YouVersion Logo
Search Icon

ລູກາ 10

10
ພຣະເຢຊູເຈົ້າ​ໃຊ້​ເຈັດສິບສອງ​ຄົນ​ອອກ​ໄປ
1ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ອົງ​ພຣະຜູ້​ເປັນເຈົ້າ​ກໍໄດ້​ເລືອກ​ເອົາ​ເຈັດສິບສອງ ຄົນ​ຕື່ມ​ອີກ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ໝູ່ ໝູ່​ລະ​ສອງ​ຄົນ ເພື່ອ​ໄປ​ກ່ອນ​ໜ້າ​ພຣະອົງ​ໃນ​ທຸກ​ເມືອງ​ແລະ​ທຸກ​ບ້ານ ທີ່​ພຣະອົງ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ. 2ພຣະອົງ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຂົ້າ​ທີ່​ຈະ​ກ່ຽວ​ກໍ​ມີ​ຫລາຍ​ແທ້ ແຕ່​ຄົນງານ​ມີ​ໜ້ອຍ​ຢູ່ ເພາະ​ສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ຜູ້​ເປັນ​ເຈົ້າ​ຂອງ​ນາ ໃຫ້​ນຳ​ຄົນງານ​ມາ​ໃນ​ການ​ເກັບກ່ຽວ​ຂອງຕົນ​ເສຍ. 3ຈົ່ງ​ໄປ​ສາ ເຮົາ​ໃຊ້​ພວກເຈົ້າ​ໄປ​ເໝືອນ​ດັ່ງ​ລູກແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. 4ຢ່າ​ຖື​ຖົງ​ເງິນ ຫລື​ຖື​ຖົງເຄື່ອງ ຫລື​ຖື​ເກີບ​ໄປ​ນຳ ຢ່າ​ຢຸດ​ຄຳນັບ​ຜູ້ໃດ​ຕາມ​ທາງ. 5ບໍ່​ວ່າ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ກໍຕາມ ກ່ອນ​ອື່ນ​ໃຫ້​ກ່າວ​ອວຍພອນ​ວ່າ, ‘ສັນຕິສຸກ ຈົ່ງ​ມີ​ແກ່​ເຮືອນ​ຫລັງ​ນີ້.’ 6ຖ້າ​ມີ​ຄົນ​ຮັກ​ສັນຕິສຸກ​ອາໄສ​ຢູ່​ໃນ​ຄອບຄົວ​ນີ້ ສັນຕິສຸກ​ກໍ​ຈະ​ຢູ່​ກັບ​ຜູ້ນັ້ນ, ຖ້າ​ບໍ່ມີ ສັນຕິສຸກ​ນັ້ນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ​ອີກ. 7ຈົ່ງ​ຢູ່​ໃນ​ເຮືອນ​ຫລັງ​ນັ້ນ ກິນ​ແລະ​ດື່ມ​ຕາມ​ທີ່​ເຂົາ​ມີ​ຢູ່. ດ້ວຍວ່າ, ຄົນງານ​ກໍ​ຄວນ​ຈະ​ໄດ້​ຮັບ​ຄ່າ​ແຮງງານ​ຂອງຕົນ ຢ່າ​ຍ້າຍ​ຈາກ​ເຮືອນ​ນີ້​ເຂົ້າ​ໄປ​ຢູ່​ເຮືອນ​ອື່ນ. 8ບໍ່​ວ່າ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ໃດ​ກໍຕາມ ແລະ​ໄທ​ເມືອງ​ຍິນດີ​ຕ້ອນຮັບ​ພວກເຈົ້າ ຈົ່ງ​ກິນ​ຕາມ​ທີ່​ເຂົາ​ຈັດ​ຫາ​ໃຫ້. 9ຈົ່ງ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ເມືອງ​ນັ້ນ​ດີ​ພະຍາດ ແລະ​ປະກາດ​ແກ່​ຊາວ​ເມືອງ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ທ່ານ​ທັງຫລາຍ​ແລ້ວ.’ 10ເມື່ອໃດ​ກໍຕາມ​ທີ່​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໜຶ່ງ ແລະ​ໄທ​ເມືອງ​ນັ້ນ​ບໍ່​ຍິນດີ​ຕ້ອນຮັບ​ພວກເຈົ້າ ຈົ່ງ​ອອກ​ໄປ​ທີ່​ກາງ​ຖະໜົນ​ຂອງ​ເມືອງ​ນັ້ນ ແລະ​ເວົ້າ​ວ່າ, 11‘ແມ່ນແຕ່​ຂີ້ຝຸ່ນ​ດິນ​ຂອງ​ເມືອງ​ນີ້ ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ປັດ​ອອກ​ຕໍ່ສູ້​ພວກເຈົ້າ; ແຕ່​ຈົ່ງ​ຈຳ​ໄວ້​ວ່າ ອານາຈັກ​ຂອງ​ພຣະເຈົ້າ​ມາ​ໃກ້​ພວກເຈົ້າ​ແລ້ວ’ 12ເຮົາ​ບອກ​ພວກເຈົ້າ​ວ່າ ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ໂຊໂດມ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.”
