ລູກາ 18
18
ຄຳອຸປະມາເລື່ອງແມ່ໝ້າຍ ແລະ ຕຸລາການ
1ແລ້ວພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາເລື່ອງໜຶ່ງສູ່ພວກສາວົກຟັງ ເພື່ອສັ່ງສອນພວກເພິ່ນວ່າ, ຈຳເປັນຕ້ອງໝັ່ນພາວັນນາອະທິຖານຢູ່ສະເໝີ ແລະບໍ່ໃຫ້ທໍ້ຖອຍໃຈ. 2ພຣະອົງຊົງກ່າວວ່າ, “ໃນເມືອງໜຶ່ງຍັງມີຕຸລາການຜູ້ໜຶ່ງ ທີ່ບໍ່ຢຳເກງພຣະເຈົ້າ ແລະບໍ່ສົນໃຈກັບເພື່ອນມະນຸດ. 3ໃນເມືອງນັ້ນ ຍັງມີແມ່ໝ້າຍຜູ້ໜຶ່ງ ໝັ່ນມາຫາຕຸລາການ ເພື່ອຂໍຮ້ອງສິດທິຂອງຕົນໂດຍກ່າວວ່າ, ‘ໂຜດໃຫ້ຄວາມຍຸດຕິທຳແກ່ຂ້ານ້ອຍ ໃຫ້ພົ້ນຈາກຄູ່ຄວາມແດ່ທ້ອນ’ 4ເປັນເວລາດົນນານ ທີ່ຕຸລາການຜູ້ນີ້ ບໍ່ຍອມດຳເນີນການໃດໆ, ແຕ່ໃນທີ່ສຸດ ເພິ່ນກໍຄິດວ່າ, ‘ເຖິງແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າ ແລະບໍ່ສົນໃຈກັບເພື່ອນມະນຸດກໍຕາມ, 5ແຕ່ເພາະແມ່ໝ້າຍຜູ້ນີ້ກວນໃຈເຮົາຕະຫລອດມາ ເຮົາຈະໃຫ້ຄວາມຍຸດຕິທຳແກ່ນາງ ຖ້າບໍ່ດັ່ງນັ້ນ, ນາງກໍຈະໝັ່ນມາຫາເລື້ອຍໆ ແລະໃນທີ່ສຸດ ເຮົາກໍຈະລຳບາກໃຈຢູ່ບໍ່ເຊົາ.”’
6ແລ້ວອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຟັງຄຳຕຸລາການ ຜູ້ບໍ່ຍຸດຕິທຳຄົນນີ້ເວົ້າ. 7ຝ່າຍຄົນທັງຫລາຍທີ່ພຣະເຈົ້າໄດ້ເລືອກໄວ້ ຊຶ່ງຮ້ອງຫາພຣະອົງທັງກາງເວັນ ແລະກາງຄືນນັ້ນ ເຖິງແມ່ນວ່າ ພຣະອົງຈະຊົງຊ້ານານໃນການຂອງພວກເຂົາກໍຕາມ ພຣະອົງຈະບໍ່ຊົງໂຜດຄວາມຍຸດຕິທຳແກ່ພວກເຂົາບໍ? 8ເຮົາບອກເຈົ້າທັງຫລາຍວ່າ, ພຣະອົງຈະໂຜດຄວາມຍຸດຕິທຳແກ່ພວກເຂົາໂດຍໄວ, ແຕ່ເຖິງປານນັ້ນ ເມື່ອບຸດມະນຸດສະເດັດມາ ພຣະອົງຈະພົບຄົນທີ່ມີຄວາມເຊື່ອຢ່າງນີ້ໃນໂລກຢູ່ບໍ?”
ຄຳອຸປະມາເລື່ອງຄົນຟາຣີຊາຍ ແລະ ຄົນເກັບພາສີ
9ສຳລັບຄົນທີ່ໝັ້ນໃຈໃນຕົວເອງວ່າ ເປັນຄົນຊອບທຳ ແລະໝິ່ນປະໝາດຄົນອື່ນນັ້ນ ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມານີ້ສູ່ພວກເພິ່ນຟັງວ່າ, 10“ມີຊາຍສອງຄົນຂຶ້ນໄປພຣະວິຫານ ເພື່ອພາວັນນາອະທິຖານ, ຜູ້ໜຶ່ງເປັນຄົນຟາຣີຊາຍ ສ່ວນອີກຜູ້ໜຶ່ງເປັນຄົນເກັບພາສີ.
