ມາຣະໂກ 8
8
ພຣະເຢຊູເຈົ້າຊົງລ້ຽງສີ່ພັນຄົນ
(ມທ 15:32-39)
1ຫລັງຈາກນັ້ນບໍ່ດົນ ປະຊາຊົນໝູ່ໃຫຍ່ກໍມາເຕົ້າໂຮມກັນອີກ ເມື່ອປະຊາຊົນບໍ່ມີຫຍັງກິນ ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກມາ ແລະກ່າວວ່າ, 2“ເຮົາສົງສານຄົນເຫຼົ່ານີ້ ເພາະພວກເຂົາຢູ່ນຳເຮົາເຖິງສາມວັນແລ້ວ ແລະບໍ່ມີອາຫານກິນ. 3ຖ້າເຮົາບອກພວກເຂົາກັບເມືອບ້ານເມືອງເມື່ອຍັງຫິວຢູ່, ພວກເຂົາກໍຄົງເມື່ອຍອິດອ່ອນຕາມທາງ ເພາະບາງຄົນມາແຕ່ໄກ.”
4ພວກສາວົກຈຶ່ງຕອບພຣະອົງວ່າ, “ຢູ່ໃນບ່ອນປ່ຽວເຊັ່ນນີ້ຈະຫາອາຫານມາແຕ່ໃສ ພໍໃຫ້ຄົນເຫຼົ່ານີ້ກິນອີ່ມທຸກຄົນ?”
5ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?”
ພວກເພິ່ນຕອບວ່າ, “ເຈັດກ້ອນ”.
6ສະນັ້ນ ພຣະອົງຈຶ່ງສັ່ງປະຊາຊົນໃຫ້ນັ່ງລົງຕາມພື້ນດິນ ແລ້ວພຣະອົງກໍຈັບເອົາເຂົ້າຈີ່ເຈັດກ້ອນນັ້ນ ມາໂມທະນາຂອບພຣະຄຸນແລ້ວ ຫັກໃຫ້ພວກສາວົກນຳໄປແຈກຢາຍແກ່ປະຊາຊົນ ແລະພວກສາວົກກໍປະຕິບັດຕາມ. 7ພວກເຂົາຍັງມີປານ້ອຍຈຳນວນໜຶ່ງ. ສະນັ້ນ ພຣະເຢຊູເຈົ້າຈຶ່ງຂໍພຣະພອນສຳລັບປານ້ອຍເຫຼົ່ານັ້ນ ແລະສັ່ງໃຫ້ພວກສາວົກນຳເອົາໄປແຈກຢາຍໃຫ້ປະຊາຊົນເຊັ່ນກັນ. 8ທຸກຄົນຕ່າງກໍກິນອີ່ມ ພວກສາວົກໄດ້ໄປເກັບເອົາຕ່ອນທີ່ເຫຼືອໄດ້ເຈັດກະບຸງເຕັມ. 9ໃນທີ່ນັ້ນ ມີປະຊາຊົນປະມານສີ່ພັນຄົນ, ແລ້ວພຣະເຢຊູເຈົ້າກໍສັ່ງໃຫ້ພວກເຂົາເລີກເມືອ 10ໃນທັນໃດນັ້ນ ພຣະອົງຈຶ່ງຂຶ້ນເຮືອກັບພວກສາວົກໄປເຖິງຂົງເຂດດານມານຸທາ.
ພວກຟາຣີຊາຍຂໍໃຫ້ເຮັດໝາຍສຳຄັນຈາກສະຫວັນ
(ມທ 16:1-4)
11ພວກຟາຣີຊາຍໄດ້ມາຫາພຣະເຢຊູເຈົ້າ ແລະຕັ້ງຕົ້ນໂຕ້ຖຽງກັບພຣະອົງ, ພວກເຂົາຢາກຈັບຜິດພຣະອົງ. ດັ່ງນັ້ນ ພວກເຂົາຈຶ່ງຂໍໃຫ້ພຣະອົງເຮັດໝາຍສຳຄັນຈາກສະຫວັນ. 12ພຣະເຢຊູເຈົ້າຖອນຫາຍໃຈໃຫຍ່ ແລະຖາມວ່າ, “ເປັນຫຍັງຄົນສະໄໝນີ້ຈຶ່ງສະແຫວງຫາໝາຍສຳຄັນການອັດສະຈັນ? ເຮົາບອກພວກເຈົ້າວ່າ ຈະບໍ່ໂຜດໝາຍສຳຄັນໃຫ້ຄົນສະໄໝນີ້ໄດ້ເຫັນ.”
13ພຣະອົງຈຶ່ງຈາກພວກເຂົາກັບໄປຂຶ້ນເຮືອ ແລ້ວຂ້າມທະເລສາບໄປຟາກອື່ນອີກ.
