YouVersion Logo
Search Icon

ລູກາ 8

8
ພວກ​ແມ່ຍິງ​ທີ່​ໄປ​ກັບ​ພຣະເຢຊູເຈົ້າ
1ຕໍ່ມາ​ບໍ່​ດົນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ​ຕາມ​ບ້ານ​ຕ່າງໆ​ເພື່ອ​ປະກາດ​ຂ່າວປະເສີດ ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ, ສາວົກ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ 2ພ້ອມ​ດ້ວຍ​ພວກ​ແມ່ຍິງ​ບາງຄົນ​ທີ່​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຜີຊົ່ວຮ້າຍ ແລະ​ໃຫ້​ຫາຍ​ດີ​ຈາກ​ພະຍາດ​ຕ່າງໆ​ຄື ມາຣີ (ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ໄທ​ມັກດາລາ) ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ, 3ໂຢຮັນນາ ເມຍ​ຂອງ​ຈູຊາ​ຜູ້​ທີ່​ເປັນ​ກົມມະວັງ​ຂອງ​ເຮໂຣດ ແລະ ນາງ​ຊູຊັນນາ​ກັບ​ແມ່ຍິງ​ອື່ນໆ​ອີກ​ຫລາຍ​ຄົນ ທີ່​ເຄີຍ​ໃຊ້​ຊັບສິນ​ຂອງ​ຕົນເອງ ເພື່ອ​ບົວລະບັດ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ.
ຄຳອຸປະມາ​ເລື່ອງ​ຜູ້​ຫວ່ານ
(ມທ 13:1-9; ມຣກ 4:1-9)
4ແລ້ວ​ກໍ​ມີ​ປະຊາຊົນ​ຈາກ​ເມືອງ​ຕ່າງໆ ໄດ້​ສືບ​ຕໍ່​ມາ​ຫາ​ພຣະເຢຊູເຈົ້າ ເມື່ອ​ພວກເຂົາ​ມາ​ເຕົ້າໂຮມ​ກັນ​ຢ່າງ​ຫລວງຫລາຍ ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຄຳອຸປະມາ​ນີ້​ວ່າ,
5“ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ ຂະນະທີ່​ລາວ​ຫວ່ານ​ເມັດ​ພືດ​ໃນ​ນາ​ຢູ່​ນັ້ນ ບາງ​ເມັດ​ກໍ​ຕົກ​ຕາມ​ທາງ​ຄົນ​ຍ່າງ​ກໍ​ຖືກ​ຢຽບຢໍ່າ ແລະ​ຝູງ​ນົກ​ກໍ​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ. 6ບາງ​ເມັດ​ກໍ​ຕົກ​ໃສ່​ພື້ນດິນ​ທີ່​ມີ​ຫີນ ແລະ​ເມື່ອ​ງອກ​ຂຶ້ນ​ແລ້ວ ກໍ​ຫ່ຽວແຫ້ງ​ໄປ​ເພາະ​ດິນ​ບໍ່​ຊຸ່ມ. 7ບາງ​ເມັດ​ກໍ​ຕົກ​ໃສ່​ທ່າມກາງ​ພຸ່ມໜາມ ແລ້ວ​ພຸ່ມໜາມ​ກໍ​ໃຫຍ່​ຂຶ້ນ​ຫຸ້ມຮັດ​ເສຍ. 8ແລະ​ບາງ​ເມັດ​ກໍ​ຕົກ​ໃສ່​ດິນ​ດີ ພືດ​ຈຶ່ງ​ງອກງາມ​ຂຶ້ນ ແລະ​ເກີດຜົນ​ໄດ້​ຮ້ອຍ​ຕໍ່.”