11ຄົນຟາຣີຊາຍຢືນນຶກໃນໃຈ ແລະພາວັນນາອະທິຖານ ວ່າ, ‘ຂ້າແດ່ພຣະເຈົ້າ ຂ້ານ້ອຍຂອບພຣະຄຸນພຣະອົງ ທີ່ຂ້ານ້ອຍບໍ່ເປັນດັ່ງຄົນອື່ນໆທີ່ເປັນຄົນໂລບ, ຄົນບໍ່ສັດຊື່ ຫລືຄົນຫລິ້ນຊູ້ສູ່ຜົວເມຍຜູ້ອື່ນ ຂ້ານ້ອຍຂອບພຣະຄຸນພຣະອົງ ທີ່ບໍ່ເປັນດັ່ງຄົນເກັບພາສີຜູ້ນັ້ນ. 12ໃນອາທິດໜຶ່ງ ຂ້ານ້ອຍຖືສິນອົດອາຫານສອງວັນ ແລະຂ້ານ້ອຍໄດ້ຖວາຍໜຶ່ງສ່ວນສິບແກ່ພຣະອົງ ຈາກສິ່ງຂອງທັງໝົດທີ່ຂ້ານ້ອຍຫາມາໄດ້.’
13ສ່ວນຄົນເກັບພາສີນັ້ນຢືນຢູ່ຫ່າງໄກ ແລະບໍ່ກ້າແມ່ນແຕ່ເງີຍໜ້າຂຶ້ນສູ່ຟ້າ, ແຕ່ລາວໄດ້ຕີເອິກຂອງຕົນ ແລະກ່າວວ່າ, ‘ຂ້າແດ່ພຣະເຈົ້າ ຂໍຊົງໂຜດເມດຕາຂ້ານ້ອຍ ຜູ້ເປັນຄົນບາບແດ່ທ້ອນ’ 14ເຮົາບອກພວກເຈົ້າວ່າ ຄົນນີ້ແຫຼະ ເມື່ອກັບລົງໄປທີ່ເຮືອນຂອງຕົນກໍຊົງນັບວ່າ ລາວຊອບທຳຫລາຍກວ່າຄົນອື່ນນັ້ນ ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອຍລົງ ແຕ່ຜູ້ໃດທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ.”
ພຣະເຢຊູເຈົ້າຊົງອວຍພອນພວກເດັກນ້ອຍ
(ມທ 19:13-15; ມຣກ 10:13-16)
15ປະຊາຊົນບາງຄົນໄດ້ນຳລູກນ້ອຍຂອງພວກຕົນ ມາຫາພຣະເຢຊູເຈົ້າ ເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ ເມື່ອພວກສາວົກເຫັນຈຶ່ງໄດ້ຫ້າມໄວ້, 16ແຕ່ພຣະເຢຊູເຈົ້າໄດ້ເອີ້ນເອົາເດັກນ້ອຍມາຫາພຣະອົງ ແລະກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຫຼົ່ານັ້ນມາຫາເຮົາ ແລະຢ່າຫ້າມພວກເຂົາ ເພາະອານາຈັກຂອງພຣະເຈົ້າ ກໍເປັນຂອງຄົນທີ່ເໝືອນເດັກນ້ອຍນີ້ແຫຼະ. 17ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ, ຜູ້ໃດບໍ່ຮັບເອົາອານາຈັກຂອງພຣະເຈົ້າເໝືອນດັ່ງເດັກນ້ອຍ ຈະເຂົ້າໄປໃນຣາຊແຜ່ນດິນນັ້ນບໍ່ໄດ້ຢ່າງເດັດຂາດ.”
ເລື່ອງມະຫາເສດຖີ
(ມທ 19:16-30; ມຣກ 10:17-31)
18ມີເຈົ້ານາຍຜູ້ໜຶ່ງທູນຖາມພຣະອົງວ່າ, “ພຣະອາຈານຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດ ຈຶ່ງຈະໄດ້ຮັບຊີວິດນິຣັນດອນມາເປັນມໍຣະດົກ.”
