ມາຣະໂກ 7
7
ຄຳສອນທີ່ສືບທອດມາຈາກປູ່ຍ່າຕາຍາຍ
(ມທ 15:1-9)
1ເມື່ອນັ້ນ ພວກຟາຣີຊາຍແລະພວກທຳມະຈານ ບາງຄົນໄດ້ມາແຕ່ນະຄອນເຢຣູຊາເລັມ ແລະເຕົ້າໂຮມກັນອ້ອມພຣະເຢຊູເຈົ້າ. 2ພວກເຂົາໄດ້ສັງເກດເຫັນວ່າ ພວກສາວົກຂອງພຣະອົງກິນເຂົ້າໂດຍບໍ່ໄດ້ລ້າງມືຕາມພິທີກ່ອນ.
( 3ສ່ວນພວກຟາຣີຊາຍແລະຄົນຢິວທົ່ວໄປນັ້ນ ປະຕິບັດຕາມຄຳສອນທີ່ສືບທອດມາຈາກປູ່ຍ່າຕາຍາຍວ່າ ຖ້າບໍ່ລ້າງມືຕາມພິທີ ຄືແຕ່ມືເຖິງຂໍ່ມືຂອງພວກເຂົາ ກໍບໍ່ກິນອາຫານ; 4ແລະ ເມື່ອພວກເຂົາມາຈາກຕະຫລາດ ຖ້າບໍ່ໄດ້ຊຳລະຕົວກ່ອນ ພວກເຂົາກໍບໍ່ຍອມກິນ. ນອກຈາກນີ້ ພວກເຂົາຍັງຖືທຳນຽມອື່ນໆອີກຫລາຍຢ່າງເຊັ່ນວ່າ: ການລ້າງຖ້ວຍຊາມ, ໝໍ້, ເຄື່ອງໃຊ້ເປັນທອງແດງ ແລະທອງເຫລືອງ ແລະຕຽງນອນ.)
5ສະນັ້ນ ພວກຟາຣີຊາຍແລະພວກທຳມະຈານ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກສາວົກຂອງທ່ານ ຈຶ່ງບໍ່ປະຕິບັດຕາມຄຳສອນ ທີ່ສືບທອດມາຈາກປູ່ຍ່າຕາຍາຍ, ແຕ່ກິນອາຫານດ້ວຍມືບໍ່ສະອາດ?”
6ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເອຊາຢາໄດ້ທຳນວາຍຄັກແນ່ ເຖິງພວກເຈົ້າຜູ້ເປັນຄົນໜ້າຊື່ໃຈຄົດ ຕາມທີ່ເພິ່ນໄດ້ຂຽນໄວ້ວ່າ,
‘ຄົນພວກນີ້ໃຫ້ກຽດເຮົາແຕ່ປາກ
ສ່ວນວ່າຈິດໃຈຫ່າງໄກຈາກເຮົາ.
7 ການທີ່ພວກເຂົານະມັດສະການເຮົານັ້ນ
ບໍ່ມີປະໂຫຍດຕໍ່ພວກເຂົາຫຍັງໝົດ
ດ້ວຍວ່າ, ພວກເຂົາສັ່ງສອນເອົາທຳນຽມ
ຂອງມະນຸດມາຕູ່ຫາວ່າ
ເປັນຄຳສັ່ງສອນຂອງພຣະເຈົ້າ.”’
8“ພວກເຈົ້າປະຂໍ້ບັນຍັດຂອງພຣະເຈົ້າ ແລະປະຕິບັດຕາມຄຳສອນທີ່ສືບທອດມາຈາກມະນຸດ.”
9ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ໄປວ່າ, “ເກີນວ່າດີແທ້ນໍ ທີ່ເຈົ້າທັງຫລາຍໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າ ເພື່ອໄປຢຶດຖືຄຳສັ່ງສອນຂອງພວກເຈົ້າເອງ. 10ໂມເຊໄດ້ສັ່ງໄວ້ວ່າ, ‘ຈົ່ງເຄົາຣົບນັບຖືພໍ່ແມ່ຂອງຕົນ’ ແລະ ‘ຜູ້ໃດກໍຕາມທີ່ປ້ອຍດ່າ ສາບແຊ່ງພໍ່ແມ່ຂອງຕົນຕ້ອງຖືກລົງໂທດເຖິງຕາຍ.’ 11ແຕ່ຝ່າຍພວກເຈົ້າກັບເວົ້າວ່າ, ‘ຖ້າຜູ້ໃດຈະເວົ້າກັບບິດາມານດາວ່າ, ສິ່ງໃດຂອງຂ້ອຍທີ່ອາດຊ່ວຍເຫລືອເຈົ້າໄດ້ ສິ່ງນັ້ນເປັນ ໂກຣະບານ’ (ຄື ເປັນຂອງຖວາຍໄຫວ້ແລ້ວ), 12ເຈົ້າທັງຫລາຍກໍບໍ່ອະນຸຍາດໃຫ້ຜູ້ນັ້ນຊ່ວຍເຫລືອພໍ່ແມ່ຂອງຕົນ. 13ດ້ວຍວິທີນີ້ແຫຼະ ຄຳສັ່ງສອນທີ່ສືບທອດຕໍ່ກັນມາ ຈຶ່ງໄດ້ລຶບລ້າງພຣະທຳຂອງພຣະເຈົ້າ, ນອກນັ້ນຍັງມີອີກຫລາຍຢ່າງທີ່ພວກເຈົ້າເຮັດຜິດແບບນີ້.”
