YouVersion Logo
Search Icon

ລູກາ 18

18
ຄຳອຸປະມາ​ເລື່ອງ​ແມ່ໝ້າຍ ແລະ ຕຸລາການ
1ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ສູ່​ພວກ​ສາວົກ​ຟັງ ເພື່ອ​ສັ່ງສອນ​ພວກເພິ່ນ​ວ່າ, ຈຳເປັນ​ຕ້ອງ​ໝັ່ນ​ພາວັນນາ​ອະທິຖານ​ຢູ່​ສະເໝີ ແລະ​ບໍ່​ໃຫ້​ທໍ້ຖອຍ​ໃຈ. 2ພຣະອົງ​ຊົງ​ກ່າວ​ວ່າ, “ໃນ​ເມືອງ​ໜຶ່ງ​ຍັງ​ມີ​ຕຸລາການ​ຜູ້ໜຶ່ງ ທີ່​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ. 3ໃນ​ເມືອງ​ນັ້ນ ຍັງ​ມີ​ແມ່ໝ້າຍ​ຜູ້ໜຶ່ງ ໝັ່ນ​ມາ​ຫາ​ຕຸລາການ ເພື່ອ​ຂໍຮ້ອງ​ສິດທິ​ຂອງຕົນ​ໂດຍ​ກ່າວ​ວ່າ, ‘ໂຜດ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ຄູ່ຄວາມ​ແດ່ທ້ອນ’ 4ເປັນ​ເວລາ​ດົນນານ ທີ່​ຕຸລາການ​ຜູ້​ນີ້ ບໍ່​ຍອມ​ດຳເນີນ​ການ​ໃດໆ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຄິດ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ​ກໍຕາມ, 5ແຕ່​ເພາະ​ແມ່ໝ້າຍ​ຜູ້​ນີ້​ກວນໃຈ​ເຮົາ​ຕະຫລອດ​ມາ ເຮົາ​ຈະ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ນາງ ຖ້າບໍ່​ດັ່ງນັ້ນ, ນາງ​ກໍ​ຈະ​ໝັ່ນ​ມາ​ຫາ​ເລື້ອຍໆ ແລະ​ໃນທີ່ສຸດ ເຮົາ​ກໍ​ຈະ​ລຳບາກ​ໃຈ​ຢູ່​ບໍ່​ເຊົາ.”’
6ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ຄຳ​ຕຸລາການ ຜູ້​ບໍ່​ຍຸດຕິທຳ​ຄົນ​ນີ້​ເວົ້າ. 7ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ? 8ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ພຣະອົງ​ຈະ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ໂດຍ​ໄວ, ແຕ່​ເຖິງປານນັ້ນ ເມື່ອ​ບຸດ​ມະນຸດ​ສະເດັດ​ມາ ພຣະອົງ​ຈະ​ພົບ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ນີ້​ໃນ​ໂລກ​ຢູ່​ບໍ?”
ຄຳອຸປະມາ​ເລື່ອງ​ຄົນ​ຟາຣີຊາຍ ແລະ ຄົນເກັບພາສີ
9ສຳລັບ​ຄົນ​ທີ່​ໝັ້ນໃຈ​ໃນ​ຕົວ​ເອງ​ວ່າ ເປັນ​ຄົນ​ຊອບທຳ ແລະ​ໝິ່ນປະໝາດ​ຄົນອື່ນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເພິ່ນ​ຟັງ​ວ່າ, 10“ມີ​ຊາຍ​ສອງ​ຄົນ​ຂຶ້ນ​ໄປ​ພຣະວິຫານ ເພື່ອ​ພາວັນນາ​ອະທິຖານ, ຜູ້ໜຶ່ງ​ເປັນ​ຄົນ​ຟາຣີຊາຍ ສ່ວນ​ອີກ​ຜູ້ໜຶ່ງ​ເປັນ​ຄົນ​ເກັບພາສີ.