ແລ້ວ​ພຣະເຢຊູເຈົ້າ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”
ຈຸດປະສົງ​ຂອງ​ຄຳອຸປະມາ
(ມທ 13:10-17; ມຣກ 4:10-12)
9ແລ້ວ​ພວກ​ສາວົກ​ຂອງ​ພຣະອົງ ກໍ​ຖາມ​ພຣະເຢຊູເຈົ້າ ເຖິງ​ຄຳອຸປະມາ​ນັ້ນ​ວ່າ ມີ​ຄວາມໝາຍ​ຢ່າງ​ໃດ. 10ພຣະອົງ​ຊົງ​ກ່າວ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ລັບເລິກ ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ສຳລັບ​ຄົນອື່ນ​ນັ້ນ ເຮົາ​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ ເມື່ອ​ພວກເຂົາ​ເບິ່ງ ແຕ່​ຈະ​ບໍ່​ເຫັນ ແລະ​ເມື່ອ​ພວກເຂົາ​ຟັງ ແຕ່​ຈະ​ບໍ່​ເຂົ້າໃຈ.”
ພຣະເຢຊູເຈົ້າ​ອະທິບາຍ​ຄຳອຸປະມາ​ເລື່ອງ​ຜູ້​ຫວ່ານ
(ມທ 13:18-23; ມຣກ 4:13-20)
11“ຄຳອຸປະມາ​ນັ້ນ​ມີ​ຄວາມໝາຍ​ດັ່ງນີ້: ເມັດ​ພືດ​ນັ້ນ ແມ່ນ​ພຣະທຳ​ຂອງ​ພຣະເຈົ້າ. 12ເມັດ​ພືດ​ທີ່​ຕົກ​ໃສ່​ຕາມ​ທາງຍ່າງ​ນັ້ນ ໄດ້​ແກ່​ພວກ​ຄົນ​ທີ່​ໄດ້ຍິນ​ພຣະທຳ, ແຕ່​ມານຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ໄປ​ຈາກ​ຈິດໃຈ​ຂອງ​ພວກເຂົາ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອ​ແລະ​ພົ້ນ​ໄດ້. 13ເມັດ​ທີ່​ຕົກ​ໃສ່​ພື້ນ ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ພວກເຂົາ​ບໍ່​ໃຫ້​ພຣະທຳ​ນັ້ນ ຝັງ​ຮາກ​ລົງ​ເລິກ​ໃນ​ຈິດໃຈ ພວກເຂົາ​ເຊື່ອ​ຢູ່​ແຕ່​ພຽງ​ຊົ່ວຄາວ ແລະ​ເມື່ອ​ພວກເຂົາ​ຖືກ​ການ​ທົດລອງ ກໍ​ລົ້ມເລີກ​ໄປ​ເສຍ. 14ເມັດ​ທີ່​ຕົກ​ໃສ່​ທ່າມກາງ​ພຸ່ມໜາມ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ, ແຕ່​ພວກເຂົາ​ປ່ອຍ​ໃຫ້​ຄວາມ​ກັງວົນ​ນຳ​ຊັບສົມບັດ ຕະຫລອດ​ທັງ​ຄວາມ​ສະໜຸກ​ຂອງ​ຊີວິດ​ນີ້ ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ແລະ​ຜົນ​ຂອງ​ພວກເຂົາ​ກໍ​ບໍ່​ສຸກ​ຈັກເທື່ອ. 15ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ ແລະ​ຢຶດຖື​ເອົາ​ໄວ້​ດ້ວຍ​ໃຈ​ສັດຊື່​ແລະ​ເຊື່ອຟັງ ຈຶ່ງ​ທົນ​ໄດ້​ຈົນ​ເກີດຜົນ.”