ຊົງ​ຕິຕຽນ​ເມືອງ​ຕ່າງໆ​ທີ່​ບໍ່​ຍອມ​ເຊື່ອ
(ມທ 11:20-24)
13“ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ເມືອງ​ເບັດສາອີດາ​ກໍ​ເຊັ່ນດຽວ​ກັນ ວິບັດ​ສຳລັບ​ເຈົ້າ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ເມືອງ​ຂອງ​ເຈົ້າ ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ ແລະ ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ເຫຼົ່ານີ້​ກໍ​ຄົງ​ຈະ​ນັ່ງ​ລົງ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໃຊ້​ຂີ້ເທົ່າ​ໂຮຍ​ຫົວ​ແຕ່​ດົນນານ​ມາ​ແລ້ວ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ພວກເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່, 14ແຕ່​ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ຕີເຣ​ແລະ​ຊີໂດນ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ. 15ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຢາກ​ຈະ​ຍົກ​ຕົວ​ຂຶ້ນ​ໃຫ້​ສູງ​ພຽງ​ຟ້າ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງ​ໄຟ​ນະຣົກ.”
16“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”
ພວກ​ເຈັດສິບສອງ​ຄົນ​ກັບຄືນ​ມາ
17ຕໍ່ມາ ພວກ​ເຈັດສິບສອງ ຄົນ​ນັ້ນ​ກໍ​ກັບຄືນ​ມາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່ສຸດ ພວກເຂົາ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ແມ່ນແຕ່​ບັນດາ​ຜີມານຮ້າຍ ກໍ​ເຊື່ອຟັງ​ພວກ​ຂ້ານ້ອຍ ເມື່ອ​ພວກ​ຂ້ານ້ອຍ​ສັ່ງ​ມັນ​ໃນ​ນາມ​ຂອງທ່ານ.”
18ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກລົງ​ຈາກ​ຟ້າ ດັ່ງ​ຟ້າ​ແມບ. 19ເບິ່ງແມ! ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ສິດ​ອຳນາດ​ຢຽບ​ງູ ແລະ​ແມງງອດ ແລະ​ໃຫ້​ມີ​ຣິດອຳນາດ​ເໜືອ​ກຳລັງ​ຂອງ​ສັດຕູ ແລະ​ບໍ່ມີ​ສິ່ງໃດ ຈະ​ເຮັດ​ອັນຕະລາຍ​ແກ່​ພວກເຈົ້າ​ໄດ້. 20ແຕ່​ຢ່າ​ໄດ້ຍິນດີ​ຢູ່​ໃນ​ສິ່ງ​ເຫຼົ່ານີ້ ຄື​ເພາະ​ຜີຮ້າຍ​ຍອມ​ເຊື່ອຟັງ​ພວກເຈົ້າ, ແຕ່​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ໄດ້​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ.”
ພຣະເຢຊູເຈົ້າ​ຊົມຊື່ນ​ຍິນດີ
(ມທ 11:25-27; 13:16-17)
21ໃນ​ເວລາ​ໂມງ​ນັ້ນ ພຣະເຢຊູເຈົ້າ​ຊົງ​ມີ​ຄວາມ​ຊື່ນຊົມ​ຍີນດີ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ຂ້ານ້ອຍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊົງ​ປົກບັງ​ສິ່ງ​ເຫຼົ່ານີ້​ໄວ້ ຈາກ​ຜູ້​ມີ​ປັນຍາ ແລະ​ຜູ້​ສະຫລາດ, ແຕ່​ໄດ້​ຊົງ​ສຳແດງ​ໃຫ້​ແກ່​ພວກ​ເດັກນ້ອຍ​ຮູ້ ຂ້າແດ່​ພຣະບິດາເຈົ້າ ພຣະອົງ​ຊົງ​ເຫັນ​ຊອບ​ດັ່ງນັ້ນ.”
22“ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.” 23ແລ້ວ​ພຣະເຢຊູເຈົ້າ​ກໍ​ຫັນ​ໄປ​ທາງ​ພວກ​ສາວົກ ແລະ​ກ່າວ​ແກ່​ພວກເພິ່ນ​ໂດຍ​ສະເພາະ​ວ່າ, “ຕາ​ທັງຫລາຍ ທີ່​ໄດ້​ເຫັນ​ການ​ຊຶ່ງ​ພວກເຈົ້າ​ໄດ້​ເຫັນ​ນັ້ນ​ກໍ​ເປັນ​ສຸກ 24ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ຜູ້ທຳນວາຍ ແລະ​ກະສັດ​ຫລາຍ​ຄົນ ຢາກ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ພວກເຂົາ​ບໍ່ໄດ້​ເຫັນ ແລະ​ຢາກ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ ແຕ່​ພວກເຂົາ​ບໍ່ໄດ້ຍິນ.”’
ຄຳອຸປະມາ​ເລື່ອງ​ໄທ​ຊາມາເຣຍ​ຜູ້​ໃຈດີ
25ຄັ້ງ​ໜຶ່ງ ມີ​ທຳບັນດິດ​ຄົນ​ໜຶ່ງ ໄດ້​ຢືນ​ຂຶ້ນ​ເພື່ອ​ທົດລອງ​ພຣະເຢຊູເຈົ້າ ລາວ​ຖາມ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”
26ພຣະເຢຊູເຈົ້າ​ຕອບ​ລາວ​ແບບ​ຖາມ​ຄືນ​ວ່າ, “ກົດບັນຍັດ​ມີ​ຂຽນ​ໄວ້​ວ່າ​ຢ່າງ​ໃດ? ເມື່ອ​ທ່ານ​ອ່ານ​ແລ້ວ ເຂົ້າໃຈ​ຢ່າງ​ໃດ?”
27ແລ້ວ​ຊາຍ​ຜູ້​ນັ້ນ​ກໍ​ຕອບ​ວ່າ, “ຈົ່ງ​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດໃຈ ດ້ວຍ​ສຸດຈິດ ດ້ວຍ​ສຸດ​ກຳລັງ ແລະ​ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ” ແລະ “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”
28ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ຕອບ​ຖືກ​ແລ້ວ ຈົ່ງ​ປະຕິບັດ​ຕາມ​ນີ້ ແລະ​ທ່ານ​ຈະ​ໄດ້​ຊີວິດ.”
29ແຕ່​ທຳບັນດິດ​ຄົນ​ນັ້ນ ຢາກ​ສະແດງ​ວ່າ​ຕົນ​ເປັນ​ຄົນ​ສິນທຳ ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ຕື່ມ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ເພື່ອນບ້ານ​ຂອງ​ຂ້ານ້ອຍ?”
30ພຣະເຢຊູເຈົ້າ​ໃຫ້​ຄຳຕອບ​ແກ່​ລາວ​ດັ່ງນີ້​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ ລົງ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ທີ່​ເມືອງ​ເຢຣີໂກ ແລະ​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກ​ນັກປຸ້ນ, ພວກ​ນັກປຸ້ນ​ໄດ້​ເອົາ​ທຸກສິ່ງ​ທີ່​ຊາຍ​ຜູ້​ນັ້ນ​ມີ ທັງ​ຕົບຕີ​ລາວ ແລະ​ປະຖິ້ມ​ໄວ້​ເກືອບ​ຕາຍ. 31ຍັງ​ມີ​ປະໂຣຫິດ​ຄົນ​ໜຶ່ງ ໄດ້​ລົງ​ໄປ​ຕາມ​ທາງ​ນັ້ນ ເມື່ອ​ເຫັນ​ຄົນ​ນີ້​ແລ້ວ​ກໍ​ຍ່າງ​ເວັ້ນ​ກາຍ​ໄປ​ຟາກ​ອື່ນ. 32ໃນທຳນອງ​ດຽວກັນ ມີ​ຄົນເລວີ​ຜູ້ໜຶ່ງ​ລົງ​ໄປ​ຕາມ​ທາງ​ນັ້ນ ແລະ​ເຫັນ​ລາວ ກໍ​ຍ່າງ​ເວັ້ນ​ຂ້າມ​ທາງ​ຟາກ​ອື່ນ​ກາຍໄປ​ເໝືອນກັນ. 33ແຕ່​ມີ​ໄທ​ຊາມາເຣຍ​ຄົນ​ໜຶ່ງ ທີ່​ເດີນທາງ​ມາ​ພໍ້​ຊາຍ​ຄົນ​ນີ້ ແລະ​ເມື່ອ​ເຫັນ​ລາວ​ແລ້ວ ກໍ​ມີ​ໃຈ​ເມດຕາ​ສົງສານ. 34ລາວ​ຈຶ່ງ​ເຂົ້າ​ໄປ​ຊ່ວຍ​ເອົາ​ນໍ້າມັນ ແລະ​ເຫຼົ້າ​ອະງຸ່ນ​ຖອກ​ໃສ່​ບາດແຜ ແລະ​ເອົາ​ຜ້າ​ພັນ​ບາດ​ໃຫ້ ແລ້ວ​ກໍ​ໂຈມ​ຊາຍ​ຄົນ​ນັ້ນ ຂຶ້ນ​ຂີ່​ເທິງ​ຫລັງ​ສັດ​ຂອງຕົນ ນຳ​ໄປ​ຮອດ​ໂຮງແຮມ ແລະ​ເອົາໃຈໃສ່​ບົວລະບັດ​ລາວ. 35ວັນ​ຕໍ່ມາ ລາວ​ໄດ້​ເອົາ​ເງິນ​ສອງ​ຫລຽນ​ໃຫ້​ເຈົ້າ​ຂອງ​ໂຮງແຮມ ແລະ​ສັ່ງ​ວ່າ, ‘ຈົ່ງ​ຊ່ວຍ​ເບິ່ງແຍງ​ຊາຍ​ຄົນ​ນີ້​ໃຫ້​ດີ​ເນີ ຖ້າ​ເຈົ້າ​ຈ່າຍ​ເກີນ​ນີ້​ໄປ​ເທົ່າ​ໃດ ເມື່ອ​ຂ້ອຍ​ກັບ​ມາ ຂ້ອຍ​ຈະ​ຈ່າຍ​ຄືນ​ໃຫ້.’