ສິ່ງທີ່ເຮັດໃຫ້ມະນຸດຊົ່ວມົວໝອງ
(ມທ 15:10-20)
14ແລ້ວພຣະເຢຊູເຈົ້າກໍໄດ້ເອີ້ນປະຊາຊົນມາຫາພຣະອົງອີກເທື່ອໜຶ່ງ ແລະກ່າວແກ່ພວກເຂົາວ່າ, “ເຈົ້າທັງຫລາຍ ຈົ່ງຟັງເຮົາເວົ້າແລະເຂົ້າໃຈເອົາ. 15ບໍ່ມີສິ່ງໃດທີ່ຢູ່ພາຍນອກ ທີ່ມະນຸດກິນເຂົ້າໄປພາຍໃນແລ້ວ ເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກໃຈມະນຸດນັ້ນແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ. [16ຜູ້ໃດມີຫູຟັງ ຈົ່ງຟັງເອົາ”]
17ເມື່ອພຣະເຢຊູເຈົ້າໄດ້ຈາກປະຊາຊົນໄປ ແລະເຂົ້າໃນເຮືອນແລ້ວ ພວກສາວົກໄດ້ຖາມພຣະອົງເຖິງຄຳອຸປະມານັ້ນ. 18ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພວກເຈົ້າກໍຍັງບໍ່ເຂົ້າໃຈເໝືອນກັນກັບພວກເຂົາບໍ? ພວກເຈົ້າບໍ່ເຂົ້າໃຈບໍວ່າ ທຸກສິ່ງທີ່ມະນຸດກິນເຂົ້າໄປ ບໍ່ອາດເຮັດໃຫ້ມະນຸດຊົ່ວມົວໝອງໄດ້, 19ເພາະສິ່ງນັ້ນບໍ່ໄດ້ເຂົ້າໄປໃນຈິດໃຈ ແຕ່ເຂົ້າໄປໃນທ້ອງແລ້ວກໍຖ່າຍອອກມາ.” (ການເວົ້າເຊັ່ນນີ້ ພຣະເຢຊູເຈົ້າໝາຍຄວາມວ່າ ອາຫານທຸກຊະນິດເປັນຂອງກິນໄດ້.)
20ແລ້ວພຣະອົງກໍກ່າວຕໍ່ໄປອີກວ່າ, “ແມ່ນສິ່ງທີ່ອອກມາຈາກພາຍໃນມະນຸດນັ້ນແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ. 21ເພາະແມ່ນຄວາມຄິດຊົ່ວຮ້າຍຈາກພາຍໃນຄື: ການຜິດຊາຍຍິງ, ການລັກ, ການຂ້າຄົນ, 22ການຫລິ້ນຊູ້ສູ່ຜົວເມຍ, ການໂລບມາກໂລພາ, ການຊົ່ວນາໆປະການເປັນຕົ້ນ: ການຫລອກລວງ, ການຫຍາບຊ້າ, ການອິດສາບັງບຽດ, ການດູໝິ່ນນິນທາ, ການຈອງຫອງພອງຕົວ ແລະການກະທຳໃນສິ່ງທີ່ໂງ່ຈ້າ, 23ສິ່ງເຫຼົ່ານີ້ ລ້ວນແຕ່ອອກມາຈາກພາຍໃນມະນຸດ ແລະເຮັດໃຫ້ມະນຸດຊົ່ວມົວໝອງ.”
ຄວາມເຊື່ອຂອງຍິງຄົນໜຶ່ງ
(ມທ 15:21-28)
24ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ໄປຍັງຂົງເຂດໜຶ່ງທີ່ຢູ່ໃກ້ກັບເມືອງຕີເຣ, ພຣະອົງໄດ້ເຂົ້າໄປໃນເຮືອນຫລັງໜຶ່ງ ແລະບໍ່ຢາກໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ໃນທີ່ນັ້ນ, ແຕ່ພຣະອົງກໍບໍ່ອາດຫລົບຫລີກໄດ້. 25ແລ້ວກໍມີຍິງຄົນໜຶ່ງທີ່ລູກສາວຖືກຜີຊົ່ວຮ້າຍສິງ ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ແລະໃນທັນໃດນັ້ນ ນາງຈຶ່ງມາຫາພຣະເຢຊູເຈົ້າ ແລະຂາບລົງທີ່ຕີນຂອງພຣະອົງ. 26ຍິງຜູ້ນີ້ເປັນຊາວກຣີກເກີດຢູ່ໃນໂຟນີເຊຍ ປະເທດຊີເຣຍ, ນາງອ້ອນວອນຂໍພຣະເຢຊູເຈົ້າໃຫ້ຂັບໄລ່ຜີຊົ່ວຮ້າຍອອກຈາກລູກສາວຂອງນາງ. 27ແຕ່ພຣະເຢຊູເຈົ້າຕອບວ່າ, “ໃຫ້ເດັກນ້ອຍທັງຫລາຍຂອງເຮົາກິນອີ່ມກ່ອນ, ບໍ່ເປັນການສົມຄວນທີ່ຈະໂຍນອາຫານຂອງລູກໃຫ້ໝາ.”
28ນາງຕອບວ່າ, “ແມ່ນແລ້ວທ່ານເອີຍ ແມ່ນແຕ່ໝາທີ່ຢູ່ກ້ອງໂຕະກໍຍັງກິນເສດອາຫານຂອງເດັກນ້ອຍ.”
29ສະນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ນາງວ່າ, “ເພາະຄຳເວົ້າດັ່ງກ່າວນີ້ ເຈົ້າຈົ່ງກັບເມືອເຮືອນສາ, ຜີມານຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ.”
30ນາງຈຶ່ງກັບເມືອເຮືອນ ແລະເຫັນລູກສາວຂອງຕົນນອນຢູ່ເທິງຕຽງ, ຜີມານຮ້າຍໄດ້ອອກຈາກນາງແລ້ວ.
ພຣະເຢຊູເຈົ້າຊົງໂຜດຄົນຫູໜວກປາກກືກໃຫ້ດີ
31ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກຂົງເຂດຕີເຣ ແລະຜ່ານໄປທາງເມືອງຊີໂດນສູ່ທະເລສາບຄາລີເລ ໂດຍຜ່ານໄປທາງຂົງເຂດເດກາໂປລີ. 32ປະຊາຊົນບາງຄົນໄດ້ນຳຄົນຫູໜວກປາກກືກຜູ້ໜຶ່ງ ມາຫາພຣະເຢຊູເຈົ້າ ແລະຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ. 33ດັ່ງນັ້ນ ພຣະອົງຈຶ່ງພາຄົນນີ້ອອກໄປຫ່າງຈາກປະຊາຊົນຢູ່ຕ່າງຫາກ, ແລ້ວພຣະອົງກໍໃຊ້ນິ້ວມືແຍ່ຫູຊາຍຄົນນີ້ທັງສອງເບື້ອງ ແລະບ້ວນນໍ້າລາຍໃສ່ມືແປະໃສ່ລີ້ນຂອງຄົນນີ້. 34ແລ້ວພຣະອົງກໍເງີຍໜ້າຂຶ້ນສູ່ສະຫວັນ ຖອນຫາຍໃຈ ແລະກ່າວແກ່ຄົນນີ້ວ່າ, “ເອຟາທາ” ຊຶ່ງໝາຍຄວາມວ່າ, “ຈົ່ງໄຂອອກ”.
35ໃນທັນໃດນັ້ນ ຫູຂອງຊາຍຄົນນີ້ກໍໄດ້ຍິນ ແລະສິ່ງທີ່ຂັດລີ້ນຂອງລາວກໍຫລຸດອອກທັງເວົ້າໄດ້ສະດວກດີ. 36ແລ້ວພຣະເຢຊູເຈົ້າກໍສັ່ງປະຊາຊົນບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ, ແຕ່ຍິ່ງສັ່ງຫ້າມກໍຍິ່ງຊ່າລືກັນໄປຫລາຍ. 37ປະຊາຊົນຕ່າງກໍງຶດປະຫລາດໃຈຫລາຍຈຶ່ງເວົ້າກັນວ່າ, “ທຸກສິ່ງທີ່ທ່ານໄດ້ເຮັດ ລ້ວນແຕ່ເປັນການດີທັງສິ້ນ ແມ່ນແຕ່ຄົນຫູໜວກທ່ານກໍເຮັດໃຫ້ໄດ້ຍິນ ແລະຄົນປາກກືກກໍເຮັດໃຫ້ປາກໄດ້.”
Currently Selected:
ມາຣະໂກ 7: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.