19ພຣະເຢຊູເຈົ້າຊົງຕອບວ່າ, “ເປັນຫຍັງເຈົ້າຈຶ່ງເອີ້ນເຮົາວ່າຜູ້ປະເສີດ ບໍ່ມີຜູ້ໃດປະເສີດ ເວັ້ນແຕ່ພຣະເຈົ້າອົງດຽວເທົ່ານັ້ນ. 20ທ່ານກໍຮູ້ຈັກກົດບັນຍັດແລ້ວວ່າ, ‘ຢ່າຫລິ້ນຊູ້ສູ່ຜົວເມຍ, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າກ່າວຫາຜູ້ອື່ນໂດຍບໍ່ມີຄວາມຈິງ ຈົ່ງນັບຖືພໍ່ແມ່ຂອງຕົນ.”’
21ຄົນນັ້ນຕອບວ່າ, “ຂ້ານ້ອຍໄດ້ຖືຮັກສາຂໍ້ຄຳສັ່ງທັງໝົດເຫຼົ່ານີ້ ຕັ້ງແຕ່ເປັນເດັກນ້ອຍມາ.”
22ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນແລ້ວ ພຣະອົງກໍກ່າວແກ່ລາວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງ ຄືຈົ່ງຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະບໍລິຈາກເງິນນັ້ນໃຫ້ແກ່ຄົນທຸກຈົນ ແລະເຈົ້າຈະມີຊັບສົມບັດໃນສະຫວັນ ແລ້ວຈົ່ງຕາມເຮົາມາ.” 23ແຕ່ເມື່ອລາວໄດ້ຍິນດັ່ງນັ້ນ ກໍເປັນທຸກໃຈເຕັມທີ ເພາະວ່າຕົນເປັນຄົນຮັ່ງມີຫລາຍ.
24ເມື່ອພຣະເຢຊູເຈົ້າເຫັນລາວເປັນທຸກໃຈ ຈຶ່ງກ່າວວ່າ, “ທີ່ຄົນຮັ່ງມີຈະເຂົ້າໄປໃນຣາຊອານາຈັກຂອງພຣະເຈົ້າກໍຍາກແທ້ໜໍ 25ອູດໂຕໜຶ່ງຈະລອດຮູເຂັມ ກໍງ່າຍກວ່າທີ່ຄົນຮັ່ງມີຜູ້ໜຶ່ງ ຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ.”
26ປະຊາຊົນທີ່ໄດ້ຍິນພຣະອົງກ່າວ ຈຶ່ງຖາມວ່າ, “ຖ້າດັ່ງນັ້ນ ຜູ້ໃດຈະພົ້ນໄດ້?”
27ແຕ່ພຣະອົງຊົງຕອບວ່າ, “ສິ່ງທີ່ມະນຸດເຮັດບໍ່ໄດ້ ຝ່າຍພຣະເຈົ້າຊົງເຮັດໄດ້.”
28ແລ້ວເປໂຕກໍເວົ້າວ່າ, “ເບິ່ງແມ! ພວກຂ້ານ້ອຍໄດ້ສະຫລະບ້ານເຮືອນຂອງພວກຂ້ານ້ອຍ ເພື່ອຕິດຕາມພຣະອົງມາ.”
29ພຣະເຢຊູເຈົ້າຊົງກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຖ້າຜູ້ໃດໄດ້ສະຫລະບ້ານເຮືອນ ຫລືເມຍ ຫລືອ້າຍເອື້ອຍນ້ອງ ຫລືພໍ່ແມ່ ຫລືລູກເພາະເຫັນແກ່ອານາຈັກຂອງພຣະເຈົ້າ 30ແລ້ວໃນໂລກນີ້ລາວຈະໄດ້ຮັບຫລາຍເທົ່າ ແລະໃນໂລກໜ້າຈະໄດ້ຮັບຊີວິດນິຣັນດອນ.”
ພຣະເຢຊູເຈົ້າກ່າວເຖິງຄວາມຕາຍຂອງພຣະອົງເປັນຄັ້ງທີສາມ
(ມທ 20:17-19; ມຣກ 10:32-34)
31ແລ້ວພຣະເຢຊູເຈົ້າໄດ້ພາສາວົກສິບສອງຄົນ ຍ່າງຫລີກອອກໄປຂ້າງທາງ ແລະໄດ້ກ່າວແກ່ພວກເພິ່ນວ່າ, “ເບິ່ງແມ! ພວກເຮົາກຳລັງຂຶ້ນໄປທີ່ນະຄອນເຢຣູຊາເລັມ ແລະສິ່ງສາລະພັດ ຊຶ່ງບັນດາຜູ້ທຳນວາຍໄດ້ຂຽນໄວ້ ເຖິງບຸດມະນຸດນັ້ນຈະສຳເລັດ. 32ເພິ່ນຈະຖືກມອບໄວ້ໃນກຳມືຂອງຄົນຕ່າງຊາດ ແລະພວກເຂົາຈະເຢາະເຢີ້ຍເພິ່ນ ຈະດູຖູກຫຍໍ້ຫຍັນເພິ່ນ ແລະຈະຖົ່ມນໍ້າລາຍໃສ່ເພິ່ນ. 33ພວກເຂົາຈະຂ້ຽນຕີ ແລະຈະຂ້າເພິ່ນເສຍ ແລ້ວໃນວັນຖ້ວນສາມເພິ່ນຈະເປັນຄືນມາສູ່ຊີວິດ.”