11ຄົນ​ຟາຣີຊາຍ​ຢືນ​ນຶກ​ໃນ​ໃຈ ແລະ​ພາວັນນາ​ອະທິຖານ ວ່າ, ‘ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ຂ້ານ້ອຍ​ບໍ່​ເປັນ​ດັ່ງ​ຄົນອື່ນໆ​ທີ່​ເປັນ​ຄົນ​ໂລບ, ຄົນ​ບໍ່​ສັດຊື່ ຫລື​ຄົນ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້​ອື່ນ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ບໍ່​ເປັນ​ດັ່ງ​ຄົນ​ເກັບພາສີ​ຜູ້​ນັ້ນ. 12ໃນ​ອາທິດ​ໜຶ່ງ ຂ້ານ້ອຍ​ຖືສິນ​ອົດອາຫານ​ສອງ​ວັນ ແລະ​ຂ້ານ້ອຍ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ແກ່​ພຣະອົງ ຈາກ​ສິ່ງ​ຂອງ​ທັງໝົດ​ທີ່​ຂ້ານ້ອຍ​ຫາ​ມາ​ໄດ້.’
13ສ່ວນ​ຄົນ​ເກັບພາສີ​ນັ້ນ​ຢືນ​ຢູ່​ຫ່າງໄກ ແລະ​ບໍ່​ກ້າ​ແມ່ນແຕ່​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ລາວ​ໄດ້​ຕີ​ເອິກ​ຂອງຕົນ ແລະ​ກ່າວ​ວ່າ, ‘ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ ຜູ້​ເປັນ​ຄົນ​ບາບ​ແດ່ທ້ອນ’ 14ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ນີ້​ແຫຼະ ເມື່ອ​ກັບ​ລົງ​ໄປ​ທີ່​ເຮືອນ​ຂອງຕົນ​ກໍ​ຊົງ​ນັບ​ວ່າ ລາວ​ຊອບທຳ​ຫລາຍກວ່າ​ຄົນອື່ນ​ນັ້ນ ເພາະວ່າ​ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ​ຈະ​ຖືກ​ຖອຍ​ລົງ ແຕ່​ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ.”
ພຣະເຢຊູເຈົ້າ​ຊົງ​ອວຍພອນ​ພວກ​ເດັກນ້ອຍ
(ມທ 19:13-15; ມຣກ 10:13-16)
15ປະຊາຊົນ​ບາງຄົນ​ໄດ້​ນຳ​ລູກ​ນ້ອຍ​ຂອງ​ພວກ​ຕົນ ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ໃຫ້​ພຣະອົງ​ວາງ​ມື​ໃສ່​ພວກເຂົາ ເມື່ອ​ພວກ​ສາວົກ​ເຫັນ​ຈຶ່ງ​ໄດ້​ຫ້າມ​ໄວ້, 16ແຕ່​ພຣະເຢຊູເຈົ້າ​ໄດ້​ເອີ້ນ​ເອົາ​ເດັກນ້ອຍ​ມາ​ຫາ​ພຣະອົງ ແລະ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫຼົ່ານັ້ນ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ຂອງ​ພຣະເຈົ້າ ກໍ​ເປັນ​ຂອງ​ຄົນ​ທີ່​ເໝືອນ​ເດັກນ້ອຍ​ນີ້​ແຫຼະ. 17ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ບໍ່​ຮັບ​ເອົາ​ອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ເດັກນ້ອຍ ຈະ​ເຂົ້າ​ໄປ​ໃນ​ຣາຊ​ແຜ່ນດິນ​ນັ້ນ​ບໍ່ໄດ້​ຢ່າງ​ເດັດຂາດ.”
ເລື່ອງ​ມະຫາ​ເສດຖີ
(ມທ 19:16-30; ມຣກ 10:17-31)
18ມີ​ເຈົ້ານາຍ​ຜູ້ໜຶ່ງ​ທູນ​ຖາມ​ພຣະອົງ​ວ່າ, “ພຣະອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ​ມາ​ເປັນ​ມໍຣະດົກ.”
19ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ​ຜູ້​ປະເສີດ ບໍ່ມີ​ຜູ້ໃດ​ປະເສີດ ເວັ້ນແຕ່​ພຣະເຈົ້າ​ອົງ​ດຽວ​ເທົ່ານັ້ນ. 20ທ່ານ​ກໍ​ຮູ້ຈັກ​ກົດບັນຍັດ​ແລ້ວ​ວ່າ, ‘ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ, ຢ່າ​ຂ້າຄົນ, ຢ່າ​ລັກຊັບ, ຢ່າ​ກ່າວຫາ​ຜູ້​ອື່ນ​ໂດຍ​ບໍ່ມີ​ຄວາມຈິງ ຈົ່ງ​ນັບຖື​ພໍ່ແມ່​ຂອງຕົນ.”’
21ຄົນ​ນັ້ນ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ເຫຼົ່ານີ້ ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ.”
22ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພຣະອົງ​ກໍ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ ຄື​ຈົ່ງ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ທຸກຈົນ ແລະ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.” 23ແຕ່​ເມື່ອ​ລາວ​ໄດ້ຍິນ​ດັ່ງນັ້ນ ກໍ​ເປັນທຸກໃຈ​ເຕັມທີ ເພາະວ່າ​ຕົນ​ເປັນ​ຄົນ​ຮັ່ງມີ​ຫລາຍ.
24ເມື່ອ​ພຣະເຢຊູເຈົ້າ​ເຫັນ​ລາວ​ເປັນທຸກໃຈ ຈຶ່ງ​ກ່າວ​ວ່າ, “ທີ່​ຄົນ​ຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍາກ​ແທ້​ໜໍ 25ອູດ​ໂຕໜຶ່ງ​ຈະ​ລອດ​ຮູ​ເຂັມ ກໍ​ງ່າຍ​ກວ່າ​ທີ່​ຄົນ​ຮັ່ງມີ​ຜູ້ໜຶ່ງ ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ.”
26ປະຊາຊົນ​ທີ່​ໄດ້ຍິນ​ພຣະອົງ​ກ່າວ ຈຶ່ງ​ຖາມ​ວ່າ, “ຖ້າດັ່ງນັ້ນ ຜູ້ໃດ​ຈະ​ພົ້ນ​ໄດ້?”
27ແຕ່​ພຣະອົງ​ຊົງ​ຕອບ​ວ່າ, “ສິ່ງ​ທີ່​ມະນຸດ​ເຮັດ​ບໍ່ໄດ້ ຝ່າຍ​ພຣະເຈົ້າ​ຊົງ​ເຮັດ​ໄດ້.”
28ແລ້ວ​ເປໂຕ​ກໍ​ເວົ້າ​ວ່າ, “ເບິ່ງແມ! ພວກ​ຂ້ານ້ອຍ​ໄດ້​ສະຫລະ​ບ້ານ​ເຮືອນ​ຂອງ​ພວກ​ຂ້ານ້ອຍ ເພື່ອ​ຕິດຕາມ​ພຣະອົງ​ມາ.”
29ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ໄດ້​ສະຫລະ​ບ້ານ​ເຮືອນ ຫລື​ເມຍ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່​ແມ່ ຫລື​ລູກ​ເພາະ​ເຫັນ​ແກ່​ອານາຈັກ​ຂອງ​ພຣະເຈົ້າ 30ແລ້ວ​ໃນ​ໂລກນີ້​ລາວ​ຈະ​ໄດ້​ຮັບ​ຫລາຍ​ເທົ່າ ແລະ​ໃນ​ໂລກ​ໜ້າ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ.”