ຄຳອຸປະມາ​ເລື່ອງ​ໂຄມໄຟ
(ມຣກ 4:21-25)
16“ບໍ່ມີ​ຜູ້ໃດ ເມື່ອ​ໄຕ້​ໂຄມໄຟ​ແລ້ວ ຈະ​ເອົາ​ເຂົ້າ​ໄວ້​ໃນ​ກະບຸງ ຫລື​ວາງ​ໄວ້​ຢູ່​ໃຕ້​ຕຽງນອນ, ແຕ່​ພວກເຂົາ​ຕັ້ງ​ມັນ​ໄວ້​ເທິງ​ທີ່​ສູງ ເພື່ອ​ວ່າ ຄົນ​ທີ່​ເຂົ້າ​ມາ​ຈະ​ເຫັນ​ແສງ​ສະຫວ່າງ. 17ດ້ວຍວ່າ, ບໍ່ມີ​ສິ່ງໃດ​ທີ່​ຖືກ​ເຊື່ອງ​ໄວ້ ຈະ​ບໍ່​ຖືກ​ນຳ​ອອກ​ມາ​ເປີດເຜີຍ ແລະ​ບໍ່ມີ​ສິ່ງໃດ​ທີ່​ຖືກ​ປົກປິດ​ໄວ້ ຈະ​ບໍ່​ເປີດເຜີຍ ແລະ​ນຳ​ອອກ​ໃຫ້​ຮູ້.”
18“ເຫດສະນັ້ນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ ພວກເຈົ້າ​ຟັງ​ດ້ວຍ​ທ່າທີ​ຢ່າງ​ໃດ ເພາະ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ຊົງ​ເພີ່ມ​ເຕີມ​ໃຫ້​ອີກ, ແຕ່​ຜູ້ໃດ​ທີ່​ບໍ່ມີ ແມ່ນແຕ່​ສິ່ງ​ທີ່​ຕົນ​ຄິດ​ວ່າ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ເສຍ​ຈາກ​ລາວ.”
ແມ່ ແລະ ນ້ອງ​ຂອງ​ພຣະເຢຊູເຈົ້າ
(ມທ 12:46-50; ມຣກ 3:31-35)
19ແລ້ວ​ແມ່​ແລະ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ ໄດ້​ມາ​ຫາ​ພຣະອົງ ແຕ່​ເຂົ້າ​ໄປ​ເຖິງ​ພຣະອົງ​ບໍ່ໄດ້ ເພາະ​ຄົນ​ຫລາຍ. 20ມີ​ຄົນ​ໜຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ແມ່​ແລະ​ນ້ອງຊາຍ​ຂອງທ່ານ ກຳລັງ​ຢືນ​ຢູ່​ຂ້າງ​ນອກ ຢາກ​ພົບ​ທ່ານ.”
21ພຣະອົງ​ຕອບ​ພວກເຂົາ​ວ່າ, “ແມ່​ແລະ​ນ້ອງ​ຂອງເຮົາ​ນັ້ນ ແມ່ນ​ຜູ້​ທີ່​ໄດ້ຍິນ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ປະຕິບັດ​ຕາມ.”
ພຣະເຢຊູເຈົ້າ​ຫ້າມ​ລົມພະຍຸ
(ມທ 8:23-27; ມຣກ 4:35-41)
22ຢູ່ມາ​ວັນໜຶ່ງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ເຮືອ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ແລະ​ກ່າວ​ກັບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.” ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ຖອຍ​ເຮືອ​ອອກ​ໄປ. 23ຂະນະທີ່​ຂ້າມ​ໄປ​ນັ້ນ ພຣະເຢຊູເຈົ້າ​ກໍ​ນອນ​ຫລັບ​ຢູ່ ມີ​ລົມ​ແຮງ​ພັດ​ລົງ​ມາ​ສູ່​ກາງ​ທະເລສາບ ແລະ​ນໍ້າ​ກໍ​ເລີ່ມ​ຊັດ​ເຂົ້າ​ເຮືອ​ໃກ້​ຈະ​ເຕັມ ເຮັດ​ໃຫ້​ທຸກຄົນ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ. 24ພວກ​ສາວົກ​ຈຶ່ງ​ໄປ​ຫາ​ພຣະເຢຊູເຈົ້າ ແລ້ວ​ປຸກ​ພຣະອົງ​ໃຫ້​ລຸກ​ຂຶ້ນ ໂດຍ​ເວົ້າ​ວ່າ, “ພຣະອາຈານ​ເອີຍ, ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ກຳລັງ​ຈະ​ຕາຍ​ຢູ່​ແລ້ວ.”
ພຣະເຢຊູເຈົ້າ​ລຸກ​ຂຶ້ນ​ສັ່ງ​ຫ້າມ​ລົມ​ແລະ​ຟອງນໍ້າ ລົມ​ແລະ​ຟອງນໍ້າ​ກໍ​ມິດງຽບ​ລົງ ແລະ​ມີ​ຄວາມ​ງຽບ​ສະຫງົບ​ທັນທີ. 25ແລ້ວ​ພຣະອົງ​ກໍ​ຖາມ​ພວກ​ສາວົກ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ໄປ​ໃສ​ໝົດ?”
ແຕ່​ພວກເພິ່ນ​ງຶດ​ປະຫລາດ​ໃຈ​ແລະ​ຢ້ານ ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ໜໍ? ທີ່​ສັ່ງ​ລົມ​ກັບ​ຟອງນໍ້າ ແລະ​ພວກ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”
ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ທີ່​ຖືກ​ຜີມານຮ້າຍ​ເຂົ້າ​ສິງ
(ມທ 8:28-34; ມຣກ 5:1-20)
26ແລ້ວ​ພວກເພິ່ນ​ກໍໄດ້​ຂີ່​ເຮືອ​ມາ​ຈອດ ທີ່​ເຂດແດນ​ເຄຣາເຊນ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ແຂວງ​ຄາລີເລ. 27ເມື່ອ​ພຣະເຢຊູເຈົ້າ​ກ້າວ​ຂຶ້ນ​ໄປ​ເທິງ​ບົກ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ນີ້​ມາ​ພົບ​ພຣະອົງ ຊາຍ​ຄົນ​ນີ້​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່ ເປັນ​ເວລາ​ດົນນານ​ແລ້ວ​ທີ່​ລາວ​ບໍ່ໄດ້​ນຸ່ງ​ເຄື່ອງ ແລະ​ບໍ່ໄດ້​ຢູ່​ໃນ​ເຮືອນ ແຕ່​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ. 28ເມື່ອ​ຄົນ​ນີ້​ເຫັນ​ພຣະເຢຊູເຈົ້າ ລາວ​ກໍ​ຮ້ອງ​ຂຶ້ນ​ທັງ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ເວົ້າ​ຂຶ້ນ​ດ້ວຍ​ສຸດສຽງ​ວ່າ, “ເຢຊູ ບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກເຮົາ? ພວກເຮົາ​ຂໍຮ້ອງ​ທ່ານ​ຢ່າ​ທໍລະມານ​ພວກເຮົາ​ເລີຍ.” 29ມັນ​ເວົ້າ​ດັ່ງນັ້ນ ກໍ​ເພາະ​ພຣະອົງ​ໄດ້​ສັ່ງ​ຜີຊົ່ວຮ້າຍ​ໃຫ້​ອອກ​ໄປ​ຈາກ​ຄົນ​ນັ້ນ. (ດ້ວຍວ່າ, ມັນ​ໄດ້​ກຸມ​ເອົາ​ຄົນ​ນັ້ນ​ໄປ​ຫລາຍ​ເທື່ອ ແລະ​ເຄີຍ​ມັດ​ດ້ວຍ​ເຊືອກ ແລະ​ຖືກ​ລ່າມໂສ້​ຂັງ​ໄວ້, ແຕ່​ມັນ​ກໍ​ຫັກ​ເຄື່ອງ​ມັດ​ນັ້ນ​ເສຍ ແລ້ວ​ບັງຄັບ​ໃຫ້​ເຂົ້າ​ໄປ​ໃນ​ປ່າ.)
30ພຣະເຢຊູເຈົ້າ​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?”
ມັນ​ຕອບ​ວ່າ, “ຊື່ ‘ກອງທັບ.”’ ເພາະ​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່​ໃນ​ຄົນ​ນີ້. 31ຜີມານຮ້າຍ​ເຫຼົ່ານີ້​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ບໍ່​ໃຫ້​ສົ່ງ​ພວກ​ມັນ​ລົງ​ໄປ​ໃນ​ເຫວເລິກ.