34ແຕ່ພວກສາວົກບໍ່ເຂົ້າໃຈຄຳເວົ້າເຫຼົ່ານີ້ຈັກຂໍ້ ຍ້ອນຄວາມໝາຍຂອງຖ້ອຍຄຳເຫຼົ່ານັ້ນ ໄດ້ຖືກປິດບັງໄວ້ຈາກພວກເພິ່ນ. ດັ່ງນັ້ນ ພວກເພິ່ນຈຶ່ງບໍ່ຮູ້ຄວາມໝາຍທີ່ຊົງກ່າວນັ້ນວ່າ ພຣະເຢຊູເຈົ້າກຳລັງກ່າວເຖິງຫຍັງ.
ພຣະເຢຊູເຈົ້າຊົງໂຜດຊາຍຕາບອດຄົນໜຶ່ງ
(ມທ 20:29-34; ມຣກ 10:46-52)
35ຂະນະທີ່ພຣະເຢຊູເຈົ້າມາໃກ້ເມືອງເຢຣີໂກ ກໍມີຊາຍຕາບອດຄົນໜຶ່ງນັ່ງຂໍທານຢູ່ແຄມທາງ. 36ເມື່ອໄດ້ຍິນສຽງປະຊາຊົນກຳລັງຍ່າງກາຍໄປນັ້ນຊາຍຕາບອດຈຶ່ງຖາມວ່າ, “ແມ່ນເລື່ອງຫຍັງກັນ?”
37ພວກເຂົາຈຶ່ງບອກລາວວ່າ, “ເຢຊູໄທນາຊາເຣັດກຳລັງຍ່າງຜ່ານໄປ.”
38ລາວຈຶ່ງຮ້ອງຂຶ້ນວ່າ, “ເຢຊູບຸດດາວິດເອີຍ ຂໍຊົງໂຜດສົງສານຂ້ານ້ອຍແດ່ທ້ອນ.”
39ຄົນທີ່ຍ່າງໄປຂ້າງໜ້າຈຶ່ງຫ້າມໄວ້ ແລະບອກໃຫ້ລາວມິດ, ແຕ່ລາວແຮ່ງຮ້ອງດັງຂຶ້ນອີກວ່າ, “ບຸດດາວິດເອີຍ ຂໍຊົງໂຜດສົງສານຂ້ານ້ອຍແດ່ທ້ອນ.”
40ພຣະເຢຊູເຈົ້າຈຶ່ງຢຸດຢູ່ ແລະສັ່ງໃຫ້ນຳຊາຍຕາບອດນັ້ນມາຫາພຣະອົງ ເມື່ອລາວເຂົ້າມາໃກ້ແລ້ວ ພຣະເຢຊູເຈົ້າຈຶ່ງຖາມລາວວ່າ, 41“ເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?”
ລາວຕອບວ່າ, “ທ່ານເອີຍ ຂໍໂຜດໃຫ້ຂ້ານ້ອຍເຫັນຮຸ່ງແດ່ທ້ອນ.”
42ແລ້ວພຣະເຢຊູເຈົ້າກໍກ່າວແກ່ລາວວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.”
43ໃນທັນໃດນັ້ນ ລາວກໍໄດ້ເຫັນຮຸ່ງ ແລະຕິດຕາມພຣະເຢຊູເຈົ້າໄປ ທັງສັນລະເສີນຖວາຍກຽດແດ່ພຣະເຈົ້າ ເມື່ອປະຊາຊົນເຫັນເຫດການນີ້ແລ້ວ ທຸກຄົນຕ່າງກໍສັນລະເສີນພຣະເຈົ້າ.
Currently Selected:
ລູກາ 18: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: