YouVersion Logo
Search Icon

ປະຖົມມະການ 20

20
ອັບຣາຮາມ ແລະ​ອາບີເມເຫຼັກ
1ອັບຣາຮາມ​ໄດ້​ຍ້າຍ​ຈາກ​ເມືອງ​ມຳເຣ ໄປ​ທີ່​ເຂດ​ພາກໃຕ້​ຂອງ​ການາອານ ແລະ​ເພິ່ນ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ລະຫວ່າງ​ເມືອງ​ກາເດັດ​ແລະ​ເມືອງ​ຊູເຣ. ຕໍ່ມາ ເມື່ອ​ອັບຣາຮາມ​ພັກ​ຢູ່​ທີ່​ເມືອງ​ເກຣາກ​ນັ້ນ 2ເພິ່ນ​ເວົ້າ​ວ່າ​ນາງ​ຊາຣາ​ເມຍ​ຂອງຕົນ​ເປັນ​ນ້ອງສາວ. ດັ່ງນັ້ນ ເຈົ້າ​ອາບີເມເຫຼັກ ກະສັດ​ແຫ່ງ​ເກຣາກ ຈຶ່ງ​ເອົາ​ນາງ​ຊາຣາ​ໄປ. 3ໃນ​ຄືນ​ໜຶ່ງ ພຣະເຈົ້າ​ໄດ້​ປາກົດ​ແກ່​ກະສັດ​ໃນ​ຄວາມຝັນ​ວ່າ “ເຈົ້າ​ຈະ​ຕາຍ ເພາະ​ເຈົ້າ​ເອົາ​ຍິງ​ຜູ້​ນີ້​ມາ. ນາງ​ມີ​ຜົວ​ແລ້ວ.”
4ແຕ່​ເຈົ້າ​ອາບີເມເຫຼັກ​ຜູ້​ທີ່​ບໍ່ໄດ້​ແຕະຕ້ອງ​ນາງ​ແຕ່​ຢ່າງ​ໃດ ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ ພຣະອົງ​ຈະ​ທຳລາຍ​ຂ້ານ້ອຍ​ແລະ​ປະຊາຊົນ​ຂອງ​ຂ້ານ້ອຍ​ດ້ວຍ​ກັນ​ບໍ? 5ອັບຣາຮາມ​ເອງ​ບອກ​ວ່າ​ນາງ​ເປັນ​ນ້ອງສາວ​ຂອງ​ລາວ ແລະ​ນາງ​ຊາຣາ​ເອງ​ກໍ​ເວົ້າ​ຄືກັນ. ຂ້ານ້ອຍ​ເຮັດ​ໄປ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ ແລະ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.”
6ພຣະເຈົ້າ​ຕອບ​ເພິ່ນ​ທາງ​ຄວາມຝັນ​ວ່າ, “ຖືກຕ້ອງ ເຮົາ​ຮູ້​ດີ​ວ່າ​ເຈົ້າ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ. ສະນັ້ນ ເຮົາ​ຈຶ່ງ​ປ້ອງກັນ​ເຈົ້າ​ໄວ້​ບໍ່​ໃຫ້​ເຮັດ​ຜິດ​ຕໍ່​ເຮົາ ແລະ​ບໍ່​ໃຫ້​ເຈົ້າ​ໄດ້​ແຕະຕ້ອງ​ນາງ. 7ແຕ່​ບັດນີ້ ຈົ່ງ​ເອົາ​ຍິງ​ຜູ້​ນີ້​ໄປ​ສົ່ງ​ໃຫ້​ຜົວ​ຂອງ​ນາງ. ຜົວ​ຂອງ​ນາງ​ເປັນ​ຜູ້ທຳນວາຍ ແລະ​ລາວ​ຈະ​ພາວັນນາ​ອະທິຖານ​ສຳລັບ​ເຈົ້າ​ເພື່ອ​ເຈົ້າ​ຈະ​ບໍ່​ຕາຍ, ແຕ່​ເຮົາ​ຂໍ​ເຕືອນ​ເຈົ້າ​ວ່າ ຖ້າ​ເຈົ້າ​ບໍ່​ສົ່ງ​ນາງ​ຄືນ​ໄປ ເຈົ້າ​ແລະ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ຈະ​ຕ້ອງ​ຕາຍ.”
8ມື້​ໃໝ່​ມາ​ແຕ່​ເຊົ້າໆ ເຈົ້າ​ອາບີເມເຫຼັກ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ທຸກຄົນ​ຂອງຕົນ​ມາ ແລະ​ເລົ່າ​ເຫດການ​ນັ້ນ​ສູ່​ພວກເຂົາ​ຟັງ ແລະ​ພວກເຂົາ​ກໍ​ຢ້ານ​ທີ່ສຸດ. 9ແລ້ວ​ເຈົ້າ​ອາບີເມເຫຼັກ​ກໍ​ເອີ້ນ​ອັບຣາຮາມ​ມາ ແລະ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນ​ນີ້​ກັບ​ເຮົາ? ເຮົາ​ເຮັດ​ຜິດ​ຫຍັງ​ຕໍ່​ເຈົ້າ ເຈົ້າ​ຈຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ແບບ​ນີ້​ມາ​ສູ່​ເຮົາ ແລະ​ອານາຈັກ​ຂອງເຮົາ? ບໍ່ມີ​ຜູ້ໃດ​ເຄີຍ​ເຮັດ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນີ້​ກັບ​ເຮົາ​ຈັກເທື່ອ. 10ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ເຊັ່ນນີ້?”