32ຢູ່​ໃກ້​ນັ້ນ ມີ​ຝູງ​ໝູ​ທີ່​ກຳລັງ​ຊອກ​ຫາ​ກິນ​ຢູ່​ຕາມ​ຈ້າຍ​ພູ ຜີມານຮ້າຍ​ເຫຼົ່ານີ້​ຈຶ່ງ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ອະນຸຍາດ​ໃຫ້​ພວກ​ມັນ​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ ແລະ​ພຣະອົງ​ກໍ​ອະນຸຍາດ​ໃຫ້. 33ແລ້ວ​ຜີມານຮ້າຍ​ເຫຼົ່ານັ້ນ ກໍ​ອອກ​ຈາກ​ຊາຍ​ຄົນ​ນີ້​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ, ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ ແລະ​ໂຕນ​ໃສ່​ທະເລສາບ​ຈົມ​ນໍ້າ​ຕາຍ​ໝົດ.
34ສ່ວນ​ພວກ​ລ້ຽງ​ໝູ ເມື່ອ​ໄດ້​ເຫັນ​ເຫດການ​ເຊັ່ນນີ້ ຕ່າງ​ກໍ​ແລ່ນ​ໜີ ແລະ​ໄປ​ເລົ່າ​ເລື່ອງ​ໃຫ້​ຄົນ​ຢູ່​ໃນເມືອງ ແລະ​ຢູ່​ນອກເມືອງ​ຟັງ. 35ແລ້ວ​ຄົນ​ທັງປວງ​ກໍ​ອອກ​ມາ​ເບິ່ງ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ ແລະ​ເມື່ອ​ມາ​ເຖິງ​ພຣະເຢຊູເຈົ້າ ພວກເຂົາ​ໄດ້​ເຫັນ​ຄົນ​ທີ່​ຜີມານຮ້າຍ​ອອກ​ຈາກ​ຕົວ​ນັ້ນ ນຸ່ງ​ຫົ່ມ​ເສື້ອຜ້າ ມີ​ສະຕິ​ອາຣົມ​ດີ ນັ່ງ​ຢູ່​ໃກ້​ພຣະບາດ​ຂອງ​ພຣະເຢຊູເຈົ້າ ພວກເຂົາ​ຈຶ່ງ​ມີ​ໃຈ​ຢ້ານ. 36ພວກ​ທີ່​ໄດ້​ເຫັນ​ເຫດການ​ນັ້ນ ໄດ້​ເລົ່າ​ໃຫ້​ປະຊາຊົນ​ຟັງ ເຖິງ​ເລື່ອງ​ຄົນ​ທີ່​ຜີມານຮ້າຍ​ສິງ ຖືກ​ໂຜດ​ໃຫ້​ຫາຍ​ດີ​ເປັນ​ປົກກະຕິ​ໄດ້​ຢ່າງ​ໃດ. 37ແລ້ວ​ປະຊາຊົນ​ທຸກຄົນ​ຈາກ​ເຂດແດນ​ນັ້ນ ກໍ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໜີໄປ​ຈາກ​ພວກເຂົາ ເພາະ​ພວກເຂົາ​ຕ່າງ​ກໍ​ຢ້ານກົວ​ຫລາຍ​ທີ່ສຸດ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ລົງ​ເຮືອ​ກັບຄືນ​ໄປ. 38ຊາຍ​ທີ່​ຜີມານຮ້າຍ​ເປັນ​ກອງທັບ​ຖືກ​ຂັບໄລ່​ອອກ​ໄປ​ແລ້ວ​ນັ້ນ ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ​ວ່າ, “ໂຜດ​ໃຫ້​ຂ້ານ້ອຍ​ໄປ​ກັບ​ທ່ານ​ດ້ວຍ​ເທີ້ນ.”