ພຣະເຢຊູເຈົ້າ​ກ່າວ​ເຖິງ​ຄວາມ​ຕາຍ​ຂອງ​ພຣະອົງ​ເປັນ​ຄັ້ງ​ທີ​ສາມ
(ມທ 20:17-19; ມຣກ 10:32-34)
31ແລ້ວ​ພຣະເຢຊູເຈົ້າ​ໄດ້​ພາ​ສາວົກ​ສິບສອງ​ຄົນ ຍ່າງ​ຫລີກ​ອອກ​ໄປ​ຂ້າງ​ທາງ ແລະ​ໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ເບິ່ງແມ! ພວກເຮົາ​ກຳລັງ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສິ່ງສາລະພັດ ຊຶ່ງ​ບັນດາ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້ ເຖິງ​ບຸດ​ມະນຸດ​ນັ້ນ​ຈະ​ສຳເລັດ. 32ເພິ່ນ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນຕ່າງຊາດ ແລະ​ພວກເຂົາ​ຈະ​ເຢາະເຢີ້ຍ​ເພິ່ນ ຈະ​ດູຖູກ​ຫຍໍ້ຫຍັນ​ເພິ່ນ ແລະ​ຈະ​ຖົ່ມ​ນໍ້າລາຍ​ໃສ່​ເພິ່ນ. 33ພວກເຂົາ​ຈະ​ຂ້ຽນຕີ ແລະ​ຈະ​ຂ້າ​ເພິ່ນ​ເສຍ ແລ້ວ​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”
34ແຕ່​ພວກ​ສາວົກ​ບໍ່​ເຂົ້າໃຈ​ຄຳ​ເວົ້າ​ເຫຼົ່ານີ້​ຈັກ​ຂໍ້ ຍ້ອນ​ຄວາມໝາຍ​ຂອງ​ຖ້ອຍຄຳ​ເຫຼົ່ານັ້ນ ໄດ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ບໍ່​ຮູ້​ຄວາມໝາຍ​ທີ່​ຊົງ​ກ່າວ​ນັ້ນ​ວ່າ ພຣະເຢຊູເຈົ້າ​ກຳລັງ​ກ່າວ​ເຖິງ​ຫຍັງ.
ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ຕາບອດ​ຄົນ​ໜຶ່ງ
(ມທ 20:29-34; ມຣກ 10:46-52)
35ຂະນະທີ່​ພຣະເຢຊູເຈົ້າ​ມາ​ໃກ້​ເມືອງ​ເຢຣີໂກ ກໍ​ມີ​ຊາຍ​ຕາບອດ​ຄົນ​ໜຶ່ງ​ນັ່ງ​ຂໍທານ​ຢູ່​ແຄມ​ທາງ. 36ເມື່ອ​ໄດ້ຍິນ​ສຽງ​ປະຊາຊົນ​ກຳລັງ​ຍ່າງ​ກາຍ​ໄປ​ນັ້ນ​ຊາຍ​ຕາບອດ​ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ກັນ?”
37ພວກເຂົາ​ຈຶ່ງ​ບອກ​ລາວ​ວ່າ, “ເຢຊູ​ໄທ​ນາຊາເຣັດ​ກຳລັງ​ຍ່າງ​ຜ່ານ​ໄປ.”
38ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ເຢຊູ​ບຸດ​ດາວິດ​ເອີຍ ຂໍ​ຊົງ​ໂຜດ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”
39ຄົນ​ທີ່​ຍ່າງ​ໄປ​ຂ້າງ​ໜ້າ​ຈຶ່ງ​ຫ້າມ​ໄວ້ ແລະ​ບອກ​ໃຫ້​ລາວ​ມິດ, ແຕ່​ລາວ​ແຮ່ງ​ຮ້ອງ​ດັງ​ຂຶ້ນ​ອີກ​ວ່າ, “ບຸດ​ດາວິດ​ເອີຍ ຂໍ​ຊົງ​ໂຜດ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”
40ພຣະເຢຊູເຈົ້າ​ຈຶ່ງ​ຢຸດ​ຢູ່ ແລະ​ສັ່ງ​ໃຫ້​ນຳ​ຊາຍ​ຕາບອດ​ນັ້ນ​ມາ​ຫາ​ພຣະອົງ ເມື່ອ​ລາວ​ເຂົ້າ​ມາ​ໃກ້​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ລາວ​ວ່າ, 41“ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ເຈົ້າ?”
ລາວ​ຕອບ​ວ່າ, “ທ່ານເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ເຫັນຮຸ່ງ​ແດ່ທ້ອນ.”
42ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ເຫັນຮຸ່ງ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.”
43ໃນ​ທັນໃດນັ້ນ ລາວ​ກໍໄດ້​ເຫັນຮຸ່ງ ແລະ​ຕິດຕາມ​ພຣະເຢຊູເຈົ້າ​ໄປ ທັງ​ສັນລະເສີນ​ຖວາຍ​ກຽດ​ແດ່​ພຣະເຈົ້າ ເມື່ອ​ປະຊາຊົນ​ເຫັນ​ເຫດການ​ນີ້​ແລ້ວ ທຸກຄົນ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ.

Currently Selected:

ລູກາ 18: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in