງ​ຈື່ຈຳ​ຄຳ​ຂໍຮ້ອງ​ຂອງ​ອັບຣາຮາມ ແລະ​ຊ່ວຍ​ໂລດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ.
ເຊື້ອສາຍ​ຂອງ​ຊາວ​ໂມອາບ​ແລະ​ອຳໂມນ
30ເພາະ​ໂລດ​ຢ້ານກົວ ຈຶ່ງ​ບໍ່​ຢາກ​ຢູ່​ໃນ​ເມືອງ​ໂຊອາ​ອີກ​ຕໍ່ໄປ. ສະນັ້ນ ເພິ່ນ​ຈຶ່ງ​ພາ​ລູກສາວ​ທັງສອງ​ຍ້າຍ​ຂຶ້ນ​ໄປ​ທີ່​ເນີນພູ ແລະ​ອາໄສ​ຢູ່​ໃນ​ຖໍ້າ. 31ຕໍ່ມາ ຜູ້​ເອື້ອຍ​ໄດ້​ເວົ້າ​ກັບ​ຜູ້​ນ້ອງ​ວ່າ, “ພໍ່​ຂອງ​ພວກເຮົາ​ກໍ​ເຖົ້າແກ່​ແລ້ວ ແລະ​ບໍ່ມີ​ຊາຍ​ຄົນ​ໃດ​ໃນ​ດິນແດນ ເຫຼືອ​ຢູ່ ພໍ​ທີ່​ຈະ​ແຕ່ງງານ​ກັບ​ພວກເຮົາ ເພື່ອ​ຈະ​ໄດ້​ມີ​ລູກ​ສືບແທນ​ຂອງ​ພວກເຮົາ. 32ມາເທາະ ຈົ່ງ​ເອົາ​ເຫຼົ້າ​ໃຫ້​ພໍ່​ດື່ມ​ຈົນ​ເມົາ ເພື່ອ​ພວກເຮົາ​ຈະ​ໄດ້​ນອນ​ນຳ​ເພິ່ນ ແລະ​ໂດຍ​ວິທີ​ນີ້​ພວກເຮົາ​ຈະ​ໄດ້​ມີ​ລູກ.” 33ໃນຄືນນັ້ນ ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ໃຫ້​ພໍ່​ຂອງຕົນ​ດື່ມ​ຈົນ​ເມົາ ແລະ​ຜູ້​ເອື້ອຍ​ກໍ​ໄປ​ນອນ​ນຳ​ພໍ່​ຂອງຕົນ, ແຕ່​ຍ້ອນ​ຄວາມ​ມຶນເມົາ​ເພິ່ນ​ຈຶ່ງ​ບໍ່​ຮູ້​ເລື່ອງ​ນີ້.
34ມື້​ຕໍ່ມາ ຜູ້​ເອື້ອຍ​ຈຶ່ງ​ເວົ້າ​ກັບ​ຜູ້​ນ້ອງ​ວ່າ, “ຂ້ອຍ​ນອນ​ນຳ​ພໍ່​ແລ້ວ​ຄືນ​ວານນີ້; ຄືນ​ມື້ນີ້ ເຮົາ​ເຮັດ​ໃຫ້​ເພິ່ນ​ເມົາ​ອີກ ແລະ​ແມ່ນ​ທີ​ຂອງ​ເຈົ້າ​ທີ່​ຈະ​ນອນ​ນຳ​ເພິ່ນ. ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ລູກ​ນຳ​ພໍ່.” 35ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ເຫຼົ້າ​ໃຫ້​ພໍ່​ດື່ມ​ໃນ​ຄືນ​ນັ້ນ ແລ້ວ​ຜູ້​ນ້ອງ​ກໍ​ນອນ​ນຳ​ພໍ່​ຂອງຕົນ, ແຕ່​ຍ້ອນ​ຄວາມ​ມຶນເມົາ ເພິ່ນ​ຈຶ່ງ​ບໍ່​ຮູ້​ເລື່ອງ​ນີ້. 36ດ້ວຍ​ວິທີ​ນີ້ ລູກສາວ​ທັງສອງ​ຂອງ​ໂລດ​ຈຶ່ງ​ພາກັນ​ຕັ້ງ​ທ້ອງ​ກັບ​ພໍ່​ຂອງ​ຕົນເອງ. 37ຜູ້​ເອື້ອຍ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂມອາບ. ລາວ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ໂມອາບ​ມາ​ຈົນເຖິງ​ປັດຈຸບັນ​ນີ້. 38ສ່ວນ​ຜູ້​ນ້ອງ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຄື​ກັນ​ຊື່​ວ່າ ເບນນຳມີ. ລາວ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ອຳໂມນ​ມາ​ຈົນເຖິງ​ປັດຈຸບັນ​ນີ້.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in