36ໃນ​ສາມ​ຄົນ​ນີ້ ແມ່ນ​ຜູ້ໃດ​ທີ່​ເປັນ​ເພື່ອນບ້ານ​ຂອງ​ຄົນ​ທີ່​ຖືກ​ພວກ​ໂຈນ​ປຸ້ນ​ນັ້ນ?”
37ທຳບັນດິດ​ຄົນ​ນັ້ນ​ຕອບ​ວ່າ, “ແມ່ນ​ຜູ້​ທີ່​ມີ​ໃຈ​ເມດຕາ​ສົງສານ​ຕໍ່​ລາວ.”
ພຣະເຢຊູເຈົ້າ​ກ່າວ​ແນະນຳ​ວ່າ, “ທ່ານ​ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ.”
ພຣະເຢຊູເຈົ້າ​ຢ້ຽມຢາມ​ມາທາ ແລະ ມາຣີ
38ຂະນະທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ພຣະອົງ​ກໍ​ມາ​ຮອດ​ບ້ານ​ແຫ່ງ​ໜຶ່ງ ໃນ​ທີ່ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຊື່ ມາທາ ແລະ​ນາງ​ໄດ້​ຕ້ອນຮັບ​ພຣະອົງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງຕົນ. 39ມາທາ​ມີ​ນ້ອງສາວ​ຄົນ​ໜຶ່ງ​ຊື່​ວ່າ ມາຣີ ຜູ້​ຊຶ່ງ​ມາ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ. 40ສ່ວນ​ມາທາ​ນັ້ນ ເມົາ​ແຕ່​ວຸ້ນວາຍ​ຢູ່​ກັບ​ວຽກ​ບ້ານ​ການ​ເຮືອນ​ຕັ້ງ​ຫລາຍ​ຢ່າງ​ທີ່​ຕົນ​ຕ້ອງ​ເຮັດ. ດັ່ງນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ທ່ານ​ບໍ່​ສົນໃຈ​ບໍ ທີ່​ນ້ອງສາວ​ຂອງ​ຂ້ານ້ອຍ ປະ​ໃຫ້​ຂ້ານ້ອຍ​ເຮັດ​ວຽກ​ທັງໝົດ​ນີ້​ແຕ່​ຜູ້​ດຽວ? ຈົ່ງ​ບອກ​ນາງ​ໃຫ້​ມາ​ຊ່ວຍ​ຂ້ານ້ອຍ​ແດ່.”
41ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ນາງ​ວ່າ, “ມາທາ ມາທາ​ເອີຍ ເຈົ້າ​ກັງວົນ ແລະ​ມົວ​ວຸ້ນວາຍ​ຢູ່​ກັບ​ຫລາຍ​ສິ່ງ​ແທ້​ໜໍ 42ສິ່ງ​ຊຶ່ງ​ຈຳເປັນ​ນັ້ນ ກໍ​ມີ​ແຕ່​ສິ່ງ​ດຽວ ມາຣີ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ດີ​ນັ້ນ​ແລ້ວ ແລະ​ຜູ້ໃດ​ຈະ​ຍາດ​ເອົາ​ສິ່ງ​ນີ້​ໄປ​ຈາກ​ນາງ​ບໍ່ໄດ້.”

Currently Selected:

ລູກາ 10: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in