ເຊື້ອແປ້ງຂອງພວກຟາຣີຊາຍ ແລະ ຂອງເຮໂຣດ
(ມທ 16:5-12)
14ພວກສາວົກລືມເອົາເຂົ້າຈີ່ມານຳ ແລະພວກເພິ່ນມີເຂົ້າຈີ່ແຕ່ກ້ອນດຽວເທົ່ານັ້ນຢູ່ໃນເຮືອ. 15ພຣະອົງໄດ້ເຕືອນພວກເພິ່ນວ່າ, “ຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະຂອງເຮໂຣດໃຫ້ດີ.”
16ສາວົກເວົ້າກັນໃນພວກເພິ່ນເອງວ່າ, “ທີ່ເພິ່ນເວົ້າຢ່າງນີ້ຍ້ອນພວກເຮົາບໍ່ມີເຂົ້າຈີ່.”
17ພຣະເຢຊູເຈົ້າຮູ້ເລື່ອງພວກເພິ່ນເວົ້າເຊັ່ນນັ້ນ ຈຶ່ງຖາມວ່າ, “ດ້ວຍເຫດໃດ ພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່? ພວກເຈົ້າຍັງບໍ່ເຂົ້າໃຈບໍ? ໃຈຂອງພວກເຈົ້າຍັງປຶກຕັນຢູ່ຫລື? 18ພວກເຈົ້າມີຕາແລ້ວເບິ່ງບໍ່ເຫັນບໍ? ພວກເຈົ້າມີຫູແລ້ວຟັງບໍ່ໄດ້ຍິນບໍ? ພວກເຈົ້າຈື່ໄດ້ບໍວ່າ, 19ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນລ້ຽງຫ້າພັນຄົນນັ້ນ ພວກເຈົ້າເກັບສ່ວນທີ່ເຫຼືອນັ້ນໄດ້ເຕັມຈັກກະບຸງ?”
ພວກເພິ່ນຕອບວ່າ, “ສິບສອງກະບຸງ”.
20“ແລະ ເມື່ອເຮົາຫັກເຂົ້າຈີ່ເຈັດກ້ອນລ້ຽງສີ່ພັນຄົນນັ້ນ ພວກເຈົ້າເກັບສ່ວນທີ່ເຫຼືອໄດ້ຈັກກະບຸງ?”
ພວກເພິ່ນຕອບວ່າ, “ເຈັດກະບຸງ”.
21ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈຢູ່ບໍ?”
ພຣະເຢຊູເຈົ້າຊົງໂຜດຄົນຕາບອດຜູ້ໜຶ່ງທີ່ເບັດສາອີດາໃຫ້ດີ
22ແລ້ວພຣະເຢຊູເຈົ້າກັບພວກສາວົກກໍເຂົ້າໄປເບັດສາອີດາ ຊາວເມືອງນັ້ນໄດ້ພາຄົນຕາບອດຜູ້ໜຶ່ງມາຫາພຣະເຢຊູເຈົ້າ ແລະຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ. 23ພຣະເຢຊູເຈົ້າຈູງຄົນຕາບອດອອກໄປນອກ, ເມື່ອຖົ່ມນໍ້າລາຍໃສ່ຕາຄົນນີ້ແລ້ວພຣະອົງກໍວາງມືໃສ່ລາວ ແລະຖາມວ່າ, “ເຈົ້າເຫັນຫຍັງແດ່ບໍ?”
24ຊາຍຄົນນີ້ເງີຍໜ້າຂຶ້ນເບິ່ງ ແລະຕອບວ່າ, “ຂ້ານ້ອຍເຫັນຄົນ ແຕ່ເບິ່ງຄືຕົ້ນໄມ້ຍ່າງໄປມາໄດ້.”
25ພຣະເຢຊູເຈົ້າວາງມືໃສ່ຕາຊາຍຄົນນີ້ອີກ ເທື່ອນີ້ລາວມືນຕາເຕັມໜ່ວຍ ແລະສາຍຕາຂອງລາວກໍດີເປັນປົກກະຕິ ຈຶ່ງເຫັນທຸກຢ່າງໄດ້ຈະແຈ້ງດີ. 26ແລ້ວພຣະເຢຊູເຈົ້າກໍບອກລາວກັບເມືອ ພ້ອມທັງສັ່ງວ່າ, “ຢ່າເຂົ້າໄປໃນເມືອງເດີ.”
ເປໂຕປະກາດວ່າພຣະເຢຊູເຈົ້າເປັນພຣະຄຣິດ
(ມທ 16:13-20; ລກ 9:18-21)
27ຕໍ່ມາ ພຣະເຢຊູເຈົ້າກັບພວກສາວົກ ໄດ້ໄປທີ່ໝູ່ບ້ານໃກ້ເຂດເມືອງກາຍຊາເຣຍຟີລິບປອຍ, ເມື່ອເດີນທາງໄປນັ້ນ ພຣະອົງໄດ້ຖາມພວກເພິ່ນວ່າ, “ຄົນທັງຫລາຍເວົ້າກັນວ່າ ເຮົາເປັນຜູ້ໃດ?” 28ພວກສາວົກຈຶ່ງຕອບວ່າ, “ບາງຄົນເວົ້າວ່າທ່ານແມ່ນໂຢຮັນບັບຕິສະໂຕ ແຕ່ຄົນອື່ນເວົ້າວ່າທ່ານແມ່ນເອລີຢາ ສ່ວນຄົນອື່ນອີກເວົ້າວ່າ ທ່ານເປັນຜູ້ໜຶ່ງໃນບັນດາຜູ້ທຳນວາຍ.”