11ອັບຣາຮາມ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ໃນ​ທີ່​ນີ້ ຈະ​ບໍ່ມີ​ໃຜ​ຢຳເກງ​ພຣະເຈົ້າ ແລະ​ພວກເຂົາ​ອາດ​ສັງຫານ​ຂ້ານ້ອຍ​ເສຍ ເພື່ອ​ເອົາ​ເມຍ​ຂອງ​ຂ້ານ້ອຍ​ໄປ. 12ຕາມ​ຄວາມ​ເປັນ​ຈິງ​ແລ້ວ ນາງ​ກໍ​ເປັນ​ນ້ອງສາວ​ຂອງ​ຂ້ານ້ອຍ​ແທ້. ນາງ​ເປັນ​ລູກ​ຕ່າງ​ແມ່ ແລະ​ຂ້ານ້ອຍ​ໄດ້​ເອົາ​ນາງ​ມາ​ເປັນ​ເມຍ. 13ດັ່ງນັ້ນ ເມື່ອ​ພຣະເຈົ້າ​ໃຫ້​ຂ້ານ້ອຍ​ອອກ​ໜີ​ຈາກ​ເຮືອນ​ຂອງ​ພໍ່ ໄປ​ສູ່​ດິນແດນ​ທີ່​ຕ່າງ​ປະເທດ; ຂ້ານ້ອຍ​ຈຶ່ງ​ເວົ້າ​ກັບ​ນາງ​ວ່າ, ‘ເຈົ້າ​ຕ້ອງ​ສັດຊື່​ຕໍ່​ຂ້ອຍ​ໂດຍ​ໃຫ້​ເວົ້າ​ກັບ​ທຸກຄົນ​ວ່າ ຂ້ອຍ​ເປັນ​ອ້າຍ​ຂອງ​ເຈົ້າ.”’
14ແລ້ວ​ເຈົ້າ​ອາບີເມເຫຼັກ​ກໍ​ສົ່ງ​ນາງ​ຊາຣາ​ຄືນ​ໃຫ້​ອັບຣາຮາມ ແລະ​ເພິ່ນ​ກໍ​ເອົາ​ຝູງແກະ, ຝູງງົວ, ແລະ​ຄົນ​ຮັບໃຊ້​ຊາຍຍິງ​ຫລາຍ​ຄົນ​ໃຫ້​ອັບຣາຮາມ​ອີກ​ດ້ວຍ. 15ເຈົ້າ​ອາບີເມເຫຼັກ​ເວົ້າ​ກັບ​ອັບຣາຮາມ​ວ່າ, “ທີ່​ນີ້​ເປັນ​ດິນແດນ​ຂອງເຮົາ​ທັງໝົດ; ເຈົ້າ​ຢູ່​ບ່ອນ​ໃດ​ກໍໄດ້​ຕາມ​ທີ່​ເຈົ້າ​ຕ້ອງການ.” 16ແລ້ວ​ເພິ່ນ​ກໍ​ກ່າວ​ຕໍ່​ນາງ​ຊາຣາ​ວ່າ, “ເຮົາ​ເອົາ​ເງິນ​ໜຶ່ງພັນ​ຫລຽນ​ໃຫ້​ອ້າຍ​ຂອງ​ເຈົ້າ​ເພື່ອ​ເປັນ​ຂໍ້​ພິສູດ ໃຫ້​ທຸກຄົນ​ທີ່​ຢູ່​ນຳ​ເຈົ້າ​ເຫັນ​ວ່າ ເຈົ້າ​ເປັນ​ຄົນ​ສັດຊື່; ທຸກຄົນ​ຈະ​ຮູ້​ເຫັນ​ວ່າ ເຈົ້າ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.”
17-18ຍ້ອນ​ເລື່ອງ​ເກີດຂຶ້ນ​ກັບ​ຊາຣາ​ເມຍ​ຂອງ​ອັບຣາຮາມ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ຜູ້ຍິງ​ທຸກຄົນ​ໃນ​ວັງ​ຂອງ​ເຈົ້າ​ອາບີເມເຫຼັກ​ບໍ່ມີ​ລູກ. ສະນັ້ນ ອັບຣາຮາມ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ ແລະ​ພຣະເຈົ້າ​ກໍ​ໂຜດ​ຮັກສາ​ເພິ່ນ​ໃຫ້​ຫາຍ​ດີ. ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ເມຍ​ຂອງ​ເພິ່ນ ແລະ​ບັນດາ​ຍິງ​ທັງໝົດ​ຫາຍ​ດີ​ເໝືອນກັນ ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ລູກ​ໄດ້.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in