YouVersion Logo
Search Icon

ມາຣະໂກ 8

8
ພຣະເຢຊູເຈົ້າ​ຊົງ​ລ້ຽງ​ສີ່ພັນ​ຄົນ
(ມທ 15:32-39)
1ຫລັງຈາກ​ນັ້ນ​ບໍ່​ດົນ ປະຊາຊົນ​ໝູ່ໃຫຍ່​ກໍ​ມາ​ເຕົ້າໂຮມ​ກັນ​ອີກ ເມື່ອ​ປະຊາຊົນ​ບໍ່ມີ​ຫຍັງ​ກິນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກ​ສາວົກ​ມາ ແລະ​ກ່າວ​ວ່າ, 2“ເຮົາ​ສົງສານ​ຄົນ​ເຫຼົ່ານີ້ ເພາະ​ພວກເຂົາ​ຢູ່​ນຳ​ເຮົາ​ເຖິງ​ສາມ​ວັນ​ແລ້ວ ແລະ​ບໍ່ມີ​ອາຫານ​ກິນ. 3ຖ້າ​ເຮົາ​ບອກ​ພວກເຂົາ​ກັບ​ເມືອ​ບ້ານ​ເມືອງ​ເມື່ອ​ຍັງ​ຫິວ​ຢູ່, ພວກເຂົາ​ກໍ​ຄົງ​ເມື່ອຍ​ອິດອ່ອນ​ຕາມ​ທາງ ເພາະ​ບາງຄົນ​ມາ​ແຕ່​ໄກ.”
4ພວກ​ສາວົກ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຢູ່​ໃນ​ບ່ອນ​ປ່ຽວ​ເຊັ່ນນີ້​ຈະ​ຫາ​ອາຫານ​ມາ​ແຕ່​ໃສ ພໍ​ໃຫ້​ຄົນ​ເຫຼົ່ານີ້​ກິນ​ອີ່ມ​ທຸກຄົນ?”
5ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?”
ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ”.
6ສະນັ້ນ ພຣະອົງ​ຈຶ່ງ​ສັ່ງ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ​ນັ້ນ ມາ​ໂມທະນາ​ຂອບພຣະຄຸນ​ແລ້ວ ຫັກ​ໃຫ້​ພວກ​ສາວົກ​ນຳ​ໄປ​ແຈກ​ຢາຍ​ແກ່​ປະຊາຊົນ ແລະ​ພວກ​ສາວົກ​ກໍ​ປະຕິບັດ​ຕາມ. 7ພວກເຂົາ​ຍັງ​ມີ​ປາ​ນ້ອຍ​ຈຳນວນ​ໜຶ່ງ. ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຂໍ​ພຣະພອນ​ສຳລັບ​ປາ​ນ້ອຍ​ເຫຼົ່ານັ້ນ ແລະ​ສັ່ງ​ໃຫ້​ພວກ​ສາວົກ​ນຳ​ເອົາ​ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ​ເຊັ່ນກັນ. 8ທຸກຄົນ​ຕ່າງ​ກໍ​ກິນ​ອີ່ມ ພວກ​ສາວົກ​ໄດ້​ໄປ​ເກັບ​ເອົາ​ຕ່ອນ​ທີ່​ເຫຼືອ​ໄດ້​ເຈັດ​ກະບຸງ​ເຕັມ. 9ໃນ​ທີ່ນັ້ນ ມີ​ປະຊາຊົນ​ປະມານ​ສີ່ພັນ​ຄົນ, ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ໃຫ້​ພວກເຂົາ​ເລີກ​ເມືອ 10ໃນ​ທັນໃດນັ້ນ ພຣະອົງ​ຈຶ່ງ​ຂຶ້ນ​ເຮືອ​ກັບ​ພວກ​ສາວົກ​ໄປ​ເຖິງ​ຂົງເຂດ​ດານມານຸທາ.
ພວກ​ຟາຣີຊາຍ​ຂໍ​ໃຫ້​ເຮັດ​ໝາຍສຳຄັນ​ຈາກ​ສະຫວັນ
(ມທ 16:1-4)
11ພວກ​ຟາຣີຊາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຕັ້ງຕົ້ນ​ໂຕ້ຖຽງ​ກັບ​ພຣະອົງ, ພວກເຂົາ​ຢາກ​ຈັບ​ຜິດ​ພຣະອົງ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂໍ​ໃຫ້​ພຣະອົງ​ເຮັດ​ໝາຍສຳຄັນ​ຈາກ​ສະຫວັນ. 12ພຣະເຢຊູເຈົ້າ​ຖອນ​ຫາຍໃຈ​ໃຫຍ່ ແລະ​ຖາມ​ວ່າ, “ເປັນຫຍັງ​ຄົນ​ສະໄໝ​ນີ້​ຈຶ່ງ​ສະແຫວງ​ຫາ​ໝາຍສຳຄັນ​ການ​ອັດສະຈັນ? ເຮົາ​ບອກ​ພວກເຈົ້າ​ວ່າ ຈະ​ບໍ່​ໂຜດ​ໝາຍສຳຄັນ​ໃຫ້​ຄົນ​ສະໄໝ​ນີ້​ໄດ້​ເຫັນ.”
13ພຣະອົງ​ຈຶ່ງ​ຈາກ​ພວກເຂົາ​ກັບ​ໄປ​ຂຶ້ນ​ເຮືອ ແລ້ວ​ຂ້າມ​ທະເລສາບ​ໄປ​ຟາກ​ອື່ນ​ອີກ.
ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ຂອງ​ເຮໂຣດ
(ມທ 16:5-12)
14ພວກ​ສາວົກ​ລືມ​ເອົາ​ເຂົ້າຈີ່​ມາ​ນຳ ແລະ​ພວກເພິ່ນ​ມີ​ເຂົ້າຈີ່​ແຕ່​ກ້ອນ​ດຽວ​ເທົ່ານັ້ນ​ຢູ່​ໃນ​ເຮືອ. 15ພຣະອົງ​ໄດ້​ເຕືອນ​ພວກ​ເພິ່ນ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ​ຂອງ​ເຮໂຣດ​ໃຫ້​ດີ.”
16ສາວົກ​ເວົ້າ​ກັນ​ໃນ​ພວກເພິ່ນ​ເອງ​ວ່າ, “ທີ່​ເພິ່ນ​ເວົ້າ​ຢ່າງ​ນີ້​ຍ້ອນ​ພວກເຮົາ​ບໍ່ມີ​ເຂົ້າຈີ່.”
17ພຣະເຢຊູເຈົ້າ​ຮູ້​ເລື່ອງ​ພວກເພິ່ນ​ເວົ້າ​ເຊັ່ນນັ້ນ ຈຶ່ງ​ຖາມ​ວ່າ, “ດ້ວຍເຫດໃດ ພວກເຈົ້າ​ຈຶ່ງ​ເວົ້າ​ກັນ​ເຖິງ​ເລື່ອງ​ບໍ່ມີ​ເຂົ້າຈີ່? ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ບໍ? ໃຈ​ຂອງ​ພວກເຈົ້າ​ຍັງ​ປຶກຕັນ​ຢູ່​ຫລື? 18ພວກເຈົ້າ​ມີ​ຕາ​ແລ້ວ​ເບິ່ງ​ບໍ່​ເຫັນ​ບໍ? ພວກເຈົ້າ​ມີ​ຫູ​ແລ້ວ​ຟັງ​ບໍ່ໄດ້ຍິນ​ບໍ? ພວກເຈົ້າ​ຈື່​ໄດ້​ບໍ​ວ່າ, 19ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຫ້າພັນ​ຄົນ​ນັ້ນ ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫຼືອ​ນັ້ນ​ໄດ້​ເຕັມ​ຈັກ​ກະບຸງ?”
ພວກເພິ່ນ​ຕອບ​ວ່າ, “ສິບສອງ​ກະບຸງ”.
20“ແລະ ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ເຈັດ​ກ້ອນ​ລ້ຽງ​ສີ່ພັນ​ຄົນ​ນັ້ນ ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫຼືອ​ໄດ້​ຈັກ​ກະບຸງ?”
ພວກເພິ່ນ​ຕອບ​ວ່າ, “ເຈັດ​ກະບຸງ”.
21ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ຢູ່​ບໍ?”
ພຣະເຢຊູເຈົ້າ​ຊົງ​ໂຜດ​ຄົນ​ຕາບອດ​ຜູ້ໜຶ່ງ​ທີ່​ເບັດສາອີດາ​ໃຫ້​ດີ
22ແລ້ວ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ກໍ​ເຂົ້າ​ໄປ​ເບັດສາອີດາ ຊາວ​ເມືອງ​ນັ້ນ​ໄດ້​ພາ​ຄົນ​ຕາບອດ​ຜູ້ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂໍຮ້ອງ​ພຣະອົງ​ໃຫ້​ວາງ​ມື​ໃສ່​ລາວ. 23ພຣະເຢຊູເຈົ້າ​ຈູງ​ຄົນ​ຕາບອດ​ອອກ​ໄປ​ນອກ, ເມື່ອ​ຖົ່ມ​ນໍ້າລາຍ​ໃສ່​ຕາ​ຄົນ​ນີ້​ແລ້ວ​ພຣະອົງ​ກໍ​ວາງ​ມື​ໃສ່​ລາວ ແລະ​ຖາມ​ວ່າ, “ເຈົ້າ​ເຫັນ​ຫຍັງ​ແດ່​ບໍ?”
24ຊາຍ​ຄົນ​ນີ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ ແລະ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ຄົນ ແຕ່​ເບິ່ງ​ຄື​ຕົ້ນໄມ້​ຍ່າງ​ໄປມາ​ໄດ້.”
25ພຣະເຢຊູເຈົ້າ​ວາງ​ມື​ໃສ່​ຕາ​ຊາຍ​ຄົນ​ນີ້​ອີກ ເທື່ອ​ນີ້​ລາວ​ມືນ​ຕາ​ເຕັມ​ໜ່ວຍ ແລະ​ສາຍ​ຕາ​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ ຈຶ່ງ​ເຫັນ​ທຸກຢ່າງ​ໄດ້​ຈະແຈ້ງ​ດີ. 26ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ລາວ​ກັບ​ເມືອ ພ້ອມ​ທັງ​ສັ່ງ​ວ່າ, “ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ເດີ.”
ເປໂຕ​ປະກາດ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ
(ມທ 16:13-20; ລກ 9:18-21)
27ຕໍ່ມາ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ ໄດ້​ໄປ​ທີ່​ໝູ່​ບ້ານ​ໃກ້​ເຂດ​ເມືອງ​ກາຍຊາເຣຍ​ຟີລິບປອຍ, ເມື່ອ​ເດີນທາງ​ໄປ​ນັ້ນ ພຣະອົງ​ໄດ້​ຖາມ​ພວກເພິ່ນ​ວ່າ, “ຄົນ​ທັງຫລາຍ​ເວົ້າ​ກັນ​ວ່າ ເຮົາ​ເປັນ​ຜູ້ໃດ?” 28ພວກ​ສາວົກ​ຈຶ່ງ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ໂຢຮັນ​ບັບຕິສະໂຕ ແຕ່​ຄົນອື່ນ​ເວົ້າ​ວ່າ​ທ່ານ​ແມ່ນ​ເອລີຢາ ສ່ວນ​ຄົນອື່ນ​ອີກ​ເວົ້າ​ວ່າ ທ່ານ​ເປັນ​ຜູ້ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ.”
29ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ແລ້ວ​ພວກເຈົ້າ​ເດ​ວ່າ ເຮົາ​ເປັນ​ຜູ້ໃດ?”
ເປໂຕ​ຕອບ​ວ່າ, “ທ່ານ​ເປັນ​ພຣະຄຣິດ.”
30ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ຫ້າມ​ພວກ​ສາວົກ ບໍ່​ໃຫ້​ບອກ​ຜູ້ໃດ​ເດັດຂາດ​ກ່ຽວກັບ​ເລື່ອງ​ຂອງ​ພຣະອົງ.
ພຣະເຢຊູເຈົ້າ​ກ່າວ​ເຖິງ​ຄວາມ​ທົນທຸກ ແລະ​ຄວາມ​ຕາຍ​ຂອງ​ພຣະອົງ
(ມທ 16:21-28; ລກ 9:22-27)
31ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ຕັ້ງຕົ້ນ​ສັ່ງສອນ​ພວກ​ສາວົກ ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ພຣະອົງ​ວ່າ, “ບຸດ​ມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ​ຫລາຍ​ປະການ, ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ຈະ​ບໍ່​ຍອມ​ຮັບ​ເພິ່ນ ແລະ​ຈະ​ຂ້າ​ເພິ່ນ​ເສຍ, ແຕ່​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ.” 32ພຣະອົງ​ໄດ້​ກ່າວ​ເລື່ອງ​ນີ້​ສູ່​ພວກເພິ່ນ​ຟັງ​ຢ່າງ​ຈະແຈ້ງ. ດັ່ງນັ້ນ ເປໂຕ​ຈຶ່ງ​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ​ເລີ່ມ​ຕໍ່ວ່າ​ຕໍ່ຂານ​ພຣະອົງ​ບໍ່​ໃຫ້​ເວົ້າ​ເລື່ອງ​ນີ້. 33ແຕ່​ພຣະເຢຊູເຈົ້າ​ຫັນ​ໜ້າ​ມາ​ເບິ່ງ​ພວກ​ສາວົກ ແລະ​ຕຳໜິ​ເປໂຕ​ວ່າ, “ຈົ່ງ​ຖອຍ​ໜີ​ຈາກ​ເຮົາ​ສາ ອ້າຍ​ມານຊາຕານ! ເພາະ​ເຈົ້າ​ບໍ່ໄດ້​ຄິດ​ຢ່າງ​ພຣະເຈົ້າ ແຕ່​ຄິດ​ຢ່າງ​ມະນຸດ.”
34ແລ້ວ​ພຣະເຢຊູເຈົ້າ​ກໍ​ເອີ້ນ​ປະຊາຊົນ​ກັບ​ພວກ​ສາວົກ​ມາ ແລະ​ກ່າວ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ ຢາກ​ຕາມ​ເຮົາ​ມາ ຜູ້ນັ້ນ​ຕ້ອງ​ຕັດ​ສິດ​ຂອງຕົນ​ເສຍ ແລະ​ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ ແລະ​ຕາມ​ເຮົາ​ມາ. 35ເພາະ​ຜູ້ໃດ​ທີ່​ຢາກ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ ຜູ້ນັ້ນ​ກໍ​ຈະ​ເສຍ​ຊີວິດ, ແຕ່​ຜູ້ໃດ​ທີ່​ສະລະ​ຊີວິດ​ຂອງຕົນ​ເພື່ອ​ເຫັນແກ່​ເຮົາ ແລະ​ແກ່​ຂ່າວປະເສີດ ຜູ້ນັ້ນ​ກໍ​ຈະ​ຖືກ​ຊ່ວຍ​ຊີວິດ​ໃຫ້​ພົ້ນ​ໄດ້. 36ເພາະ​ຖ້າ​ຜູ້ໃດ​ຈະ​ໄດ້​ສິ່ງຂອງ​ໝົດ​ທັງໂລກ ແຕ່​ເສຍ​ຊີວິດ​ນິຣັນດອນ​ຂອງຕົນ ຜູ້ນັ້ນ​ຈະ​ໄດ້​ປະໂຫຍດ​ອັນ​ໃດ? 37ບໍ່ມີ​ສິ່ງໃດ​ທີ່​ມະນຸດ​ນຳ​ມາ​ແລກ​ເອົາ​ຊີວິດ​ນິຣັນດອນ​ຂອງຕົນ​ຄືນ​ໄດ້. 38ຖ້າ​ຜູ້ໃດ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ເຮົາ ແລະ​ໃນ​ເລື່ອງ​ຖ້ອຍຄຳ​ຂອງເຮົາ​ໃນ​ທ່າມກາງ​ຊົນຊາດ​ນີ້ ແລະ​ໃນ​ທ່າມກາງ​ຄົນ​ທີ່​ຫຼີ້ນຊູ້ ແລະ​ຄົນ​ທີ່​ມີ​ບາບກຳ ບຸດ​ມະນຸດ​ກໍ​ຈະ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ ແລະ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ບໍຣິສຸດ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in