ແຕ່​ພຣະເຢຊູເຈົ້າ​ບອກ​ໃຫ້​ລາວ​ກັບຄືນ​ໄປ ໂດຍ​ກ່າວ​ວ່າ, 39“ຈົ່ງ​ກັບ​ເມືອ​ບ້ານ​ເຮືອນ​ຂອງ​ເຈົ້າ ແລະ​ບອກ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ແກ່​ເຈົ້າ.”
ແລ້ວ​ຊາຍ​ຄົນ​ນັ້ນ ກໍ​ໄປ​ປະກາດ​ທົ່ວ​ທັງ​ເມືອງ ເຖິງ​ສິ່ງ​ທັງຫລາຍ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ສຳລັບ​ຕົນ.
ລູກສາວ​ຂອງ​ຢາອີໂຣ​ກັບ​ຍິງ​ເລືອດ​ຕົກ​ທີ່​ບາຍ​ເສື້ອ​ພຣະເຢຊູເຈົ້າ
(ມທ 9:18-26; ມຣກ 5:21-43)
40ເມື່ອ​ພຣະເຢຊູເຈົ້າ​ກັບ​ມາ​ແຕ່​ທະເລສາບ​ຟາກ​ນັ້ນ​ແລ້ວ ປະຊາຊົນ​ກໍ​ມາ​ຕ້ອນຮັບ​ພຣະອົງ ເພາະ​ພວກເຂົາ​ລໍຄອຍ​ການ​ກັບ​ມາ​ຂອງ​ພຣະອົງ​ຢູ່. 41ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ຊື່ ຢາອີໂຣ ເປັນ​ຫົວໜ້າ​ໂຮງ​ທຳມະສາລາ​ໃນ​ທ້ອງຖິ່ນ​ນັ້ນ ໄດ້​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ທູນ​ອ້ອນວອນ​ຂໍ​ພຣະອົງ​ໃຫ້​ໄປ​ທີ່​ເຮືອນ​ຂອງຕົນ, 42ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ສິບສອງ​ປີ ປ່ວຍ​ໃກ້​ຈະ​ສິ້ນ​ໃຈ​ຕາຍ​ແລ້ວ,
ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ. 43ໃນ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ເລືອດຕົກ ໄດ້​ສິບສອງ​ປີ​ແລ້ວ ນາງ​ໄດ້​ຈ່າຍ​ຊັບ​ທັງໝົດ​ທີ່​ຕົນ​ມີ​ໃຫ້​ພວກ​ໝໍ ແຕ່​ບໍ່ມີ​ໝໍ​ຄົນ​ໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍ​ດີ​ໄດ້. 44ນາງ​ຈຶ່ງ​ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະເຢຊູເຈົ້າ ແລະ​ບາຍ​ແຄມ​ເສື້ອຄຸມ​ຂອງ​ພຣະອົງ ແລະ​ພະຍາດ​ເລືອດ​ຕົກ​ນັ້ນ​ກໍ​ຢຸດ​ທັນທີ. 45ພຣະເຢຊູເຈົ້າ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ບາຍ​ເຮົາ?”
ເມື່ອ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຕິເສດ ເປໂຕ​ຈຶ່ງ​ເວົ້າ​ວ່າ, “ພຣະອາຈານ​ເອີຍ ກໍ​ແມ່ນ​ປະຊາຊົນ​ທີ່​ແໜ້ນໜາ​ກຳລັງ​ບຸບຽດ​ທ່ານ​ຢູ່.”
46ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ມີ​ຜູ້ໜຶ່ງ​ໄດ້​ບາຍ​ເຮົາ. ດ້ວຍວ່າ, ເຮົາ​ຮູ້​ສຶກ​ວ່າ ຣິດເດດ​ໄດ້​ຊວ່ານ​ອອກ​ຈາກ​ເຮົາ​ໄປ.” 47ເມື່ອ​ເຫັນ​ວ່າ ຈະ​ເຊື່ອງ​ຕົວ​ບໍ່ໄດ້​ແລ້ວ ຍິງ​ຄົນ​ນັ້ນ ຈຶ່ງ​ເຂົ້າ​ມາ​ຫາ​ທັງ​ຕົວ​ສັ່ນເຊັນ ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ຕໍ່ໜ້າ​ທຸກຄົນ​ໃນ​ທີ່ນັ້ນ ນາງ​ບອກ​ພຣະອົງ​ວ່າ, ດ້ວຍເຫດໃດ​ຕົນ​ຈຶ່ງ​ໄດ້​ບາຍ​ພຣະອົງ ແລະ​ຕົນ​ໄດ້​ຫາຍ​ດີ​ພະຍາດ​ໃນ​ທັນທີ​ໄດ້​ຢ່າງ​ໃດ? 48ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ລູກຍິງ​ເອີຍ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ.”
49ໃນ​ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຢູ່​ນີ້ ກໍ​ມີ​ຄົນ​ໜຶ່ງ​ມາ​ຈາກ​ເຮືອນ​ຂອງ​ຢາອີໂຣ ຫົວໜ້າ​ທຳມະສາລາ ລາວ​ບອກ​ວ່າ, “ລູກສາວ​ຂອງ​ເຈົ້າ​ຕາຍ​ແລ້ວ ຢ່າ​ລົບກວນ​ອາຈານ​ຕໍ່ໄປ​ອີກ​ເລີຍ.”
50ແຕ່​ພຣະເຢຊູເຈົ້າ​ໄດ້ຍິນ​ຂ່າວ​ນັ້ນ ຈຶ່ງ​ກ່າວ​ແກ່​ຢາອີໂຣ​ວ່າ, “ຢ່າ​ວິຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່ານັ້ນ ແລ້ວ​ນາງ​ກໍ​ຈະ​ຫາຍ​ດີ.”
51ເມື່ອ​ມາ​ຮອດ​ເຮືອນ​ແລ້ວ ພຣະອົງ​ບໍ່​ໃຫ້​ຜູ້ໃດ​ເຂົ້າ​ໄປ​ນຳ​ພຣະອົງ ເວັ້ນ​ໄວ້​ແຕ່​ເປໂຕ, ໂຢຮັນ, ຢາໂກໂບ ແລະ ພໍ່​ແມ່​ຂອງ​ເດັກ​ເທົ່ານັ້ນ. 52ໃນ​ທີ່ນັ້ນ ຄົນ​ທັງຫລາຍ​ກຳລັງ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເດັກ​ຢູ່ ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເທາະ ເດັກນ້ອຍ​ນັ້ນ​ບໍ່​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ເທົ່ານັ້ນ.”
53ແລ້ວ​ພວກເຂົາ​ກໍ​ພາກັນ​ຫົວຂວັນ​ພຣະອົງ ເພາະ​ພວກເຂົາ​ຕ່າງ​ກໍ​ຮູ້​ວ່າ ນາງ​ຕາຍ​ແລ້ວ. 54ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກ​ນັ້ນ ແລະ​ຮ້ອງ​ຂຶ້ນ​ວ່າ, “ລູກ​ເອີຍ ຈົ່ງ​ລຸກ​ຂຶ້ນ​ສາ.” 55ຊີວິດ​ຂອງ​ນາງ​ຈຶ່ງ​ກັບຄືນ​ມາ ແລະ​ນາງ​ກໍ​ລຸກ​ຂຶ້ນ​ໃນ​ທັນທີ ພຣະເຢຊູເຈົ້າ​ສັ່ງ​ໃຫ້​ເອົາ​ອາຫານ​ໃຫ້​ນາງ​ກິນ. 56ຝ່າຍ​ພໍ່​ແມ່​ຂອງ​ເດັກ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ທີ່ສຸດ, ແຕ່​ພຣະເຢຊູເຈົ້າ​ສັ່ງ​ບໍ່​ໃຫ້​ບອກ​ຜູ້ໃດ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.

Currently Selected:

ລູກາ 8: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in