29ພຣະອົງຖາມພວກເພິ່ນວ່າ, “ແລ້ວພວກເຈົ້າເດວ່າ ເຮົາເປັນຜູ້ໃດ?”
ເປໂຕຕອບວ່າ, “ທ່ານເປັນພຣະຄຣິດ.”
30ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກສາວົກ ບໍ່ໃຫ້ບອກຜູ້ໃດເດັດຂາດກ່ຽວກັບເລື່ອງຂອງພຣະອົງ.
ພຣະເຢຊູເຈົ້າກ່າວເຖິງຄວາມທົນທຸກ ແລະຄວາມຕາຍຂອງພຣະອົງ
(ມທ 16:21-28; ລກ 9:22-27)
31ແລ້ວພຣະເຢຊູເຈົ້າກໍໄດ້ຕັ້ງຕົ້ນສັ່ງສອນພວກສາວົກ ໃນສິ່ງທີ່ຈະເກີດຂຶ້ນກັບພຣະອົງວ່າ, “ບຸດມະນຸດຈະຕ້ອງຖືກທົນທຸກທໍລະມານຫລາຍປະການ, ພວກເຖົ້າແກ່ ພວກຫົວໜ້າປະໂຣຫິດ ແລະພວກທຳມະຈານຈະບໍ່ຍອມຮັບເພິ່ນ ແລະຈະຂ້າເພິ່ນເສຍ, ແຕ່ໃນວັນຖ້ວນສາມເພິ່ນຈະຖືກບັນດານໃຫ້ເປັນຄືນມາ.” 32ພຣະອົງໄດ້ກ່າວເລື່ອງນີ້ສູ່ພວກເພິ່ນຟັງຢ່າງຈະແຈ້ງ. ດັ່ງນັ້ນ ເປໂຕຈຶ່ງພາພຣະອົງຫລີກໄປຕ່າງຫາກ ແລະເລີ່ມຕໍ່ວ່າຕໍ່ຂານພຣະອົງບໍ່ໃຫ້ເວົ້າເລື່ອງນີ້. 33ແຕ່ພຣະເຢຊູເຈົ້າຫັນໜ້າມາເບິ່ງພວກສາວົກ ແລະຕຳໜິເປໂຕວ່າ, “ຈົ່ງຖອຍໜີຈາກເຮົາສາ ອ້າຍມານຊາຕານ! ເພາະເຈົ້າບໍ່ໄດ້ຄິດຢ່າງພຣະເຈົ້າ ແຕ່ຄິດຢ່າງມະນຸດ.”
34ແລ້ວພຣະເຢຊູເຈົ້າກໍເອີ້ນປະຊາຊົນກັບພວກສາວົກມາ ແລະກ່າວວ່າ, “ຖ້າຜູ້ໃດຜູ້ໜຶ່ງ ຢາກຕາມເຮົາມາ ຜູ້ນັ້ນຕ້ອງຕັດສິດຂອງຕົນເສຍ ແລະຮັບແບກໄມ້ກາງແຂນຂອງຕົນ ແລະຕາມເຮົາມາ. 35ເພາະຜູ້ໃດທີ່ຢາກຊ່ວຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນກໍຈະເສຍຊີວິດ, ແຕ່ຜູ້ໃດທີ່ສະລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ແລະແກ່ຂ່າວປະເສີດ ຜູ້ນັ້ນກໍຈະຖືກຊ່ວຍຊີວິດໃຫ້ພົ້ນໄດ້. 36ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ເສຍຊີວິດນິຣັນດອນຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ? 37ບໍ່ມີສິ່ງໃດທີ່ມະນຸດນຳມາແລກເອົາຊີວິດນິຣັນດອນຂອງຕົນຄືນໄດ້. 38ຖ້າຜູ້ໃດມີຄວາມລະອາຍໃນເລື່ອງເຮົາ ແລະໃນເລື່ອງຖ້ອຍຄຳຂອງເຮົາໃນທ່າມກາງຊົນຊາດນີ້ ແລະໃນທ່າມກາງຄົນທີ່ຫຼີ້ນຊູ້ ແລະຄົນທີ່ມີບາບກຳ ບຸດມະນຸດກໍຈະມີຄວາມລະອາຍໃນເລື່ອງຄົນນັ້ນ ເມື່ອພຣະອົງມາປາກົດໃນສະຫງ່າຣາສີແຫ່ງພຣະບິດາເຈົ້າ ແລະພ້ອມດ້ວຍຝູງເທວະດາຕົນບໍຣິສຸດ.”
Currently Selected:
ມາຣະໂກ 8: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: